ຊຸດຄຳເທດສະໜາ: ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ | “ເມື່ອພຣະຜູ້ໄຖ່ກັບຄືນມາ, ພຣະອົງຍັງຈະຖືກເອີ້ນວ່າພຣະເຢຊູບໍ?”

02 ເດືອນກັນຍາ 2023

ໃນຍຸກສຸດທ້າຍ, ພຣະຜູ້ໄຖ່ ເຊິ່ງນັ້ນກໍຄື ພຣະເຈົ້າອົງຊົງລິດທານຸພາບສູງສຸດ ໄດ້ມາເພື່ອສະແດງຄວາມຈິງ, ປາກົດຕົວ ແລະ ເຮັດພາລະກິດເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນຢ່າງສົມບູນ. ນັບຕັ້ງແຕ່ທີ່ໜັງສືພຣະທຳປາກົດໃນຮ່າງກາຍຖືກເຜີຍແຜ່ໃນໂລກອອນລາຍ, ຜູ້ຄົນຈາກທົ່ວທຸກຫົນແຫ່ງກໍໄດ້ເຫັນວ່າພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຄືຄວາມຈິງ ແລະ ໄດ້ຍິນສຽງຂອງພຣະເຈົ້າ. ພວກເຂົາແນ່ໃຈວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດຄືອົງພຣະເຢຊູເຈົ້າທີ່ກັບຄືນມາ ແລະ ຍອມຮັບພຣະອົງຢ່າງປິຕິຍິນດີ. ພວກເຂົາກິນ ແລະ ດື່ມພຣະທຳຂອງພຣະເຈົ້າທຸກໆມື້, ມີຄວາມສຸກກັບການລ້ຽງດູ ແລະ ການເບິ່ງແຍງຈາກພຣະທຳຂອງພຣະເຈົ້າ. ຄວາມເຊື່ອຂອງພວກເຂົາເຕີບໃຫຍ່ຂຶ້ນ ແລະ ພວກເຂົາຟ້າວເຜີຍແຜ່ນາມຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ເຖິງຢ່າງໃດກໍຕາມ, ບາງຄົນເຫັນວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດເບິ່ງຄືກັບຄົນທຳມະດາເທົ່ານັ້ນ ແລະ ພຣະອົງບໍ່ໄດ້ຖືກເອີ້ນວ່າ ພຣະເຢຊູ ແລະ ພຣະນາມຂອງພຣະອົງບໍ່ໄດ້ຖືກບັນທຶກໄວ້ໃນພຣະຄຳພີ ແລະ ພຣະອົງບໍ່ໄດ້ປາກົດຕົວເປັນຮູບຮ່າງວິນຍານຂອງພຣະເຢຊູ. ສະນັ້ນ ພວກເຂົາຈະບໍ່ຮັບຮູ້ວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດຄືອົງພຣະເຢຊູເຈົ້າທີ່ກັບຄືນມາ. ຜົນຕາມມາກໍຄື ພວກເຂົາຍັງບໍ່ໄດ້ຕ້ອນຮັບພຣະຜູ້ເປັນເຈົ້າ ແລະ ໄດ້ຕົກລົງສູ່ໄພພິບັດ. ມັນຊ່າງໜ້າເສຍດາຍຫຼາຍ! ສະນັ້ນ ເມື່ອພຣະຜູ້ໄຖ່ກັບຄືນມາ, ພຣະອົງຍັງຈະຖືກເອີ້ນວ່າພຣະເຢຊູບໍ? ໃນຕອນນີ້ຂອງລາຍການ ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ, ພວກເຮົາສາມາດສະແຫວງຫາຄວາມຈິງຮ່ວມກັນ ແລະ ຄົ້ນຫາຄຳຕອບ.

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ