ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 36

26 ກຸມພາ 2026

ທັນທີທີ່ຍຸກແຫ່ງລາຊະອານາຈັກໄດ້ເລີ່ມຕົ້ນຂຶ້ນ, ພຣະເຈົ້າກໍເລີ່ມເປີດເຜີຍພຣະທໍາຂອງພຣະອົງ. ໃນອະນາຄົດ, ພຣະທໍາເຫຼົ່ານີ້ຈະບັນລຸຜົນເທື່ອລະໜ້ອຍ ແລະ ໃນເວລານັ້ນ, ມະນຸດກໍ່ຈະເຕີບໂຕມີຊີວິດ. ການທີ່ພຣະເຈົ້າໃຊ້ພຣະທໍາເພື່ອເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງມະນຸດກໍ່ເປັນຈິງຍິ່ງຂຶ້ນ ແລະ ຈຳເປັນຍິ່ງຂຶ້ນ ແລະ ພຣະອົງບໍ່ໄດ້ໃຊ້ຫຍັງນອກຈາກພຣະທໍາເພື່ອປະຕິບັດພາລະກິດຂອງພຣະອົງເພື່ອເຮັດໃຫ້ຄວາມເຊື່ອຂອງມະນຸດສົມບູນແບບ, ຍ້ອນປັດຈຸບັນຄືຍຸກແຫ່ງພຣະທໍາ ແລະ ມັນຈຳເປັນຕ້ອງມີຄວາມເຊື່ອ, ຄວາມເດັດດ່ຽວ ແລະ ການຮ່ວມມືຂອງມະນຸດ. ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດໃນຍຸກສຸດທ້າຍແມ່ນການໃຊ້ພຣະທໍາຂອງພຣະອົງເພື່ອຮັບໃຊ້ ແລະ ສະໜອງໃຫ້ແກ່ມະນຸດ. ພຽງແຕ່ຫຼັງຈາກທີ່ພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ສຳເລັດການກ່າວພຣະທໍາຂອງພຣະອົງເທົ່ານັ້ນ ພຣະທໍາເຫຼົ່ານັ້ນຈິ່ງຈະບັນລຸຜົນ. ໃນລະຫວ່າງເວລາທີ່ພຣະອົງກ່າວ, ພຣະທໍາຂອງພຣະອົງຍັງບໍ່ທັນບັນລຸຜົນ, ເພາະເມື່ອພຣະອົງຢູ່ໃນຂັ້ນຕອນຂອງເນື້ອໜັງ, ພຣະທໍາຂອງພຣະອົງບໍ່ສາມາດບັນລຸຜົນ. ນີ້ກໍ່ເພື່ອໃຫ້ມະນຸດໄດ້ເຫັນວ່າພຣະເຈົ້າເປັນເນື້ອໜັງ ແລະ ບໍ່ແມ່ນພຣະວິນຍານ; ເພື່ອວ່າມະນຸດອາດໄດ້ເຫັນຄວາມເປັນຈິງຂອງພຣະເຈົ້າດ້ວຍຕາຂອງເຂົາເອງ. ໃນມື້ທີ່ພາລະກິດຂອງພຣະອົງສຳເລັດ, ເມື່ອພຣະທໍາທັງໝົດທີ່ພຣະອົງຄວນກ່າວເທິງແຜ່ນດິນໂລກໄດ້ຖືກກ່າວອອກແລ້ວ, ພຣະທໍາຂອງພຣະອົງກໍ່ຈະເລີ່ມບັນລຸຜົນ. ຕອນນີ້ບໍ່ແມ່ນຍຸກແຫ່ງການບັນລຸຜົນຕາມພຣະທໍາຂອງພຣະເຈົ້າ, ເພາະພຣະອົງຍັງບໍ່ທັນສຳເລັດການກ່າວພຣະທໍາຂອງພຣະອົງ. ດັ່ງນັ້ນ, ເມື່ອເຈົ້າເຫັນວ່າພຣະອົງຍັງກ່າວພຣະທໍາຂອງພຣະອົງເທິງແຜ່ນດິນໂລກ, ຢ່າລໍຖ້າການບັນລຸຜົນຕາມພຣະທໍາຂອງພຣະອົງ; ເມື່ອພຣະເຈົ້າຢຸດກ່າວພຣະທໍາຂອງພຣະອົງ ແລະ ເມື່ອພາລະກິດຂອງພຣະອົງເທິງແຜ່ນດິນໂລກໄດ້ສຳເລັດລົງ ນັ້ນຈະເປັນເວລາທີ່ພຣະທໍາຂອງພຣະອົງເລີ່ມບັນລຸຜົນ. ໃນພຣະທໍາທີ່ພຣະອົງກ່າວເທິງແຜ່ນດິນໂລກ, ໃນດ້ານໜຶ່ງແມ່ນມີການສະໜອງຊີວິດ ແລະ ໃນອີກດ້ານໜຶ່ງແມ່ນມີຄຳທຳນາຍ ເຊິ່ງເປັນຄຳທຳນາຍກ່ຽວກັບສິ່ງທີ່ຈະເກີດຂຶ້ນ, ສິ່ງທີ່ຈະສຳເລັດລົງ ແລະ ສິ່ງທີ່ຍັງບໍ່ທັນຖືກເຮັດໃຫ້ສຳເລັດເທື່ອ. ຍັງມີຄຳທຳນາຍໃນພຣະທໍາຂອງພຣະເຢຊູ. ໃນດ້ານໜຶ່ງ ພຣະອົງໄດ້ສະໜອງຊີວິດ ແລະ ໃນອີກດ້ານໜຶ່ງ ພຣະອົງໄດ້ກ່າວຄຳທຳນາຍ. ມື້ນີ້, ບໍ່ມີການເວົ້າເຖິງການປະຕິບັດພຣະທໍາ ແລະ ຂໍ້ແທ້ຈິງ, ເພາະມີຄວາມແຕກຕ່າງຫຼາຍເກີນໄປລະຫວ່າງສິ່ງທີ່ຕາຂອງມະນຸດເອງສາມາດເບິ່ງເຫັນໄດ້ ແລະ ສິ່ງທີ່ພຣະເຈົ້າເຮັດສຳເລັດ. ມັນສາມາດເວົ້າໄດ້ວ່າ ທັນທີທີ່ພາລະກິດຂອງພຣະເຈົ້າໄດ້ສຳເລັດລົງ, ພຣະທໍາຂອງພຣະອົງກໍ່ຈະບັນລຸຜົນ ແລະ ຂໍ້ແທ້ຈິງກໍ່ຈະເກີດຂຶ້ນຫຼັງຈາກພຣະທຳ. ໃນລະຫວ່າງຍຸກສຸດທ້າຍ, ພຣະເຈົ້າທີ່ບັງເກີດເປັນມະນຸດຈະປະຕິບັດພັນທະກິດແຫ່ງພຣະທໍາເທິງແຜ່ນດິນໂລກ ແລະ ໃນການປະຕິບັດພັນທະກິດແຫ່ງພຣະທໍາ ພຣະອົງພຽງແຕ່ກ່າວພຣະທໍາ ແລະ ບໍ່ໄດ້ໃສ່ໃຈເລື່ອງອື່ນ. ທັນທີທີ່ພາລະກິດຂອງພຣະເຈົ້າປ່ຽນໄປ, ພຣະທໍາຂອງພຣະອົງກໍ່ຈະເລີ່ມບັນລຸຜົນ. ມື້ນີ້, ພຣະທໍາແມ່ນຖືກນໍາໃຊ້ເພື່ອເຮັດໃຫ້ເຈົ້າສົມບູນແບບກ່ອນ; ເມື່ອພຣະອົງໄດ້ຮັບສະຫງ່າລາສີທົ່ວຈັກກະວານທັງປວງ, ພາລະກິດຂອງພຣະອົງກໍ່ຈະສົມບູນ ນັ້ນກໍ່ຄື ພຣະທໍາທັງໝົດທີ່ຄວນກ່າວກໍ່ຈະໄດ້ຖືກກ່າວ ແລະ ພຣະທໍາທັງໝົດຈະກາຍມາເປັນຂໍ້ແທ້ຈິງ. ພຣະເຈົ້າໄດ້ມາເທິງແຜ່ນດິນໂລກໃນລະຫວ່າງຍຸກສຸດທ້າຍເພື່ອປະຕິບັດພັນທະກິດແຫ່ງພຣະທໍາ ເພື່ອວ່າມະນຸດຊາດອາດຮູ້ຈັກພຣະອົງ ແລະ ເພື່ອວ່າມະນຸດຊາດອາດເຫັນສິ່ງທີ່ພຣະອົງເປັນ ແລະ ເຫັນເຖິງສະຕິປັນຍາຂອງພຣະອົງ ແລະ ການກະທຳອັນອັດສະຈັນທັງໝົດຂອງພຣະອົງຈາກພຣະທໍາຂອງພຣະອົງ. ໃນຍຸກແຫ່ງລາຊະອານາຈັກ, ພຣະເຈົ້າໃຊ້ພຣະທໍາເພື່ອເອົາຊະນະມະນຸດຊາດທັງປວງເປັນຫຼັກ. ໃນອະນາຄົດ, ພຣະທໍາຂອງພຣະອົງຈະມາເຖິງທຸກສາສະໜາ, ທຸກຂະແໜງການ, ທຸກຊາດ ແລະ ທຸກນິກາຍ. ພຣະເຈົ້າໃຊ້ພຣະທໍາເພື່ອເອົາຊະນະ, ເຮັດໃຫ້ມະນຸດທຸກຄົນເຫັນວ່າພຣະທໍາຂອງພຣະອົງມີສິດອຳນາດ ແລະ ຄວາມຍິ່ງໃຫຍ່ ແລ້ວດ້ວຍເຫດນັ້ນ ມື້ນີ້ ພວກເຈົ້າພຽງແຕ່ຜະເຊີນໜ້າກັບພຣະທໍາຂອງພຣະເຈົ້າເທົ່ານັ້ນ.

ພຣະທໍາທີ່ພຣະເຈົ້າໄດ້ກ່າວໃນຍຸກນີ້ແມ່ນແຕກຕ່າງຈາກພຣະທໍາທີ່ໄດ້ກ່າວໃນຍຸກແຫ່ງພຣະບັນຍັດ ແລະ ດ້ວຍເຫດນັ້ນ ພຣະທໍາດັ່ງກ່າວກໍ່ແຕກຕ່າງຈາກພຣະທໍາທີ່ໄດ້ກ່າວໃນຍຸກແຫ່ງພຣະຄຸນເຊັ່ນກັນ. ໃນຍຸກແຫ່ງພຣະຄຸນ, ພຣະເຈົ້າບໍ່ໄດ້ເຮັດພາລະກິດແຫ່ງພຣະທໍາ, ພຽງແຕ່ບັນລະຍາຍການຖືກຄຶງເທິງໄມ້ກາງແຂນເພື່ອໄຖ່ບາບມະນຸດຊາດທັງປວງ. ພຣະຄໍາພີພຽງແຕ່ອະທິບາຍວ່າເປັນຫຍັງພຣະເຢຊູຈິ່ງຖືກຄຶງເທິງໄມ້ກາງແຂນ ແລະ ຄວາມທົນທຸກທີ່ພຣະອົງໄດ້ຮັບເທິງໄມ້ກາງແຂນ ແລະ ວິທີທີ່ມະນຸດຄວນຖືກຄຶງເທິງໄມ້ກາງແຂນເພື່ອພຣະເຈົ້າ. ໃນຍຸກນັ້ນ, ພາລະກິດທັງໝົດທີ່ພຣະເຈົ້າໄດ້ກະທໍາແມ່ນເນັ້ນໃສ່ການຖືກຄຶງເທິງໄມ້ກາງແຂນ. ໃນຍຸກແຫ່ງລາຊະອານາຈັກ, ພຣະເຈົ້າທີ່ບັງເກີດເປັນມະນຸດກ່າວພຣະທໍາເພື່ອເອົາຊະນະທຸກຄົນທີ່ເຊື່ອໃນພຣະອົງ. ນີ້ຄື “ການທີ່ພຣະທໍາປາກົດໃນເນື້ອໜັງ”; ພຣະເຈົ້າໄດ້ມາໃນລະຫວ່າງຍຸກສຸດທ້າຍເພື່ອປະຕິບັດພາລະກິດນີ້ ເຊິ່ງໝາຍຄວາມວ່າ ພຣະອົງໄດ້ມາເພື່ອສຳເລັດຄວາມໝາຍທີ່ແທ້ຈິງຂອງການທີ່ພຣະທໍາປາກົດໃນເນື້ອໜັງ. ພຣະອົງພຽງແຕ່ກ່າວພຣະທໍາເທົ່ານັ້ນ ແລະ ເກືອບບໍ່ມີການສະແດງຂໍ້ແທ້ຈິງເລີຍ. ນີ້ຄືແກ່ນແທ້ທີ່ແທ້ຈິງຂອງການທີ່ພຣະທໍາປາກົດໃນເນື້ອໜັງ ແລະ ເມື່ອພຣະເຈົ້າທີ່ບັງເກີດເປັນມະນຸດກ່າວພຣະທໍາຂອງພຣະອົງ ນີ້ຄືການປາກົດຕົວຂອງພຣະທໍາໃນເນື້ອໜັງ ແລະ ເປັນການທີ່ພຣະທໍາເຂົ້າມາໃນເນື້ອໜັງ. “ໃນຕົ້ນເດີມນັ້ນຊົງເປັນພຣະທຳຢູ່ແລ້ວ ແລະ ພຣະທຳຊົງຢູ່ກັບພຣະເຈົ້າ ແລະ ພຣະທຳຊົງເປັນພຣະເຈົ້າ ແລະ ພຣະທໍາຊົງບັງເກີດເປັນມະນຸດ”. ນີ້ (ພາລະກິດແຫ່ງການປາກົດຕົວຂອງພຣະທໍາໃນເນື້ອໜັງ) ຄືແມ່ນພາລະກິດທີ່ພຣະເຈົ້າຈະສຳເລັດໃນຍຸກສຸດທ້າຍ ແລະ ເປັນບົດສຸດທ້າຍຂອງແຜນການຄຸ້ມຄອງທັງໝົດຂອງພຣະອົງ ແລ້ວດ້ວຍເຫດນັ້ນພຣະເຈົ້າຕ້ອງໄດ້ມາເທິງແຜ່ນດິນໂລກ ແລະ ສຳແດງພຣະທໍາຂອງພຣະອົງໃນເນື້ອໜັງ. ນັ້ນຄືສິ່ງທີ່ໄດ້ສຳເລັດໃນມື້ນີ້, ສິ່ງທີ່ຈະສຳເລັດໃນອະນາຄົດ, ສິ່ງທີ່ພຣະເຈົ້າຈະເຮັດໃຫ້ສຳເລັດ, ຈຸດໝາຍປາຍທາງສຸດທ້າຍຂອງມະນຸດ, ຄົນທີ່ຈະຖືກຊ່ວຍໃຫ້ລອດພົ້ນ, ຄົນທີ່ຈະຖືກທຳລາຍ ແລະ ອື່ນໆອີກ, ພາລະກິດທັງໝົດນີ້ທີ່ຄວນບັນລຸໃນທີ່ສຸດກໍ່ລ້ວນແລ້ວແຕ່ຖືກລະບຸໄວ້ຢ່າງຊັດເຈນແລ້ວ ແລະ ທັງໝົດນັ້ນແມ່ນເພື່ອບັນລຸຄວາມໝາຍທີ່ແທ້ຈິງຂອງການທີ່ພຣະທໍາປາກົດໃນເນື້ອໜັງ. ບົດບັນຍັດບໍລິຫານ ແລະ ລັດຖະທຳມະນູນທີ່ໄດ້ອອກກ່ອນໜ້ານີ້, ບັນດາຜູ້ທີ່ຈະຖືກທຳລາຍ, ບັນດາຜູ້ທີ່ຈະເຂົ້າໄປສູ່ການພັກຜ່ອນ ພຣະທໍາທັງໝົດເຫຼົ່ານີ້ຕ້ອງບັນລຸຜົນ. ນີ້ແມ່ນພາລະກິດທີ່ພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ສຳເລັດເປັນຫຼັກໃນລະຫວ່າງຍຸກສຸດທ້າຍ. ພຣະອົງເຮັດໃຫ້ຜູ້ຄົນເຂົ້າໃຈວ່າ ບັນດາຜູ້ທີ່ພຣະເຈົ້າໄດ້ກຳນົດໄວ້ລ່ວງໜ້ານັ້ນຢູ່ໃສ ແລະ ບັນດາຜູ້ທີ່ພຣະເຈົ້າບໍ່ໄດ້ກຳນົດໄວ້ລ່ວງໜ້ານັ້ນຢູ່ໃສ, ວິທີທີ່ຜູ້ຄົນ ແລະ ລູກຊາຍຂອງພຣະອົງຈະຖືກຈັດປະເພດ, ແມ່ນຫຍັງຈະເກີດຂຶ້ນກັບອິດສະຣາເອນ, ແມ່ນຫຍັງຈະເກີດຂຶ້ນກັບເອຢິບ, ໃນອະນາຄົດ, ພຣະທຳເຫຼົ່ານີ້ທຸກຂໍ້ຈະບັນລຸຜົນ. ຄວາມໄວພາລະກິດຂອງພຣະເຈົ້າກຳລັງເພີ່ມຂຶ້ນ. ພຣະເຈົ້າໃຊ້ພຣະທໍາເປັນວິທີການເພື່ອເປີດເຜີຍໃຫ້ມະນຸດຮູ້ວ່າມີຫຍັງແດ່ທີ່ຕ້ອງສຳເລັດໃນແຕ່ລະຍຸກ, ມີຫຍັງແດ່ທີ່ພຣະເຈົ້າທີ່ບັງເກີດເປັນມະນຸດຕ້ອງເຮັດໃຫ້ສຳເລັດໃນລະຫວ່າງຍຸກສຸດທ້າຍ ແລະ ພັນທະກິດທີ່ພຣະອົງຕ້ອງໄດ້ປະຕິບັດ ແລະ ພຣະທໍາທັງໝົດເຫຼົ່ານີ້ແມ່ນເພື່ອບັນລຸຄວາມໝາຍທີ່ແທ້ຈິງຂອງການທີ່ພຣະທໍາປາກົດໃນເນື້ອໜັງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ທຸກສິ່ງຖືກບັນລຸໂດຍພຣະທໍາຂອງພຣະເຈົ້າ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ