ເພງຄຣິດສະຕຽນ “ບໍ່ມີອຳນາດໃດສາມາດຂວາງທາງສິ່ງທີ່ພຣະເຈົ້າປາຖະໜາທີ່ຈະບັນລຸໄດ້”

17 ເດືອນທັນວາ 2021

ບໍ່ມີປະເທດ ຫຼື ລິດອຳນາດໃດທີ່ສາມາດຢືນຂວາງສິ່ງທີ່

ພຣະເຈົ້າປາຖະໜາທີ່ຈະບັນລຸໄດ້.

ໃນປັດຈຸບັນນີ້ ພຣະເຈົ້າໄດ້ກັບຄືນມາສູ່ແຜ່ນດິນໂລກ

ເພື່ອປະຕິບັດພາລະກິດຂອງພຣະອົງ.

ຈຸດໝາຍທຳອິດຂອງພຣະອົງກໍຄື

ກຸ່ມນັກປົກຄອງພະເດັດການທີ່ຍິ່ງໃຫຍ່ ນັ້ນກໍຄື

ປະເທດຈີນ ເຊິ່ງເປັນປ້ອມປາການທີ່

ເດັດດ່ຽວຂອງລັດທິບໍ່ເຊື່ອພຣະເຈົ້າ.

ພຣະເຈົ້າໄດ້ຮັບກຸ່ມຄົນໂດຍສະຕິປັນຍາ

ແລະ ລິດອຳນາດຂອງພຣະອົງ.

ໃນຊ່ວງເວລານັ້ນ, ພຣະອົງຖືກຕາມລ່າໂດຍ

ພັກປົກຄອງຂອງຈີນໃນທຸກວິທີທາງ

ແລະ ປະສົບກັບການທົນທຸກທໍລະມານທີ່ຍິ່ງໃຫຍ່

ໂດຍບໍ່ມີບ່ອນວາງຫົວຂອງພຣະອົງ

ແລະ ບໍ່ສາມາດຊອກຫາບ່ອນທີ່ຈະຫຼົບຊ້ອນໄດ້.

ເຖິງຢ່າງນັ້ນກໍຕາມ ພຣະເຈົ້າກໍຍັງຄົງສືບຕໍ່ພາລະກິດທີ່

ພຣະອົງຕັ້ງໃຈທີ່ຈະປະຕິບັດ ນັ້ນກໍຄື

ພຣະອົງກ່າວຖ້ອຍຄໍາຂອງພຣະອົງ ແລະ ເຜີຍແຜ່ຂ່າວປະເສີດ.

ບໍ່ມີໃຜສາມາດຢັ່ງເຖິງ

ຄວາມລິດທານຸພາບສູງສຸດຂອງພຣະເຈົ້າໄດ້.

ໃນປະເທດຈີນ ເຊິ່ງເປັນປະເທດທີ່ນັບພຣະເຈົ້າເປັນສັດຕູ

ພຣະເຈົ້າກໍບໍ່ເຄີຍເຊົາພາລະກິດຂອງພຣະອົງ.

ກົງກັນຂ້າມ, ຫຼາຍຄົນໄດ້ຍອມຮັບເອົາພາລະກິດ

ແລະ ພຣະທຳຂອງພຣະອົງ

ຍ້ອນພຣະເຈົ້າກະທຳທຸກສິ່ງຢ່າງທີ່ພຣະອົງສາມາດກະທຳ

ເພື່ອຊ່ວຍໃຫ້ມະນຸດຊາດລອດພົ້ນ

ຍ້ອນພຣະເຈົ້າກະທຳທຸກສິ່ງຢ່າງທີ່ພຣະອົງສາມາດກະທຳ

ເພື່ອຊ່ວຍໃຫ້ມະນຸດຊາດລອດພົ້ນ.

ບໍ່ມີປະເທດ ຫຼື ລິດອຳນາດໃດທີ່ສາມາດຢືນຂວາງສິ່ງທີ່

ພຣະເຈົ້າປາຖະໜາທີ່ຈະບັນລຸໄດ້.

ຄົນທີ່ຂັດຂວາງພາລະກິດຂອງພຣະເຈົ້າ

ຕໍ່ຕ້ານພຣະທຳຂອງພຣະເຈົ້າ

ລົບກວນ ແລະ ທຳລາຍແຜນການຂອງພຣະເຈົ້າ

ຈະຖືກລົງໂທດໂດຍພຣະເຈົ້າໃນທີ່ສຸດ.

ຄົນທີ່ທ້າທາຍພາລະກິດຂອງພຣະເຈົ້າກໍຈະຖືກສົ່ງລົງນະຮົກ

ປະເທດໃດກໍຕາມທີ່ທ້າທາຍພາລະກິດຂອງພຣະເຈົ້າຈະຖືກທຳລາຍ

ຊົນຊາດໃດກໍຕາມທີ່ລຸກຮືຂຶ້ນເພື່ອຕໍ່ຕ້ານພາລະກິດຂອງພຣະເຈົ້າ

ຈະຖືກກວາດລ້າງອອກຈາກແຜ່ນດິນໂລກນີ້ ແລະ

ຈະບໍ່ມີຜູ້ຄົນແບບນັ້ນໃນໂລກນີ້ອີກຕໍ່ໄປ.

ບໍ່ມີປະເທດ ຫຼື ລິດອຳນາດໃດທີ່ສາມາດຢືນຂວາງສິ່ງທີ່

ພຣະເຈົ້າປາຖະໜາທີ່ຈະບັນລຸໄດ້.

ຄົນທີ່ຂັດຂວາງພາລະກິດຂອງພຣະເຈົ້າ

ຕໍ່ຕ້ານພຣະທຳຂອງພຣະເຈົ້າ

ລົບກວນ ແລະ ທຳລາຍແຜນການຂອງພຣະເຈົ້າ

ຈະຖືກລົງໂທດໂດຍພຣະເຈົ້າໃນທີ່ສຸດ.

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ