ເພງຄຣິດສະຕຽນ “ລາຊະອານາຈັກຂອງພຣະເຈົ້າໄດ້ຖືກສ້າງຕັ້ງຂຶ້ນທ່າມກາງມະນຸດ”

18 ເດືອນເມສາ 2022

ສະຕິປັນຍາຂອງພຣະເຈົ້າມີຢູ່ທຸກບ່ອນເທິງແຜ່ນດິນໂລກ

ແລະ ທົ່ວຈັກກະວານທັງປວງ.

ໃນທ່າມກາງທຸກສິ່ງ ແມ່ນມີໝາກຜົນຈາກສະຕິປັນຍາຂອງພຣະອົງ,

ໃນທ່າມກາງມະນຸດທຸກຄົນ

ແມ່ນເຕັມໄປດ້ວຍພາລະກິດທີ່ດີທີ່ສຸດຈາກສະຕິປັນຍາຂອງພຣະອົງ;

ໃນອານາຈັກຂອງພຣະເຈົ້າ ທຸກສິ່ງແມ່ນຄືກັນໝົດ ແລະ

ທຸກຄົນແມ່ນອາໄສຢູ່ຢ່າງສັນຕິສຸກຢູ່ກ້ອງສະຫວັນຂອງພຣະອົງ

ຄືກັບແກະທີ່ຢູ່ໃນທົ່ງຫຍ້າຂອງພຣະອົງ

ພຣະເຈົ້າເຄື່ອນໄຫວໄປມາຢູ່ເໜືອມະນຸດທຸກຄົນ

ແລະ ກໍາລັງເບິ່ງໄປທົ່ວທຸກບ່ອນ.

ບໍ່ມີສິ່ງໃດທີ່ເບິ່ງຄືເກົ່າ ແລະ

ບໍ່ມີໃຜທີ່ເປັນຄືເກົ່າດັ່ງທີ່ເຂົາເຄີຍເປັນ.

ພຣະເຈົ້າພັກຢູ່ເທິງບັນລັງ, ພຣະອົງອີງຢູ່ເໜືອຈັກກະວານທັງປວງ

ແລະ ພຣະອົງພໍໃຈຫຼາຍ ເນື່ອງຈາກວ່າ

ທຸກສິ່ງໄດ້ຮັບຄວາມບໍລິສຸດຂອງພວກເຂົາກັບຄືນມາແລ້ວ ແລະ

ພຣະອົງສາມາດອາໄສຢູ່ພາຍໃນພູເຂົາຊີໂອນອີກຄັ້ງຢ່າງສະຫງົບສຸກ

ແລະ ຜູ້ຄົນເທິງແຜ່ນດິນໂລກກໍສາມາດດໍາລົງຊີວິດຢູ່ຢ່າງສະຫງົບ

ແລະ ດ້ວຍຄວາມເພິ່ງພໍໃຈພາຍໃຕ້ການນໍາພາຂອງພຣະອົງ.

ທຸກຄົນກໍາລັງຈັດການກັບທຸກສິ່ງໃນກໍາມືຂອງພຣະເຈົ້າ,

ທຸກຄົນໄດ້ຮັບສະຕິປັນຍາ ແລະ

ຮູບລັກສະນະດັ່ງເດີມຂອງພວກເຂົາກັບຄືນມາ;

ໃນອານາຈັກຂອງພຣະອົງ ພວກເຂົາບໍ່ໄດ້ຖືກປົກຄຸມດ້ວຍຝຸ່ນອີກຕໍ່ໄປ

ແລະ ມີແຕ່ຄວາມບໍລິສຸດຄືກັບແກ້ວຢົກ,

ແຕ່ລະຄົນແມ່ນມີໃບໜ້າຄືກັບຜູ້ບໍລິສຸດທີ່ຢູ່ໃນໃຈຂອງມະນຸດ

ຍ້ອນວ່າ ອານາຈັກຂອງພຣະອົງ

ໄດ້ຖືກສ້າງຂຶ້ນແລ້ວໃນທ່າມກາງມະນຸດ.

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ