ອານາຈັກຂອງພຣະຄຣິດເປັນເຮືອນທີ່ອົບອຸ່ນ
20 ເດືອນມັງກອນ 2019
ອານາຈັກຂອງພຣະຄຣິດເປັນເຮືອນທີ່ອົບອຸ່ນຂອງຂ້ານ້ອຍ, ເປັນເຮືອນຂອງຄົນຂອງພຣະເຈົ້າທຸກຄົນ.
ພຣະຄຣິດຊົງສະເດັດ ແລະ ກ່າວຢູ່ໃນຄຣິສຕະຈັກ ແລະ ດໍາລົງຊີວິດຢູ່ກັບຄົນຂອງພຣະເຈົ້າ
ການພິພາກສາ ແລະ ການລົງໂທດຈາກພຣະທໍາຂອງພຣະເຈົ້າມາຮອດແລ້ວ, ເຊັ່ນດຽວກັບພາລະກິດຂອງພຣະວິນຍານບໍລິສຸດ.
ພຣະທໍາຂອງພຣະເຈົ້າ ຈະຊົງໃຫ້ນໍ້າ, ອາຫານ ແລະ ນໍາພາຊີວິດຂອງພວກເຮົາໃຫ້ເຕີບໃຫຍ່.
ນີ້ແມ່ນອານາຈັກທີ່ປົກຄອງໂດຍພຣະຄຣິດ, ເປັນໂລກທີ່ຍຸຕິທໍາ ແລະ ທ່ຽງທໍາ
ອານາຈັກຂອງພຣະຄຣິດເປັນເຮືອນທີ່ອົບອຸ່ນຂອງຂ້ານ້ອຍ, ເປັນເຮືອນທີ່ຄົນຂອງພຣະເຈົ້າຮັກຫຼາຍ.
ພຣະທໍາຂອງພຣະເຈົ້າປົກຄອງໃນຄຣິສຕະຈັກ, ພວກເຮົາກະທໍາຕາມຄວາມຈິງ ແລະ ສັນລະເສີນພຣະຄຣິດດ້ວຍໃຈ.
ບໍ່ມີການແບ່ງແຍກ ຫຼື ກົນອຸບາຍອີກ, ບໍ່ຈໍາເປັນຕ້ອງປ້ອງກັນ ຫຼື ຢ້ານກົວ.
ພຣະຄຣິດເປັນບ່ອນພັກເຊົາຂອງຈິດວິນຍານມະນຸດ, ຂ້ານ້ອຍບໍ່ຕ້ອງການຊອກຫາທາງອື່ນອີກແລ້ວ.
ນີ້ແມ່ນອານາຈັກພຣະເຈົ້າທີ່ຜູ້ຄົນສະແຫວງຫາ, ເປັນເຮືອນທີ່ສະງົບສຸກຂອງມະນຸດ.
ອານາຈັກຂອງພຣະຄຣິດເປັນເຮືອນທີ່ອົບອຸ່ນຂອງຂ້ານ້ອຍ, ທີ່ຄົນຂອງພຣະເຈົ້າທຸກຄົນຖະໜຸຖະໜອມ.
ຢູ່ນີ້ຂ້ານ້ອຍປະສົບກັບພິພາກສາ ແລະ ການທົດລອງຈາກພຣະເຈົ້າ,
ແລະ ນິໄສຊົ່ວຮ້າຍຂອງຂ້ານ້ອຍຖືກຊໍາລະລ້າງ ແລະ ປ່ຽນແປງ.
ຄວາມສຸກ ແລະ ຄວາມເຕີບໃຫຍ່ຂອງຂ້ານ້ອຍຢູ່ທີ່ນີ້.
ຄໍາໃນໃຈທີ່ຂ້ານ້ອຍມີຕໍ່ພຣະເຈົ້າກໍຢູ່ທີ່ນີ້.
ຄວາມຊົງຈໍາທີ່ລືມບໍ່ໄດ້ກໍຢູ່ທີ່ນີ້,
ບັນທຶກພຣະຄຸນທີ່ພຣະເຈົ້າເສຍສະລະ.
ທຸກສິ່ງຢ່າງໃນນີ້ເຮັດໃຫ້ຂ້ານ້ອຍພໍໃຈ, ການອຸທິດຢ່າງຈິງໃຈ ແມ່ນນອກເໜືອຄໍາບັນຍາຍ
ພຣະຄຣິດແຫ່ງຍຸກສຸດທ້າຍ, ສຸດທີ່ຮັກຂອງຂ້ານ້ອຍ, ສະງ່າງາມຫຼາຍ.
ພຣະອົງໄດ້ມອບເຮືອນອົບອຸ່ນນີ້ໃຫ້ຂ້ານ້ອຍ.
ຈາກເພງ ຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່
ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ຖືກສ້າງຂຶ້ນເນື່ອງຈາກການປະກົດຕົວ ແລະ ພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ການສະເດັດມາຄັ້ງທີສອງຂອງພຣະເຍຊູເຈົ້າ, ພຣະຄຣິດແຫ່ງຍຸກສຸດທ້າຍ. ຄຣິສຕະຈັກດັ່ງກ່າວຖືກກໍ່ຕັ້ງຂຶ້ນໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດໂດຍພຣະອົງເອງ ແລະ ແນ່ນອນວ່າບໍ່ໄດ້ຖືກສ້າງຂຶ້ນໂດຍມະນຸດຄົນໃດ. ທຸກມື້ນີ້, ຮູບເງົາກ່ຽວກັບພຣະກິດຕິຄຸນຫຼາຍຊະນິດ, ວິດີໂອການອ່ານພຣະທໍາຂອງພຣະເຈົ້າ, ວິດີໂອການເຕັ້ນລໍາ ແລະ ເພງ, ວຽກງານຮ້ອງເພງປະສານສຽງ, ລະຄອນເພງ, ວິດີໂອເພງ ແລະ ວິດີໂອເພງສັນລະເສີນ ແລະ ອື່ນໆທີ່ສ້າງຂຶ້ນໂດຍຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ຖືກເຜີຍແຜ່ໄປທົ່ວໂລກຜ່ານອິນເຕີເນັດ. ແກະຂອງພຣະເຈົ້າໄດ້ຍິນສຽງຂອງພຣະເຈົ້າ. ຈາກພຣະທໍາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພວກເຮົາຮັບຮູ້ວ່າພຣະທໍາທັງໝົດທີ່ສະແດງໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນຄວາມຈິງ ແລະ ແມ່ນສຽງຂອງພຣະເຈົ້າ. ຕາບໃດທີ່ທ່ານອ່ານພຣະທໍາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ທ່ານຈະເຫັນວ່າພຣະເຈົ້າໄດ້ປະກົດຕົວແລ້ວ!
ຄຳຖະແຫຼງພິເສດ: ວິດີໂອນີ້ຖືກສ້າງຂຶ້ນເປັນເນື້ອຫາທີ່ບໍ່ຫວັງຜົນກຳໄລໂດຍຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ນັກສະແດງທີ່ປະກົດໃນວິດີໂອນີ້ກຳລັງສະແດງແບບບໍ່ຫວັງຜົນກຳໄລ ແລະ ບໍ່ໄດ້ຮັບຄ່າຈ້າງໃດໆ. ການແຈກຢາຍວິດີໂອນີ້ໃຫ້ພາກສ່ວນທີສາມໃດໆກໍຕາມແມ່ນບໍ່ຫວັງຜົນກຳໄລໃດໆທັງສິ້ນ; ພວກເຮົາຫວັງວ່າທຸກຄົນຈະແບ່ງປັນ ແລະ ແຈກຢາຍມັນໂດຍບໍ່ຄິດຄ່າ. ກະລຸນາໃຫ້ເຄຣດິດແກ່ແຫຼ່ງຂໍ້ມູນໃນເວລາແຈກຢາຍມັນ. ໂດຍບໍ່ມີການຍິນຍອມເຫັນດີຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ບໍ່ມີອົງການ, ກຸ່ມສັງຄົມ ຫຼື ບຸກຄົນໃດຈະສາມາດປ່ຽນແປງ ຫຼື ບິດເບືອນເນື້ອຫາຂອງວິດີໂອນີ້ໄດ້.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ