ຕົ້ນກຳເນີດ ແລະ ການພັດທະນາຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ

25 ເດືອນມັງກອນ 2019

ໃນຍຸກແຫ່ງພຣະຄຸນ ພຣະເຍຊູເຄີຍສັນຍາກັບຜູ້ຕິດຕາມພຣະອົງວ່າ “ແລະ ເມື່ອເຮົາໄປຈັດຕຽມສະຖານທີ່ໄວ້ໃຫ້ພວກທ່ານແລ້ວ ເຮົາຈະກັບຄືນມາອີກ ແລະ ຮັບເອົາພວກທ່ານໄປບ່ອນເຮົາຢູ່. ດ້ວຍວ່າເຮົາຢູ່ບ່ອນໃດ ບ່ອນນັ້ນກໍຈະມີພວກທ່ານຢູ່ເຊັ່ນກັນ(ໂຢຮັນ 14:3). ນອກນັ້ນ ພຣະອົງຍັງທຳນວາຍໄວ້ວ່າ “ດ້ວຍວ່າ ຟ້າແມບເຫຼື້ອມຈາກທິດຕາເວັນອອກ ຍັງເຫຼື້ອມໄປເຖິງທິດຕາເວັນຕົກ, ການສະເດັດມາຂອງບຸດມະນຸດກໍຈະເປັນດັ່ງນັ້ນ(ມັດທາຍ 24:27). ໃນຍຸກສຸດທ້າຍ, ຕາມທີ່ພຣະອົງໄດ້ສັນຍາ ແລະ ທຳນວາຍໄວ້ກ່ອນ, ພຣະເຈົ້າໄດ້ກາຍເປັນເນື້ອໜັງ ແລະ ກັບຄືນມາສູ່ພາກຕະເວັນອອກຂອງໂລກອີກຄັ້ງ ນັ້ນກໍຄືປະເທດຈີນ ເພື່ອເຮັດພາລະກິດພິພາກສາ, ລົງໂທດ, ການເຮັດໃຫ້ບໍລິສຸດແລະ ການລອດພົ້ນ ໂດຍໃຊ້ພຣະທໍາ ທີ່ອີງໃສ່ພາລະກິດການໄຖ່ບາບຂອງພຣະເຍຊູເຈົ້າ. ໃນເລື່ອງນີ້ ຄຳທຳນວາຍຂອງພຣະຄຳພີທີ່ວ່າ “ການພິພາກສາເລີ້ມຕົ້ນທີ່ຄົວເຮືອນຂອງພຣະເຈົ້າ” ແລະ “ຄົນໃດມີຫູ ຄົນນັ້ນຈົ່ງຟັງສິ່ງທີ່ພຣະວິນຍານກ່າວຕໍ່ຄຣິສຕະຈັກທັງຫຼາຍ(ພຣະນິມິດ 2:7). ໄດ້ບັນລຸຜົນແລ້ວເຊັ່ນກັນ. ພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍໄດ້ສິ້ນສຸດຍຸກແຫ່ງພຣະຄຸນ ແລະ ກ້າວເຂົ້າສູ່ຍຸກແຫ່ງອານາຈັກ. ຂະນະທີ່ຂ່າວປະເສີດຂອງອານາຈັກແຫ່ງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ເຜີຍແຜ່ໄປຢ່າງວ່ອງໄວໃນປະເທດຈີນແຜ່ນດິນໃຫຍ່ນັ້ນ ຄົນຈາກທຸກສາດສະໜາ ແລະ ທຸກນິກາຍຜູ້ທີ່ຮັກຄວາມຈິງ ແລະ ປາຖະໜາໃຫ້ພຣະເຈົ້າປາກົດມາ ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຮັບຮູ້ວ່າພວກມັນເປັນຄວາມຈິງ, ເປັນສຽງຂອງພຣະເຈົ້າ. ພວກເຂົາແນ່ໃຈວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນອົງພຣະເຢຊູເຈົ້າຜູ້ກັບຄືນມາ ແລະ ພວກເຂົາຍອມຮັບພຣະເຈົ້າອົງລົງລິດທານຸພາບສູງສຸດເທື່ອລະຄົນ. ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດກໍປາກົດຂຶ້ນ. ຕາມທີ່ພິສູດໃຫ້ເຫັນໂດຍຂໍ້ເທັດຈິງ, ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ປາກົດຕົວຂຶ້ນທັງໝົດຍ້ອນຜົນມາຈາກການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ບໍ່ແມ່ນມະນຸດຄົນໃດເປັນຜູ້ສ້າງຂຶ້ນ. ນີ້ເປັນຍ້ອນວ່າບຸກຄົນທີ່ຖືກເລືອກໃນຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ອະທິຖານໃນພຣະນາມຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ໄດ້ປະຕິບັດຕາມພາລະກິດຂອງພຣະອົງ ແລະ ຍອມຮັບເອົາຄວາມຈິງທຸກປະການທີ່ພຣະອົງໄດ້ສັ່ງສອນ. ສະນັ້ນ ຈະເຫັນໄດ້ຢ່າງຈະແຈ້ງວ່າຜູ້ຄົນທີ່ຖືກເລືອກເຫຼົ່ານີ້ແທນທີ່ຈະເຊື່ອໃນມະນຸດ ພວກເຂົາໄດ້ເຊື່ອໃນພຣະຄຣິດຜູ້ທີ່ມາບັງເກີດເປັນມະນຸດໃນຍຸກສຸດທ້າຍ ເຊິ່ງພຣະອົງຄືພຣະເຈົ້າທີ່ແທ້ຈິງຜູ້ທີ່ເປັນພຣະວິນຍານສະຖິດຢູ່ໃນເນື້ອໜັງມະນຸດ. ເບິ່ງພາຍນອກ ພຣະເຈົ້າອົງຊົງລິດທານຸພາບສູງສຸດບໍ່ມີຫຍັງແຕກຕ່າງຈາກບຸດຊາຍຂອງມະນຸດທົ່ວໄປ ແຕ່ພາຍໃນແລ້ວ ພຣະອົງແມ່ນການແປງກາຍຂອງພຣະວິນຍານຂອງພຣະເຈົ້າ ແລະ ນັ້ນຄືຄວາມຈິງ, ຄືຫົນທາງ ແລະ ຄືຊີວິດ. ພາລະກິດ ແລະ ພຣະທໍາຂອງພຣະອົງແມ່ນການສະແດງອອກໂດຍກົງຂອງພຣະວິນຍານຂອງພຣະເຈົ້າ ແລະ ແມ່ນການປາກົດຕົວຂອງພຣະເຈົ້າໃນຮ່າງມະນຸດ. ສະນັ້ນ ພຣະອົງແມ່ນພຣະເຈົ້າທີ່ແທ້ຈິງທີ່ມາບັງເກີດເປັນມະນຸດ.

ໃນປີ 1991, ພຣະເຈົ້າອົງຊົງລິດທານຸພາບສູງສຸດເຊິ່ງນັ້ນກໍຄືພຣະຄຣິດໃນຍຸກສຸດທ້າຍໄດ້ເລີ່ມປະຕິບັດພາລະໜ້າທີ່ຂອງພຣະອົງຢ່າງເປັນທາງການໃນປະເທດຈີນ. ຫລັງຈາກນັ້ນ ພຣະອົງກໍໄດ້ສະແດງພຣະທໍາຫຼາຍລ້ານຄຳ ແລະ ເລີ່ມພາລະກິດພິພາກສາຂອງພຣະລາຊະບັນລັງໃຫຍ່ສີຂາວໃນຍຸກສຸດທ້າຍ. ເໝືອນດັ່ງພຣະທຳພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ກ່າວວ່າ, “ພາລະກິດແຫ່ງການພິພາກສາແມ່ນພາລະກິດຂອງພຣະເຈົ້າເອງ, ສະນັ້ນ ແນ່ນອນມັນຄວນຖືກປະຕິບັດໂດຍພຣະເຈົ້າເອງ, ມະນຸດບໍ່ສາມາດປະຕິບັດແທນພຣະເຈົ້າໄດ້. ເພາະວ່າ ການພິພາກສາແມ່ນການໃຊ້ຄວາມຈິງເພື່ອເອົາຊະນະ, ແນ່ນອນວ່າພຣະເຈົ້າຈະຍັງປາກົດຢູ່ໃນລັກສະນະທີ່ບັງເກີດເປັນມະນຸດເພື່ອປະຕິບັດພາລະກິດດັ່ງກ່າວນີ້ໃນທ່າມກາງມະນຸດ. ນັ້ນໝາຍຄວາມວ່າ ໃນຍຸກສຸດທ້າຍ ພຣະຄຣິດຈະໃຊ້ຄວາມຈິງເພື່ອສອນມະນຸດໃນທົ່ວໂລກ ແລະ ເຮັດໃຫ້ພວກເຂົາຮູ້ຄວາມຈິງທັງໝົດ. ນີ້ແມ່ນພາລະກິດແຫ່ງການພິພາກສາຂອງພຣະເຈົ້າ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ). “ພຣະເຈົ້າດຳເນີນພາລະກິດແຫ່ງພຣະທໍາໃນຍຸກສຸດທ້າຍ ແລະ ພຣະທໍາດັ່ງກ່າວແມ່ນມາຈາກພຣະວິນຍານບໍລິສຸດ, ເພາະວ່າພຣະເຈົ້າຄືພຣະວິນຍານບໍລິສຸດ ແລະ ຍັງສາມາດເປັນເນື້ອໜັງອີກ; ສະນັ້ນ ພຣະທໍາຂອງພຣະວິນຍານບໍລິສຸດທີ່ໄດ້ກ່າວໄວ້ໃນອະດີດຜ່ານມາ ກໍຄືພຣະທໍາຂອງພຣະເຈົ້າທີ່ບັງເກີດເປັນມະນຸດໃນປັດຈຸບັນ... ເພື່ອທີ່ພຣະເຈົ້າຈະກ່າວພຣະຄຳເພື່ອດຳເນີນພາລະກິດ, ພຣະອົງຕ້ອງກາຍເປັນເນື້ອໜັງ; ບໍ່ດັ່ງນັ້ນ ພາລະກິດຂອງພຣະອົງກໍຈະບໍ່ສາມາດບັນລຸເປົ້າໝາຍໄດ້(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມະນຸດທີ່ຈໍາກັດພຣະເຈົ້າໃນແນວຄິດຂອງເຂົາຈະສາມາດຮັບການເປີດເຜີຍຂອງພຣະອົງໄດ້ແນວໃດ?). ເນື່ອງຈາກການປາກົດຕົວ ແລະ ຄຳກ່າວຂໍ້ພຣະທໍາຂອງພຣະຄຣິດໃນຍຸກສຸດທ້າຍ, ຈຶ່ງມີຜູ້ຄົນທີ່ຕ້ອງການສະແຫວງຫາຄວາມຈິງໄດ້ຮັບການເອົາຊະນະໃຈ ແລະ ການເຮັດໃຫ້ບໍລິສຸດໂດຍພຣະທໍາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຫຼາຍເພິ່ມຂຶ້ນ ແລະ ໄດ້ເຫັນ ໃນການພິພາກສາ, ການລົງໂທດຂອງພຣະເຈົ້າ, ການປາກົດຕົວຂອງພຣະເຈົ້າ ແລະ ການກັບຄືນມາຂອງຜູ້ໄຖ່ບາບ.

ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເກີດຂຶ້ນກໍເນື່ອງຈາກການປາກົດຕົວ ແລະ ດ້ວຍພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບ, ສູງສຸດດ້ວຍການກັບຄືນມາຂອງພຣະເຍຊູເຈົ້າ, ດ້ວຍພຣະຄຣິດແຫ່ງຍຸກສຸດທ້າຍ ແລະ ພ້ອມນີ້ກໍດ້ວຍພາຍໃຕ້ການພິພາກສາ ແລະ ການລົງໂທດທີ່ເປັນທໍາຂອງພຣະອົງ. ຄຣິສຕະຈັກປະກອບມີຜູ້ຄົນເຫຼົ່ານັ້ນທີ່ຍອມຮັບຢ່າງຈິງໃຈໃນພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ໄດ້ຮັບການເອົາຊະນະ ແລະ ການຊ່ວຍໃຫ້ລອດພົ້ນໂດຍພຣະທໍາຂອງພຣະເຈົ້າ. ຄຣິສຕະຈັກດັ່ງກ່າວແມ່ນໄດ້ຮັບການສ້າງຕັ້ງຂຶ້ນໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນການສ່ວນຕົວ, ນຳພາ ແລະ ຊີ້ນຳໂດຍຕົວພຣະອົງເອງ ແລະ ບໍ່ແມ່ນມະນຸດຄົນໃດເປັນຜູ້ສ້າງມັນຂຶ້ນມາ. ນີ້ແມ່ນຄວາມຈິງທີ່ຮັບຮູ້ໂດຍຜູ້ຄົນທີ່ໄດ້ຮັບເລືອກທັງໝົດໃນຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ບຸກຄົນໃດກໍຕາມທີ່ຖືກໃຊ້ໂດຍພຣະເຈົ້າຜູ້ບັງເກີດເປັນມະນຸດແມ່ນຖືກກຳນົດຊີວິດໄວ້ລ່ວງໜ້າໂດຍພຣະເຈົ້າ ແລະ ໄດ້ຮັບການແຕ່ງຕັ້ງ ແລະ ການປະຈັກພະຍານໂດຍຕົວພຣະເຈົ້າເອງ, ເໝືອນດັ່ງພຣະເຍຊູໄດ້ເລືອກ ແລະ ແຕ່ງຕັ້ງສາວົກທັງສິບສອງຄົນໂດຍຕົວພຣະອົງເອງ. ຜູ້ທີ່ຖືກໃຊ້ໂດຍພຣະເຈົ້າພຽງແຕ່ເປັນຜູ້ຮ່ວມມືກັບພາລະກິດຂອງພຣະອົງເທົ່ານັ້ນ ແລະ ບໍ່ເຄີຍສາມາດປະຕິບັດພາລະກິດຂອງພຣະອົງແທນພຣະອົງໄດ້. ຍ້ອນວ່າມະນຸດຊາດທີ່ເສື່ອມຊາມປາສະຈາກຄວາມຈິງ ແລະ ບໍ່ມີວັນສາມາດກ່າວຄວາມຈິງໄດ້, ແຮງໄກທີ່ຈະກໍ່ຕັ້ງຄຣິສຕະຈັກໜຶ່ງຂຶ້ນມາ, ຄຣິສຕະຈັກບໍ່ແມ່ນຖືກສ້າງຕັ້ງຂຶ້ນໂດຍບຸກຄົນທີ່ຖືກໃຊ້ໂດຍພຣະເຈົ້າ ຫຼື ບຸກຄົນທີ່ພຣະເຈົ້າເລືອກ ຫຼື ຜູ້ຄົນທີ່ເຊື່ອ ແລະ ຕິດຕາມບຸກຄົນທີ່ພຣະເຈົ້າເລືອກ. ຄຣິສຕະຈັກຕ່າງໆໃນຍຸກແຫ່ງພຣະຄຸນບໍ່ໄດ້ຖືກສ້າງຂຶ້ນໂດຍ ໂປໂລ ແລະ ອັກຄະສາວົກຄົນອື່ນໆ, ແຕ່ແມ່ນຜົນງານຂອງພາລະກິດຂອງພຣະເຍຊູເຈົ້າ ແລະ ໄດ້ຖືກສ້າງຂຶ້ນໂດຍພຣະເຍຊູເຈົ້າເອງ. ເຊັ່ນດຽວກັນ ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍບໍ່ໄດ້ຖືກສ້າງຕັ້ງຂຶ້ນໂດຍມະນຸດຜູ້ທີ່ຮັບໃຊ້ພຣະເຈົ້າ ແຕ່ແມ່ນຜົນງານຂອງພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ມະນຸດຜູ້ທີ່ຮັບໃຊ້ພຣະເຈົ້າແມ່ນພຽງແຕ່ເປັນນໍ້າ, ເປັນເຄື່ອງຮັບໃຊ້ ແລະ ນຳພາຄຣິສຕະຈັກຕ່າງໆໂດຍປະຕິບັດໜ້າທີ່ຂອງມະນຸດເທົ່ານັ້ນ. ເຖິງແມ່ນວ່າຜູ້ຄົນທີ່ພຣະເຈົ້າເລືອກຈະໄດ້ຮັບການນຳພາ, ຫົດສົງ ແລະ ສະໜອງເຄື່ອງຮັບໃຊ້ໂດຍມະນຸດຜູ້ທີ່ຮັບໃຊ້ພຣະເຈົ້າກໍຕາມ, ແຕ່ພວກເຂົາບໍ່ເຊື່ອ ແລະ ບໍ່ຕິດຕາມໃຜນອກຈາກພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຍອມຮັບ ເຊື່ອຟັງພຣະທໍາ ແລະ ພາລະກິດຂອງພຣະອົງເທົ່ານັ້ນ. ນີ້ແມ່ນຄວາມຈິງທີ່ບໍ່ມີໃຜສາມາດປະຕິເສດໄດ້. ເນື່ອງຈາກການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມານຸດໃນຍຸກສຸດທ້າຍ, ຫຼາຍຄົນທີ່ເຊື່ອໃນພຣະຜູ້ເປັນເຈົ້າຢ່າງແທ້ຈິງໃນສາສະໜາຕ່າງໆສຸດທ້າຍກໍໄດ້ຍິນສຽງຂອງພຣະເຈົ້າ, ໄດ້ເຫັນວ່າພຣະເຍຊູເຈົ້າໄດ້ສະເດັດມາແລ້ວ ແລະ ໄດ້ດຳເນີນພາລະກິດພິພາກສາເຊິ່ງເລີ່ມດ້ວຍເຮືອນຂອງພຣະເຈົ້າ ແລະ ພວກເຂົາທຸກຄົນໄດ້ຢືນຢັນວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນພຣະເຍຊູທີ່ສະເດັດກັບມາ ແລະ ດ້ວຍເຫດນີ້ ພວກເຂົາຈຶ່ງໄດ້ຍອມຮັບເອົາພາລະກິດຂອງພຣະອົງໃນຍຸກສຸດທ້າຍນີ້. ທຸກຄົນເຫຼົ່ານັ້ນທີ່ຖືກເອົາຊະນະໃຈໂດຍພຣະທໍາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກາຍເປັນຜູ້ຈົງຮັກພັກດີຕໍ່ພຣະອົງແລະບຸກຄົນທີ່ຖືກເລືອກທັງໝົດຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຈຶ່ງອະທິຖານເຖິງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ປະຕິບັດຕາມ, ເຊື່ອຟັງ ແລະ ບູຊາພຣະອົງ. ຜູ້ຄົນທີ່ຖືກເລືອກໃນປະເທດຈີນແມ່ນຜູ້ທຳອິດທີ່ຕ້ອງສຳຜັດກັບພາລະກິດພິພາກສາ ແລະ ການລົງໂທດຂອງພຣະເຈົ້າ, ເພື່ອເຂົ້າໃຈອຸປະນິໄສອັນທ່ຽງແທ້ຂອງພຣະອົງ ແລະ ເພື່ອເຫັນຄວາມສະຫງ່າລາສີ ແລະ ຄວາມຮ້າຍກາດຂອງພຣະອົງ. ສະນັ້ນ, ພວກເຂົາໄດ້ຖືກເອົາຊະນະໃຈຢ່າງສົມບູນຈາກພຣະທໍາຂອງພຣະເຈົ້າ ແລະ ໄດ້ກົ້ມຂາບລົງຕໍ່ໜ້າພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ເຕັມໃຈເຊື່ອຟັງ ແລະ ຍອມຮັບຄຳພິພາກສາ ແລະ ການລົງໂທດຂອງພຣະທໍາຂອງພຣະເຈົ້າ. ພວກເຂົາໄດ້ເປັນທຸກກັບໃຈ ແລະ ປ່ຽນແປງແທ້ໆ ແລະ ດ້ວຍເຫດນັ້ນ ພວກເຂົາຈິ່ງໄດ້ຮັບການໄຖ່ບາບຈາກພຣະເຈົ້າ.

ຍ້ອນວ່າພຣະທໍາທີ່ສະແດງໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດເປີດເຜີຍຄວາມລຶກລັບຂອງແຜນການຂອງພຣະເຈົ້າໃນການຊ່ວຍໃຫ້ມະນຸດລອດພົ້ນ, ຜູ້ຄົນທີ່ພຣະເຈົ້າເລືອກຈຶ່ງເປີດເຜີຍພຣະທໍາຂອງພຣະເຈົ້າ, ຈຶ່ງໄດ້ເຂົ້າໃຈວ່າພຣະເຈົ້າມີພຣະນາມໃໝ່ໃນແຕ່ລະຍຸກ ແລະ ພຣະນາມໃໝ່ຂອງພຣະອົງເປັນສັນຍາລັກສະແດງວ່າພຣະອົງກຳລັງດຳເນີນພາລະກິດໃໝ່ ແລະ ນອກຈາກນັ້ນ, ພຣະເຈົ້າກຳລັງສິ້ນສຸດຍຸກເກົ່າ ແລະ ກ້າວເຂົ້າສູ່ຍຸກໃໝ່. ຄວາມໝາຍຂອງການຮັບເອົາພຣະນາມໃໝ່ຂອງພຣະເຈົ້າໃນແຕ່ລະຍຸກແມ່ນຍິ່ງໃຫຍ່ ແລະ ເລິກເຊິ່ງທີ່ສຸດ! ພາຍໃນພຣະນາມນັ້ນປະກອບມີຄວາມສຳຄັນຂອງພາລະກິດຂອງພຣະເຈົ້າ. ພຣະເຈົ້າໃຊ້ພຣະນາຂອງພຣະອົງເພື່ອປ່ຽນຍຸກ ແລະ ເພື່ອເປັນຕົວແທນພາລະກິດຂອງພຣະອົງໃນຍຸກນັ້ນ ລວມທັງອຸປະນິໄສທີ່ພຣະອົງສະແດງອອກໃນຍຸກນັ້ນ. ໃນຍຸກແຫ່ງພຣະບັນຍັດ ພຣະອົງໃຊ້ພຣະນາມພຣະເຢໂຮວາເພື່ອອອກກົດເກນ ແລະ ພຣະບັນຍັດຕ່າງໆ ແລະ ນຳພາຊີວິດຂອງມະນຸດໃນໂລກນີ້. ຊື່ເຢໂຮວາເປັນຕົວແທນອຸປະນິໄສຂອງພຣະເຈົ້າເຊິ່ງສະຫງ່າຜ່າເຜີຍ ແລະ ໂກດຮ້າຍ ແລະ ນັ້ນສາມາດນຳເອົາທັງເມດຕາມາສູ່ມະນຸດ ແລະ ການສາບແຊ່ງມາສູ່ມະນຸດ. ໃນຍຸກແຫ່ງພຣະຄຸນ ພຣະອົງໃຊ້ພຣະນາມພຣະເຍຊູເພື່ອປະຕິບັດພາລະກິດໄຖ່ບາບໃຫ້ມະນຸດ ແລະ ເພື່ອສະແດງອຸປະນິໄສແຫ່ງຄວາມເມດຕາ ແລະ ຄວາມຮັກເມດຕາຂອງພຣະອົງ. ສໍາລັບໃນຍຸກແຫ່ງອານາຈັກ, ພຣະອົງໄດ້ໃຊ້ພຣະນາມພຣະເຈົ້າອົງຊົງລິດທານຸພາບສູງສຸດເພື່ອດຳເນີນພາລະກິດພິພາກສາ ໂດຍລີເລີ່ມກັບຄຣິສຕະຈັກຂອງພຣະເຈົ້າເອງເພື່ອຊຳລະລ້າງມະນຸດໃຫ້ບໍລິສຸດ, ປ່ຽນແປງມະນຸດ ແລະ ຊ່ວຍໃຫ້ມະນຸດລອດພົ້ນ ແລະ ເພື່ອສະແດງອຸປະນິໄສອນຊອບທຳ ແລະ ສະຫງ່າຜ່າເຜີຍຂອງພຣະອົງທີ່ບໍ່ອົດທົນຕໍ່ການເຮັດຜິດໂດຍມະນຸດ ພຣະນາມໃໝ່ຂອງພຣະອົງບໍ່ແມ່ນສິ່ງທີ່ມະນຸດຈະເອີ້ນພຣະອົງແບບໃດກໍໄດ້, ແຕ່ເປັນພຣະນາມທີ່ຖືກແຕ່ງຕັ້ງໂດຍພຣະເຈົ້າເອງ ຍ້ອນຄວາມຈຳເປັນຂອງພາລະກິດຂອງພຣະອົງ. ພຣະນາມຂອງພຣະເຈົ້າທີ່ໃຊ້ໃນພາລະກິດແຕ່ລະຍຸກມີຮາກເຫງົ້າຂອງມັນໃນພຣະຄຳພີ ແລະ ພຣະນາມທີ່ພຣະເຍຊູເຈົ້າໄດ້ຮັບເອົາໃນເວລາພຣະອົງສະເດັດກັບມາໃນຍຸກສຸດທ້າຍໄດ້ຖືກທຳນວາຍໄວ້ແຕ່ດົນນານໃນພຣະຄໍາພີພຣະນິມິດໃນພຣະຄຳພີ: “ຜູ້ໃດທີ່ໄດ້ຮັບໄຊຊະນະ ເຮົາຈະເຮັດໃຫ້ຜູ້ນັ້ນເປັນຫຼັກເສົາໃນພຣະວິຫານຂອງພຣະເຈົ້າຂອງເຮົາ ແລະ ຄົນນັ້ນຈະບໍ່ອອກໄປນອກພຣະວິຫານອີກຕໍ່ໄປ ເຮົາຈະຂຽນພຣະນາມຂອງພຣະເຈົ້າຂອງເຮົາໃສ່ຄົນນັ້ນ ແລະ ພ້ອມດ້ວຍຊື່ນະຄອນຂອງພຣະເຈົ້າຂອງເຮົາ ນັ້ນກໍຄືນະຄອນເຢຣູຊາເລັມໃໝ່ ທີ່ລົງມາຈາກສະຫວັນແຫ່ງພຣະເຈົ້າຂອງເຮົາ ແລະ ເຮົາຈະຂຽນຊື່ໃໝ່ຂອງເຮົາໃສ່ບຸກຄົນນັ້ນ(ພຣະນິມິດ 3:12). “ພຣະຜູ້ເປັນເຈົ້າ ກ່າວວ່າ, ເຮົາຄືອາຟາ ແລະ ໂອເມກາ, ເຮົາຄືການເລີ່ມຕົ້ນ ແລະ ການສິ້ນສຸດ, ເຮົາຄືປັດຈຸບັນ, ອະດີດ ແລະ ອະນາຄົດ ນັນກໍຄື ອົງຊົງລິດທານຸພາບສູງສຸດ(ພຣະນິມິດ 1:8). “ແລະ ເຮົາໄດ້ຍິນຄືກັບສຽງຄົນໂຮ່ຮ້ອງເປັນຈຳນວນຫຼວງຫຼາຍ, ຄືດັ່ງສຽງສາຍນ້ຳໄຫຼຢ່າງແຮງ ແລະ ຄືດັ່ງສຽງຟ້າຮ້ອງສະທ້ານຟ້າວ່າ: ອາເລລູຢາ! ພຣະຜູ້ເປັນເຈົ້າອົງຊົງລິດທານຸພາບສູງສຸດໄດ້ຂຶ້ນຄອງລາຊະບັນລັງແລ້ວ(ພຣະນິມິດ 19:6). ພຣະນາມຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກອານາຈັກແມ່ນເປັນໄປຕາມຄຳທຳນວາຍທີ່ຂຽນໄວ້ໃນພຣະຄໍາພີພຣະນິມິດຢ່າງຖືກຕ້ອງ. ພຣະເຈົ້າແມ່ນພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະອົງສ້າງ ແລະ ປົກຄອງສັບພະສິ່ງທັງປວງ ແລະ ພຣະອົງແມ່ນພຣະເຈົ້າອົງທຳອິດ ແລະ ອົງສຸດທ້າຍ; ເ ໃນຍຸກສຸດທ້າຍ, ພຣະເຈົ້າໃຊ້ພຣະນາມພຣະເຈົ້າອົງຊົງລິດທານຸພາບສູງສຸດເພື່ອສະແດງຄວາມຈິງ ແລະ ເພື່ອປະຕິບັດພາລະກິດແຫ່ງການພິພາກສາເຊິ່ງເລີ່ມດ້ວຍເຮືອນຂອງພຣະເຈົ້າ. ສະນັ້ນ, ຜູ້ຄົນຈຶ່ງເອີ້ນພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຍັງເອີ້ນພຣະຄຣິດຜູ້ບັງເກີດເປັນມານຸດເປັນພຣະເຈົ້າທີ່ແທ້ຈິງ ແລະ ດ້ວຍເຫດດັ່ງກ່າວນັ້ນ ຊື່ຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດກໍຖືກຕັ້ງຂຶ້ນ.

ເມື່ອຂ່າວປະເສີດຂອງອານາຈັກໄດ້ເຜີຍແຜ່ໃນປະເທດຈີນແຜ່ນດິນໃຫຍ່, ພຣະເຈົ້າໄດ້ຟື້ນຟູພາລະກິດຂອງພຣະວິນຍານໃນທົ່ວໂລກ ແລະ ໄດ້ເນັ້ນພາລະກິດໃສ່ກຸ່ມຜູ້ຄົນທີ່ໄດ້ຮັບເອົາພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ເນັ້ນໃສ່ຜູ້ຄົນທີ່ໄດ້ຖືກກຳນົດຊີວິດ ແລະ ຜູ້ຄົນທີ່ຖືກເລືອກໂດຍພຣະເຈົ້າ ແລະ ຜູ້ຄົນທີ່ຊອກຫາຫົນທາງທີ່ແທ້ຈິງຢ່າງຈິງໃຈ. ເນື່ອງຈາກວ່າພາລະກິດຂອງພຣະວິນຍານບໍລິສຸດຖືກເຄື່ອນຍ້າຍ, ສາສະໜາຕ່າງໆໄດ້ສູນເສຍພາລະກິດຂອງພຣະວິນຍານບໍລິສຸດໄປໝົດ ແລະ ກາຍເປັນດິນແດນທີ່ຫວ່າງເປົ່າ, ເຊິ່ງເຮັດໃຫ້ຜູ້ຄົນບໍ່ມີທາງເລືອກ ຈຶ່ງຈໍາເປັນຕ້ອງໄດ້ສະແຫວງຫາຫົນທາງທີ່ແທ້ຈິງ. ນີ້ແມ່ນເປັນໄປຕາມຄຳທຳນວາຍທີ່ຂຽນໄວ້ໃນພຣະຄໍາພີຢ່າງຖືກຕ້ອງ, “ຈົ່ງເບິ່ງ, ເມື່ອມື້ນັ້ນມາເຖິງ... ເຮົາຈະສົ່ງຄວາມອຶດຢາກມາຍັງແຜ່ນດິນໂລກ, ບໍ່ແມ່ນຄວາມອຶດຢາກເຂົ້າຈີ່ ຫຼື ອຶດຢາກນ້ຳ, ແຕ່ເປັນຄວາມອຶດຫິວພຣະທໍາຂອງພຣະເຢໂຮວາ(ອາໂມດ 8:11). ອີງຕາມການຊີ້ນຳຂອງພຣະວິນຍານບໍລິສຸດ ພວກທີ່ຢູ່ໃນສາສະໜາຕ່າງໆທີ່ສະແຫວງຫາຄວາມຈິງ ແລະ ເຊື່ອໃນພຣະເຈົ້າຢ່າງແທ້ຈິງໄດ້ຂ້າມຜ່ານຂໍ້ຫ້າມ ແລະ ການກີດຂວາງຈາກກຸ່ມທີ່ຕໍ່ຕ້ານ ພຣະຄຣິດ ແລະ ຜູ້ຮັບໃຊ້ທີ່ຊົ່ວຮ້າຍ ແລະ ໃນທີ່ສຸດພວກເຂົາຈຶ່ງໄດ້ຍິນ ແລະ ຮັບຮູ້ສຽງຂອງພຣະເຈົ້າ ແລະ ມີຫຼາຍຄົນໄດ້ກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າເພິ່ມຂຶ້ນ. ຢູ່ທຸກບ່ອນໄດ້ເກີດມີພາບເຫດການທີ່ທຸກສາສະໜາໄດ້ລວມຕົວກັນເປັນໜຶ່ງ ແລະ ທຸກເຊື້ອຊາດຫຼັ່ງໄຫຼໄປສູ່ພູເຂົາແຫ່ງນີ້. ໃນຂະນະທີ່ຜູ້ຄົນຈາກສາສະໜາຕ່າງໆເຫຼົ່ານັ້ນ ຜູ້ທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງໄດ້ກັບມາເປັນຈຳນວນຫຼວງຫຼາຍ, ສາສະໜາສ່ວນໃຫຍ່ແມ່ນໄດ້ພັງທະລາຍໄປດົນນານແລ້ວ ແລະ ພຽງເຫຼືອແຕ່ຊື່ເທົ່ານັ້ນ. ໃຜຈະສາມາດຢຸດຮ່ອງຮອຍພາລະກິດຂອງພຣະເຈົ້າໄດ້? ໃຜຈະສາມາດຂັດຂວາງຜູ້ຄົນທີ່ພຣະເຈົ້າເລືອກບໍ່ໃຫ້ກັບມາຫາພຣະເຈົ້າໄດ້? ເໝືອນກັບວ່າຊຸມຊົນທາງສາສະໜາທັງໝົດໄດ້ຖືກຈັດການປ່ຽນແປງ. ການຫຼັ່ງໄຫຼກັບມາເໝືອນຄື້ນທະເລທີ່ພຸ່ງຂຶ້ນຢ່າງຮຸນແຮງເຊິ່ງບໍ່ມີພະລັງໃດທີ່ຈະສາມາດຢຸດຢັ້ງພາລະກິດຂອງພຣະເຈົ້າໄດ້! ແນວໃດກໍຕາມ, ລັດຖະບານຂອງພັກຄອມມິວນິດຈີນ (CCP) ໄດ້ຂົ່ມເຫັງທຳຮ້າຍຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງບໍ່ຢຸດຢັ້ງນັບຕັ້ງແຕ່ພຣະເຈົ້າອົງຊົງລິດທານຸພາບສູງສຸດປາກົດຕົວ ແລະ ເລີ່ມຕົ້ນພາລະກິດຂອງພຣະອົງ. ມີການຕາມລ່າພຣະຄຣິດໃນຍຸກສຸດທ້າຍ ແລະ ຜູ້ທີ່ຕິດຕາມພຣະເຈົ້າ ແລະ ຜູ້ເປັນພະຍານຂອງພຣະເຈົ້າ ແລະ ຂົ່ມເຫັງບັນດາຜູ້ທີ່ຖືກເລືອກຂອງພຣະເຈົ້າຢ່າງໂຫດຮ້າຍ, ໂດຍພະຍາຍາມລົບລ້າງພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ. ໄດ້ມີການຮຽກປະຊຸມສຸກເສີນຫລາຍຄັ້ງ ເພື່ອວາງແຜນທີ່ຈະລົບລ້າງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ໄດ້ມີການເສກສັນປັ້ນແຕ່ງ ແລະ ອອກເອກະສານລັບຫຼາຍຢ່າງ ແລະ ປະຕິບັດວິທີການຕ່າງໆທີ່ບໍ່ເປັນທໍາ ແລະ ຢ່າງໂຫດຮ້າຍເຊັ່ນ: ການຕິດປະກາດໄປທົ່ວທຸກແຫ່ງ, ການອອກໜັງສືແຈ້ງການສູ່ສາທາລະນະ, ການນໍາໃຊ້ໂທລະພາບ, ວິທະຍຸ, ໜັງສືພິມ, ອິນເຕີເນັດ ແລະ ສື່ອື່ນໆ ເພື່ອສ້າງຂ່າວລວງ ໃສ່ຮ້າຍປ້າຍສີ ທຳລາຍຊື່ສຽງຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ; ບັງຄັບປຸກຈິດສຳນຶກຜູ້ຄົນດ້ວຍການສອນທີ່ຊົ່ວຮ້າຍ ແລະ ຫຼອກລວງ ແລະ ດຳເນີນການລ້າງສະໝອງ ແລະ ການຊວນເຊື່ອ. ການສ້າງໃຫ້ມີການນໍາໃຊ້ຄຣີດສະຕະສາດສະໜາເພິ່ງຕົນສາມດ້ານ ເພື່ອກວດກາ ແລະ ຄວບຄຸມ, ການສົ່ງນັກສືບໄປສືບສວນຢ່າງເປີດເຜີຍ ແລະ ສອບຖາມຢ່າງລັບໆ, ນໍາໃຊ້ການຄວບຄຸມລະດັບພື້ນຖານ, ການສັ່ງໃຫ້ເພື່ອນບ້ານສອດແນມເຊິ່ງກັນແລະກັນ ແລະ ຊຸກຍູ້ໃຫ້ປະຊາຊົນຍື່ນລາຍງານໂດຍສັນຍາວ່າຈະໄດ້ຮັບລາງວັນໃຫຍ່ຫຼວງ; ດໍາເນີນການຄົ້ນເຮືອນຂອງປະຊາຊົນໂດຍພະລັກການ, ການກວດຄົ້ນເຮືອນ ແລະ ການຍຶດເອົາຊັບສິນຂອງພວກເຂົາ, ການຂູດຮີດເງິນໂດຍຜ່ານການປັບໄໝ ແລະ ການສົມດຸນຄວາມຮັ່ງມີໂດຍບໍ່ຍຸດຕິທໍາ; ການຈັບກຸມຄົນທີ່ຖືກເລືອກຂອງພຣະເຈົ້າຢ່າງປິດລັບ, ການຈັບກຸມ ແລະ ຄຸມຂັງພວກເຂົາໄວ້ໃນຄ້າຍສໍາມະນາຕາມອຳເພີໃຈ, ການບີບໃຫ້ຍອມຮັບສາລະພາບດ້ວຍການທໍລະມານ, ຮ່າງກາຍ ແລະ ຈິດໃຈຢ່າງຮຸນແຮງ, ການເກັບກ່ຽວອະໄວຍະວະຈາກຄົນທີ່ມີຊີວິດ ແລະ ການຕີໃຫ້ຕາຍເພື່ອການຍົກເວັ້ນໂທດ; ຕະຫຼອດຮອດການໃຊ້ຕຳຫຼວດທີ່ຕິດອາວຸດ ແລະ ກອງກຳລັງປະກອບອາວຸດ ເພື່ອປາບປາມຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ອື່ນໆ. ລັດຖະບານຂອງພັກຄອມມິວນິດຈີນ (CCP) ໄດ້ຈັບກຸມ ແລະ ຂົ່ມເຫັງຊາວຄຣິດສະຕຽນຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງໄຮ້ມະນຸດສະທໍາ ນັ້ນກໍຄືຜູ້ທີ່ຖືກລືອກຈາກພຣະເຈົ້າໃຫ້ພວກເຂົາ ໄດ້ທົນທຸກກັບການປຸ້ນຊິງຊັບສິນ ແລະ ຄວາມທໍລະມານທາງດ້ານຮ່າງກາຍ ແລະ ຈິດໃຈ ແລະ ຄວາມທຸກທໍລະມານຢ່າງໂຫດຮ້າຍ ເຊິ່ງພາໃຫ້ເກີດມີການເສຍຊີວິດຢ່າງຫຼວງຫຼາຍ. ການກະທຳຂອງລັດຖະບານເປັນໜ້າຢ້ານກົວຫຼາຍ. ຕາມທີ່ບັນທຶກໄວ້ ມາຮອດເດືອນພຶດສະພາ 2020 ມີຊາວຄຣິດສະຕຽນຢ່າງຫນ້ອຍໜຶ່ງຮ້ອຍຫົກສິບສີ່ຄົນໄດ້ຖືກລົງໂທດຈົນເສຍຊີວິດ. ຍົກຕົວຢ່າງ: ສີ ຢົງຈຽງ (Xie Yongjiang) (ເພດຊາຍ ອາຍຸ 43 ປີ) ຊາວຄຣິດສະຕຽນໃນບ້ານ ວູກູ (Wugou) ຂອງເມືອງ ສຸຍຊີ (Suixi) ແຂວງ ອານຫຸຍ (Anhui) ໄດ້ຖືກຕໍາຫຼວດທ້ອງຖິ່ນຈັບກຸມໃນຕອນເຊົ້າຂອງວັນທີ 30 ເດືອນເມສາ ປີ 1997 ແລະ ໄດ້ຖືກທາລຸນຢ່າງຮ້າຍແຮງ. ໃນວັນທີ 10 ເດືອນພຶດສະພາ, ເມື່ອຄອບຄົວຂອງ ສີ (Xie) ເຫັນສົບຂອງລາວຢູ່ເຕົາເຜົາສົບ, ລາວມີຮອຍຊໍ້າເປັນສີດໍາ ແລະ ສີມ່ວງໝົດທັງຕົວ ແລະ ເຕັມໄປດ້ວຍເລືອດ ແລະ ໄດ້ຮັບບາດເຈັບ ຢູ່ແຜທີ່ຫົວຂອງລາວ. ທ່ານ ຢີ ໄອຊົງ (Ye Aizhong) (ເພດຊາຍ 42 ປີ), ຊາວຄຣິດສະຕຽນຂອງເມືອງ ສູຢາງ (Shuyang) ແຂວງ ຈຽງຊູ (Jiangsu) ໄດ້ຖືກຕໍາຫຼວດພັກຄອມມິວນິດຈີນ (CCP) ຈັບກຸມໃນວັນທີ 26 ເດືອນມີນາ ປີ 2012 ໃນຂະນະທີ່ກໍາລັງຊື້ສິນຄ້າໃຫ້ກັບຄຣິສຕະຈັກ. ໃນມື້ທີສາມ, ລາວຖືກທຸບຕີຈົນເສຍຊີວິດ. ທ່ານ ຈຽງ ກຸຍຊີ (Jiang Guizhi) ຊາວຄຣິດສະຕຽນໃນບ້ານ ຄີນເງ ( Qinghe) ຂອງເມືອງ ປິນຢູ (Pingyu) ແຂວງ ເຫນ່ານ (Henan) (ເພດຍິງ ອາຍຸ 46 ປີ ເປັນຜູ້ນໍາອາວຸໂສຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ) ໄດ້ຖືກຕໍາຫຼວດພັກຄອມມິວນິດຈີນ (CCP) ຈັບກຸມຢ່າງປິດລັບ ແລະ ຄຸມຂັງໃນວັນທີ 4 ມັງກອນ, 2013 ຢູ່ເມືອງ ຊີນມີ(Xinmi) ແຂວງ ເຫນ່ານ (Henan.) ເຈົ້າຫນ້າທີ່ຕໍາຫຼວດໄດ້ຕັ້ງສານຜິດກົດໝາຍຂຶ້ນມາ ແລະ ໃຊ້ການທໍລະມານເພື່ອໃຫ້ຍອມຮັບສາລະພາບ. ໃນຕອນເຊົ້າຂອງວັນທີ 12 ເດືອນກຸມພາ ຈຽງ (Jiang) ເສຍຊີວິດຍ້ອນຜົນກະທົບທາງດ້ານຮ່າງກາຍທີ່ຖືກຕໍາຫຼວດທໍລະມານ... ນອກຈາກນັ້ນ, ຊາວຄຣິດສະຕຽນຫລາຍພັນຄົນໄດ້ຖືກຕໍາຫຼວດພັກຄອມ ມິວນິດຈີນ (CCP) ຈັບກຸມ ແລະ ຖືກຄຸມຂັງ. ບາງຄົນຖືກສີດຢາ ແລະ ຫຼັງຈາກນັ້ນໄດ້ກາຍເປັນໂຣກສະໝອງເສື່ອມ, ບາງຄົນໄດ້ຮັບບາດເຈັບສາຫັດຈາກການທໍລະມານແລ້ວປ່ອຍປະລະຖີ້ມ ຈົນບໍ່ສາມາດດູແລຕົວເອງໄດ້, ບາງຄົນໄດ້ຖືກຈໍາຄຸກຢູ່ໃນຄ້າຍສໍາມະນາ ແລະ ຫຼັງຈາກການປ່ອຍຕົວ, ພວກເຂົາໄດ້ຖືກຕິດຕາມໂດຍລັດຖະບານຂອງພັກຄອມ ມິວນິດຈີນ (CCP) ແລະ ຖືກກີດກັ້ນສິດເສລີພາບສ່ວນບຸກຄົນຂອງພວກເຂົາ. ອີງຕາມສະຖິຕິໂດຍພໍປະມານ, ໃນສອງປີທີ່ຜ່ານມາຈາກປີ 2011 ຫາປີ 2013, ຄົນທີ່ພຣະເຈົ້າເລືອກ 380,380 ຄົນໄດ້ຖືກຈັບກຸມ ແລະ ຖືກຄຸມຂັງໂດຍລັດຖະບານຂອງພັກຄອມມິວນິດ (CCP) ໃນຈີນແຜ່ນດິນໃຫຍ່. ໃນຈຳນວນຄົນເຫຼົ່ານີ້, 43,640 ຄົນໄດ້ປະສົບກັບການທໍລະມານທຸກຮູບແບບໃນຂະນະທີ່ຖືກສອບສວນທີ່ຜິດກົດໝາຍ, 111,740 ຄົນຖືກໃສ່ຂໍ້ຫາຕ່າງໆ ແລະ ພວກເຂົາໄດ້ຖືກປັບໃໝ ແລະ ຖືກຮີດໄຖເງິນຫຼາຍກວ່າ 243,613,000 ຢວນ; 35,330 ຄົນໄດ້ຖືກຄົ້ນເຮືອນ ແລະ ຢ່າງນ້ອຍ ຊັບສິນມູນຄ່າ 1,000,000,000 ຢວນ (ລວມທັງຊັບສິນອຸປະຖຳໃຫ້ກັບຄຣິສຕະຈັກ ແລະ ຊັບສິນສ່ວນບຸກຄົນ) ຖືກຢືດໂດຍໃຊ້ກຳລັງ ແລະ ບໍ່ມີເຫດຜົນຫຍັງ ຈາກຫນ່ວຍງານປ້ອງກັນຄວາມສະຫງົບ ແລະ ຈາກຜູ້ຢູ່ໃຕ້ບັງຄັບບັນຊາຂອງພວກເຂົາ ຫຼື ຖືກຍັກຍອກໂດຍເຈົ້າຫນ້າທີ່ຕໍາຫຼວດ. ເມື່ອເວົ້າເຖິງການຈັບກຸມຂອງລັດຖະບານ ແລະ ການຂົ່ມເຫັງຊາວຄຣິດສະຕຽນຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຂອງພັກຄອມມິວນິດຈີນ (CCP), ເຫຼົ່ານີ້ແມ່ນສະຖິຕິພໍປະມານ ແລະ ເມື່ອເວົ້າເຖິງຊາວຄຣິດສະຕຽນທັງໝົດຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ນີ້ເປັນພຽງການເລິ່ມຕົ້ນ ໃນຄວາມເປັນຈິງ, ນັບຕັ້ງແຕ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ເລີ່ມຕົ້ນພາລະກິດຂອງພຣະອົງ, ຊາວຄຣິດສະຕຽນຈໍານວນຫລວງຫລາຍແຫ່ງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ຖືກຈັບກຸມ, ຖືກຂົ່ມເຫັງ, ຂົ່ມຂູ່ ຫຼື ຕິດຕາມໂດຍລັດຖະບານຂອງພັກຄອມມິວ ນິດຈີນ (CCP). ພວກເຂົາໄດ້ນໍາໃຊ້ທຸກວິທີທາງຢ່າງໂຫດຮ້າຍປາເຖື່ອນ ເພື່ອສະກັດກັ້ນຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ປ່ຽນຈີນແຜ່ນດິນໃຫຍ່ໄປສູ່ໂລກແຫ່ງຄວາມຢ້ານກົວ. ນອກຈາກນັ້ນ ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຍັງຖືກໃສ່ຮ້າຍປ້າຍສີ, ຖືກ ລົງໂທດ ແລະ ຖືກຂົ່ມເຫັງຈາກສາສະໜາອື່ນອີກ. ສິ່ງນີ້ນຳໄປສູ່ຂ່າວລື ແລະ ພາຍຸທຸກຮູບແບບໃນການໃສ່ຮ້າຍ, ການລ່ວງລະເມີດ ແລະ ການລົງໂທດ. ສັງຄົມ ແລະ ຊຸມຊົນທາງສາສະໜາທັງໝົດແມ່ນເຕັມໄປດ້ວຍການໂຄສະນາຊົ່ວຮ້າຍທຸກປະເພດ. ການຕໍ່ຕ້ານພຣະເຈົ້າທີ່ແທ້ຈິງຂອງມະນຸດທີ່ຊົ່ວຮ້າຍ ແລະ ການຕໍ່ຕ້ານເສັ້ນທາງແຫ່ງຄວາມຈິງໄດ້ມາເຖິງຈຸດສູງສຸດແລ້ວ.

ນັບຕັ້ງແຕ່ມະນຸດໄດ້ຖືກຄອບງຳຈາກຊາຕານ, ພຣະເຈົ້າບໍ່ເຄີຍຢຸດແຜນການຄຸ້ມຄອງຂອງພຣະອົງເພື່ອຊ່ວຍມະນຸດໃຫ້ລອດ. ແຕ່ເຖິງປານນັ້ນມະນຸດຍັງບໍ່ຮູ້ຄວາມຈິງ, ເຫດໃດຈະຮູ້ຈັກພຣະເຈົ້າໄດ້. ດັ່ງນັ້ນ ທຸກຄັ້ງທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດເລີ່ມຕົ້ນພາລະກິດໃໝ່ ພຣະອົງຈິ່ງຖືກປະຕິເສດ ແລະ ຖືກກົດຂີ່ຂົມເຫັງໂດຍຜູ້ທີ່ມີອຳນາດ ແລະ ໂດຍກຸ່ມສາສະໜາຕ່າງໆ. ສອງພັນປີກ່ອນ, ເມື່ອພຣະເຍຊູເປັນມະນຸດ, ພຣະອົງໄດ້ຖືກຂົ່ມເຫັງ ແລະ ຈັບກຸມໂດຍລັດຖະບານໂຣມັນ ແລະ ສາສະໜາຢິວ ແລະ ໃນທີ່ສຸດພຣະອົງໄດ້ຖືກຄຶງເທິງໄມ້ກາງເຂນ. ໃນຍຸກສຸດທ້າຍ ນັບຕັ້ງແຕ່ພຣະເຈົ້າໄດ້ກັບຄືນມາເປັນມະນຸດໃນປະເທດຈີນ ເພື່ອປະຕິບັດພາລະກິດພິພາກສາ ພຣະອົງໄດ້ຖືກຂົ່ມເຫັງ ແລະ ໄລ່ລ່າຢ່າງໂຫດຮ້າຍໂດຍລັດຖະບານຂອງພັກຄອມມິວນິດຈີນ (CCP) ແລະ ຍັງໄດ້ຖືກສາບແຊ່ງ, ຖືກໃສ່ຮ້າຍ, ຖືກລົງໂທດ ແລະ ຖືກປະຕິເສດໂດຍກຸ່ມສາສະໜາຄຣິດທັງໝົດ. ມັນເປັນການຊີ້ບອກທີ່ຊັດເຈນກ່ຽວກັບຄວາມເສື່ອມຊາມ ແລະ ຄວາມຊົ່ວຮ້າຍຂອງມະນຸດ. ພວກເຮົາສາມາດຈິນຕະນາການໄດ້ວ່າມັນຍາກພຽງໃດສຳລັບພຣະເຈົ້າໃນການບັນລຸພາລະກິດຂອງພຣະອົງໃນນະຄອນຂອງພວກປີສາດ, ເຊິ່ງເປັນບ່ອນທີ່ເຕັມໄປດ້ວຍຄວາມມືດ ແລະ ພະລັງອໍານາດແຫ່ງປີສາດ. ເຖິງຢ່າງໃດກໍ່ຕາມ ພຣະເຈົ້າເປັນຜູ້ຊົງລິດທານຸພາບສູງສຸດ ແລະ ພຣະອົງເປັນຜູ້ມີອໍານາດ ແລະ ເດຊານຸພາບທີ່ສູງສຸດ. ບໍ່ວ່າກອງກໍາລັງຂອງຊາຕານຈະອາລະວາດແນວໃດ, ບໍ່ວ່າພວກເຂົາຈະຕໍ່ຕ້ານ ແລະ ໂຈມຕີດ້ວຍວິທີໃດກໍ່ຕາມ, ມັນກໍ່ບໍ່ມີຜົນປະໂຫຍດຫຍັງ. ພຽງແຕ່ປະມານ 20 ປີ, ຂ່າວປະເສີດຂອງອານາຈັກແຫ່ງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ແຜ່ຂະຫຍາຍໄປທົ່ວຈີນແຜ່ນດິນໃຫຍ່ພາຍໃຕ້ການຂົ່ມເຫັງຢ່າງຮຸນແຮງ. ຫລາຍແສນຄຣິສຕະຈັກໄດ້ກຳເນີດຂຶ້ນທົ່ວປະເທດ ແລະ ຜູ້ຄົນນັບຫຼາຍລ້ານຄົນໄດ້ຍອມຮັບເອົາພຣະນາມຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ທັນທີທັນໃດສາສະໜານິກາຍທັງໝົດກໍຖືກປ່ອຍປະລະຖຶ້ມ, ສຳລັບແກະຂອງພຣະເຈົ້າທີ່ໄດ້ຍິນສຽງຂອງພຣະເຈົ້າ ແລະ ພວກເຂົາໄດ້ກັບຄືນມາຕາມສຽງ, ໄດ້ກົ້ມລົງຕໍ່ໜ້າພຣະເຈົ້າ ແລະ ໄດ້ຮັບລ້ຽງເກືອ ແລະ ດູແລໂດຍພຣະເຈົ້າເອງ. ນີ້ໄດ້ເປັນໄປຕາມຄຳທຳນວາຍທີ່ຂຽນໄວ້ໃນພຣະຄຳພີທີ່ກ່າວວ່າ “ທຸກຊົນຊາດຈະຫລັ່ງໄຫລເຂົ້າສູ່ມັນ(ເອຊາຢາ 2:2). ມັນເປັນເລື່ອງທີ່ແນ່ນອນຢູ່ແລ້ວ ທີ່ບັນດາຜູ້ເຊື່ອທີ່ແທ້ຈິງໃນພຣະເຈົ້າຈະຫັນໄປຫາພຣະເຈົ້າອົງຊົງລິດທານຸພາບສູງສຸດໃນທີ່ສຸດ ເພາະວ່າສິ່ງນີ້ໄດ້ຮັບການວາງແຜນ ແລະ ການກຳນົດໄວ້ລ່ວງໜ້າໂດຍພຣະເຈົ້າແລ້ວ. ບໍ່ມີໃຜສາມາດປ່ຽນແປງໄດ້! ບັນດາຜູ້ທີ່ເຊື່ອແບບຈອມປອມທີ່ເຊື່ອແຕ່ໃນພຣະເຈົ້າເພື່ອຫວັງກິນເຂົ້າຈີ່ລ້າໆ ແລະ ບັນດາຄົນຊົ່ວຮ້າຍ, ຜູ້ທີ່ຕໍ່ຕ້ານພຣະຄຣິດ ແລະ ສິດຍາພິບານຈອມປອມທັງໝົດທີ່ກະທຳຄວາມຊົ່ວ, ຕໍ່ຕ້ານ ແລະ ປະນາມພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນໄດ້ຖືກເປີດເຜີຍ ແລະ ກຳຈັດທັງໝົດໂດຍພາລະກິດຂອງພຣະເຈົ້າ. ຊຸມຊົນທາງສາສະໜາທັງໝົດໄດ້ຖືກທໍາລາຍຢ່າງສິ້ນເຊິງ ແລະ ແຕກສະຫຼາຍໂດຍພາລະກິດຂອງພຣະເຈົ້າ. ໃນທີ່ສຸດພາລະກິດຂອງພຣະເຈົ້າໄດ້ສິ້ນສຸດລົງຢ່າງສະຫງ່າງາມ. ໃນຊ່ວງໄລຍະນີ້ ເຖິງວ່າຈະມີການຕໍ່ຕ້ານຢ່າງຮຸນແຮງ ແລະ ການປາບປາມຢ່າງນອງເລືອດຂອງລັດຖະບານຂອງພັກຄອມມິວນິດຈີນ (CCP) ຂ່າວປະເສີດແຫ່ງອານາຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຍັງແຜ່ຂະຫຍາຍຢ່າງໄວວາເໝືອນດັ່ງສາຍຟ້າແລບ. ເປົ້າໝາຍຂອງພັກຄອມມິວນິດຈີນ (CCP) ທີ່ຈະກຳຈັດ ແລະ ລົ້ມເລີກພາລະກິດຂອງພຣະເຈົ້າໃຫ້ສິ້ນສຸດລົງນັ້ນແມ່ນບໍ່ປະສົບຄວາມສໍາເລັດ. ທຸກໆກໍາລັງຊົ່ວຮ້າຍທີ່ຕໍ່ຕ້ານພຣະເຈົ້າໄດ້ຖືກທໍາລາຍຢ່າງສິ້ນເຊິງ ແລະ ລົ້ມລົງໃນທ່າມກາງການພິພາກສາທີ່ຍິ່ງໃຫຍ່ ແລະ ໂກດແຄ້ນຂອງພຣະເຈົ້າ. ດັ່ງທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດກ່າວໄວ້ວ່າ, “ທຸກຄົນທີ່ເຮົາຮັກຈະມີຊີວິດນິລັນດອນ ແລະ ທຸກຄົນທີ່ຢືນຕໍ່ສູ້ກັບເຮົາແນ່ນອນຈະຖືກເຮົາຂ້ຽນຕີຕະຫຼອດກາລະນານ. ເພາະວ່າເຮົາເປັນພຣະເຈົ້າທີ່ຫວງແຫນ ແລະ ມະນຸດຈະບໍ່ຖືກລະເວັ້ນຈາກທຸກສິ່ງທີ່ພວກເຂົາໄດ້ກະທໍາ. ເຮົາຈະເຝົ້າເບິ່ງທົ່ວແຜ່ນດິນໂລກ ແລະ ປາກົດຢູ່ທາງພາກຕາເວັນອອກຂອງໂລກດ້ວຍຄວາມຊອບທໍາ, ຄວາມຍິ່ງໃຫຍ່, ຄວາມພິໂລດ ແລະ ການຂ້ຽນຕີ ເຮົາຈະເປີດເຜີຍຕົວເອງຕໍ່ມະນຸດທັງຫຼາຍ!(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 26). “ອານາຈັກຂອງເຮົາກຳລັງເຂົ້າສູ່ຮູບຮ່າງ ເໜືອຈັກກະວານທັງປວງ ແລະ ບັນລັງຂອງເຮົາຢູ່ໃນຫົວໃຈຂອງຫຼາຍຮ້ອຍລ້ານຄົນ. ດ້ວຍການຊ່ວຍເຫຼືອຂອງເທວະດາທັງຫຼາຍ, ຄວາມສໍາເລັດອັນຍິ່ງໃຫຍ່ຂອງເຮົາຈະບັນລຸໃນໄວໆນີ້. ລູກໆທັງໝົດຂອງເຮົາ ແລະ ປະຊາຊົນຂອງເຮົາລໍຖ້າການກັບຄືນມາຂອງເຮົາ ປາດຖະໜາໃຫ້ເຮົາລວມຕົວກັບພວກເຂົາຄືນໃໝ່ ແລະ ຈະບໍ່ຖືກແຍກອອກຈາກກັນອີກ. ເຫດໃດປະຊາຊົນຈຳນວນຫຼວງຫຼາຍແຫ່ງອານາຈັກຂອງເຮົາຈຶ່ງບໍ່ພາກັນສະເຫຼີມສະຫຼອງຢ່າງປິຕິຍິນດີກັບການທີ່ເຮົາໄດ້ຢູ່ຮ່ວມກັນກັບພວກເຂົາ? ສິ່ງນີ້ຈະສາມາດເປັນການລວມຕົວຄັ້ງໃໝ່ທີ່ບໍ່ຕ້ອງການຄ່າຈ້າງບໍ? ເຮົາເປັນທີ່ນັບຖືໃນສາຍຕາຂອງມະນຸດທັງປວງ, ເຮົາຖືກປະກາດໄວ້ໃນຄໍາກ່າວຂອງທຸກຄົນ. ຍິ່ງໄປກວ່ານັ້ນ, ເມື່ອເຮົາກັບມາ ເຮົາຈະເອົາຊະນະກໍາລັງຂອງສັດຕູທັງໝົດ. ເຖິງເວລາແລ້ວ! ເຮົາຈະດຳເນີນພາລະກິດຂອງເຮົາ, ເຮົາຈະປົກຄອງເປັນກະສັດຂອງມວນມະນຸດ! ເຮົາຢູ່ໃນຈຸດແຫ່ງການກັບຄືນມາ! ແລະ ເຮົາກໍາລັງຈະອອກເດີນທາງ! ນີ້ແມ່ນສິ່ງທີ່ທຸກຄົນຄາດຫວັງ, ມັນແມ່ນສິ່ງທີ່ພວກເຂົາຕ້ອງການ. ເຮົາຈະໃຫ້ມະນຸດທຸກຄົນເຫັນການມາເຖິງແຫ່ງວັນຂອງເຮົາ ແລະ ໃຫ້ພວກເຂົາຍິນດີຕ້ອນຮັບການມາເຖິງແຫ່ງວັນຂອງເຮົາດ້ວຍຄວາມສຸກ!(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 27). ຂ່າວປະເສດແຫ່ງອານາຈັກໄດ້ແຜ່ຂະຫຍາຍ, ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຈະເລີນເຕີບໂຕຂຶ້ນເລື້ອໆ ແລະ ຈຳນວນຜູ້ສັດທາເພີ່ມຂຶ້ນຢ່າງບໍຢຸດຢັ້ງ. ມື້ນີ້ ໄດ້ມີຄວາມຈະເລີນຮຸ່ງເຮືອງຢ່າງບໍ່ເຄີຍມີມາກ່ອນ. ພຣະທໍາທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດກ່າວໄວ້ ພຣະຄຣິດໃນຍຸກສຸດທ້າຍ ໄດ້ແຜ່ລາມໄປເຖິງຫລາຍພັນຄອບຄົວ ແລະ ໄດ້ຮັບການຍອມຮັບຈາກຜູ້ຄົນຫລາຍຂຶ້ນ. ພຣະທໍາຂອງພຣະເຈົ້າໄດ້ສະແດງໃຫ້ເຫັນອໍານາດ ແລະ ເດຊານຸພາບຂອງພຣະອົງ. ຄວາມເປັນຈິງທີ່ບໍ່ສາມາດໂຕ້ຖຽງນີ້ ໄດ້ສະແດງໃຫ້ເຫັນວ່າ “ທຸກສິ່ງບັນລຸໂດຍພຣະທໍາຂອງພຣະເຈົ້າ!

ໃນຕົ້ນເດີມນັ້ນຊົງເປັນພຣະທຳຢູ່ແລ້ວ ແລະ ພຣະທຳຊົງຢູ່ກັບພຣະເຈົ້າ ແລະ ພຣະທຳຊົງເປັນພຣະເຈົ້າ(ໂຢຮັນ 1:1). ໃນຕອນຕົ້ນ, ພຣະເຈົ້າສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກຊັບພະສິ່ງທັງປວງດ້ວຍພຣະທໍາ ແລະ ນໍາພາມະນຸດດ້ວຍພຣະທໍາ. ໃນຍຸກສຸດທ້າຍ ພຣະເຈົ້າຍັງບັນລຸທຸກສິ່ງທຸກຢ່າງດ້ວຍພຣະທໍາ. ການເຮັດໃຫ້ບໍລິສຸດ ແລະ ຄວາມສົມບູນແບບຂອງບັນດາຜູ້ທີ່ຖືກເລືອກຈາກພຣະເຈົ້າ ແລະ ການຮັບຮູ້ຂອງອານາຈັກຂອງພຣະຄຣິດຈະໄດ້ຮັບຜົນສໍາເລັດໂດຍພຣະທໍາຂອງພຣະເຈົ້າ. ດັ່ງນັ້ນ ບໍ່ມີສິ່ງໃດພິເສດໄປກວ່າການກຳເນີດຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ມາຈາກພາລະກິດແຫ່ງພຣະທໍາ, ໄດ້ພັດທະນາພາຍໃຕ້ການຊີ້ນໍາຂອງພຣະທໍາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຍິ່ງໄປກວ່ານັ້ນ ເຖິງວ່າຈະມີການປາບປາມ ແລະ ຂົ່ມເຫັງຢ່າງໂຫດຮ້າຍຂອງລັດຖະບານຂອງພັກຄອມມິວນິດຈີນ (CCP) ແລະ ການລົງໂທດ ແລະ ການຕໍ່ຕ້ານຂອງກອງກຳລັງຕໍ່ຕ້ານສາສະໜາຄຣິດ ໃນກຸ່ມສາສະໜາ. ນີ້ສະແດງໃຫ້ເຫັນເຖິງອໍານາດ ແລະ ເດຊານຸພາບຂອງພຣະທໍາຂອງພຣະເຈົ້າ. ສາມາດເວົ້າໄດ້ວ່າ ຫາກບໍ່ມີການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ຈະບໍ່ມີຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເກີດຂຶ້ນ ແລະ ຫາກບໍ່ມີພຣະທໍາທີ່ສະແດງໂດຍພຣະເຈົ້າກໍ່ຈະບໍ່ມີຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເຊັ່ນກັນ. ມື້ນີ້ ພຣະອົງໃຫ້ນໍ້າ ແລະ ລ້ຽງດູຜູ້ຄົນທີ່ຖືກເລືອກໂດຍພຣະທໍາທີ່ພຣະອົງໄດ້ສະແດງອອກ ແລະ ທຸກຄົນທີ່ຍອມຮັບພາລະກິດຂອງພຣະອົງໄດ້ມີຄວາມສຸກໃນການລ້ຽງດູຂອງພຣະທໍາຂອງພຣະອົງ ແລະ ປະສົບການຂອງພາລະກິດຂອງພຣະອົງໃນການຊ່ວຍມວນມະນຸດໃຫ້ລອດພົ້ນ. ພຣະເຈົ້າອົງຊົງລິດທານຸພາບສູງສຸດກ່າວວ່າ, “ໃນທົ່ວຈັກກະວານເຮົາກໍາລັງດຳເນີນພາລະກິດຂອງເຮົາ ແລະ ໃນທິດຕາເວັນອອກ, ສຽງຟ້າຮ້ອງດັງໄດ້ປາກົດຂຶ້ນຢ່າງບໍ່ສິ້ນສຸດ, ສັ່ນສະເທືອນທຸກຊົນຊາດ ແລະ ທຸກນິກາຍ. ມັນແມ່ນສຽງຂອງເຮົາທີ່ໄດ້ນໍາພາທຸກຄົນໃນປັດຈຸບັນ. ເຮົາຈະເຮັດໃຫ້ທຸກຄົນຖືກເອົາຊະນະດ້ວຍສຽງຂອງເຮົາ, ໃຫ້ຕົກລົງສູ່ກະແສນີ້ ແລະ ຍອມຈຳນົນຕໍ່ໜ້າເຮົາ, ເພາະວ່າເຮົາໄດ້ທວງສະຫງ່າລາສີຂອງເຮົາຈາກທົ່ວໂລກ ແລະ ໄດ້ສ້າງມັນຂຶ້ນໃໝ່ໃນພາກຕາເວັນອອກ. ຜູ້ໃດຈະບໍ່ຢາກເຫັນສະຫງ່າລາສີຂອງເຮົາ? ຜູ້ໃດຈະບໍ່ລໍຖ້າດ້ວຍໃຈຕື່ນເຕັ້ນໃນການກັບມາຂອງເຮົາ? ຜູ້ໃດຈະບໍ່ປາຖະໜາຢາກເຫັນການປາກົດຕົວຂອງເຮົາ? ຜູ້ໃດຈະບໍ່ຢາກເຫັນຄວາມສະຫງ່າລາສີຂອງເຮົາ? ຜູ້ໃດທີ່ຈະບໍ່ຢາກມາສູ່ແສງສະຫວ່າງ? ຜູ້ໃດຈະບໍ່ຢາກເບິ່ງ ບໍ່ຢາກເຫັນຄວາມຮັ່ງມີຂອງການາອານ? ຜູ້ໃດຈະບໍ່ປາຖະໜາການກັບມາຂອງພຣະຜູ້ໄຖ່? ຜູ້ໃດຈະບໍ່ນັບຖືພຣະເຈົ້າຜູ້ຊົງລິດທານຸພາບ? ສຽງຂອງເຮົາຈະແຜ່ຂະຫຍາຍໄປທົ່ວແຜ່ນດິນໂລກ; ເມື່ອຜະເຊີນກັບຜູ້ຄົນທີ່ຖືກເລືອກຂອງເຮົາ, ເຮົາປາຖະໜາທີ່ຈະກ່າວພຣະທຳຕໍ່ພວກເຂົາຫຼາຍຂຶ້ນ. ເໝືອນດັ່ງສຽງຟ້າຮ້ອງທີ່ດັງສະນັ່ນສັ່ນສະເທືອນພູເຂົາ ແລະ ແມ່ນໍ້າລຳທານ, ເຮົາກ່າວພຣະຄຳຂອງເຮົາຕໍ່ຈັກກະວານທັງປວງ ແລະ ມະນຸດຊາດ. ດັ່ງນັ້ນພຣະທຳທີ່ຢູ່ໃນປາກຂອງເຮົາໄດ້ກາຍເປັນສົມບັດຂອງມະນຸດ ແລະ ມະນຸດທຸກຄົນລ້ວນແຕ່ຖະໜອມພຣະຄຳຂອງເຮົາ. ສາຍຟ້າແມບຈາກຕາເວັນອອກໄປເຖິງຕາເວັນຕົກ. ພຣະຄຳຂອງເຮົາເຮັດໃຫ້ມະນຸດລັງເລທີ່ຈະຍອມສະຫຼະພວກມັນ ແລະ ໃນເວລາດຽວກັນກໍພົບວ່າພຣະທຳເຫຼົ່ານັ້ນເປັນສິ່ງທີ່ບໍ່ສາມາດຢັ່ງເຖິງ, ແຕ່ຊື່ນຊົມຍິນດີໃນທຸກສິ່ງຫຼາຍຂຶ້ນກວ່າເດີມ. ຄືກັບເດັກນ້ອຍເກີດໃໝ່ ມະນຸດທຸກຄົນຍິນດີ ແລະ ມີຄວາມສຸກ, ສະເຫຼີມສະຫຼອງການມາຂອງເຮົາ. ດ້ວຍສຽງຂອງເຮົາ, ເຮົາຈະນໍາເອົາມະນຸດທັງປວງມາຢູ່ຕໍ່ໜ້າຂອງເຮົາ. ຈາກນັ້ນ ເຮົາຈະເຂົ້າສູ່ເຊື້ອຊາດມະນຸດຢ່າງເປັນທາງການ ເພື່ອວ່າພວກເຂົາໄດ້ມານະມັດສະການເຮົາ. ດ້ວຍສະຫງ່າລາສີທີ່ເຮົາສ່ອງແສງອອກມາ ແລະ ພຣະທຳທີ່ຢູ່ໃນປາກຂອງເຮົາ, ເຮົາຈະເຮັດໃຫ້ທຸກຄົນມາກົ້ມຫົວລົງຕໍ່ໜ້າເຮົາ ແລະ ເຫັນແສງຟ້າແມບສົ່ງແສງສະຫວ່າງມາຈາກທິດຕາເວັນອອກ ແລະ ນັ້ນໝາຍຄວາມວ່າເຮົາໄດ້ລົງມາຍັງ ‘ພູເຂົາໝາກກອກ’ ແຫ່ງທິດຕາເວັນອອກ. ພວກເຂົາຈະເຫັນວ່າເຮົາໄດ້ຢູ່ໂລກນີ້ມາດົນນານແລ້ວ, ບໍ່ແມ່ນບຸດຊາຍຂອງຊາວຢິວອີກຕໍ່ໄປແຕ່ເປັນແສງຟ້າແມບແຫ່ງທິດຕາເວັນອອກ. ເພາະວ່າເຮົາໄດ້ຟື້ນຄືນຊີບມາດົນນານແລ້ວ ແລະ ໄດ້ພັດພາກຈາກທ່າມກາງມະນຸດ ແລ້ວໄດ້ກັບມາປະກົດຕົວໃໝ່ດ້ວຍສະຫງ່າລາສີໃນທ່າມກາງມະນຸດ. ເຮົາເປັນຜູ້ທີ່ຖືກເຄົາລົບບູຊາມາຫຼາຍຍຸກຫຼາຍສະໄໝກ່ອນໜ້ານີ້ ແລະ ເຮົາຍັງເປັນເດັກນ້ອຍທີ່ຖືກຊາວອິດສະຣາເອັນປະຖິ້ມມາຫຼາຍຍຸກຫຼາຍສະໄໝກ່ອນໜ້ານີ້. ຍິ່ງໄປກວ່ານັ້ນ ເຮົາເປັນພຣະເຈົ້າອົງຊົງລິດທານຸພາບທີ່ມີສະຫງ່າລາສີຢ່າງສົມບູນໃນຍຸກປັດຈຸບັນ! ໃຫ້ທຸກຄົນມາຢູ່ຕໍ່ຫນ້າບັນລັງຂອງເຮົາ ແລະ ເບິ່ງໃບໜ້າອັນສະຫງ່າລາສີຂອງເຮົາ, ຟັງສຽງຂອງເຮົາ ແລະ ຫຼຽວເບິ່ງການກະທໍາຂອງເຮົາ. ນີ້ແມ່ນຄວາມປະສົງທັງໝົດຂອງເຮົາ; ມັນແມ່ນຈຸດສິ້ນສຸດ ແລະ ຈຸດສູງສຸດຂອງແຜນການຂອງເຮົາ, ພ້ອມທັງເປັນຈຸດປະສົງຂອງການຄຸ້ມຄອງຂອງເຮົາ. ໃຫ້ທຸກຊົນຊາດນະມັດສະການເຮົາ, ໃຫ້ທຸກພາສາຮັບຮູ້ເຮົາ, ໃຫ້ມະນຸດທຸກຄົນຍຶດໝັ້ນຄວາມເຊື່ອຂອງເຂົາໃນຕົວເຮົາ ແລະ ໃຫ້ທຸກຄົນຂຶ້ນຢູ່ກັບເຮົາ!(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ສຽງຟ້າຮ້ອງທັງເຈັດກໍາລັງທໍານາຍວ່າ ຂ່າວປະເສີດແຫ່ງອານາຈັກຈະແຜ່ຂະຫຍາຍໄປທົ່ວຈັກກະວານ). ບັນດາຜູ້ທີ່ຖືກເລືອກຂອງພຣະເຈົ້າໄດ້ຮັບການໄຖ່ບາບອັນຍິ່ງໃຫຍ່ເພາະພຣະທໍາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພາລະກິດຂອງພຣະເຈົ້າໃນຈີນແຜ່ນດິນໃຫຍ່ໄດ້ສິ້ນສຸດລົງຢ່າງສະຫງ່າງາມ. ໃນປັດຈຸບັນຜູ້ທີ່ຖືກເລືອກຂອງພຣະເຈົ້າກຳລັງເຜີຍແຜ່ພຣະທໍາຂອງພຣະອົງ ແລະ ເປັນພະຍານເຖິງການກະທໍາຂອງພຣະອົງຕໍ່ທຸກໆປະເທດ ແລະ ທຸກສະຖານທີ່. ພຣະທໍາຂອງພຣະເຈົ້າຈະຖືກແຜ່ຂະຫຍາຍໄປທົ່ວແຜ່ນດິນໂລກ ແລະ ພຣະອົງຈະປາກົດຕົວຢ່າງເປັນທາງການຕໍ່ໜ້າທຸກເຊື້ອຊາດ ແລະ ຜູ້ຄົນທັງໝົດ. ປະຊາຊົນຢູ່ທຸກໆປະເທດ ແລະ ທຸກສະຖານທີ່ທີ່ມີຄວາມຕ້ອງການ ການປາກົດຕົວຂອງພຣະເຈົ້າ. ບໍ່ເຄີຍຄາດຝັນວ່າພຣະເຈົ້າທີ່ພວກເຂົາປາຖະໜາໃຫ້ປາກົດຕົວຕໍ່ສາທາລະນະຊົນໄດ້ລົງມາຢູ່ພາກຕາເວັນອອກຂອງໂລກ ນັ້ນກໍຄືໃນປະເທດຈີນຢ່າງລັບໆແລ້ວ ແລະ ໄດ້ດໍາເນີນຂັ້ນຕອນພາລະກິດການລົງໂທດ ແລະ ການໄຖ່ບາບ.

ໃນຍຸກສຸດທ້າຍ ເມື່ອເວລາຍຸກກໍາລັງຈະສິ້ນສຸດລົງ, ພຣະເຈົ້າລົງມາບັງເກີດເປັນມະນຸດ ແລະ ໄດ້ອາໄສຢູ່ດິນແດນຂອງມັງກອນແດງທີ່ຍິ່ງໃຫຍ່ຢ່າງລັບໆ ນັ້ນກໍຄືປະເທດຈີນ ເຊິ່ງເປັນດິນແດນທີ່ປົກຄອງໂດຍຜູ້ປົກຄອງແບບຜະເດັດການ , ເປັນກໍາແພງທີ່ແໜັນໜາຂອງລັດທິທີ່ບໍ່ເຊື່ອພຣະເຈົ້າ. ດ້ວຍສະຕິປັນຍາອັນເປັນເລິດ ແລະ ອໍານາດຂອງພຣະອົງ ພຣະເຈົ້າໄດ້ຕໍ່ສູ້ກັບຊາຕານ ແລະ ດໍາເນີນພາລະກິດສຳຄັນໃນແຜນການຄຸ້ມຄອງຂອງພຣະອົງ ນັ້ນກໍຄືການເອົາຊະນະຊາຕານຕະຫຼອດມາ ແລະ ການໄຖ່ບາບຂອງມະນຸດທັງປວງ. ແຕ່ເນື່ອງຈາກການກ່າວຫາ, ການລົງໂທດ, ການໃສ່ຮ້າຍປ້າຍສີ ແລະ ການຂົ່ມເຫັງຢ່າງຮຸນແຮງຂອງພັກການປົກຄອງຂອງປະເທດຈີນ, ຫຼາຍຄົນທີ່ບໍ່ຮູ້ຄວາມເປັນຈິງເລີຍເຊື່ອຂ່າວລືຂອງພັກຄອມມິວນິດຈີນ (CCP). ໂດຍສະເພາະກຸ່ມສາສະໜາອື່ນໆທີ່ໄດ້ສືບຕໍ່ປະນາມ ແລະ ດູໜິ່ນການສະເດັດມາຂອງພຣະເຈົ້າຈົນເຖິງທຸກວັນນີ້ ແລະ ພວກເຂົາຢືນຢູ່ຝ່າຍລັດຖະບານຂອງພັກຄອມມິວນິດຈີນ (CCP) ທີ່ບໍ່ເຊື່ອຖືພຣະຈົ້າ ເພື່ອຕໍ່ຕ້ານພາລະກິດຂອງພຣະເຈົ້າ. ມັນຊ່າງເປັນໜ້າໂສກເສົ້າເຫຼືອເກີນ! ຜູ້ຄົນເຫຼົ່ານີ້ບໍ່ເຄີຍຄາດຫວັງວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດ ຜູ້ທີ່ພວກເຂົາປະຕິເສດ ທີ່ແທ້ຈິງກໍແມ່ນພຣະເຍຊູເຈົ້າທີ່ກັບມາ. ເມື່ອພຣະເຈົ້າປາກົດຕົວໃນສາທາລະນະຢ່າງເປີດເຜີຍ ພວກເຂົາກໍຈະໄດ້ແຕ່ກັດແຂ້ວຮ້ອງໄຫ້ ແລະ ມືທຸບເອິກຕົນເອງ. ນີ້ເປັນໄປຕາມພຣະທໍາໃນປື້ມພຣະນິມິດຢ່າງຄົບຖ້ວນ, “ຈົ່ງເບິ່ງ, ພຣະອົງສະເດັດມາກັບກ້ອນເມກ, ຕາທຸກໜ່ວຍຈະເຫັນພຣະອົງ ແລະ ແມ່ນແຕ່ຜູ້ທີ່ໄດ້ແທງພຣະອົງກໍຈະເຫັນເໝືອນກັນ ແລະ ທຸກຊົນຊາດໃນແຜ່ນດິນໂລກນີ້ຈະຮ້ອງໄຫ້ຍ້ອນພຣະອົງ. ເປັນດັ່ງນັ້ນ, ອາແມນ(ພຣະນິມິດ 1:7). ການລົງໂທດແຫ່ງບັນລັງຂາວທິ່ຍິ່ງໃຫຍ່ໃນຍຸກສຸດທ້າຍໄດ້ເລີ່ມຕົ້ນຂຶ້ນແລ້ວ. ປັດຈຸບັນນີ້ ໄພພິບັດມີຂະໜາດໃຫຍ່ຂຶ້ນເລື້ອຍໆ, ໂຣກລະບາດລ້າງຜານໂລກ, ໄພອຶດຫິວ, ນ້ຳຖ້ວມ, ໂຣກລະບາດຂອງແມງໄມ້ ແລະ ໄພພິບັດອື່ນໆເກີດຂຶ້ນຢ່າງຕໍ່ເນື່ອງ. ໄພພິບັດທີ່ຍິ່ງໃຫຍ່ຈະເກີດຂຶ້ນກັບພວກເຮົາໃນໄວໆນີ້ ແລະ ພຣະເຈົ້າຈະຂ້ຽນຕີມັງກອນແດງຜູ້ຍິ່ງໃຫຍ່ ແລະ ກອງກຳລັງຊົ່ວຮ້າຍທັງໝົດທີ່ຕໍ່ຕ້ານພຣະອົງຢ່າງເປັນທາງການ. ພຣະເຈົ້າອົງຊົງລິດທານຸພາບສູງສຸດກ່າວວ່າ, “ໃນອານາຈັກ ສິ່ງຕ່າງໆທີ່ລໍ້າເລີດແຫ່ງການສ້າງໄດ້ເລີ່ມຟື້ນຟູຄືນມາໃໝ່ ແລະ ໄດ້ຮັບພະລັງຊີວິດຂອງພວກເຂົາຄືນໃໝ່. ເນື່ອງຈາກການປ່ຽນແປງໃນສະພາບຂອງແຜ່ນດິນໂລກ, ເຂດແດນລະຫວ່າງດິນແດນຫນຶ່ງ ກັບອີກດິນແດນໜຶ່ງເລີ່ມປ່ຽນໄປ. ກ່ອນຫນ້ານີ້ ເຮົາໄດ້ທໍານວາຍວ່າ: ເມື່ອດິນແດນຖືກແຍກອອກຈາກກັນ ແລະ ດິນແດນຖືກລວມຕົວກັນ ມັນຈະເປັນເວລາທີ່ເຮົາທຳລາຍທຸກເຊື້ອຊາດໃຫ້ກາຍເປັນເຖົ່າທ່ານ. ໃນເວລານີ້ ເຮົາຈະເລີ່ມການສ້າງ ແລະ ການແບ່ງແຍກຈັກກະວານທັງໝົດໃໝ່ ດ້ວຍການວາງຈັກກະວານໃຫ້ເປັນຕາມລຳດັບ, ປະຕິຮູບລັດເກົ່າໃຫ້ເປັນລັດໃໝ່. ນີ້ແມ່ນແຜນການຂອງເຮົາ. ສິ່ງເຫຼົ່ານີ້ແມ່ນພາລະກິດຂອງເຮົາ. ເມື່ອບັນດາເຊື້ອຊາດ ແລະ ຜູ້ຄົນທັງໝົດຂອງໂລກກັບມາຢູ່ຕໍ່ໜ້າບັນລັງຂອງເຮົາ, ເຮົາຈະໃຊ້ຄວາມເມດຕາທັງໝົດຂອງສະຫວັນ ແລະ ມອບໃຫ້ໂລກຂອງມະນຸດ. ສະນັນ ຈົ່ງຂໍຂອບໃຈເຮົາ, ເພາະມັນຈະເຕັມໄປດ້ວຍຄວາມເມດຕາກະລຸນາທີ່ບໍ່ມີສິ່ງໃດທຽບໄດ້. ແຕ່ຕາບໃດທີ່ໂລກເກົ່າຍັງຢູ່, ເຮົາຈະໂຍນຄວາມໂກດຮ້າຍຂອງເຮົາລົງໄສ່ເຊື້ອຊາດຕ່າງໆ, ປະກາດພຣະບັນຍັດການປົກຄອງຂອງເຮົາໄປທົ່ວຈັກກະວານຢ່າງເປີດເຜີຍ ແລະ ຕິດຕາມການລົງໂທດຕໍ່ຜູ້ທີ່ລະເມີດພຣະບັນຍັດດັ່າກ່າວນັ້ນ:

ເມື່ອເວລາເຮົາຫັນໜ້າໄປສູ່ຈັກກະວານເພື່ອກ່າວ, ມະນຸດທຸກຄົນຈະໄດ້ຍິນສຽງຂອງເຮົາ ແລະ ຈາກນັ້ນຈະເຫັນຜົນງານທັງໝົດທີ່ເຮົາໄດ້ເຮັດໃນທົ່ວຈັກກະວານ. ຜູ້ໃດທີ່ເດີນກົງກັນຂ້າມກັບຄວາມປະສົງຂອງເຮົາ. ເວົ້າໄດ້ອີກວ່າ ຜູ້ໃດທີ່ຕໍ່ຕ້ານເຮົາດ້ວຍການກະທໍາຂອງມະນຸດ ຈະຕົກຢູ່ພາຍໃຕ້ການລົງໂທດຂອງເຮົາ. ເຮົາຈະເອົາດວງດາວຢ່າງຫຼວງຫຼາຍໃນສະຫວັນ ແລະ ເຮັດໃຫ້ດວງດາວເຫຼົ່ານັ້ນເປັນດວງດາວ ໃໝ່ ແລະ ຈົ່ງຂອບໃຈເຮົາທີ່ດວງອາທິດ ແລະ ດວງຈັນຈະໄດ້ຮັບການສ້າງໃໝ່. ທ້ອງຟ້າຈະບໍ່ຄືເກົ່າອີກຕໍ່ໄປ, ຊັບພະສິ່ງທີ່ມະຫາສານຢູ່ເທິງແຜ່ນດິນໂລກຈະໄດ້ຮັບການສ້າງໃໝ່ອີກຄັ້ງ. ທັງໝົດຈະສົມບູນດ້ວຍພຣະທໍາຂອງເຮົາ. ຫຼາຍປະເທດຊາດທີຢູ່ໃນຈັກກະວານຈະຖືກແບ່ງປັນໃໝ່ ແລະ ຖືກແທນທີ່ດ້ວຍອານາຈັກຂອງເຮົາ ເພື່ອໃຫ້ປະເທດຊາດຕ່າງໆໃນແຜ່ນດິນໂລກຫາຍໄປຕະຫຼອດການ ແລະ ຈະກາຍເປັນອານາຈັກທີ່ບູຊາເຮົາ, ເຊື້ອຊາດທັງໝົດຂອງແຜ່ນດິນໂລກຈະຖືກທໍາລາຍ ແລະ ຈະບໍ່ມີອີກຕໍ່ໄປ. ໃນບັນດາມະນຸດໃນຈັກກະວານ, ທຸກຄົນທີ່ເປັນຄົນຂອງຜີສາດຮ້າຍຈະຖືກກໍາຈັດ; ທຸກຄົນທີ່ບູຊາຊາຕານຈະຖືກວາງລົງໄປໃນເຕົາໄຟຂອງເຮົາ, ຍົກເວັ້ນແຕ່ສໍາລັບຜູ້ທີ່ຢູ່ພາຍໃນສາຍນໍ້າ, ສ່ວນທີ່ເຫລືອຈະຖືກປ່ຽນເປັນເຖົ່າທານ. ເມື່ອເຮົາລົງໂທດຜູ້ຄົນຈຳນວນຫຼວງຫຼາຍຢ່າງໜັກ, ຜູ້ທີ່ຢູ່ໃນໂລກຝ່າຍສາສະໜາ ໃນຫຼາກຫຼາຍຂອບເຂດຈະກັບຄືນມາຫາອານາຈັກຂອງເຮົາ, ຖືກເອົາຊະນະດ້ວຍພາລະກິດຂອງເຮົາ, ເພາະວ່າພວກເຂົາຈະໄດ້ເຫັນການມາເຖິງຂອງພຣະຜູ້ບໍລິສຸດໃນເທິງກ້ອນເມກສີຂາວ. ທຸກຄົນຈະຖືກແຍກອອກຕາມປະເພດຂອງພວກເຂົາເອງ ແລະ ຈະໄດ້ຮັບການຂ້ຽນຕີທີ່ເໝາະສົມກັບການກະທໍາຂອງພວກເຂົາ. ຜູ້ທີ່ຕໍ່ຕ້ານເຮົາຈະຖືກດັບສະຫຼາຍໄປ, ສໍາລັບຜູ້ທີ່ມີການກະທໍາໃນແຜ່ນດິນໂລກທີ່ບໍ່ກ່ຽວຂ້ອງກັບເຮົາ, ພວກເຂົາຈະສືບຕໍ່ຢູ່ເທິງແຜ່ນດິນໂລກພາຍໃຕ້ການປົກຄອງຂອງບຸດເຮົາ ແລະ ຜູ້ຄົນຂອງເຮົາ. ເຮົາຈະເປີດເຜີຍຕົວຕົນຕໍ່ບັນດາຜູ້ຄົນ ແລະ ເຊື້ອຊາດທີ່ນັບບໍ່ຖ້ວນດ້ວຍສຽງຂອງເຮົາເທິງແຜ່ນດິນໂລກ ເພື່ອປະກາດຄວາມສໍາເລັດຂອງພາລະກິດທີ່ຍິ່ງໃຫຍ່ຂອງເຮົາໃຫ້ມະນຸດທັງປວງໄດ້ເຫັນດ້ວຍຕາຂອງພວກເຂົາເອງ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 26). ໃນປະຫວັດສາດຂອງມະນຸດຊາດ, ພວກເຮົາໄດ້ເຫັນວິທີທີ່ອໍານາດຊົ່ວຮ້າຍທັງໝົດທີ່ຄັດຄ້ານພຣະເຈົ້າ ແລະ ຕໍ່ຕ້ານພຣະເຈົ້າໄດ້ຖືກທໍາລາຍໂດຍພຣະເຈົ້າ. ສີ່ພັນປີຜ່ານມາ, ຍ້ອນຄວາມບາບໜັກຂອງພວກເຂົາ ເມືອງຕ່າງໆຂອງໂຊໂດມ ແລະ ໂກໂມຣາໄດ້ຖືກເຜົາດ້ວຍໄຟ ແລະ ກຳມະຖັນທີ່ພຣະເຈົ້າສົ່ງມາຈາກສະຫວັນ. ເຊັ່ນດຽວກັບຈັກກະພັດໂຣມັນຖືກທໍາລາຍໂດຍໄພພິບັດຈາກພຣະເຈົ້າ ເນື່ອງຈາກການຕໍ່ຕ້ານ ແລະ ການລົງໂທດພຣະເຍຊູເຈົ້າ ແລະ ການຂົ່ມເຫັງຊາວຄຣິດສະຕຽນ. ມີຕົວຢ່າງອີກຫຼາຍຢ່າງ. ໃນຍຸກສຸດທ້າຍ ທຸກໆອໍານາດທີ່ຊົ່ວຮ້າຍທີ່ຕໍ່ຕ້ານພຣະເຈົ້າຈະຖືກສາບແຊ່ງໂດຍພຣະເຈົ້າ ແລະ ແນ່ນອນຈະຖືກທໍາລາຍໂດຍພຣະອົງ. ນີ້ແມ່ນການກະທໍາທີ່ຊອບທໍາຂອງພຣະເຈົ້າຢ່າງແທ້ຈິງ!

ພຣະເຈົ້າອົງຊົງລິດທານຸພາບສູງສຸດກ່າວວ່າ, “ອານາຈັກກຳລັງຂະຫຍາຍທ່າມກາງມະນຸດ, ມັນກຳລັງເກີດຂຶ້ນຢູ່ໃນທ່າມກາງມະນຸດ, ມັນກຳລັງຕັ້ງຂຶ້ນທ່າມກາງມະນຸດ; ບໍ່ມີກຳລັງໃດສາມາດທຳລາຍອານາຈັກຂອງເຮົາໄດ້... ພາຍໃຕ້ແສງສະຫວ່າງແຫ່ງການນຳທາງຂອງເຮົາ ພວກເຈົ້າຈະສາມາດຜ່ານພົ້ນຈາກກຳມືຂອງອໍານາດແຫ່ງຄວາມມືດໄປໄດ້ຢ່າງແນ່ນອນ. ພວກເຈົ້າຈະບໍ່ສູນເສຍແສງສະຫວ່າງແຫ່ງການນຳທາງໃນທ່າມກາງຄວາມມືດແນ່ນອນ. ພວກເຈົ້າຈະເປັນຜູ້ປົກຄອງສັບພະສິ່ງທັງປວງຢ່າງແນ່ນອນ. ພວກເຈົ້າຈະເອົາຊະນະຊາຕານຢ່າງແນ່ນອນ. ພວກເຈົ້າຈະໄດ້ຢືນຢູ່ທ່າມກາງຝູງຄົນຈໍານວນຫຼວງຫລາຍທີ່ເປັນພະຍານເຖິງການເອົາຊະນະຂອງເຮົາ ຕໍ່ກັບການພັງທະລາຍຂອງອານາຈັກມັງກອນແດງທີ່ຍິ່ງໃຫຍ່ຢ່າງແນ່ນອນ. ແນ່ນອນວ່າ ພວກເຈົ້າຈະຕ້ອງເດັດດ່ຽວເດັດຂາດ ແລະ ໝັ້ນຄົງບົນແຜ່ນດິນສິນິມ. ຈາກຄວາມທຸກທໍລະມານທີ່ພວກເຈົ້າທົນຢູ່, ພວກເຈົ້າຈະໄດ້ຮັບພອນທີ່ມາຈາກເຮົາ ແລະ ແນ່ນອນວ່າ ລັດສະໝີຂອງເຮົາຈະສ່ອງແສງສະຫວ່າງໄປທົ່ວຈັກກະວານ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 19). “ເມື່ອເວລາສາມຂັ້ນຕອນຂອງພາລະກິດສິ້ນສຸດລົງກໍຈະມີກຸ່ມຜູ້ທີ່ເປັນພະຍານຕໍ່ພຣະເຈົ້າ ແລະ ກຸ່ມຜູ້ທີ່ຮູ້ຈັກພຣະເຈົ້າ. ຜູ້ຄົນເຫຼົ່ານີ້ທັງໝົດຈະຮູ້ຈັກພຣະເຈົ້າ ແລະ ຈະສາມາດນໍາເອົາຄວາມຈິງເຂົ້າສູ່ການປະຕິບັດຕົວຈິງໄດ້. ພວກເຂົາຈະມີຄວາມເປັນມະນຸດ ແລະ ມີຄວາມຮູ້ສຶກ ແລະ ທຸກຄົນຈະຮູ້ຈັກສາມຂັ້ນຕອນຂອງພາລະກິດຂອງຄວາມລອດພົ້ນຂອງພຣະເຈົ້າ. ນີ້ແມ່ນພາລະກິດທີ່ຈະໄດ້ຮັບຜົນສໍາເລັດໃນຕອນສຸດທ້າຍ ແລະ ຜູ້ຄົນເຫຼົ່ານີ້ແມ່ນແກ້ວພະລຶກແຫ່ງພາລະກິດ 6.000 ປີ ໃນການຄຸ້ມຄອງ ແລະ ເປັນພະຍານທີ່ຊົງພະລັງທີ່ສຸດໃນການເອົາຊະນະຊາຕານ. ບັນດາຜູ້ທີ່ສາມາດເປັນພະຍານຕໍ່ພຣະເຈົ້າ ຈະສາມາດຮັບຄໍາສັນຍາ ແລະ ພຣະພອນຂອງພຣະເຈົ້າ ແລະ ຈະເປັນກຸ່ມທີ່ຄົງຢູ່ຕະຫຼອດຈົນເຖິງຕອນສຸດທ້າຍ ເຊິ່ງໄດ້ຮັບພຣະພອນອໍານາດຈາກພຣະເຈົ້າ ແລະ ເປັນພະຍານຕໍ່ພຣະເຈົ້າ. ບາງເທື່ອພວກເຈົ້າອາດຈະກາຍເປັນສະມາຊິກຂອງກຸ່ມນີ້ ຫຼື ບາງເທື່ອອາດມີພຽງແຕ່ເຄິ່ງໜຶ່ງ ຫຼື ພຽງແຕ່ບາງຄົນເທົ່ານັ້ນ ເຊິ່ງມັນກໍຂຶ້ນກັບເຈດຕະນາຂອງພວກເຈົ້າ ແລະ ການສະແຫວງຫາຂອງພວກເຈົ້າ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ). ພຣະທໍາຂອງພຣະເຈົ້າຈະບັນລຸຜົນ ແລະ ເປັນສິ່ງທີ່ປະສົບຜົນສໍາເລັດໄປຕະຫຼອດການ. ອະນາຄົດຂອງອານາຈັກຈະມີຄວາມສົດໃສ ແລະ ສວຍງາມ! ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ສ້າງກຸ່ມຜູ້ຊະນະຢູ່ໃນປະເທດຈີນແຜ່ນດິນໃຫຍ່ແລ້ວ. ພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍໄດ້ສໍາເລັດລົງແລ້ວ! ໃນປັດຈຸບັນນີ້ ພາລະກິດທົດລອງທີ່ພຣະເຈົ້າສ້າງຂຶ້ນໃນລະຫວ່າງການມາເຖິງແບບລັບໆຂອງພຣະອົງຢູ່ໃນປະເທດຈີນໄດ້ສິ້ນສຸດລົງຢ່າງສະຫງ່າງາມ ແລະ ພຣະອົງຈະປາກົດຕົວຢ່າງເປັນທາງການຕໍ່ທຸກເຊື້ອຊາດ ແລະ ທຸກສະຖານທີ່. ບັນດາຜູ້ທີ່ຖືກເລືອກແຫ່ງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນເປັນກຸ່ມຂອງຜູ້ຊະນະທີ່ພຣະເຈົ້າໄດ້ສ້າງຢູ່ໃນປະເທດຈີນ. ຮັບພາລະປະຕິບັດຫນ້າທີ່ອັນບໍລິສຸດ, ພວກເຂົາກຳລັງເປັນພະຍານໃຫ້ພາລະກິດຂອງພຣະເຈົ້າ ແລະ ກຳລັງປະກາດພຣະນາມອັນບໍລິສຸດຂອງພຣະເຈົ້າຕໍ່ເຊື້ອຊາດ ແລະ ສະຖານທີ່ຕ່າງໆ. ຂ່າວປະເສີດແຫ່ງອານາຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ແຜ່ລາມຢ່າງວ່ອງໄວໄປທົ່ວໂລກ. ພຣະທໍາທີ່ປາກົດຢູ່ໃນເນື້ອໜັງມະນຸດມີຢູ່ໃນອິນເຕີເນັດຢ່າງເປັນອິດສະຫຼະໃຫ້ທຸກເຊື້່ອຊາດຊົມໃຊ້ ແລະ ທຸກສະຖານທີ່ສະແຫວງຫາ ແລະ ຄົ້ນຫາ. ບໍ່ມີໃຜກ້າປະຕິເສດວ່າຄໍາກ່າວເຫຼົ່ານີ້ບໍ່ແມ່ນພຣະທໍາຂອງພຣະເຈົ້າ ແລະ ບໍ່ມີໃຜກ້າປະຕິເສດວ່າມັນບໍ່ແມ່ນຄວາມຈິງ. ຜູ້ຄົນຈຳນວນຫຼວງຫຼາຍທີ່ປາຖະໜາຄວາມຈິງ ແລະ ສະແຫວງຫາຄວາມສະຫວ່າງແມ່ນກໍາລັງຄົ້ນຫ້າ ແລະ ຄົ້ນຄວ້າພາລະກິດຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ໄດ້ຖືກສ້າງຕັ້ງຂຶ້ນໃນຫລາຍສິບປະເທດ ແລະ ພາກພື້ນທີ່ສໍາຄັນໃນທົ່ວໂລກ ຍ້ອນວ່າມີຜູ້ຄົນໄດ້ກັບຄືນມາຫາພຣະເຈົ້າອົງຊົງລິດທານຸພາບສູງສຸດນັບມື້ນັບຫຼາຍຂຶ້ນ. ມະນຸດກໍາລັງຄ່ອຍໆຕື່ນຂຶ້ນໃນທ່າມກາງພຣະທໍາຂອງພຣະເຈົ້າ ແລະ ໄດ້ເລີ່ມຍອມຮັບຮູ້ຄວາມຈິງ. ພຣະທໍາຂອງພຣະເຈົ້າຈະນໍາພາມວນມະນຸດ ແລະ ບັນລຸທຸກສິ່ງທຸກຢ່າງ. ທຸກຄົນທີ່ເຊື່ອພຣະເຈົ້າຢ່າງແທ້ຈິງ ແລະ ສະແຫວງຫາວິທີທາງທີ່ແທ້ຈິງຈະກັບຄືນມາຫາພຣະເຈົ້າ ແລະ ກາຍເປັນຜູ້ເຊື່ອຟັງຢູ່ຕໍ່ຫນ້າບັນລັງຂອງພຣະອົງ ແລະ ມະນຸດທັງໝົດຈະຮູ້ວ່າພຣະເຈົ້າສະເດັດມາ ແລະ ໄດ້ປາກົດຕົວ ແລະ ພຣະນາມຂອງພຣະອົງນັ້ນຈະຍິ່ງໃຫຍ່ໃນທ່າມກາງມວນມະນຸດທັງປວງ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພາກສະເໜີໂດຍຫຍໍ້ ກ່ຽວກັບປະຫວັດຂອງການປາກົດຕົວ ແລະ ພາລະກິດຂອງພຣະຄຣິດໃນຍຸກສຸດທ້າຍໃນປະເທດຈີນ

ປະເທດຈີນແມ່ນດິນແດນທີ່ມັງກອນແດງຍິ່ງໃຫຍ່ອາໄສຢູ່ ແລະ ເປັນດິນແດນທີ່ໄດ້ຕໍ່ຕ້ານ ແລະ ປະນາມພຣະເຈົ້າຢ່າງຮ້າຍແຮງຕະຫຼອດປະຫວັດສາດ....