ເພງຄຣິດສະຕຽນ “ຍອມຮັບການພິພາກສາຂອງພຣະຄຣິດແຫ່ງຍຸກສຸດທ້າຍເພື່ອຖືກຊໍາລະໃຫ້ບໍລິສຸດ”

04 ເດືອນມັງກອນ 2022

ເຈົ້າພຽງແຕ່ຮູ້ວ່າ ພຣະເຢຊູຈະລົງມາໃນລະຫວ່າງຍຸກສຸດທ້າຍ,

ແຕ່ພຣະອົງຈະລົງມາແນວໃດແທ້?

ຄົນບາບແບບພວກເຈົ້າ ຜູ້ທີ່ຫາກໍຖືກໄຖ່ບາບ

ແລະ ຍັງບໍ່ໄດ້ປ່ຽນແປງ ຫຼື ຖືກພຣະເຈົ້າເຮັດໃຫ້ສົມບູນ,

ເຈົ້າຈະເປັນທີ່ພໍໃຈພຣະເຈົ້າໄດ້ບໍ?

ສຳລັບເຈົ້າທີ່ຍັງມີຕົວຕົນເກົ່າຂອງເຈົ້າ,

ມັນຄືຄວາມຈິງທີ່ເຈົ້າຖືກພຣະເຢຊູຊ່ວຍໃຫ້ລອດພົ້ນ

ແລະ ເຈົ້າບໍ່ຖືກນັບວ່າເປັນຄົນບາບ

ຍ້ອນຄວາມລອດພົ້ນຂອງພຣະເຈົ້າ,

ແຕ່ສິ່ງນີ້ບໍ່ໄດ້ພິສູດວ່າເຈົ້າບໍ່ມີຄວາມບາບ ແລະ ບໍລິສຸດແລ້ວ.

ເຈົ້າຈະບໍລິສຸດໄດ້ແນວໃດ ຖ້າເຈົ້າຍັງບໍ່ໄດ້ປ່ຽນແປງ?

ຢູ່ພາຍໃນຕົວເຈົ້າ ເຈົ້າຖືກອ້ອມລ້ອມໄປດ້ວຍຄວາມບໍ່ບໍລິສຸດ

ຄວາມເຫັນແກ່ຕົວ ແລະ ຄວາມໂຫດຮ້າຍ,

ແຕ່ເຈົ້າກໍຍັງປາຖະໜາທີ່ຈະລົງມາພ້ອມກັບພຣະເຢຊູ,

ເຈົ້າຄືຈະບໍ່ໂຊກດີຫຼາຍປານນັ້ນ!

ເຈົ້າພາດຂັ້ນຕອນໜຶ່ງໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ:

ເຈົ້າພຽງແຕ່ຖືກໄຖ່ບາບ, ແຕ່ຍັງບໍ່ໄດ້ຖືກປ່ຽນແປງ.

ເພື່ອຈະໃຫ້ເຈົ້າເປັນທີ່ພໍໃຈພຣະເຈົ້າ,

ພຣະເຈົ້າຕ້ອງປະຕິບັດພາລະກິດແຫ່ງການປ່ຽນແປງ

ແລະ ການຊໍາລະເຈົ້າດ້ວຍຕົວພຣະອົງເອງ;

ຖ້າເຈົ້າພຽງແຕ່ຖືກໄຖ່ບາບ,

ເຈົ້າຈະບໍ່ສາມາດບັນລຸຄວາມຊອບທໍາໄດ້.

ໃນວິທີນີ້ ເຈົ້າຈະບໍ່ມີຄຸນສົມບັດ

ທີ່ຈະໄດ້ຮັບສ່ວນແບ່ງໃນພອນທີ່ປະເສີດຂອງພຣະເຈົ້າ,

ຍ້ອນເຈົ້າໄດ້ພາດຂັ້ນຕອນໜຶ່ງ

ໃນພາລະກິດແຫ່ງການຄຸ້ມຄອງມະນຸດຂອງພຣະເຈົ້າ

ເຊິ່ງເປັນຂັ້ນຕອນສຳຄັນໃນການປ່ຽນແປງ

ແລະ ເຮັດໃຫ້ມະນຸດສົມບູນ.

ດ້ວຍເຫດນັ້ນເຈົ້າເຊິ່ງເປັນຄົນບາບທີ່ຫາກໍຖືກໄຖ່

ແມ່ນບໍ່ສາມາດຮັບເອົາມໍລະດົກຂອງພຣະເຈົ້າໂດຍກົງ.

ການບັງເກີດຄັ້ງທີສອງບໍ່ແມ່ນເພື່ອເຮັດໜ້າ

ທີ່ເປັນເຄື່ອງບູຊາໄຖ່ບາບອີກຕໍ່ໄປ ແຕ່ກົງກັນຂ້າມ

ມັນແມ່ນເພື່ອຊ່ວຍຄົນທີ່

ຖືກໄຖ່ຈາກຄວາມຜິດບາບຢ່າງສົມບູນ.

ເຮັດແບບນີ້ກໍເພື່ອວ່າຄົນທີ່ໄດ້ຮັບອະໄພໂທດ

ຈະລອດພົ້ນຈາກຄວາມບາບຂອງພວກເຂົາ

ແລະ ຄວາມຜິດບາບຂອງພວກເຂົາ

ອາດຈະຖືກເຮັດໃຫ້ບໍລິສຸດຢ່າງສົມບູນ

ແລະ ເພື່ອພວກເຂົາອາດ

ຈະໄດ້ຮັບການປ່ຽນແປງທາງດ້ານອຸປະນິໄສ,

ກາຍເປັນຄົນທີ່ລອດພົ້ນ

ຈາກອິດທິພົນແຫ່ງຄວາມມືດຂອງຊາຕານ

ແລະ ກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ.

ມີແຕ່ໃນວິທີນີ້ເທົ່ານັ້ນ ມະນຸດຈຶ່ງຈະໄດ້ພົ້ນຈາກບາບຢ່າງສົມບູນ.

ມີແຕ່ໃນວິທີນີ້ເທົ່ານັ້ນ ມະນຸດຈຶ່ງຈະໄດ້ພົ້ນຈາກບາບຢ່າງສົມບູນ.

ມີແຕ່ໃນວິທີນີ້ເທົ່ານັ້ນ ມະນຸດຈຶ່ງຈະໄດ້ພົ້ນຈາກບາບຢ່າງສົມບູນ.

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ