ເພງຄຣິດສະຕຽນ “ພາລະກິດສາມຂັ້ນຕອນບອກທຸກຢ່າງກ່ຽວກັບການຄຸ້ມຄອງຂອງພຣະເຈົ້າຕໍ່ມະນຸດ”

18 ເດືອນມັງກອນ 2022

ພາລະກິດການຄຸ້ມຄອງມະນຸດຊາດ

ແມ່ນຖືກຈັດແບ່ງອອກເປັນສາມຂັ້ນ

ຕອນເຊິ່ງກໍໝາຍຄວາມວ່າ ພາລະກິດແຫ່ງການໄຖ່ມະນຸດຊາດ

ຖືກແບ່ງອອກເປັນສາມຂັ້ນຕອນ.

ສາມຂັ້ນຕອນນີ້ບໍ່ລວມເຖິງພາລະກິດແຫ່ງການສ້າງໂລກ

ແຕ່ກົງກັນຂ້າມ ພວກມັນແມ່ນ

ພາລະກິດສາມຂັ້ນຕອນຂອງຍຸກແຫ່ງພຣະບັນຍັດ,

ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກ.

ພາລະກິດແຫ່ງການສ້າງໂລກ

ແມ່ນພາລະກິດແຫ່ງການກໍ່ໃຫ້ເກີດບັນດາມວນມະນຸດຊາດ.

ມັນບໍ່ແມ່ນພາລະກິດແຫ່ງການໄຖ່ມະນຸດຊາດ

ແລະ ບໍ່ມີສ່ວນພົວພັນກັບພາລະກິດແຫ່ງການໄຖ່ມະນຸດຊາດ,

ບໍ່ມີສ່ວນພົວພັນກັບພາລະກິດແຫ່ງການໄຖ່ມະນຸດຊາດ

ຍ້ອນໃນຕອນທີ່ໂລກຖືກສ້າງຂຶ້ນນັ້ນ

ມະນຸດຊາດຍັງບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ

ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ຕ້ອງມີ

ການປະຕິບັດພາລະກິດແຫ່ງການໄຖ່ມະນຸດຊາດ.

ສາມາດເວົ້າໄດ້ອີກວ່າ ການຄຸ້ມຄອງມະນຸດຂອງພຣະເຈົ້າ

ເລີ່ມຕົ້ນຈາກຜົນຂອງພາລະກິດແຫ່ງການໄຖ່ມະນຸດຊາດ

ແລະ ບໍ່ໄດ້ເກີດມາຈາກພາລະກິດແຫ່ງການສ້າງໂລກ.

ພຽງແຕ່ຫຼັງຈາກທີ່ມະນຸດໄດ້ຮັບອຸປະນິໄສທີ່ເສື່ອມຊາມເທົ່ານັ້ນ

ພາລະກິດແຫ່ງການຄຸ້ມຄອງກໍຈຶ່ງໄດ້ເກີດຂຶ້ນ

ແລະ ດ້ວຍເຫດນັ້ນ ພາລະກິດແຫ່ງການຄຸ້ມຄອງມະນຸດຊາດ

ຈຶ່ງປະກອບມີສາມສ່ວນ

ແທນທີ່ຈະເປັນສີ່ສ່ວນ ຫຼື ສີ່ຍຸກ.

ນີ້ແມ່ນວິທີການກ່າວເຖິງການຄຸ້ມຄອງມະນຸດຂອງພຣະເຈົ້າ

ທີ່ຖືກຕ້ອງວິທີດຽວເທົ່ານັ້ນ.

ເມື່ອຍຸກສຸດທ້າຍເຂົ້າໃກ້ຈຸດສິ້ນສຸດ,

ພາລະກິດແຫ່ງການຄຸ້ມຄອງມະນຸດ

ກໍຈະເຖິງຈຸດສິ້ນສຸດຢ່າງບໍລິບູນ.

ການສິ້ນສຸດຂອງພາລະກິດແຫ່ງການຄຸ້ມຄອງໝາຍຄວາມວ່າ

ພາລະກິດແຫ່ງການໄຖ່ມະນຸດຊາດຈະສຳເລັດລົງຢ່າງສົມບູນ

ແລະ ມະນຸດຊາດໄດ້ມາເຖິງຈຸດສິ້ນສຸດ

ຂອງການເດີນທາງຂອງເຂົາແລ້ວ.

ໃນຖານະທີ່ເປັນສິ່ງທີ່ມີຊີວິດຂອງພຣະເຈົ້າ,

ພວກເຈົ້າຄວນຮັບຮູ້ວ່າ ມະນຸດຖືກສ້າງໂດຍພຣະເຈົ້າ

ແລະ ຄວນຮັບຮູ້ເຖິງແຫຼ່ງກຳເນີດ

ຂອງຄວາມເສື່ອມຊາມຂອງມະນຸດ

ແລະ ຍິ່ງໄປກວ່ານັ້ນ ກໍຄວນຮັບຮູ້ເຖິງ

ຂະບວນການແຫ່ງຄວາມລອດພົ້ນຂອງມະນຸດ.

ພາລະກິດສາມຂັ້ນຕອນແມ່ນ

ເບື້ອງໃນຂອງການຄຸ້ມຄອງມະນຸດຂອງພຣະເຈົ້າ,

ການກໍາເນີດພຣະກິດຕິຄຸນທົ່ວຈັກກະວານ,

ຄວາມລຶກລັບທີ່ຍິ່ງໃຫຍ່ໃນບັນດາມວນມະນຸດຊາດ

ແລະ ຍັງເປັນພື້ນຖານຂອງການເຜີຍແຜ່ຂ່າວປະເສີດ.

ຖ້າເຈົ້າພຽງແຕ່ໃສ່ໃຈກັບຄວາມເຂົ້າໃຈຄວາມຈິງເລັກນ້ອຍ

ທີ່ກ່ຽວຂ້ອງກັບຊີວິດຂອງເຈົ້າ

ແລະ ບໍ່ຮູ້ກ່ຽວກັບສິ່ງນີ້, ບັນດາຄວາມລຶກລັບ

ແລະ ນິມິດທີ່ຍິ່ງໃຫຍ່ທີ່ສຸດ

ແລ້ວຊີວິດຂອງເຈົ້າຈະບໍ່ຄືກັບຜົນຜະລິດທີ່ບໍ່ສົມບູນບໍ

ເຊິ່ງບໍ່ມີຫຍັງດີເລີຍ ນອກຈາກໄດ້ແຕ່ເບິ່ງ?

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ