ເປັນຫຍັງພຣະເຈົ້າຈຶ່ງໃຊ້ຊື່ຂອງ ພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກແຫ່ງອານາຈັກ?

26 ເດືອນມັງກອນ 2019

ຫຼາຍຄົນບໍ່ເຂົ້າໃຈວ່າເປັນຫຍັງ, ຍ້ອນວ່າ ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນການກັບມາຂອງພຣະເຢຊູເຈົ້າໃນຍຸກສຸດທ້າຍ, ພຣະເຢຊູເຈົ້າຈຶ່ງຖືກເອີ້ນວ່າ ພຣະເຈົ້າອົງຊົງລິດທານຸພາບສູງສຸດເມື່ອພຣະອົງສະເດັດມາເພື່ອປະຕິບັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ. ເປັນຫຍັງພຣະອົງຈິ່ງບໍ່ຖືກເອີ້ນວ່າພຣະເຢຊູເຈົ້າອີກ? ທີ່ຈິງແລ້ວ, ພຣະເຈົ້າມີຊື່ໃໝ່ທຸກຄັ້ງທີ່ພຣະອົງປະຕິບັດຂັ້ນຕອນພາລະກິດຂອງພຣະອົງ. ຊື່ໃໝ່ນີ້ຖືກຕັ້ງໂດຍພຣະເຈົ້າເອງເຊິ່ງເໝາະສົມກັບພາລະກິດ, ມັນບໍ່ແມ່ນສິ່ງທີ່ຜູ້ຄົນຈະເອີ້ນພຣະອົງຕາມໃຈພວກເຂົາ. ຊື່ທີ່ພຣະອົງໃຊ້ໃນແຕ່ລະຂັ້ນຕອນຂອງພາລະກິດ ມີພື້ນຖານຂອງມັນເອງໃນພຣະຄຳພີ. ຊື່ຂອງພຣະເຢຊູເຈົ້າຜູ້ຊົງກັບມາໃນຍຸກສຸດທ້າຍ ໄດ້ຖືກທຳນວາຍໄວ້ໃນພຣະຄຳພີເປັນເວລາດົນນານແລ້ວ. ເອຊາຢາ ກ່າວວ່າ, “ແລະ ຕ່າງຊາດຈະເຫັນຄວາມຊອບທຳຂອງເຈົ້າ ແລະ ກະສັດທັງໝົດຈະເຫັນສະຫງ່າລາສີຂອງເຈົ້າ ແລະ ເຈົ້າຈະຖືກເອີ້ນໂດຍຊື່ໃໝ່ທີ່ຖືກຕັ້ງຂຶ້ນຈາກປາກຂອງພຣະເຢໂຮວາ(ອຊຢ 62:2). ໃນປື້ມພຣະນິມິດ ກໍ່ໄດ້ກ່າວໄວ້ວ່າ “ແລະ ຈົ່ງຂຽນໄປເຖິງທຸດສະຫວັນຂອງຄຣິສຕະຈັກໃນເມືອງຟີລາເດັນເຟຍວ່າ... ຜູ້ໃດທີ່ໄດ້ຮັບໄຊຊະນະ ເຮົາຈະເຮັດໃຫ້ຜູ້ນັ້ນເປັນຫຼັກເສົາໃນພຣະວິຫານຂອງພຣະເຈົ້າຂອງເຮົາ ແລະ ຄົນນັ້ນຈະບໍ່ອອກໄປນອກພຣະວິຫານອີກຕໍ່ໄປ, ເຮົາຈະຂຽນພຣະນາມຂອງພຣະເຈົ້າຂອງເຮົາໃສ່ຄົນນັ້ນ ແລະ ພ້ອມດ້ວຍຊື່ນະຄອນຂອງພຣະເຈົ້າຂອງເຮົາ ນັ້ນກໍຄືນະຄອນເຢຣູຊາເລັມໃໝ່ ທີ່ລົງມາຈາກສະຫວັນແຫ່ງພຣະເຈົ້າຂອງເຮົາ ແລະ ເຮົາຈະຂຽນຊື່ໃໝ່ຂອງເຮົາໃສ່ຄົນນັ້ນ(ພນ 3:7,12). “ພຣະຜູ້ເປັນເຈົ້າຊົງກ່າວວ່າ ເຮົາຄືອາຟາ ແລະ ໂອເມກາ, ເຮົາຄືການເລີ່ມຕົ້ນ ແລະ ການສິ້ນສຸດ, ເຮົາຄືປັດຈຸບັນ, ອະດີດ ແລະ ອະນາຄົດ ນັ້ນກໍຄື ຜູ້ຊົງລິດທານຸພາບສູງສຸດ(ພນ 1:8). “ແລ້ວ ເຮົາໄດ້ຍິນຄືກັບສຽງຜູ້ຄົນຈໍານວນຫຼວງຫຼາຍ, ຄືດັ່ງສຽງສາຍນ້ຳໄຫຼຢ່າງແຮງ ແລະ ຄືດັ່ງສຽງຟ້າຮ້ອງສະທ້ານຟ້າວ່າ ອາເລລູຢາ! ພຣະຜູ້ເປັນເຈົ້າ ພຣະເຈົ້າອົງລິດອໍານາດຍິ່ງໃຫຍ່ໄດ້ຂຶ້ນຄອງລາດແລ້ວ(ພນ 19:6). ຊື່ຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຂອງຍຸກແຫ່ງອານາຈັກແມ່ນການບັນລຸຄຳທຳນວາຍຢ່າງສົມບູນຂອງປື້ມພຣະນິມິດ. ຊື່ທີ່ພຣະເຈົ້າໃຊ້ໃນແຕ່ລະຍຸກມີຄວາມໝາຍອັນເລິກເຊິ່ງ ແລະ ເຊື່ອມໂຍງຢ່າງໃກ້ຊິດກັບພາລະກິດຂອງພຣະເຈົ້າໃນຍຸກນັ້ນ. ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ເປີດເຜີຍຂໍ້ເລິກລັບຕ່າງໆທີ່ກ່ຽວຂ້ອງກັບເລື່ອງນີ້ເມື່ອພຣະອົງກ່າວວ່າ, “ໃນແຕ່ລະຍຸກ, ພຣະເຈົ້າໄດ້ປະຕິບັດພາລະກິດໃໝ່ ແລະ ຖືກເອີ້ນໂດຍພຣະນາມໃໝ່; ພຣະອົງຈະສາມາດປະຕິບັດພາລະກິດເກົ່າໆໃນຍຸກທີ່ແຕກຕ່າງກັນໄດ້ແນວໃດ? ພຣະອົງຈະຍຶດຕິດກັບສິ່ງເກົ່າໄດ້ແນວໃດ? ພຣະນາມຂອງພຣະເຢຊູແມ່ນຖືກໃຊ້ ໂດຍເຫັນແກ່ພາລະກິດແຫ່ງການໄຖ່ບາບ, ສະນັ້ນ ພຣະອົງຍັງຈະຖືກເອີ້ນໂດຍພຣະນາມເດີມເມື່ອພຣະອົງກັບຄືນມາໃນຍຸກສຸດທ້າຍນີ້ບໍ? ພຣະອົງຍັງຈະປະຕິບັດພາລະກິດແຫ່ງການໄຖ່ບາບອີກບໍ? ເປັນຫຍັງພຣະເຢໂຮວາ ແລະ ພຣະເຢຊູທີ່ເປັນໜຶ່ງດຽວກັນ, ແຕ່ພຣະອົງທັງສອງພັດຖືກເອີ້ນຊື່ຕ່າງກັນໃນຍຸກທີ່ແຕກຕ່າງກັນ? ບໍ່ແມ່ນຍ້ອນຍຸກແຫ່ງພາລະກິດຂອງພຣະອົງທັງສອງແຕກຕ່າງກັນບໍ? ພຣະນາມດຽວຈະສາມາດເປັນຕົວແທນທັງໝົດໃຫ້ກັບພຣະອົງໄດ້ແນວໃດ? ຖ້າເປັນແບບນັ້ນ, ພຣະເຈົ້າກໍຕ້ອງຖືກເອີ້ນຫຼາຍຊື່ທີ່ແຕກຕ່າງກັນຕາມແຕ່ລະຍຸກທີ່ແຕກຕ່າງ ແລະ ຕ້ອງໃຊ້ພຣະນາມເພື່ອປ່ຽນແປງຍຸກ ແລະ ເປັນຕົວແທນໃຫ້ກັບຍຸກດັ່ງກ່າວ. ຍ້ອນບໍ່ມີພຣະນາມໃດໜຶ່ງສາມາດເປັນຕົວແທນໃຫ້ກັບພຣະເຈົ້າເອງຢ່າງສົມບູນໄດ້ ແລະ ພຣະນາມແຕ່ລະຢ່າງກໍພຽງແຕ່ສາມາດເປັນຕົວແທນໃຫ້ກັບລັກສະນະຊົ່ວຄາວຂອງອຸປະນິໄສຂອງພຣະເຈົ້າໃນຍຸກທີ່ຖືກກຳນົດໄວ້ເທົ່ານັ້ນ; ທຸກສິ່ງທີ່ຕ້ອງເຮັດກໍຄືການເປັນຕົວແທນໃຫ້ກັບພາລະກິດຂອງພຣະອົງ. ສະນັ້ນ, ພຣະເຈົ້າສາມາດເລືອກພຣະນາມໃດກໍຕາມທີ່ເໝາະສົມກັບອຸປະນິໄສຂອງພຣະອົງເພື່ອແທນໃຫ້ກັບຍຸກທັງໝົດ. ບໍ່ວ່າມັນຈະເປັນຍຸກຂອງພຣະເຢໂຮວາ ຫຼື ຍຸກຂອງພຣະເຢຊູ, ແຕ່ລະຍຸກກໍມີພຣະນາມໃດໜຶ່ງເປັນຕົວແທນຂອງຍຸກ(ຄັດຈາກບົດນິມິດແຫ່ງພາລະກິດຂອງພຣະເຈົ້າ (3) ໃນໜັງສືພຣະທໍາປາກົດໃນຮ່າງກາຍ).

‘ພຣະເຢໂຮວາ’ ແມ່ນພຣະນາມທີ່ເຮົາໃຊ້ໃນລະຫວ່າງພາລະກິດຂອງເຮົາຢູ່ດິນແດນອິສຣາເອນ ແລະ ນັ້ນໝາຍເຖິງ ພຣະເຈົ້າຂອງຊາວອິສຣາເອັນ (ຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າ) ຜູ້ທີ່ສາມາດມີຄວາມເມດຕາຕໍ່ມະນຸດ ຊາບແສ່ງມະນຸດ ແລະ ນຳທາງຊີວິດຂອງມະນຸດໄດ້. ພຣະອົງ ໝາຍເຖິງພຣະເຈົ້າຜູ້ທີ່ມີອຳນາດຍິ່ງໃຫຍ່ ແລະ ເຕັມໄປດ້ວຍສະຕິປັນຍາ. “ພຣະເຢຊູ” ແມ່ນເອມະນູເອນ ແລະ ໝາຍເຖິງການຖວາຍບາບທີ່ເຕັມໄປດ້ວຍຄວາມຮັກ ຄວາມເມດຕາ ແລະ ໄຖ່ບາບໃຫ້ມະນຸດ. ພຣະອົງປະຕິບັດພາລະກິດໃນຍຸກແຫ່ງພຣະກະລຸນາ ແລະ ເປັນຕົວແທນໃຫ້ແກ່ຍຸກແຫ່ງພຣະພະກະລຸນາ ແລະ ສາມາດເປັນພຽງສ່ວນໜຶ່ງຂອງແຜນການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ. ນັ້ນໝາຍຄວາມວ່າ, ພຣະເຢໂຮວາແມ່ນພຣະເຈົ້າຂອງຜູ້ຄົນທີ່ຖືກເລືອກຂອງອິສຣາເອນ, ພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງອິຊາກ, ພຣະເຈົ້າຂອງຢາໂຄບ, ພຣະເຈົ້າຂອງໂມເຊ ແລະ ພຣະເຈົ້າຂອງຄົນອິສຣາເອນທັງໝົດ. ສະນັ້ນ ໃນຍຸກປັດຈຸບັນ ຊາວອິສຣາເອນທັງໝົດນອກຈາກເຜົ່າຈູດາແລ້ວ ແມ່ນບູຊາພຣະເຢໂຮວາ. ພວກເຂົາຖວາຍບູຊາພຣະອົງຢູ່ເທິງແທ່ນບູຊາ ແລະ ຮັບໃຊ້ພຣະອົງໂດຍໃສ່ເສື້ອຄຸມຂອງມະຫາປະໂລຫິດຢູ່ໃນພຣະວິຫານ. ສິ່ງທີ່ພວກເຂົາຄາດຫວັງແມ່ນການປະກົດຕົວອີກຄັ້ງຂອງພຣະເຢໂຮວາ. ມີພຽງພຣະເຢຊູເທົ່ານັ້ນເປັນຜູ້ໄຖ່ບາບຂອງມະນຸດ. ພຣະອົງແມ່ນການຖວາຍບາບທີ່ໄຖ່ບາບແກ່ມະນຸດໃຫ້ຫຼຸດພົ້ນຈາກບາບ. ນັ້ນໝາຍຄວາມວ່າ ພຣະນາມພຣະເຢຊູແມ່ນມາຈາກຍຸກແຫ່ງພຣະກະລຸນາ ແລະ ເກີດຂຶ້ນເນື່ອງຈາກພາລະກິດໄຖ່ບາບໃນຍຸກແຫ່ງພຣະກະລຸນາ. ພຣະນາມຂອງພຣະເຢຊູເກີດຂຶ້ນເພື່ອເຮັດໃຫ້ຜູ້ຄົນຂອງຍຸກແຫ່ງພຣະກະລຸນາໄດ້ເກີດໃໝ່ ແລະ ໄດ້ຮັບການຊ່ວຍໃຫ້ລອດ ແລະ ແມ່ນພຣະນາມໂດຍສະເພາະສຳລັບການໄຖ່ບາບຂອງມະນຸດ ຊາດທັງໝົດ. ສະນັ້ນ ພຣະນາມພຣະເຢຊູຈິ່ງເປັນຕົວແທນໃຫ້ແກ່ພາລະກິດໄຖ່ບາບ ແລະ ສະແດງເຖິງຍຸກແຫ່ງພຣະກະລຸນາ. ພຣະນາມພຣະເຢໂຮວາແມ່ນພຣະນາມສະເພາະສຳລັບຊາວອິສຣາເອນຜູ້ທີ່ດຳເນີນຊີວິດອີງຕາມພຣະບັນຍັດ. ໃນແຕ່ລະຍຸກ ແລະ ແຕ່ລະຂັ້ນຕອນຂອງພາລະກິດນັ້ນ ພຣະນາມຂອງເຮົາບໍ່ແມ່ນບໍ່ມີບ່ອນອ້າງອີງ ແຕ່ເປັນຕົວແທນທີ່ມີຄວາມໝາຍສໍາຄັນ ແລະ ແຕ່ລະພຣະນາມເປັນຕົວແທນໃຫ້ແກ່ຍຸກໜຶ່ງ. ‘ພຣະເຢໂຮວາ’ ເປັນຕົວແທນໃຫ້ແກ່ຍຸກແຫ່ງພຣະບັນຍັດ ແລະ ເປັນກຽດຕິຍົດຂອງພຣະເຈົ້າທີ່ຜູ້ຄົນແຫ່ງດິນແດນອິສຣາເອນເຄົາລົບບູຊາ. “ພຣະເຢຊູ” ເປັນຕົວແທນໃຫ້ແກ່ຍຸກແຫ່ງພຣະກະລຸນາ ແລະ ເປັນພຣະນາມຂອງພຣະເຈົ້າຂອງຜູ້ຄົນທັງໝົດທີ່ໄດ້ຮັບການໄຖ່ບາບໃນຊ່ວງຍຸກແຫ່ງພຣະກະລຸນາ. ຖ້າມະນຸດຍັງສະແຫວງຫາການລົງມາຂອງພຣະເຢຊູຜູ້ຊ່ວຍໃຫ້ລອດໃນຊ່ວງຍຸກສຸດທ້າຍນີ້ ແລະ ຍັງຄາດຫວັງໃຫ້ພຣະອົງກັບມາໃນຮູບແບບທີ່ພຣະອົງຊົງບັງເກີດໃນຈູເດຍ, ຖ້າເປັນເຊັ່ນນັ້ນ ແຜນການຄຸ້ມຄອງຫົກພັນປີທັງໝົດຈະຢຸດຢູ່ໃນຍຸກແຫ່ງການໄຖ່ບາບ ແລະ ຈະບໍ່ສາມາດສືບຕໍ່ກ້າວໄປຂ້າງໜ້າໄດ້. ຍິ່ງໄປກວ່ານັ້ນ ຍຸກສຸດທ້າຍຈະບໍ່ມີວັນເກີດຂຶ້ນ ແລະ ຍຸກການໄຖ່ບາບກໍຈະບໍ່ມີວັນສິ້ນສຸດລົງ. ນັ້ນເປັນເພາະວ່າພຣະເຢຊູພຣະຜູ້ຊ່ວຍໃຫ້ລອດແມ່ນເພື່ອການໄຖ່ບາບ ແລະ ການຊ່ວຍໃຫ້ມະນຸດລອດເທົ່ານັ້ນ. ເຮົາໃຊ້ຊື່ພຣະເຢຊູເພື່ອຜົນປະໂຫຍດຂອງຄົນບາບທັງໝົດໃນຍຸກແຫ່ງພຣະກະລຸນາເທົ່ານັ້ນ ແລະ ມັນບໍ່ແມ່ນຊື່ທີ່ເຮົາຈະນຳເອົາມະນຸດຊາດທັງໝົດໄປສູ່ຈຸດສິ້ນສຸດ. ເຖິງແມ່ນວ່າພຣະເຢໂຮວາ ພຣະເຢຊູ ແລະ ພຣະເມຊິອາ ທັງໝົດເປັນຕົວແທນໃຫ້ແກ່ພຣະວິນຍານຂອງເຮົາກໍຕາມ ແຕ່ຊື່ເຫຼົ່ານີ້ພຽງແຕ່ສະແດງເຖິງຍຸກຕ່າງໆໃນແຜນການຄຸ້ມຄອງຂອງເຮົາເທົ່ານັ້ນ ແລະ ບໍ່ແມ່ນຕົວແທນເຮົາທັງໝົດ. ຊື່ທີ່ມະນຸດໃນໂລກຮຽກເອີ້ນເຮົາ ກໍບໍ່ສາມາດອະທິບາຍເຖິງຈິດໃຈທັງໝົດຂອງເຮົາ ແລະ ທັງໝົດທີ່ເຮົາເປັນ. ພວກມັນພຽງແຕ່ເປັນຊື່ຕ່າງໆທີ່ມະນຸດເອີ້ນເຮົາໃນຍຸກຕ່າງໆເທົ່ານັ້ນ. ສະນັ້ນ ເມື່ອຍຸກສຸດທ້າຍ ນ້ັນກໍຄືຍຸກແຫ່ງມື້ສຸດທ້າຍມາເຖິງ ຊື່ຂອງເຮົາຈະປ່ຽນອີກຄັ້ງ. ເຮົາຈະບໍ່ຖືກເອີ້ນວ່າພຣະເຢໂຮວາ ຫຼື ພຣະເຢຊູ ແລະ ບໍ່ແມ່ນພຣະເມຊີອາ, ແຕ່ຈະຖືກເອີ້ນວ່າພຣະເຈົ້າອົງລິດທານຸພາບສູງສຸດ ແລະ ພາຍໃຕ້ນາມມະນົດນີ້ ເຮົາຈະນຳເອົາທຸກຍຸກໄປສູ່ຈຸດສິ້ນສຸດ. ຄັ້ງໜຶ່ງເຮົາເຄີຍຖືກຮັບຮູ້ໃນນາມພຣະເຢໂຮວາ. ຜູ້ຄົນຍັງເອີ້ນເຮົາວ່າ ພຣະເມຊີອາ ແລະ ຜູ້ຄົນຄັ້ງໜຶ່ງເຄີຍເອີ້ນເຮົາວ່າ ພຣະເຢຊູພຣະຜູ້ຊ່ວຍໃຫ້ລອດ ເພາະວ່າພວກເຂົາຮັກ ແລະເຄົາລົບເຮົາ. ແຕ່ມື້ນີ້ ເຮົາບໍ່ແມ່ນພຣະເຢໂຮວາ ຫຼື ພຣະເຢຊູທີ່ຜູ້ຄົນເຄີຍຮູ້ຈັກໃນອະດີດຜ່ານມາອີກແລ້ວ. ເຮົາແມ່ນພຣະເຈົ້າຜູ້ທີ່ກັບຄືນມາໃນຍຸກສຸດທ້າຍ ນັ້ນກໍຄືພຣະເຈົ້າຜູ້ທີ່ຈະນຳເອົາຍຸກໄປສູ່ຈຸດສິ້ນສຸດ. ເຮົາແມ່ນພຣະເຈົ້າທີ່ເກີດຂຶ້ນຈາກຂອບສຸດຂອງແຜ່ນດິນໂລກ ທີ່ພຽບພ້ອມໄປດ້ວຍອຸປະນິໄສທັງໝົດ ແລະ ເຕັມໄປດ້ວຍອຳນາດ ກຽດຕິຍົດ ແລະ ຄວາມສະຫງ່າລາສີ” (ຄັດຈາກບົດພຣະຜູ້ຊ່ວຍໃຫ້ລອດໄດ້ກັບຄືນມາເທິງ “ເມກຂາວ“ ໃນໜັງສືພຣະທໍາປາກົດໃນຮ່າງກາຍ).

ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວຢ່າງຊັດເຈນແລ້ວວ່າ ມີຄວາມໝາຍໃນຕົວແທນຂອງຊື່ທີ່ພຣະເຈົ້າໃຊ້ໃນແຕ່ລະຍຸກ: ແຕ່ລະຊື່ແມ່ນຕົວແທນພາລະກິດຂອງພຣະເຈົ້າ ແລະ ອຸປະນິໄສທີ່ພຣະອົງສະແດງອອກໃນຍຸກນັ້ນ. ໃນລະຫວ່າງຍຸກແຫ່ງພຣະບັນຍັດ, ພຣະເຈົ້າໃຊ້ຊື່ຂອງພຣະເຢໂຮວາເພື່ອປະກາດກົດໝາຍ ແລະ ພຣະບັນຍັດຂອງພຣະອົງ ແລະ ນຳພາຊີວິດຂອງມະນຸດຊາດເທິງແຜ່ນດິນໂລກ; ໃນລະຫວ່າງຍຸກແຫ່ງພຣະຄຸນ, ພຣະເຈົ້າໃຊ້ຊື່ຂອງພຣະເຢຊູເພື່ອປະຕິບັດພາລະກິດແຫ່ງການໄຖ່ບາບມະນຸດຊາດ; ແລະ ໃນລະຫວ່າງຍຸກແຫ່ງອານາຈັກ, ພຣະເຈົ້າຖືກເອີ້ນວ່າ ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະອົງປະຕິບັດພາລະກິດແຫ່ງການພິພາກສາ ເລີ່ມຕົ້ນຈາກເຮືອນຂອງພຣະເຈົ້າເພື່ອເຮັດໃຫ້ບໍລິສຸດ, ປ່ຽນແປງ ແລະ ຊ່ວຍມະນຸດໃຫ້ລອດພົ້ນ. ພຣະເຈົ້າປ່ຽນຍຸກໂດຍໃຊ້ຊື່ຂອງພຣະອົງ ແລະ ໃຊ້ຊື່ນີ້ເພື່ອເປັນຕົວແທນພາລະກິດຂອງຍຸກ. ເມື່ອພຣະເຈົ້າເຢໂຮວາປະຕິບັດພາລະກິດຂອງຍຸກແຫ່ງພຣະບັນຍັດ, ໂດຍການອະທິຖານຫາຊື່ຂອງພຣະເຢໂຮວາ ແລະ ການເຊື່ອຟັງກົດລະບຽບ ແລະ ພຣະບັນຍັດຂອງພຣະອົງເທົ່ານັ້ນ ຄົນກໍສາມາດໄດ້ຮັບການອວຍພອນ ແລະ ຖືກປົກປ້ອງໂດຍພຣະເຈົ້າແລ້ວ. ເມື່ອມາເຖິງຍຸກແຫ່ງພຣະຄຸນ, ພຣະເຈົ້າໄດ້ໃຊ້ຊື່ຂອງພຣະເຢຊູເພື່ອປະຕິບັດພາລະກິດແຫ່ງການໄຖ່ບາບ ແລະ ຜູ້ຄົນຕ້ອງໄດ້ຍອມຮັບພຣະເຢຊູເຈົ້າເປັນພຣະຜູ້ຊ່ວຍໃຫ້ລອດພົ້ນ ແລະ ຕ້ອງອະທິຖານເພື່ອສໍານຶກບາບໃນນາມຂອງພຣະຜູ້ເປັນເຈົ້າ ເພື່ອຈະໄດ້ຖືກຍົກໂທດບາບຂອງພວກເຂົາ ແລະ ຮັບເອົາຄວາມຈິງ ແລະ ພຣະຄຸນທີ່ພຣະເຢຊູເຈົ້າປະທານໃຫ້. ຖ້າຫາກຄົນຍັງຢຶດຕິດກັບຊື່ຂອງພຣະເຢໂຮວາ ແລະ ປະຕິເສດທີ່ຈະຍອມຮັບພຣະເຢຊູເຈົ້າ, ພວກເຂົາກໍ່ຈະສູນເສຍການເອົາໃຈໃສ່ ແລະ ການປົກປ້ອງຈາກພຣະເຈົ້າ ແລະ ຕົກຢູ່ໃນຄວາມມືດ, ຖືກສາບແຊ່ງ ແລະ ຖືກລົງໂທດໂດຍພຣະເຈົ້າຄືກັນກັບພວກຢິວ ພວກຟາຣີຊາຍ. ເມື່ອມາເຖິງຍຸກສຸດທ້າຍ, ພຣະເຈົ້າກໍໃຊ້ຊື່ຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເພື່ອດຳເນີນພາລະກິດແຫ່ງການພິພາກສາ ເຊິ່ງເລີ່ມຈາກເຮືອນຂອງພຣະເຈົ້າ. ໂດຍການຍອມຮັບຊື່ຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ປະຕິບັດຕາມຂັ້ນຕອນແຫ່ງພາລະກິດຂອງພຣະເຈົ້າ ແລະ ຜ່ານການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເທົ່ານັ້ນ ຜູ້ຄົນຈິ່ງສາມາດເຂົ້າໃຈ ແລະ ໄດ້ຮັບຄວາມຈິງ, ຫຼຸດພົ້ນຈາກບາບ, ຖືກຊຳລະລ້າງໃຫ້ບໍລິສຸດ ແລະ ໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າ. ທຸກຄົນທີ່ປະຕິເສດບໍ່ຍອມຮັບເອົາຊື່ຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ປະຕິເສດພາລະກິດແຫ່ງການພິພາກສາຂອງພຣະອົງໃນຍຸກສຸດທ້າຍແມ່ນບໍ່ສາມາດຫຼຸດພົ້ນຕົນເອງອອກຈາກການເປັນທາດຂອງບາບໄດ້ ແລະ ບໍ່ມີຄຸນສົມບັດທີ່ຈະເຂົ້າສູ່ອານາຈັກສະຫວັນໄດ້ຕະຫຼອດການ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ຄວາມແຕກຕ່າງລະຫວ່າງສາດສະໜາຄຣິດສະຕຽນ ແລະ ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນຫຍັງ?

ສາດສະໜາຄຣິດສະຕຽນ ແລະ ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເຊື່ອໃນພຣະເຈົ້າອົງດຽວກັນ....

ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເກີດຂຶ້ນໄດ້ແນວໃດ?

ຄືກັນກັບຄຣິສຕະຈັກຕ່າງໆຂອງສາດສະໜາຄຣິດ, ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ເກີດຂຶ້ນຍ້ອນພາລະກິດຂອງພຣະເຈົ້າຜູ້ທີ່ກາຍມາເປັນເນື້ອໜັງ....

ເປົ້າໝາຍຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດມີຫຍັງແດ່?

ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຫົດນໍ້າ ແລະ ລ້ຽງດູຜູ້ທີ່ເຊື່ອໃຫ້ສອດຄ່ອງສົມບູນກັບພຣະທຳຂອງພຣະເຈົ້າໃນພຣະຄຳພີ ແລະ...

ຄວາມເຊື່ອພື້ນຖານແຫ່ງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ

(1) ຫຼັກຄໍາສອນແຫ່ງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ຫຼັກຄຳສອນຂອງສາດສະໜາຄຣິດສະຕຽນມີຕົ້ນກຳເນີດມາຈາກພຣະຄຳພີ ແລະ...