ເພງຄຣິດສະຕຽນ “ສິດອຳນາດຂອງພຣະເຈົ້າແມ່ນບໍ່ສາມາດວັດແທກໄດ້”

25 ເດືອນທັນວາ 2022

ສິດອຳນາດຂອງພຣະເຈົ້າບໍ່ເປີດ

ແລະ ປິດ, ບໍ່ໄດ້ມາ ແລະ ໄປ

ແລະ ບໍ່ມີໃຜທີ່ສາມາດວັດແທກໄດ້ວ່າ

ສິດອຳນາດຂອງພຣະອົງຍິ່ງໃຫຍ່ສໍ່າໃດ.

ເມື່ອພຣະເຈົ້າເຮັດສັນຍາກັບບຸກຄົນໃດໜຶ່ງ,

ທຸກສິ່ງທີ່ກ່ຽວກັບພວກເຂົາພຣະເຈົ້າ

ແມ່ນຮູ້ຈັກດີຄືກັບຫຼັງມືຂອງພຣະອົງເອງ

ບໍ່ວ່າພວກເຂົາຈະດຳລົງຊີວິດຢູ່ໃສ

ຫຼື ພວກເຂົາຈະເຮັດຫຍັງ,

ເບື້ອງຫຼັງຂອງພວກເຂົາກ່ອນ

ຫຼື ຫຼັງຈາກທີ່ພວກເຂົາຮັບຄຳສັນຍາເປັນແນວໃດ

ຫຼື ຄວາມວຸ້ນວາຍໃນສະພາບແວດລ້ອມ

ແຫ່ງການດຳລົງຊີວິດຂອງ

ພວກເຂົາຈະຮ້າຍແຮງຫຼາຍສໍ່າໃດ,

ຫຼື ຄວາມວຸ້ນວາຍໃນສະພາບແວດລ້ອມ

ແຫ່ງການດຳລົງຊີວິດຂອງ

ພວກເຂົາຈະຮ້າຍແຮງຫຼາຍສໍ່າໃດ.

ບໍ່ວ່າເວລາຈະຜ່ານໄປຫຼາຍສໍ່າໃດກໍຕາມ,

ເມື່ອພຣະເຈົ້າອວຍພອນຄົນໆໜຶ່ງ,

ການອວຍພອນນີ້ຈະສືບຕໍ່ໄປເລື້ອຍໆ

ແລະ ການຕໍ່ເນື່ອງຂອງການອວຍພອນ

ຈະເປັນຄຳພະຍານໃຫ້ກັບສິດອຳນາດທີ່

ບໍ່ສາມາດປະເມີນຄ່າໄດ້ຂອງພຣະເຈົ້າ

ແລະ ຈະຍອມໃຫ້ມະນຸດຊາດເຫັນແລ້ວເຫັນອີກເຖິງ

ການປາກົດອີກຄັ້ງຂອງພະລັງຊີວິດທີ່

ບໍ່ສາມາດດັບມອດໄດ້ຂອງພຣະຜູ້ສ້າງ.

ບໍ່ວ່າເວລາຈະຜ່ານໄປຫຼາຍສໍ່າໃດຫຼັງຈາກທີ່

ພຣະທຳຂອງພຣະເຈົ້າຖືກກ່າວອອກ,

ສຳລັບພຣະອົງແລ້ວ

ມັນກໍຄືກັບວ່າພຣະທຳເຫຼົ່ານັ້ນຫາກໍຖືກກ່າວອອກໄປ.

ນີ້ໝາຍຄວາມວ່າ ພຣະເຈົ້າມີລິດອຳນາດ

ແລະ ມີສິດອຳນາດດັ່ງກ່າວທີ່ພຣະອົງສາມາດຕິດຕາມ,

ຄວບຄຸມ ແລະ ສໍາເລັດຄຳສັນຍາທຸກຢ່າງທີ່

ພຣະອົງສ້າງໄວ້ກັບມະນຸດຊາດ

ແລະ ບໍ່ວ່າຄຳສັນຍາຈະເປັນຫຍັງກໍຕາມ,

ບໍ່ວ່າມັນຈະດົນສໍ່າໃດທີ່

ຈະເຮັດໃຫ້ຄຳສັນຍານັ້ນສຳເລັດຢ່າງຄົບຖ້ວນ

ແລະ ຍິ່ງໄປກວ່ານັ້ນກໍຄື

ບໍ່ວ່າຂອບເຂດຂອງຄວາມສຳເລັດຂອງ

ຄຳສັນຍານັ້ນກວ້າງຂວາງຫຼາຍສໍ່າໃດ.

ຄຳສັນຍາຂອງພຣະເຈົ້າກໍຈະຖືກເຮັດໃຫ້ສຳເລັດ.

ແມ່ນແລ້ວ, ມັນຈະຖືກບັນລຸຢູ່ສະເໝີ.

ແມ່ນແລ້ວ, ມັນຈະຖືກບັນລຸຢູ່ສະເໝີ.

ບໍ່ວ່າເວລາຈະຜ່ານໄປຫຼາຍສໍ່າໃດກໍຕາມ,

ເມື່ອພຣະເຈົ້າອວຍພອນຄົນໆໜຶ່ງ,

ການອວຍພອນນີ້ຈະສືບຕໍ່ໄປເລື້ອຍໆ

ແລະ ການຕໍ່ເນື່ອງຂອງການອວຍພອນ

ຈະເປັນຄຳພະຍານໃຫ້ກັບສິດອຳນາດທີ່

ບໍ່ສາມາດປະເມີນຄ່າໄດ້ຂອງພຣະເຈົ້າ

ແລະ ຈະຍອມໃຫ້ມະນຸດຊາດເຫັນແລ້ວເຫັນອີກເຖິງ

ການປາກົດອີກຄັ້ງຂອງພະລັງຊີວິດທີ່

ບໍ່ສາມາດດັບມອດໄດ້ຂອງພຣະຜູ້ສ້າງ.

ຄຳສັນຍານີ້ກໍຈະຖືກເຮັດໃຫ້ສຳເລັດ, ເກີດເປັນຈິງ

ແລະ ຍິ່ງໄປກວ່ານັ້ນກໍຄື ຄວາມສຳເລັດ ແລະ

ການເຮັດໃຫ້ເປັນຈິງຂອງມັນຈະບໍ່ຮຽກຮ້ອງ

ຄວາມພະຍາຍາມແມ່ນແຕ່ໜ້ອຍດຽວຈາກພຣະອົງ.

ມັນພິສູດວ່າຂອບເຂດຂອງສິດອຳນາດ ແລະ

ລິດອຳນາດຂອງພຣະເຈົ້າແມ່ນພຽງພໍ

ທີ່ຈະຄວບຄຸມຈັກກະວານທັງປວງ

ແລະ ມະນຸດຊາດທັງໝົດ.

ບໍ່ວ່າເວລາຈະຜ່ານໄປຫຼາຍສໍ່າໃດກໍຕາມ,

ເມື່ອພຣະເຈົ້າອວຍພອນຄົນໆໜຶ່ງ,

ການອວຍພອນນີ້ຈະສືບຕໍ່ໄປເລື້ອຍໆ

ແລະ ການຕໍ່ເນື່ອງຂອງການອວຍພອນ

ຈະເປັນຄຳພະຍານໃຫ້ກັບສິດອຳນາດທີ່

ບໍ່ສາມາດປະເມີນຄ່າໄດ້ຂອງພຣະເຈົ້າ

ແລະ ຈະຍອມໃຫ້ມະນຸດຊາດເຫັນແລ້ວເຫັນອີກເຖິງ

ການປາກົດອີກຄັ້ງຂອງພະລັງຊີວິດທີ່

ບໍ່ສາມາດດັບມອດໄດ້ຂອງພຣະຜູ້ສ້າງ.

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ