ເພງຄຣິດສະຕຽນ “ທຸກສິ່ງບັນລຸໄດ້ຜ່ານພຣະທຳຂອງພຣະເຈົ້າ”

16 ເດືອນມີນາ 2022

ທຸກຄົນຈະຖືກເຮັດໃຫ້ສຳເລັດໂດຍພຣະທຳຂອງພຣະເຈົ້າ

ບໍ່ມີມະນຸດຄົນໃດອາດເຂົ້າຮ່ວມໄດ້

ແລະ ບໍ່ມີມະນຸດຄົນໃດສາມາດປະຕິບັດພາລະກິດ

ທີ່ພຣະເຈົ້າຈະປະຕິບັດໄດ້.

ພຣະເຈົ້າຈະປັດເປົ່າອາກາດທີ່

ຢູ່ໃນທຸກຫົນແຫ່ງຂອງແຜ່ນດິນໃຫ້ສະອາດ

ແລະ ກຳຈັດທຸກຮ່ອງຮອຍຂອງຜີຮ້າຍທີ່ຢູ່ເທິງແຜ່ນດິນໂລກ.

ພຣະເຈົ້າໄດ້ເລີ່ມຕົ້ນແລ້ວ ແລະ ພຣະອົງຈະເລີ່ມຕົ້ນຂັ້ນ

ຕອນທຳອິດຂອງພາລະກິດແຫ່ງການຂ້ຽນຕີຂອງພຣະອົງ

ໃນສະຖານທີ່ຂອງມັງກອນແດງໃຫຍ່ອາໄສຢູ່.

ສະນັ້ນ ມັນຈຶ່ງສາມາດປະຈັກໄດ້ວ່າການຂ້ຽນຕີ

ຂອງພຣະເຈົ້າໄດ້ເກີດຂຶ້ນທົ່ວທັງຈັກກະວານ

ແລະ ມັງກອນແດງໃຫຍ່ ແລະ ທຸກຈຳພວກຂອງວິນຍານທີ່

ບໍ່ສະອາດຈະບໍ່ມີອຳນາດຫຼົບໜີຈາກການຂ້ຽນຕີຂອງພຣະເຈົ້າໄດ້

ຍ້ອນພຣະອົງເບິ່ງເຫັນໄປທົ່ວແຜ່ນດິນ.

ເມື່ອພາລະກິດຂອງພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກໄດ້ສຳເລັດລົງ

ນັ້ນກໍຄື ເມື່ອຍຸກແຫ່ງການພິພາກສາໄດ້ມາເຖິງຈຸດຈົບແລ້ວ

ພຣະເຈົ້າກໍຈະຂ້ຽນຕີມັງກອນແດງໃຫຍ່ຢ່າງເປັນທາງການ.

ປະຊາຊົນຂອງພຣະເຈົ້າຈະໄດ້ເຫັນເຖິງການ

ທີ່ພຣະອົງຂ້ຽນຕີມັງກອນແດງໃຫຍ່ຢ່າງຊອບທຳ

ແລ້ວຈະຖອກເທຄຳສັນລະເສີນຍ້ອນຄວາມຊອບທຳຂອງພຣະອົງ

ແລະ ຈະຍົກຍ້ອງນາມອັນບໍລິສຸດຂອງພຣະເຈົ້າ

ຕະຫຼອດໄປຍ້ອນຄວາມຊອບທຳຂອງພຣະອົງ.

ສະນັ້ນ ພວກເຈົ້າຈົ່ງປະຕິບັດໜ້າ

ທີ່ຂອງພວກເຈົ້າຢ່າງເປັນທາງການ

ແລະ ຈົ່ງສັນລະເສີນພຣະເຈົ້າທົ່ວທັງແຜ່ນດິນຢ່າງເປັນທາງການ

ຕະຫຼອດໄປເປັນນິດ! ຕະຫຼອດໄປເປັນນິດ!

ຕະຫຼອດໄປເປັນນິດ! ຕະຫຼອດໄປເປັນນິດ!

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ