ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 45

31 ເດືອນສິງຫາ 2025

ຖ້າພຣະຜູ້ຊ່ວຍໃຫ້ລອດພົ້ນມາເຖິງໃນຍຸກສຸດທ້າຍ ແລະ ຍັງຖືກເອີ້ນວ່າພຣະເຢຊູ ແລະ ບັງເກີດຢູ່ແຂວງຢູດາຍອີກຄັ້ງ ແລະ ດຳເນີນພາລະກິດຂອງພຣະອົງໃນທີ່ນັ້ນ, ແລ້ວສິ່ງນີ້ກໍ່ພິສູດໃຫ້ເຫັນວ່າເຮົາພຽງແຕ່ສ້າງຄົນອິດສະຣາເອນ ແລະ ພຽງແຕ່ໄຖ່ບາບຄົນອິດສະຣາເອນເທົ່ານັ້ນ ແລະ ເຮົາບໍ່ມີຫຍັງກ່ຽວຂ້ອງກັບຄົນຕ່າງຊາດ. ນີ້ຈະບໍ່ຂັດກັບພຣະທຳຂອງເຮົາທີ່ບອກວ່າ “ເຮົາແມ່ນພຣະຜູ້ເປັນເຈົ້າທີ່ສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ສັບພະສິ່ງທັງປວງ” ບໍ? ເຮົາໄດ້ອອກຈາກແຂວງຢູດາຍ ແລະ ເຮັດພາລະກິດຂອງເຮົາທ່າມກາງຄົນຕ່າງຊາດ ເພາະວ່າເຮົາບໍ່ແມ່ນພຽງແຕ່ພຣະເຈົ້າຂອງຄົນອິດສະຣາເອນເທົ່ານັ້ນ ແຕ່ເປັນພຣະເຈົ້າຂອງທຸກສັບພະສິ່ງທັງປວງ. ເຮົາປາກົດຢູ່ທ່າມກາງຄົນຕ່າງຊາດໃນລະຫວ່າງຍຸກສຸດທ້າຍນີ້ ເພາະວ່າເຮົາບໍ່ແມ່ນພຣະເຢໂຮວາ ເຊິ່ງເປັນພຣະເຈົ້າຂອງຄົນອິດສະຣາເອນ, ແຕ່ຍິ່ງໄປກວ່ານັ້ນ ເຮົາເປັນພຣະຜູ້ສ້າງຂອງທຸກຄົນທີ່ເຮົາເລືອກໃນບັນດາຄົນຕ່າງຊາດ. ເຮົາບໍ່ພຽງແຕ່ສ້າງອິດສະຣາເອນ, ອີຢິບ ແລະ ເລບານອນເທົ່ານັ້ນ, ແຕ່ຍັງສ້າງຊາດອື່ນທັງໝົດທີ່ບໍ່ແມ່ນຊາວຢິວທີ່ຢູ່ນອກອິດສະຣາເອນອີກດ້ວຍ. ດ້ວຍເຫດນີ້, ເຮົາຈິ່ງແມ່ນພຣະຜູ້ເປັນເຈົ້າຂອງສັບພະສິ່ງທັງປວງ. ເຮົາພຽງແຕ່ໃຊ້ອິດສະຣາເອນເປັນຈຸດເລີ່ມຕົ້ນສຳລັບພາລະກິດຂອງເຮົາເທົ່ານັ້ນ, ໃຊ້ແຂວງຢູດາຍ ແລະ ກາລີລີເປັນຖານທີ່ໝັ້ນທີ່ເຮົາຈະນຳເອົາຍຸກທັງໝົດນີ້ໄປສູ່ຈຸດສິ້ນສຸດ. ເຮົາໄດ້ດຳເນີນພາລະກິດສອງຂັ້ນຕອນໃນອິດສະຣາເອນ (ພາລະກິດສອງຂັ້ນຕອນເຫຼົ່ານີ້ແມ່ນຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ) ແລະ ເຮົາໄດ້ດຳເນີນພາລະກິດອີກຂັ້ນຕອນ (ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງລາຊະອານາຈັກ) ທົ່ວດິນແດນນອກອິດສະຣາເອນ. ໃນບັນດາຊາດທີ່ບໍ່ແມ່ນຊາວຢິວ, ເຮົາຈະດຳເນີນພາລະກິດແຫ່ງການເອົາຊະນະ ແລະ ດ້ວຍເຫດນັ້ນກໍ່ສິ້ນສຸດຍຸກ. ຖ້າມະນຸດຍັງເອີ້ນເຮົາວ່າພຣະເຢຊູຄຣິດ ແຕ່ບໍ່ຮູ້ວ່າເຮົາໄດ້ເລີ່ມຍຸກໃໝ່ແລ້ວໃນລະຫວ່າງຍຸກສຸດທ້າຍນີ້ ແລະ ໄດ້ເລີ່ມພາລະກິດໃໝ່ແລ້ວ ແລະ ຖ້າມະນຸດຍັງສືບຕໍ່ລໍຄອຍການມາເຖິງຂອງພຣະເຢຊູພຣະຜູ້ຊ່ວຍໃຫ້ລອດໂດຍບໍ່ຮູ້ສຶກ, ແລ້ວເຮົາກໍ່ຈະຖືວ່າຄົນແບບນີ້ເປັນຄົນທີ່ບໍ່ເຊື່ອໃນຕົວເຮົາ; ພວກເຂົາແມ່ນຄົນທີ່ບໍ່ຮູ້ຈັກເຮົາ ແລະ ຄວາມເຊື່ອຂອງພວກເຂົາໃນຕົວເຮົາກໍ່ເປັນຄວາມເຊື່ອທີ່ບໍ່ແທ້ຈິງ. ຄົນດັ່ງກ່າວຈະສາມາດເຫັນການມາເຖິງຂອງພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນຈາກສະຫວັນບໍ? ສິ່ງທີ່ພວກເຂົາລໍຄອຍບໍ່ແມ່ນການມາເຖິງຂອງເຮົາ ແຕ່ການມາເຖິງຂອງກະສັດຂອງຄົນຢິວ. ພວກເຂົາບໍ່ໄດ້ປາດຖະໜາໃຫ້ເຮົາທຳລາຍລ້າງໂລກເກົ່າທີ່ບໍ່ບໍລິສຸດນີ້ຂອງເຮົາ ແຕ່ກົງກັນຂ້າມ ພວກເຂົາປາດຖະໜາການກັບມາຄັ້ງທີສອງຂອງພຣະເຢຊູ ເຊິ່ງພວກເຂົາຈະໄດ້ຮັບການໄຖ່ບາບ. ພວກເຂົາລໍຄອຍໃຫ້ພຣະເຢຊູກັບມາໄຖ່ບາບມະນຸດຊາດທັງປວງອີກຄັ້ງຈາກດິນແດນທີ່ສົກກະປົກ ແລະ ບໍ່ຊອບທຳນີ້. ຄົນດັ່ງກ່າວຈະສາມາດກາຍເປັນຄົນທີ່ສໍາເລັດພາລະກິດຂອງເຮົາໃນຍຸກສຸດທ້າຍໄດ້ແນວໃດ? ຄວາມປາດຖະໜາຂອງມະນຸດບໍ່ສາມາດບັນລຸຄວາມປາດຖະໜາຂອງເຮົາ ຫຼື ສຳເລັດຕາມພາລະກິດຂອງເຮົາ ຍ້ອນມະນຸດພຽງແຕ່ຊື່ນຊົມ ຫຼື ສັນລະເສີນພາລະກິດທີ່ເຮົາໄດ້ກະທໍາໃນເມື່ອກ່ອນເທົ່ານັ້ນ ແລະ ບໍ່ຮູ້ວ່າເຮົາແມ່ນພຣະເຈົ້າອົງໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າຈັກເທື່ອ. ມະນຸດພຽງແຕ່ຮູ້ວ່າເຮົາແມ່ນພຣະເຢໂຮວາ ແລະ ພຣະເຢຊູ ແລະ ບໍ່ຮູ້ເລີຍວ່າເຮົາແມ່ນພຣະເຈົ້າແຫ່ງຍຸກສຸດທ້າຍ ຜູ້ທີ່ຈະນຳມະນຸດຊາດໄປສູ່ຈຸດສິ້ນສຸດ. ທັງໝົດທີ່ມະນຸດປາດຖະໜາ ແລະ ຮູ້ຈັກແມ່ນມາຈາກແນວຄວາມຄິດຂອງພວກເຂົາເອງ ແລະ ເປັນພຽງແຕ່ສິ່ງທີ່ມະນຸດສາມາດເຫັນໄດ້ດ້ວຍຕາຂອງພວກເຂົາເອງເທົ່ານັ້ນ. ມັນບໍ່ສອດຄ່ອງກັບພາລະກິດທີ່ເຮົາກະທໍາ, ແຕ່ຂັດແຍ້ງກັບພາລະກິດນັ້ນ. ຖ້າພາລະກິດຂອງເຮົາຖືກດຳເນີນອີງຕາມແນວຄິດຂອງມະນຸດ, ແລ້ວມັນຈະສິ້ນສຸດເມື່ອໃດ? ມະນຸດຈະໄປສູ່ບ່ອນພັກເຊົາໄດ້ເມື່ອໃດ? ແລ້ວເຮົາຈະສາມາດເຂົ້າສູ່ມື້ທີເຈັດ ເຊິ່ງເປັນວັນພັກໄດ້ແນວໃດ? ເຮົາດຳເນີນພາລະກິດຕາມແຜນການຂອງເຮົາ ແລະ ຕາມຈຸດປະສົງຂອງເຮົາ, ບໍ່ແມ່ນຕາມເຈດຕະນາຂອງມະນຸດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ກັບຄືນມາເທິງ “ກ້ອນເມກສີຂາວ”

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ