ເພງຄຣິດສະຕຽນ “ສັນລະເສີນຊີວິດໃໝ່ທີ່ຢູ່ໃນອານາຈັກ”

14 ເດືອນມີນາ 2019

ພວກເຮົາໄດ້ຍິນພຣະສຸລະສຽງຂອງພຣະເຈົ້າ

ແລະ ກັບຄືນສູ່ບ້ານຂອງພຣະອົງ.

ໃນງານຊຸມນຸມ ພວກເຮົາກິນ ແລະ ດື່ມພຣະທຳຂອງພຣະເຈົ້າ,

ພວກເຮົາກໍາລັງເຂົ້າຮ່ວມງານກິນລ້ຽງ.

ພວກເຮົາສັ່ງລາກັບຄວາມໂສກເສົ້າ

ແລະ ຄວາມຫຍຸ້ງຍາກຂອງພວກເຮົາ, ພວກເຮົາກຳລັງໃຊ້ຊີວິດໃໝ່.

ພຣະທຳຂອງພຣະເຈົ້າຢູ່ກັບພວກເຮົາທຸກໆມື້,

ສະນັ້ນ ພວກເຮົາກໍໄດ້ຊື່ນຊົມໃນພຣະທຳນັ້ນ.

ເມື່ອໄດ້ເປີດຫົວໃຈຂອງພວກເຮົາໃນການສົນທະນາກ່ຽວກັບຄວາມຈິງ,

ຫົວໃຈຂອງພວກເຮົາຊ່າງເບີກບານຫຼາຍ.

ພວກເຮົາຕຶກຕອງ, ໄຕ່ຕອງພຣະທຳຂອງພຣະເຈົ້າ,

ພຣະວິນຍານບໍລິສຸດກໍຊົງສ່ອງແສງສະຫວ່າງໃຫ້ກັບພວກເຮົາ.

ພວກເຮົາເປັນອິດສະຫຼະຈາກອຸປະສັກ ແລະ ອະຄະຕິຂອງພວກເຮົາ,

ພວກເຮົາມີຊີວິດພາຍໃນຄວາມຮັກຂອງພຣະເຈົ້າ.

ພວກເຮົາເຂົ້າໃຈຄວາມຈິງ ແລະ ເປັນອິດສະຫຼະ,

ຫົວໃຈຂອງພວກເຮົາກໍຫວານຄືກັບນໍ້າເຜິ້ງ.

ພວກເຮົາຮັກກັນ ແລະ ກັນ, ບໍ່ມີຄວາມຫ່າງໄກລະຫວ່າງພວກເຮົາ.

ພວກເຮົາເຂົ້າໃຈຫົວໃຈຂອງພຣະເຈົ້າ, ພວກເຮົາບໍ່ຄິດລົບອີກຕໍ່ໄປ.

ເມື່ອດຳລົງຊີວິດໃນພຣະທຳຂອງພຣະເຈົ້າ,

ພວກເຮົາເຫັນເຖິງຄວາມເປັນຕາຮັກຂອງພຣະອົງ.

ພວກເຮົາໄດ້ຮັບເອົາເສັ້ນທາງແຫ່ງແສງສະຫວ່າງໃນຊີວິດ,

ສິ່ງນີ້ແມ່ນການນໍາພາຂອງພຣະເຈົ້າທັງໝົດ.

ພວກເຮົາຮ້ອງສັນລະເສີນສຽງດັງໃຫ້ກັບພຣະເຈົ້າ,

ພວກເຮົາເຕັ້ນ ແລະ ພວກເຮົາເຕັ້ນ.

ພວກເຮົາສັນລະເສີນຊີວິດໃໝ່ຂອງພວກເຮົາໃນອານາຈັກ,

ຫົວໃຈຂອງພວກເຮົາມີຄວາມສຸກຢ່າງແທ້ຈິງ.

ເປັນພຣະເຈົ້າທີ່ຊ່ວຍພວກເຮົາ,

ພວກເຮົາກໍໄດ້ກາຍມາເປັນປະຊາຊົນຂອງພຣະເຈົ້າ.

ການຖືກຍົກຂຶ້ນຕໍ່ໜ້າບັນລັງຂອງພຣະເຈົ້າ

ແມ່ນຄວາມສຸກທີ່ຫາບ່ອນທຽບບໍ່ໄດ້.

ພຣະທຳຂອງພຣະເຈົ້າລໍ້າຄ່າຫຼາຍ,

ພຣະທຳເຫຼົ່ານັ້ນແມ່ນຄວາມຈິງທັງໝົດ.

ເມື່ອຍອມຮັບການພິພາກສາແຫ່ງພຣະທຳຂອງພຣະເຈົ້າ,

ຄວາມເສື່ອມຊາມຂອງພວກເຮົາກໍຖືກເປີດໂປ່ງຢ່າງສົມບູນ.

ດ້ວຍອຸປະນິໄສທີ່ອວດດີ, ພວກເຮົາຂາດເຫດຜົນແທ້ໆ.

ພຣະທຳຂອງພຣະເຈົ້າຮານ ແລະ ຈັດການກັບພວກເຮົາ,

ພວກເຮົາຈຶ່ງໄດ້ຮຽນຮູ້ຈັກຕົນເອງ.

ພວກເຮົາໄຕ່ຕອງ, ເຂົ້າໃຈຕົນເອງ ແລະ ສຳນຶກຢ່າງແທ້ຈິງ.

ຜ່ານການພິພາກສາ ແລະ ການຕີສອນ,

ຄວາມເສື່ອມຊາມຂອງພວກເຮົາໄດ້ຮັບການຊໍາລະລ້າງ.

ພວກເຮົາປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຮົາ,

ພວກເຮົາກາຍມາເປັນຄົນໃໝ່.

ພວກເຮົາສາມາດປະຕິບັດໜ້າທີ່ຂອງພວກເຮົາ

ທີ່ເໝາະສົມແກ່ການຕອບແທນຄວາມຮັກຂອງພຣະເຈົ້າ.

ພວກເຮົາແຕ່ລະຄົນເຮັດສ່ວນຂອງພວກເຮົາ,

ພວກເຮົາອຸທິດຕົວໃຫ້ກັບພຣະເຈົ້າ.

ພວກເຮົາຢືນເປັນພະຍານເພື່ອປະຕິບັດຄວາມປະສົງຂອງພຣະເຈົ້າ.

ພວກເຮົາແຕ່ລະຄົນສ່ອງແສງສະຫວ່າງຂອງພວກເຮົາເອງ,

ປ່ອຍຄວາມຮ້ອນຂອງພວກເຮົາເອງ,

ແຜ່ຂະຫຍາຍການເປັນພະຍານໃຫ້ກັບພຣະເຈົ້າ.

ຄວາມຮັກທີ່ບໍລິສຸດ ແລະ ຊື່ສັດທີ່ໃຫ້ກັບພຣະເຈົ້າ

ແມ່ນສິ່ງທີ່ຍິນດີ ແລະ ງົດງາມ.

ພວກເຮົາຮ້ອງສັນລະເສີນສຽງດັງໃຫ້ກັບພຣະເຈົ້າ,

ພວກເຮົາເຕັ້ນ ແລະ ພວກເຮົາເຕັ້ນ.

ພວກເຮົາສັນລະເສີນຊີວິດໃໝ່ຂອງພວກເຮົາໃນອານາຈັກ,

ຫົວໃຈຂອງພວກເຮົາມີຄວາມສຸກຢ່າງແທ້ຈິງ.

ເປັນພຣະເຈົ້າທີ່ຊ່ວຍພວກເຮົາ,

ພວກເຮົາກໍໄດ້ກາຍມາເປັນປະຊາຊົນຂອງພຣະເຈົ້າ.

ການຖືກຍົກຂຶ້ນຕໍ່ໜ້າບັນລັງຂອງພຣະເຈົ້າ

ແມ່ນຄວາມສຸກທີ່ຫາບ່ອນທຽບບໍ່ໄດ້.

ພວກເຮົາຮ່ວມໃຈ ແລະ ມືເພື່ອເປັນພະຍານໃຫ້ກັບພຣະເຈົ້າ.

ພວກເຮົາເຜີຍແຜ່ຂ່າວປະເສີດແຫ່ງອານາຈັກ,

ບໍ່ຢ້ານຄວາມລໍາບາກ ຫຼື ຄວາມເມື່ອຍເພຍຈັກເທື່ອ.

ຜ່ານຄວາມລໍາບາກ ແລະ ການທົດລອງ,

ພວກເຮົາອະທິຖານ ແລະ ເພິ່ງພາພຣະເຈົ້າ.

ຫົນທາງລໍາບາກ ແລະ ບໍ່ລາບລື່ນ, ແຕ່ພຣະເຈົ້າເປີດເສັ້ນທາງອອກ.

ເມື່ອເຂົ້າໃຈເຖິງຄວາມຈິງແຫ່ງພຣະທຳຂອງພຣະເຈົ້າ,

ຫົວໃຈຂອງພວກເຮົາກໍໄດ້ຮັບກຳລັງ.

ພຣະທຳຂອງພຣະເຈົ້າໃຫ້ກຳລັງໃຈພວກເຮົາ,

ພວກເຮົາກໍເດີນໜ້າຕໍ່ໄປ.

ພວກເຮົາເປັນພະຍານໃຫ້ກັບພຣະເຈົ້າຢູ່ຂ້າງໆກັນ ແລະ ຈັບມືກັນ,

ພວກເຮົາມອບຕົນເອງໃຫ້ກັບພຣະອົງ ທັງຮ່າງກາຍ ແລະ ຈິດໃຈ.

ບໍ່ວ່າຄວາມທົນທຸກຂອງພວກເຮົາຈະຍິ່ງໃຫຍ່ສໍ່າໃດ

ແຕ່ພວກເຮົາກໍເຕັມໃຈຫຼາຍ.

ດ້ວຍການນໍາພາຂອງພຣະທຳພຣະເຈົ້າ,

ພວກເຮົາເອົາຊະນະເໜືອຊາຕານ.

ພວກເຮົາຮັກພຣະເຈົ້າຢ່າງແທ້ຈິງ, ພວກເຮົາຈະບໍ່ເສຍດາຍຈັກເທື່ອ.

ພວກເຮົາໄດ້ປະຖິ້ມມັງກອນແດງໃຫຍ່ແທ້ໆ, ພວກເຮົາເປັນທະຫານທີ່ມີໄຊຊະນະ.

ພວກເຮົາເປັນພະຍານໃນເສັ້ນທາງແຫ່ງຄວາມຮັກທີ່ພວກເຮົາມີໃຫ້ກັບພຣະເຈົ້າ,

ພວກເຮົາຈະບໍ່ຍອມຖອຍຈັກເທື່ອ.

ພວກເຮົາຮ້ອງສັນລະເສີນສຽງດັງໃຫ້ກັບພຣະເຈົ້າ,

ພວກເຮົາເຕັ້ນ ແລະ ພວກເຮົາເຕັ້ນ.

ພວກເຮົາສັນລະເສີນຊີວິດໃໝ່ຂອງພວກເຮົາໃນອານາຈັກ,

ຫົວໃຈຂອງພວກເຮົາມີຄວາມສຸກຢ່າງແທ້ຈິງ.

ເປັນພຣະເຈົ້າທີ່ຊ່ວຍພວກເຮົາ,

ພວກເຮົາກໍໄດ້ກາຍມາເປັນປະຊາຊົນຂອງພຣະເຈົ້າ.

ການຖືກຍົກຂຶ້ນຕໍ່ໜ້າບັນລັງຂອງພຣະເຈົ້າ

ແມ່ນຄວາມສຸກທີ່ຫາບ່ອນທຽບບໍ່ໄດ້.

ພວກເຮົາຮ້ອງສັນລະເສີນສຽງດັງໃຫ້ກັບພຣະເຈົ້າ,

ພວກເຮົາເຕັ້ນ ແລະ ພວກເຮົາເຕັ້ນ.

ພວກເຮົາສັນລະເສີນຊີວິດໃໝ່ຂອງພວກເຮົາໃນອານາຈັກ,

ຫົວໃຈຂອງພວກເຮົາມີຄວາມສຸກຢ່າງແທ້ຈິງ.

ເປັນພຣະເຈົ້າທີ່ຊ່ວຍພວກເຮົາ,

ພວກເຮົາກໍໄດ້ກາຍມາເປັນປະຊາຊົນຂອງພຣະເຈົ້າ.

ການຖືກຍົກຂຶ້ນຕໍ່ໜ້າບັນລັງຂອງພຣະເຈົ້າ

ແມ່ນຄວາມສຸກທີ່ຫາບ່ອນທຽບບໍ່ໄດ້.

ຈາກໜັງສື ຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່

ພວກເຮົາຍິນດີໃຫ້ທ່ານດາວໂຫຼດແອັບຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ.

ຄຳຖະແຫຼງພິເສດ: ວິດີໂອນີ້ຖືກສ້າງຂຶ້ນເປັນເນື້ອຫາທີ່ບໍ່ຫວັງຜົນກຳໄລ ໂດຍຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ນັກສະແດງທີ່ປາກົດໃນວິດີໂອນີ້ກຳລັງສະແດງແບບບໍ່ຫວັງຜົນກຳໄລ ແລະ ບໍ່ໄດ້ຮັບຄ່າຈ້າງໃດໆ. ວິດີໂອນີ້ຈະບໍ່ອະນຸດຍາດໃຫ້ແຈກຢາຍຕໍ່ໃຫ້ພາກສ່ວນທີສາມເພື່ອຫວັງຜົນກຳໄລໃດໆທັງສິ້ນ; ພວກເຮົາຫວັງວ່າທຸກຄົນຈະແບ່ງປັນ ແລະ ແຈກຢາຍມັນໂດຍບໍ່ຄິດຄ່າ. ກະລຸນາໃຫ້ເຄຣດິດແກ່ແຫຼ່ງຂໍ້ມູນໃນເວລາແຈກຢາຍມັນ. ໂດຍບໍ່ມີການຍິນຍອມເຫັນດີນໍາຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ບໍ່ມີອົງການ, ກຸ່ມສັງຄົມ ຫຼື ບຸກຄົນໃດຈະສາມາດປ່ຽນແປງ ຫຼື ບິດເບືອນເນື້ອຫາຂອງວິດີໂອນີ້ໄດ້.

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ