ເພງຄຣິດສະຕຽນ “ພາລະກິດທີ່ຍິ່ງໃຫຍ່ຂອງພຣະເຈົ້າໄດ້ສຳເລັດແລ້ວ”

08 ເດືອນກໍລະກົດ 2019

ພວກເຮົາ ຜູ້ເຊິ່ງຕິດຕາມພຣະຄຣິດແຫ່ງຍຸກສຸດທ້າຍ

ໄດ້ເປັນພະຍານຕໍ່ຈັກກະວານທັງໝົດ:

ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ປະກົດໃນເນື້ອໜັງ,

ສຳແດງຄວາມຈິງເພື່ອຊ່ວຍມະນຸດຊາດ.

ພວກເຮົາໄດ້ຍິນສຽງຂອງເຈົ້າບ່າວ,

ພວກເຮົາຖືກຍົກຂຶ້ນຕໍ່ໜ້າພຣະເຈົ້າ.

ໃນທີ່ສຸດ ພວກເຮົາກໍໄດ້ເຂົ້າຮ່ວມງານລ້ຽງຂອງພຣະເມສານ້ອຍ,

ໄດ້ເຂົ້າສູ່ການຝຶກຝົນແຫ່ງອານາຈັກ.

ການພິພາກສາໄດ້ເລີ່ມຕົ້ນກັບຄົວເຮືອນຂອງພຣະເຈົ້າ,

ອຸປະນິໄສຂອງພຣະອົງຖືກເປີດເຜີຍອອກທັງໝົດ.

ຄວາມຈິງແຫ່ງພຣະທຳຂອງພຣະອົງໄດ້ເອົາຊະນະພວກເຮົາ,

ພວກເຮົາລົ້ມລົງຕໍ່ໜ້າພຣະເຈົ້າ ແລະ ນະມັດສະການພຣະອົງ.

ຫົວໃຈ ແລະ ຈິດໃຈຂອງພວກເຮົາ

ຖືກເປີດເຜີຍຢ່າງສົມບູນໂດຍພຣະທຳຂອງພຣະເຈົ້າ.

ຜ່ານການທົດລອງ ແລະ ການຫຼໍ່ຫຼອມຂອງພຣະເຈົ້າ,

ອຸປະນິໄສທີ່ເສື່ອມຊາມຂອງພວກເຮົາກໍໄດ້ຮັບການຊໍາລະ.

ຜ່ານການພິພາກສາຂອງພຣະເຈົ້າ

ພວກເຮົາເຫັນຄວາມຊອບທຳ ແລະ ຄວາມບໍລິສຸດຂອງພຣະອົງ.

ຜູ້ຄົນຂອງພຣະເຈົ້າເຊື່ອຟັງຕໍ່ໜ້າພຣະອົງ,

ແລະ ຊື່ສັດຕໍ່ພຣະເຈົ້າຈົນຕາຍ.

ພຣະເຈົ້າໄດ້ເອົາຊະນະຊາຕານໃນທຸກໆດ້ານ,

ສ້າງກຸ່ມຄົນແຫ່ງຜູ້ຊະນະ.

ພວກເຮົາ ຜູ້ເຊິ່ງຕິດຕາມພຣະຄຣິດແຫ່ງຍຸກສຸດທ້າຍ

ເປັນພະຍານຕໍ່ຈັກກະວານທັງໝົດ:

ພາລະກິດທີ່ຍິ່ງໃຫຍ່ຂອງພຣະເຈົ້າໄດ້ສຳເລັດແລ້ວ,

ພຣະອົງໄດ້ຮັບພຣະລັດສະໝີຢ່າງເຕັມປ່ຽມແລ້ວ.

ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ເປີດເຜີຍ

ການພິພາກສາແຫ່ງຍຸກສຸດທ້າຍ,

ເລີ່ມຕົ້ນຍຸກແຫ່ງອານາຈັກ.

ທຸກນິກາຍອົດຫິວຢ່າງຮ້າຍແຮງ,

ທຸກຄົນຖືກບັງຄັບໃຫ້ສະແຫວງຫາຫົນທາງທີ່ແທ້ຈິງ.

ຍິງພົມມະຈັນທີ່ສະຫຼາດໄດ້ຍິນພຣະສຸລະສຽງຂອງພຣະເຈົ້າ

ແລະ ຖືກຍົກຂຶ້ນຕໍ່ໜ້າພຣະອົງ ກ່ອນໜ້າໄພພິບັດ.

ທຸກຄົນທີ່ປະຕິເສດທີ່ຈະຍອມຮັບພຣະຄຣິດແຫ່ງຍຸກສຸດທ້າຍ

ຈະຈົມລົງໄປໃນໄພພິບັດ.

ພຣະເຈົ້າຊົງລິດທານຸພາບສູງສຸດ

ແລະ ປ່ຽມດ້ວຍສະຕິປັນຍາໃນພາລະກິດຂອງພຣະອົງ,

ພຣະອົງຈັດແບ່ງທຸກຄົນຕາມປະເພດຂອງພວກເຂົາ.

ທຸກຊົນຊາດ ແລະ ທຸກຄົນມາຫາແສງສະຫວ່າງ,

ຍອມຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ.

ທິວທັດຂອງອານາຈັກແມ່ນສົດໃສຢ່າງບໍ່ມີບ່ອນສິ້ນສຸດ,

ເຊິ່ງສະແດງເຖິງພາບອັນແຮງກ້າ.

ໄພພິບັດຈະທຳລາຍລ້າງມະນຸດທີ່ຊົ່ວຮ້າຍ,

ໂດຍເປີດເຜີຍຄວາມຊອບທຳ ແລະ ຄວາມສະຫງ່າງາມຂອງພຣະເຈົ້າ.

ພຣະທຳທຸກຂໍ້ຂອງພຣະເຈົ້າກຳລັງຖືກປະຕິບັດ,

ພຣະທຳຂອງພຣະເຈົ້າຈະສຳເລັດທຸກສິ່ງຢ່າງ.

ອານາຈັກຂອງພຣະຄຣິດໄດ້ປະກົດຂຶ້ນເທິງແຜ່ນດິນໂລກ,

ພຣະເຈົ້າດຳລົງຢູ່ຮ່ວມກັບຜູ້ຄົນຂອງພຣະອົງ.

ພວກເຮົາ ຜູ້ເຊິ່ງຕິດຕາມພຣະຄຣິດແຫ່ງຍຸກສຸດທ້າຍ

ເປັນພະຍານຕໍ່ຈັກກະວານທັງໝົດ:

ພາລະກິດທີ່ຍິ່ງໃຫຍ່ຂອງພຣະເຈົ້າໄດ້ສຳເລັດແລ້ວ,

ພຣະອົງໄດ້ຮັບພຣະລັດສະໝີຢ່າງເຕັມປ່ຽມແລ້ວ.

ພວກເຮົາ ຜູ້ເຊິ່ງຕິດຕາມພຣະຄຣິດແຫ່ງຍຸກສຸດທ້າຍ

ເປັນພະຍານຕໍ່ຈັກກະວານທັງໝົດ:

ພາລະກິດທີ່ຍິ່ງໃຫຍ່ຂອງພຣະເຈົ້າໄດ້ສຳເລັດແລ້ວ,

ພຣະອົງໄດ້ຮັບພຣະລັດສະໝີຢ່າງເຕັມປ່ຽມແລ້ວ.

ພຣະອົງໄດ້ຮັບພຣະລັດສະໝີຢ່າງເຕັມປ່ຽມແລ້ວ.

ຈາກໜັງສື ຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່

ແນະນຳ:

Lao Christian Song | “ອານາຈັກຂອງພຣະຄຣິດເປັນເຮືອນທີ່ອົບອຸ່ນ”

https://lo.kingdomsalvation.org/videos/Christ-s-kingdom-is-warm-home-mv.html

ຟ້າແມບເຫຼື້ອມ ທິດຕາເວັນອອກ, ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ຖືກສ້າງຂຶ້ນເນື່ອງຈາກການປາກົດຕົວ ແລະ ກິດຈະການຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ການກັບມາຄັ້ງທີສອງຂອງພຣະເຍຊູ, ພຣະຄຣິດແຫ່ງຍຸກສຸດທ້າຍ. ຄຣິສຕະຈັກແມ່ນປະກອບມີຜູ້ຄົນທັງໝົດທີ່ຍອມຮັບເອົາກິດຈະການຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍ ແລະ ຜູ້ຖືກເອົາຊະນະໃຈ ແລະ ຊ່ວຍໃຫ້ລອດພົ້ນໂດຍພຣະທໍາຂອງພຣະອົງ. ຄຣິສຕະຈັກແມ່ນຖືກກໍ່ຕັ້ງຂຶ້ນໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດເອງ ແລະ ພຣະອົງເປັນຜູ້ນຳພາເໝືອນດັ່ງຄົນລ້ຽງແກະ. ແນ່ນອນວ່າຄຣິສຕະຈັກບໍ່ໄດ້ຖືກສ້າງຂຶ້ນໂດຍມະນຸດ. ພຣະຄຣິດຄືຄວາມຈິງ, ຄືວິທີທາງ ແລະ ຄືຊີວິດ. ແກະຂອງພຣະເຈົ້າໄດ້ຍິນສຽງຂອງພຣະເຈົ້າ. ເມື່ອທ່ານອ່ານພຣະທໍາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ທ່ານຈະເຫັນວ່າພຣະເຈົ້າໄດ້ປາກົດຕົວແລ້ວ.

ພວກເຮົາຍິນດີໃຫ້ທ່ານດາວໂຫຼດແອັບຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ.

ຄຳຖະແຫຼງພິເສດ: ວິດີໂອນີ້ຖືກສ້າງຂຶ້ນເປັນເນື້ອຫາທີ່ບໍ່ຫວັງຜົນກຳໄລ ໂດຍຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ນັກສະແດງທີ່ປາກົດໃນວິດີໂອນີ້ກຳລັງສະແດງແບບບໍ່ຫວັງຜົນກຳໄລ ແລະ ບໍ່ໄດ້ຮັບຄ່າຈ້າງໃດໆ. ວິດີໂອນີ້ຈະບໍ່ອະນຸດຍາດໃຫ້ແຈກຢາຍຕໍ່ໃຫ້ພາກສ່ວນທີສາມເພື່ອຫວັງຜົນກຳໄລໃດໆທັງສິ້ນ; ພວກເຮົາຫວັງວ່າທຸກຄົນຈະແບ່ງປັນ ແລະ ແຈກຢາຍມັນໂດຍບໍ່ຄິດຄ່າ. ກະລຸນາໃຫ້ເຄຣດິດແກ່ແຫຼ່ງຂໍ້ມູນໃນເວລາແຈກຢາຍມັນ. ໂດຍບໍ່ມີການຍິນຍອມເຫັນດີນໍາຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ບໍ່ມີອົງການ, ກຸ່ມສັງຄົມ ຫຼື ບຸກຄົນໃດຈະສາມາດປ່ຽນແປງ ຫຼື ບິດເບືອນເນື້ອຫາຂອງວິດີໂອນີ້ໄດ້.

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ