ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 44

31 ເດືອນສິງຫາ 2025

“ພຣະເຢໂຮວາ” ແມ່ນພຣະນາມທີ່ເຮົາໃຊ້ໃນລະຫວ່າງພາລະກິດຂອງເຮົາໃນອິດສະຣາເອນ ແລະ ມັນໝາຍເຖິງພຣະເຈົ້າຂອງຄົນອິດສະຣາເອນ (ຄົນທີ່ຖືກເລືອກຂອງພຣະເຈົ້າ) ຜູ້ທີ່ສາມາດມີຄວາມສົງສານຕໍ່ມະນຸດ, ສາບແຊ່ງມະນຸດ ແລະ ນຳທາງຊີວິດຂອງມະນຸດໄດ້; ພຣະເຈົ້າທີ່ມີລິດອຳນາດຍິ່ງໃຫຍ່ ແລະ ເຕັມໄປດ້ວຍສະຕິປັນຍາ. “ພຣະເຢຊູ” ຄືເອມະນູເອນ ເຊິ່ງໝາຍເຖິງເຄື່ອງຖວາຍແທນຄວາມຜິດບາບທີ່ເຕັມໄປດ້ວຍຄວາມຮັກ, ເຕັມໄປດ້ວຍຄວາມເມດຕາ ແລະ ໄຖ່ບາບໃຫ້ມະນຸດ. ພຣະອົງປະຕິບັດພາລະກິດໃນຍຸກແຫ່ງພຣະຄຸນ ແລະ ພຣະອົງເປັນຕົວແທນໃຫ້ແກ່ຍຸກແຫ່ງພຣະຄຸນ ແລະ ພຽງແຕ່ສາມາດເປັນຕົວແທນໃຫ້ສ່ວນໜຶ່ງໃນພາລະກິດແຫ່ງແຜນການຄຸ້ມຄອງ. ນັ້ນໝາຍຄວາມວ່າ ມີພຽງແຕ່ພຣະເຢໂຮວາເທົ່ານັ້ນທີ່ເປັນພຣະເຈົ້າຂອງຄົນທີ່ຖືກເລືອກຂອງອິດສະຣາເອນ, ພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງອິຊາກ, ພຣະເຈົ້າຂອງຢາໂຄບ, ພຣະເຈົ້າຂອງໂມເຊ ແລະ ພຣະເຈົ້າຂອງຄົນອິດສະຣາເອນທັງໝົດ. ສະນັ້ນ ໃນຍຸກປັດຈຸບັນ ຄົນອິດສະຣາເອນທຸກຄົນນອກຈາກຄົນຢິວແລ້ວ ກໍ່ນະມັດສະການພຣະເຢໂຮວາ. ພວກເຂົາຖວາຍບູຊາແກ່ພຣະອົງເທິງແທ່ນບູຊາ ແລະ ຮັບໃຊ້ພຣະອົງໃນພຣະວິຫານໂດຍໃສ່ເສື້ອຄຸມຂອງປະໂລຫິດ. ສິ່ງທີ່ພວກເຂົາຄາດຫວັງແມ່ນການປາກົດຕົວອີກຄັ້ງຂອງພຣະເຢໂຮວາ. ມີພຽງແຕ່ພຣະເຢຊູເທົ່ານັ້ນທີ່ເປັນຜູ້ໄຖ່ບາບຂອງມະນຸດຊາດ ແລະ ພຣະອົງຄືເຄື່ອງຖວາຍແທນຄວາມຜິດບາບທີ່ໄຖ່ມະນຸດຊາດຈາກຄວາມຜິດບາບ. ນັ້ນໝາຍຄວາມວ່າ ພຣະນາມຂອງພຣະເຢຊູແມ່ນມາຈາກຍຸກແຫ່ງພຣະຄຸນ ແລະ ເກີດຂຶ້ນເນື່ອງຈາກພາລະກິດແຫ່ງການໄຖ່ບາບໃນຍຸກແຫ່ງພຣະຄຸນ. ພຣະນາມຂອງພຣະເຢຊູເກີດຂຶ້ນເພື່ອເຮັດໃຫ້ຜູ້ຄົນໃນຍຸກແຫ່ງພຣະຄຸນໄດ້ເກີດໃໝ່ ແລະ ໄດ້ຮັບຄວາມລອດພົ້ນ ແລະ ເປັນພຣະນາມໂດຍສະເພາະສຳລັບການໄຖ່ບາບຂອງມະນຸດຊາດທັງປວງ. ສະນັ້ນ ພຣະນາມຂອງພຣະເຢຊູຈຶ່ງເປັນຕົວແທນໃຫ້ແກ່ພາລະກິດແຫ່ງການໄຖ່ບາບ ແລະ ສະແດງເຖິງຍຸກແຫ່ງພຣະຄຸນ. ພຣະນາມຂອງພຣະເຢໂຮວາແມ່ນພຣະນາມສະເພາະສຳລັບຄົນອິດສະຣາເອນຜູ້ທີ່ດຳເນີນຊີວິດພາຍໃຕ້ພຣະບັນຍັດ. ໃນແຕ່ລະຍຸກ ແລະ ແຕ່ລະຂັ້ນຕອນຂອງພາລະກິດນັ້ນ, ພຣະນາມຂອງເຮົາບໍ່ໄດ້ໄຮ້ເຫດຜົນ ແຕ່ມີຄວາມໝາຍໃນການເປັນຕົວແທນ: ພຣະນາມແຕ່ລະນາມເປັນຕົວແທນໃຫ້ແກ່ຍຸກໜຶ່ງ. “ພຣະເຢໂຮວາ” ເປັນຕົວແທນໃຫ້ແກ່ຍຸກແຫ່ງພຣະບັນຍັດ ແລະ ເປັນນາມມະຍົດທີ່ຄົນໃນອິດສະຣາເອນເອີ້ນຫາພຣະເຈົ້າທີ່ພວກເຂົານະມັດສະການ. “ພຣະເຢຊູ” ເປັນຕົວແທນໃຫ້ແກ່ຍຸກແຫ່ງພຣະຄຸນ ແລະ ເປັນພຣະນາມຂອງພຣະເຈົ້າຂອງທຸກຄົນທີ່ໄດ້ຮັບການໄຖ່ບາບໃນຍຸກແຫ່ງພຣະຄຸນ. ຖ້າມະນຸດຍັງປາຖະໜາການມາເຖິງຂອງພຣະເຢຊູຜູ້ຊ່ວຍໃຫ້ລອດພົ້ນໃນລະຫວ່າງຍຸກສຸດທ້າຍ ແລະ ຍັງຄາດຫວັງໃຫ້ພຣະອົງກັບມາໃນລັກສະນະທີ່ພຣະອົງບັງເກີດໃນແຂວງຢູດາຍ, ແລ້ວແຜນການຄຸ້ມຄອງຫົກພັນປີທັງໝົດຈະຢຸດຢູ່ໃນຍຸກແຫ່ງການໄຖ່ບາບ ແລະ ບໍ່ສາມາດສືບຕໍ່ກ້າວໄປຂ້າງໜ້າໄດ້. ຍິ່ງໄປກວ່ານັ້ນ, ຍຸກສຸດທ້າຍຈະບໍ່ມີວັນມາເຖິງ ແລະ ຍຸກດັ່ງກ່າວຈະບໍ່ມີສິ້ນສຸດລົງຈັກເທື່ອ. ນີ້ເປັນເພາະວ່າພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນແມ່ນສຳລັບການໄຖ່ບາບ ແລະ ຄວາມລອດພົ້ນຂອງມະນຸດເທົ່ານັ້ນ. ເຮົາໃຊ້ຊື່ພຣະເຢຊູເພື່ອເຫັນແກ່ຄົນບາບທຸກຄົນໃນຍຸກແຫ່ງພຣະຄຸນເທົ່ານັ້ນ, ແຕ່ມັນບໍ່ແມ່ນນາມທີ່ເຮົາຈະນຳເອົາມະນຸດຊາດທັງປວງໄປສູ່ຈຸດສິ້ນສຸດ. ເຖິງແມ່ນວ່າພຣະເຢໂຮວາ, ພຣະເຢຊູ ແລະ ພຣະເມຊີອາລ້ວນແລ້ວແຕ່ເປັນຕົວແທນໃຫ້ແກ່ພຣະວິນຍານຂອງເຮົາ, ນາມເຫຼົ່ານີ້ພຽງແຕ່ສະແດງເຖິງຍຸກທີ່ແຕກຕ່າງກັນໃນແຜນການຄຸ້ມຄອງຂອງເຮົາ ແລະ ບໍ່ແມ່ນຕົວແທນໃຫ້ແກ່ເຮົາຢ່າງສົມບູນ. ນາມທີ່ຜູ້ຄົນເທິງໂລກຮຽກເອີ້ນເຮົາກໍ່ບໍ່ສາມາດອະທິບາຍເຖິງອຸປະນິໄສທັງໝົດຂອງເຮົາ ແລະ ທຸກສິ່ງທີ່ເຮົາເປັນ. ພວກມັນພຽງແຕ່ເປັນນາມທີ່ແຕກຕ່າງກັນທີ່ມະນຸດເອີ້ນເຮົາໃນຍຸກທີ່ແຕກຕ່າງກັນເທົ່ານັ້ນ. ສະນັ້ນ ເມື່ອຍຸກສຸດທ້າຍ ນັ້ນກໍ່ຄືຍຸກແຫ່ງມື້ສຸດທ້າຍມາເຖິງ ນາມຂອງເຮົາຈະປ່ຽນອີກຄັ້ງ. ເຮົາຈະບໍ່ຖືກເອີ້ນວ່າພຣະເຢໂຮວາ ຫຼື ພຣະເຢຊູ, ແຮງໄກທີ່ຈະເປັນພຣະເມຊີອາ, ເຮົາຈະຖືກເອີ້ນວ່າ ພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ມີລິດອຳນາດ ແລະ ພາຍໃຕ້ນາມໃໝ່ນີ້ ເຮົາຈະນຳເອົາທຸກຍຸກໄປສູ່ຈຸດສິ້ນສຸດ. ຄັ້ງໜຶ່ງ ເຮົາເຄີຍຖືກຮັບຮູ້ວ່າເປັນພຣະເຢໂຮວາ. ຜູ້ຄົນຍັງເອີ້ນເຮົາວ່າພຣະເມຊີອາ ແລະ ຜູ້ຄົນເຄີຍເອີ້ນເຮົາວ່າພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນໃນຄັ້ງໜຶ່ງ ເຊິ່ງເຕັມໄປດ້ວຍຄວາມຮັກ ແລະ ການເຄົາລົບບູຊາ. ເຖິງຢ່າງໃດກໍ່ຕາມ, ມື້ນີ້ ເຮົາບໍ່ແມ່ນພຣະເຢໂຮວາ ຫຼື ພຣະເຢຊູທີ່ຜູ້ຄົນເຄີຍຮູ້ຈັກໃນອະດີດຜ່ານມາອີກຕໍ່ໄປ; ເຮົາແມ່ນພຣະເຈົ້າທີ່ກັບຄືນມາໃນຍຸກສຸດທ້າຍ, ພຣະເຈົ້າທີ່ຈະນຳເອົາຍຸກໄປສູ່ຈຸດສິ້ນສຸດ. ເຮົາແມ່ນພຣະເຈົ້າທີ່ລຸກຂຶ້ນຈາກສຸດປາຍແຜ່ນດິນໂລກ ເຊິ່ງເຕັມໄປດ້ວຍອຸປະນິໄສທັງໝົດຂອງເຮົາ ແລະ ເຕັມໄປດ້ວຍສິດອຳນາດ, ກຽດຕິຍົດ ແລະ ສະຫງ່າລາສີ. ຜູ້ຄົນບໍ່ເຄີຍໄດ້ພົວພັນກັບເຮົາ, ບໍ່ເຄີຍຮູ້ຈັກເຮົາ ແລະ ບໍ່ເຄີຍຮູ້ຈັກອຸປະນິໄສຂອງເຮົາ. ນັບຕັ້ງແຕ່ການສ້າງໂລກຈົນມາຮອດມື້ນີ້, ບໍ່ທັນມີຜູ້ໃດເຄີຍເຫັນເຮົາ. ນີ້ແມ່ນພຣະເຈົ້າຜູ້ທີ່ປາກົດຕໍ່ມະນຸດໃນຍຸກສຸດທ້າຍ ແຕ່ລີ້ລັບທ່າມກາງມະນຸດ. ພຣະອົງອາໄສຢູ່ທ່າມກາງມະນຸດຢ່າງແທ້ຈິງ ແລະ ເປັນຈິງຄືກັບດວງອາທິດທີ່ເຜົາໄໝ້ ແລະ ເຕັມປ່ຽມໄປດ້ວຍສິດອຳນາດ. ບໍ່ມີບຸກຄົນ ຫຼື ສິ່ງໃດທີ່ຈະບໍ່ຖືກພິພາກສາໂດຍພຣະທຳຂອງເຮົາ ແລະ ບໍ່ມີບຸກຄົນ ຫຼື ສິ່ງໃດຈະບໍ່ຖືກຊຳລະລ້າງໃຫ້ບໍລິສຸດຜ່ານແປວໄຟທີ່ເຜົາໄໝ້. ໃນທີ່ສຸດແລ້ວ ທຸກຊົນຊາດຈະໄດ້ຮັບພອນເນື່ອງຈາກພຣະທຳຂອງເຮົາ ແລະ ຍັງຈະຖືກທໍາລາຍໃຫ້ແຫຼກລະອຽດດ້ວຍພຣະທຳຂອງເຮົາ. ດ້ວຍວິທີນີ້, ທຸກຄົນໃນລະຫວ່າງຍຸກສຸດທ້າຍຈະເຫັນວ່າເຮົາແມ່ນພຣະຜູ້ຊ່ວຍໃຫ້ລອດພົ້ນທີ່ກັບຄືນມາ ແລະ ເຮົາແມ່ນພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ເອົາຊະນະມະນຸດຊາດທັງປວງ. ແລ້ວທຸກຄົນຈະໄດ້ເຫັນວ່າ ໃນຄັ້ງໜຶ່ງ ເຮົາເຄີຍເປັນເຄື່ອງບູຊາແທນຄວາມຜິດບາບສຳລັບມະນຸດ, ແຕ່ໃນຍຸກສຸດທ້າຍ ເຮົາຍັງຈະກາຍເປັນແປວໄຟຈາກດວງອາທິດທີ່ແຜດເຜົາທຸກສິ່ງຢ່າງ ພ້ອມທັງເປັນດວງອາທິດແຫ່ງຄວາມຊອບທຳທີ່ເປີດເຜີຍທຸກສິ່ງຢ່າງ. ນີ້ແມ່ນພາລະກິດຂອງເຮົາໃນຍຸກສຸດທ້າຍ. ເຮົາໃຊ້ນາມນີ້ ແລະ ມີອຸປະນິໄສນີ້ ເພື່ອໃຫ້ທຸກຄົນສາມາດເຫັນວ່າເຮົາແມ່ນພຣະເຈົ້າທີ່ຊອບທຳ, ເປັນດວງອາທິດທີ່ແຜດເຜົາ, ເປັນແປວໄຟທີ່ເຜົາໄໝ້ ແລະ ເພື່ອໃຫ້ທຸກຄົນນະມັດສະການເຮົາ ຜູ້ທີ່ເປັນພຣະເຈົ້າທີ່ແທ້ຈິງອົງດຽວ ແລະ ເພື່ອໃຫ້ພວກເຂົາເຫັນໃບໜ້າແທ້ຈິງຂອງເຮົາ: ເຮົາບໍ່ໄດ້ເປັນພຽງພຣະເຈົ້າຂອງຄົນອິດສະຣາເອນ ແລະ ເຮົາບໍ່ແມ່ນພຽງແຕ່ຜູ້ໄຖ່ບາບເທົ່ານັ້ນ; ເຮົາເປັນພຣະເຈົ້າຂອງສັບພະສິ່ງທັງປວງໃນສະຫວັນ ແລະ ແຜ່ນດິນໂລກ ແລະ ທະເລ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ກັບຄືນມາເທິງ “ກ້ອນເມກສີຂາວ”

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ