ເປົ້າໝາຍຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດມີຫຍັງແດ່?

26 ເດືອນມັງກອນ 2019

ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຫົດນໍ້າ ແລະ ລ້ຽງດູຜູ້ທີ່ເຊື່ອໃຫ້ສອດຄ່ອງສົມບູນກັບພຣະທຳຂອງພຣະເຈົ້າໃນພຣະຄຳພີ ແລະ ໃນໜັງສືພຣະທຳປາກົດໃນຮ່າງກາຍທີ່ສະແດງອອກໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດ, ເພື່ອວ່າ ພາຍໃຕ້ການນຳພາ, ການສະໜອງ, ການຫົດນໍ້າ ແລະ ການດູແລຂອງພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ຄົນທີ່ເຊື່ອທຸກຄົນຈະສາມາດເຂົ້າໃຈຄວາມຈິງທັງໝົດໃນພຣະທຳຂອງພຣະເຈົ້າ, ມີທັດສະນະທີ່ຖືກຕ້ອງກ່ຽວກັບຄຸນຄ່າຊີວິດ, ມີເປົ້າໝາຍທີ່ຖືກຕ້ອງທີ່ຈະສະແຫວງຫາ, ປະຕິບັດຕາມເສັ້ນທາງຂອງພຣະເຈົ້າ, ຍຶດໝັ້ນກັບການມອບໝາຍຂອງພຣະເຈົ້າ, ສັນລະເສີນພຣະເຈົ້າໂດຍການເປັນແສງສະຫວ່າງຂອງໂລກ ແລະ ເປັນເມັດເກືອຂອງແຜ່ນດິນໂລກ, ຖືກສັນລະເສີນໂດຍພຣະເຈົ້າ ແລະ ມີຄຸນສົມບັດທີ່ຈະສືບທອດຮັບເອົາຄຳສັນຍາຂອງພຣະເຈົ້າ.

ຄຣິສຕະຈັກມີຈຸດມຸ້ງໝາຍທີ່ຈະສ້າງຄຣິສຕະຈັກທີ່ເປັນທີ່ພໍໃຈພຣະເຈົ້າ, ເພື່ອວ່າຄົນທີ່ເຊື່ອຈະສາມາດຮັບໃຊ້ ແລະ ສະໜອງໃຫ້ແກ່ກັນແລະກັນດ້ວຍພຣະທຳ ແລະ ດ້ວຍຄວາມຮັກຂອງພຣະເຈົ້າ, ສາມາດເຊື່ອຟັງ ແລະ ນະມັດສະການພຣະເຈົ້າອົງຊົງລິດທານຸພາບສູງສຸດ ນັ້ນກໍຄື ພຣະຄຣິດແຫ່ງຍຸກສຸດທ້າຍ ແລະ ສາມາດກາຍເປັນພະຍານທີ່ແທ້ຈິງໃຫ້ແກ່ພຣະເຈົ້າ ແລະ ການສະແດງເຖິງສະຫງ່າລາສີຂອງພຣະເຈົ້າ.

ຄຣິສຕະຈັກມີຈຸດມຸ້ງໝາຍທີ່ຈະກະຈາຍ ແລະ ເປັນພະຍານເຖິງພຣະກິດຕິຄຸນແຫ່ງອານາຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ເຮັດໃຫ້ຄົນເຫັນວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນພຣະເຢຊູເຈົ້າທີ່ສະເດັດມາໃນຍຸກສຸດທ້າຍ ແລະ ພຣະອົງໄດ້ເລີ່ມດຳເນີນພາລະກິດແຫ່ງ “ການພິພາກສາເລີ້ມຕົ້ນທີ່ຄົວເຮືອນຂອງພຣະເຈົ້າ(1ປຕ 4:17) ທີ່ໄດ້ຖືກທຳນວາຍໄວ້ໃນພຣະຄຳພີ, ເຊິ່ງເປັນພາລະກິດສະເພາະເຈາະຈົງຂອງພຣະເຈົ້າກ່ຽວກັບການເຮັດໃຫ້ບໍລິສຸດຢ່າງສົມບູນ ແລະ ຊ່ວຍມະນຸດໃຫ້ລອດພົ້ນໃນຍຸກສຸດທ້າຍ. ມີພຽງການຍອມຮັບຄວາມຈິງທັງໝົດທີ່ຖືກສະແດງໃຫ້ເຫັນໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດເທົ່ານັ້ນ ມະນຸດຈິ່ງຈະສາມາດກຳຈັດໂຕເອງອອກຈາກນິໄສຊາຕານຂອງເຂົາໄດ້, ຫຼຸດພົ້ນຈາກການເປັນທາດຂອງບາບ, ຖືກເຮັດໃຫ້ບໍລິສຸດ, ມາຮູ້ຈັກພຣະເຈົ້າ, ເຊື່ອຟັງພຣະເຈົ້າ ແລະ ນະມັດສະພານພຣະເຈົ້າ, ໃຊ້ຊີວິດທີ່ມີຄວາມໝາຍ ແລະ ລອດຊີວິດຈາກໄພພິບັດອັນຫຍິ່ງໃຫຍ່ຂອງຍຸກສຸດທ້າຍ ແລະ ເຂົ້າສູ່ອານາຈັກຂອງພຣະເຈົ້າ, ມີພຽງສິ່ງນີ້ເທົ່ານັ້ນທີ່ເປັນຈຸດໝາຍປາຍທາງອັນງົດງາມຂອງມວນມະນຸດ. ການເຜີຍແຜ່ ແລະ ການເປັນພະຍານໃຫ້ແກ່ພາລະກິດຂອງຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ກໍເພື່ອນຳເອົາທຸກຄົນທີ່ຮັບຮູ້ການດຳລົງຢູ່ຂອງພຣະເຈົ້າ ແລະ ຮັກຄວາມຈິງມາຢູ່ຕໍ່ໜ້າພຣະເຈົ້າ ເພື່ອວ່າພວກເຂົາອາດຈະຍອມຮັບ ແລະ ໄດ້ຮັບຄວາມລອດພົ້ນແຫ່ງຍຸກສຸດທ້າຍຂອງພຣະເຈົ້າ, ນີ້ຄືການມອບໝາຍຂອງພຣະເຈົ້າຕໍ່ຜູ້ຄົນທີ່ພຣະອົງເລືອກ ແລະ ຄືເປົ້າໝາຍຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ເປັນຫຍັງພຣະເຈົ້າຈຶ່ງໃຊ້ຊື່ຂອງ ພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກແຫ່ງອານາຈັກ?

ຫຼາຍຄົນບໍ່ເຂົ້າໃຈວ່າເປັນຫຍັງ, ຍ້ອນວ່າ ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນການກັບມາຂອງພຣະເຢຊູເຈົ້າໃນຍຸກສຸດທ້າຍ, ພຣະເຢຊູເຈົ້າຈຶ່ງຖືກເອີ້ນວ່າ...

ຄວາມເຊື່ອພື້ນຖານແຫ່ງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ

(1) ຫຼັກຄໍາສອນແຫ່ງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ຫຼັກຄຳສອນຂອງສາດສະໜາຄຣິດສະຕຽນມີຕົ້ນກຳເນີດມາຈາກພຣະຄຳພີ ແລະ...

ຄວາມແຕກຕ່າງລະຫວ່າງສາດສະໜາຄຣິດສະຕຽນ ແລະ ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນຫຍັງ?

ສາດສະໜາຄຣິດສະຕຽນ ແລະ ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເຊື່ອໃນພຣະເຈົ້າອົງດຽວກັນ....

ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດເກີດຂຶ້ນໄດ້ແນວໃດ?

ຄືກັນກັບຄຣິສຕະຈັກຕ່າງໆຂອງສາດສະໜາຄຣິດ, ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ເກີດຂຶ້ນຍ້ອນພາລະກິດຂອງພຣະເຈົ້າຜູ້ທີ່ກາຍມາເປັນເນື້ອໜັງ....