ເພງຄຣິດສະຕຽນ “ແກະຂອງພຣະເຈົ້າໄດ້ຍິນສຽງຂອງພຣະອົງ”

19 ເດືອນສິງຫາ 2021

ວັນເວລາຈະມາເຖິງວາລະສຸດທ້າຍ

ທຸກສິ່ງໃນໂລກນີ້ຈະວ່າງເປົ່າ

ແລະ ທຸກສິ່ງຈະເກີດຂຶ້ນໃໝ່.

ຈົ່ງຈື່ສິ່ງນີ້ເອົາໄວ້! ຢ່າລືມ! ບໍ່ສາມາດມີຄວາມກຳກວມໄດ້!

ສະຫວັນ ແລະ ແຜ່ນດິນຈະຜ່ານພົ້ນໄປ

ແຕ່ພຣະທຳຂອງພຣະເຈົ້າຈະບໍ່ຜ່ານພົ້ນໄປ!

ໃຫ້ພຣະເຈົ້າແນະນຳພວກເຈົ້າອີກຄັ້ງ

ຢ່າເຮັດວຽກຢ່າງໄຮ້ຜົນ!

ຈົ່ງຕື່ນຂຶ້ນ! ຈົ່ງກັບໃຈ ເພາະຄວາມລອດພົ້ນໃກ້ເຂົ້າມາແລ້ວ!

ຈົ່ງຕື່ນຂຶ້ນ! ຈົ່ງກັບໃຈ ເພາະຄວາມລອດພົ້ນໃກ້ເຂົ້າມາແລ້ວ!

ພຣະເຈົ້າໄດ້ປາກົດຕົວທ່າມກາງພວກເຈົ້າແລ້ວ

ແລະ ສຽງຂອງພຣະເຈົ້າໄດ້ດັງຂຶ້ນແລ້ວ.

ສຽງຂອງພຣະເຈົ້າໄດ້ດັງຂຶ້ນຢູ່ຕໍ່ໜ້າພວກເຈົ້າ

ທຸກໆວັນມັນປະເຊີນແບບໜ້າຕໍ່ໜ້າພວກເຈົ້າ

ແລະ ແຕ່ລະວັນມັນມີຄວາມສົດໃໝ່.

ເຈົ້າເຫັນພຣະເຈົ້າ ແລະ ພຣະເຈົ້າກໍເຫັນເຈົ້າ

ພຣະເຈົ້າເວົ້າກັບເຈົ້າຕະຫຼອດ

ແລະ ພຣະເຈົ້າຢູ່ຊ້ອງໜ້າກັບເຈົ້າ.

ແນວໃດກໍ່ຕາມ, ເຈົ້າກໍປະຕິເສດພຣະເຈົ້າ

ແລະ ບໍ່ຮູ້ຈັກພຣະເຈົ້າ.

ແກະຂອງພຣະເຈົ້າໄດ້ຍິນສຽງຂອງພຣະເຈົ້າ

ແຕ່ພວກເຈົ້າຍັງລັງເລໃຈຢູ່! ພວກເຈົ້າລັງເລໃຈ!

ຫົວໃຈຂອງເຈົ້າປຶກໜາ

ຕາຂອງເຈົ້າໄດ້ຖືກຊາຕານເຮັດໃຫ້ບອດ

ແລະ ເຈົ້າບໍ່ສາມາເຫັນໃບໜ້າອັງຮຸ່ງເຮືອງຂອງພຣະເຈົ້າໄດ້

ເຈົ້າຄືມາໜ້າເວດທະນາແທ້! ໜ້າເວດທະນາແທ້ເດ!

ພຣະວິນຍານທັງເຈັດທີ່ຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ

ໄດ້ຖືກສົ່ງໄປທຸກມຸມຂອງແຜ່ນດິນໂລກ

ແລະ ພຣະເຈົ້າຈະສົ່ງຜູ້ສົ່ງຂ່າວຂອງພຣະອົງ

ໄປກ່າວຕໍ່ຄຣິສຕະຈັກຕ່າງໆ.

ພຣະເຈົ້າຊອບທຳ ແລະ ຊື່ສັດ

ພຣະເຈົ້າແມ່ນພຣະເຈົ້າທີ່ກວດສອບ

ສ່ວນເລິກທີ່ສຸດໃນຫົວໃຈມະນຸດ.

ພຣະວິນຍານບໍລິສຸດກ່າວຕໍ່ຄຣິສຕະຈັກຕ່າງໆ

ທຸກຄົນທີ່ມີຫູຄວນຟັງເອົາ!

ທຸກຄົນທີ່ມີຊີວິດຢູ່ຄວນຍອມຮັບເອົາ!

ພຽງແຕ່ກິນ ແລະ ດື່ມພຣະທຳເຫຼົ່ານັ້ນ ແລະ ຢ່າສົ່ງໄສເລີຍ.

ທຸກຄົນທີ່ຍອມ ແລະ ໃສ່ໃຈພຣະທຳຂອງພຣະເຈົ້າ

ຈະໄດ້ຮັບພອນທີ່ຍິ່ງໃຫຍ່!

ທຸກຄົນທີ່ຍອມ ແລະ ໃສ່ໃຈພຣະທຳຂອງພຣະເຈົ້າ

ຈະໄດ້ຮັບພອນທີ່ຍິ່ງໃຫຍ່!

ທຸກຄົນທີ່ສະແຫວງຫາໃບໜ້າຂອງພຣະເຈົ້າຢ່າງຈິງຈັງ

ຈະໄດ້ຮັບແສງສະຫວ່າງໃໝ່, ຄວາມສະຫວ່າງອັນໃໝ່

ແລະ ຄວາມເຂົ້າໃຈໃໝ່ຢ່າງແນ່ນອນ

ທຸກຢ່າງຈະສົດ ແລະ ໃໝ່.

ພຣະທຳຂອງພຣະເຈົ້າຈະປາກົດແກ່ເຈົ້າທຸກເວລາ

ແລະ ພວກມັນຈະເປີດດວງຕາແຫ່ງວິນຍານຂອງເຈົ້າ

ເພື່ອວ່າເຈົ້າຈະສາມາດເຫັນຄວາມລຶກລັບທັງໝົດຂອງ

ໂລກຝ່າຍວິນຍານ ແລະ ເຫັນວ່າອານາຈັກຢູ່ທ່າມກາງມະນຸດ.

ເຂົ້າໄປໃນບ່ອນລີ້ໄພ ແລ້ວພຣະຄຸນ

ແລະ ພອນທັງໝົດຈະມາສູ່ເຈົ້າ

ຄວາມອຶດຢາກ ແລະ ໂຣກລະບາດຈະບໍ່ສາມາດແຕະຕ້ອງເຈົ້າໄດ້

ແລະ ໝາປ່າ, ງູ, ເສືອ ແລະ

ເສືອດາວຈະບໍ່ສາມາດທຳຮ້າຍເຈົ້າໄດ້.

ເຈົ້າຈະໄປກັບພຣະເຈົ້າ, ຍ່າງກັບພຣະເຈົ້າ

ແລະ ເຂົ້າສູ່ສະຫງ່າລາສີຮ່ວມກັບພຣະເຈົ້າ!

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ