ເພງຄຣິດສະຕຽນ “ຄວາມຮັກຂອງພຣະເຈົ້າໂອບອ້ອມກອດຫົວໃຈຂອງຂ້ານ້ອຍ”

30 ເດືອນມັງກອນ 2019

ດວງຕາເວັນແຫ່ງຄວາມທ່ຽງທຳຂຶ້ນທາງທິດຕະເວັນອອກ

ໂອ້ພຣະເຈົ້າ ຄວາມຍິ່ງໃຫຍ່ຂອງພຣະອົງເຕີມເຕັມທ້ອງຟ້າ ແລະ ແຜ່ນດິນ

ທີ່ຮັກອັນງົດງາມຂອງຂ້ານ້ອຍ

ຄວາມຮັກຂອງພຣະອົງໂອບອ້ອມ ກອດຫົວໃຈຂອງຂ້ານ້ອຍ

ຜູ້ທີ່ສະແຫວງຄວາມຈິງ ເຂົາເຈົ້າຮັກພຣະເຈົ້າ ພຽງຢ່າງດຽວ

ໃນຍາມຮຸ່ງເຊົ້າ ເຖິງຂ້ານ້ອຍລຸກຂຶ້ນຄົນດຽວ ຄວາມສຸກກໍ່ຢູ່ໃນໃຈຂ້ານ້ອຍ

ເພາະຂ້ານ້ອຍຮໍ່າເພິງໃຈເຖິງພຣະທໍາພຣະເຈົ້າ

ພຣະທໍາອັນອ່ອນໂຍນຂອງພຣະອົງເໝືອນດັ່ງຖ້ອຍຄຳຂອງມານດາທີ່ຮັກ

ຄຳພິພາກສາຂອງພຣະອົງເຄັ່ງຂຶມເໝືອນດັ່ງຄວາມໂກດຮ້າຍຂອງບິດາ

ບໍ່ມີສິ່ງອື່ນໃດໃນໂລກທີ່ຂ້ານ້ອຍຮັກ ເພາະທັງໝົດຫົວໃຈຂອງຂ້ານ້ອຍ

ຮັກແຕ່ພຣະເຈົ້າອົງຊົງລິດທະນຸພາບສູງສຸດອົງດຽວ

ອາ ເຮ ອາ ເຮ

ອາ ເຮ ອາ ເຮ

ບໍ່ມີສິ່ງອື່ນໃດໃນໂລກທີ່ຂ້ານ້ອຍຮັກ ເພາະທັງໝົດຫົວໃຈຂອງຂ້ານ້ອຍ

ຮັກແຕ່ພຣະເຈົ້າອົງຊົງລິດທະນຸພາບສູງສຸດອົງດຽວ

ພຣະປະສົງໄດ້ເປີດເຜີຍເພື່ອເຮັດໃຫ້ຜູ້ທີ່ຮັກພຣະອົງ

ຢ່າງແທ້ຈິງເປັນຄົນສົມບູນແບບ

ຄົນບໍລິສຸດ ທີ່ເຕັມໄປດ້ວຍຊີວິດຊີວາ

ຈົ່ງມາຖວາຍການສັນລະເສີນຂອງເຈົ້າຕໍ່ພຣະອົງ.

"ການເຕັ້ນດ້ວຍຄວາມສຸກໃຈເປັນສິ່ງທີ່ສວຍງາມ

ເຕັ້ນ ແລະ ຟ້ອນອ້ອມບັນລັງ"

"ຈາກສີ່ມູມຂອງແຜ່ນດິນໂລກ

ພວກເຮົາມາ ຕາມສຽງຮຽກເອີ້ນຂອງພຣະເຈົ້າ"

ພຣະທໍາແຫ່ງຊີວິດທີ່ພຣະອົງມອບໃຫ້ພວກເຮົາ

ພວກເຮົາຖືກຊຳລະລ້າງດ້ວຍການພິພາກສາຂອງພຣະອົງ

ຄວາມຮັກຈະໝັ້ນຄົງກວ່າເມື່ອໄດ້ຖືກຊໍາລະລ້າງ

ມັນຊ່າງຫວານຊື່ນທີ່ໄດ້ຊື່ນຊົມຄວາມຮັກຂອງພຣະເຈົ້າ

ພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນຕາໜ້າຮັກຫຼາຍ

ຂ້ານ້ອຍຮັກພຣະອົງເທົ່ານັ້ນ

ອາເຮ່ ອາເຮ່

ອາເຮ່ ອາເຮ່

ພຣະເຈົ້າອົງຊົງລິດທານຸພາບສູງສຸດເປັນຕາໜ້າຮັກຫຼາຍ

ຂ້ານ້ອຍຮັກພຣະອົງເທົ່ານັ້ນ

ອາ ເຮ່ ອາ

ອາ ອາ

ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ​ໄດ້​ຖືກ​ສ້າງ​ຂຶ້ນ​ເນື່ອງ​ຈາກ​ການ​ປະກົດ​ຕົວ ​ແລະ ພາລະກິດ​ຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ, ການ​ສະເດັດມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ເຍຊູເຈົ້າ, ພຣະຄຣິດ​ແຫ່ງ​ຍຸກ​ສຸດ​ທ້າຍ.​ ຄຣິສຕະຈັກດັ່ງກ່າວ​ຖືກ​ກໍ່​ຕັ້ງ​ຂຶ້ນ​ໂດຍ​ພຣະ​ເຈົ້າ​​​ອົງຊົງລິດທານຸພາບສູງສຸດ​ໂດຍ​ພຣະ​ອົງ​ເອງ ​ແລະ ​​ແນ່ນອນ​ວ່າ​ບໍ່​ໄດ້​ຖືກ​ສ້າງ​ຂຶ້ນ​ໂດຍ​ມະນຸດຄົນໃດ. ທຸກ​ມື້​ນີ້, ຮູບ​ເງົາ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນຫຼາຍຊະນິດ, ວິ​ດີ​ໂອ​ການ​ອ່ານ​ພຣະ​ທໍາ​ຂອງ​ພຣະ​ເຈົ້າ, ວິ​ດີ​ໂອ​ການ​ເຕັ້ນລໍາ ​ແລະ ​ເພງ, ວຽກງານ​ຮ້ອງ​ເພງປະສານສຽງ, ລະຄອນ​ເພງ, ວິດີ​ໂອ​ເພງ ​ແລະ ວິ​ດີ​ໂອ​ເພງສັນລະເສີນ ​ແລະ ອື່ນໆ​ທີ່​ສ້າງ​ຂຶ້ນ​ໂດຍຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດໄດ້​ຖືກ​ເຜີ​ຍ​ແຜ່​​ໄປ​ທົ່ວ​ໂລກ​ຜ່ານ​ອິນ​ເຕີ​ເນັດ. ​ແກະ​ຂອງ​ພຣະ​ເຈົ້າ​ໄດ້​ຍິນ​ສຽງ​ຂອງ​ພຣະ​ເຈົ້າ. ຈາກ​ພຣະທໍາ​ຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ, ພວ​ກ​ເຮົາ​ຮັບ​ຮູ້​ວ່າ​ພຣະທໍາ​ທັງ​ໝົດ​ທີ່​ສະ​ແດງ​ໂດຍພຣະ​ເຈົ້າ​​ອົງຊົງລິດທານຸພາບສູງສຸດແມ່ນ​ຄວາມ​ຈິງ ​ແລະ ​ແມ່ນ​ສຽງ​ຂອງ​ພຣະ​ເຈົ້າ. ຕາບ​ໃດ​ທີ່​ທ່ານ​ອ່ານ​ພຣະ​ທໍາ​ຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ, ທ່ານ​ຈະ​ເຫັນ​ວ່າ​ພຣະ​ເຈົ້າ​ໄດ້​ປະກົດ​ຕົວ​ແລ້ວ!

​ຄຳ​ຖະ​ແຫຼງພິ​ເສດ: ວິດີ​ໂອ​ນີ້​ຖືກ​ສ້າງ​ຂຶ້ນ​ເປັນເນື້ອຫາ​ທີ່​ບໍ່​ຫວັງ​ຜົນ​ກຳ​ໄລ​ໂດຍ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ. ນັກສະ​ແດງ​ທີ່​ປະກົດ​ໃນວິ​ດີ​ໂອ​ນີ້​ກຳລັງ​ສະ​ແດງ​ແບບ​ບໍ່​ຫວັງ​ຜົນ​ກຳໄລ ​ແລະ ບໍ່​ໄດ້​ຮັບ​ຄ່າ​ຈ້າງ​​ໃດໆ. ການ​ແຈກ​ຢາຍ​ວິ​ດີ​ໂອ​ນີ້​ໃຫ້​ພາກສ່ວນ​ທີ​ສາມ​ໃດໆ​ກໍ​ຕາມ​ແມ່ນ​ບໍ່​ຫວັງ​ຜົນ​ກຳ​ໄລໃດໆທັງສິ້ນ; ພວກ​ເຮົາ​ຫວັງວ່າ​ທຸກ​ຄົນ​ຈະ​ແບ່ງປັນ ​ແລະ ​ແຈກ​ຢາຍ​ມັນ​​ໂດຍ​ບໍ່​ຄິດ​ຄ່າ. ກະລຸນາ​ໃຫ້​ເຄຣດິດ​ແກ່​ແຫຼ່ງຂໍ້​ມູນ​ໃນ​ເວລາ​ແຈກ​ຢາຍ​ມັນ. ​ໂດຍ​ບໍ່​ມີ​ການ​ຍິນ​ຍອມ​ເຫັນ​ດີ​ຈາກຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ, ບໍ່​ມີ​ອົງການ, ກຸ່ມ​ສັງຄົມ ຫຼື ບຸກຄົນ​ໃດ​ຈະ​ສາມາດປ່ຽນ​ແປງ ຫຼື ບິດ​ເບືອນ​ເນື້ອ​ຫາ​ຂອງ​ວິ​ດີ​ໂອນີ້​ໄດ້.

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ