ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 611

05 ເດືອນທັນວາ 2025

ເຮົາໄດ້ຕັກເຕືອນພວກເຈົ້າໂດຍເຫັນແກ່ຜົນປະໂຫຍດຂອງການເອົາຕົວລອດຂອງພວກເຈົ້າເອງ ເພື່ອໃຫ້ພາລະກິດຂອງເຮົາດຳເນີນໄປຢ່າງນິ້ມນວນ ແລະ ເພື່ອໃຫ້ພາລະກິດທີ່ເລີ່ມຕົ້ນຂອງເຮົາທົ່ວທັງຈັກກະວານດຳເນີນໄປຢ່າງເໝາະສົມ ແລະ ສົມບູນ ໂດຍເປີດເຜີຍພຣະທຳ, ອຳນາດ, ສະຫງ່າລາສີ ແລະ ການພິພາກສາຂອງເຮົາທີ່ມີໃຫ້ກັບປະຊາຊົນໃນທຸກປະເທດ ແລະ ຊົນຊາດ. ພາລະກິດທີ່ເຮົາດຳເນີນທ່າມກາງພວກເຈົ້າແມ່ນການເລີ່ມຕົ້ນຂອງພາລະກິດຂອງເຮົາທົ່ວທັງຈັກກະວານ. ເຖິງແມ່ນວ່າ ປັດຈຸບັນນີ້ຄືເວລາແຫ່ງຍຸກສຸດທ້າຍ ຈົ່ງຮູ້ໄວ້ວ່າ “ຍຸກສຸດທ້າຍ” ເປັນພຽງຊື່ຂອງຍຸກໜຶ່ງ; ຄືກັນກັບຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ, ມັນໝາຍເຖິງຍຸກ ແລະ ມັນກ່າວເຖິງຍຸກທັງໝົດ ແທນທີ່ຈະແມ່ນສອງສາມປີ ຫຼື ສອງສາມເດືອນສຸດທ້າຍ. ເຖິງຢ່າງນັ້ນກໍຕາມ ຍຸກສຸດທ້າຍບໍ່ຄືກັບຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງພຣະບັນຍັດ. ພາລະກິດຂອງຍຸກສຸດທ້າຍບໍ່ໄດ້ດຳເນີນໃນອິດສະຣາເອນ ແຕ່ທ່າມກາງຕ່າງຊາດ; ມັນເປັນການເອົາໄຊຊະນະຕໍ່ໜ້າບັນລັງແຫ່ງປະຊາຊົນຂອງເຮົາຈາກທຸກຊົນຊາດ ແລະ ຊົນເຜົ່າທີ່ຢູ່ນອກອິດສະຣາເອນ ເພື່ອວ່າສະຫງ່າລາສີຂອງເຮົາທົ່ວທັງຈັກກະວານຈະສາມາດເຕັມໄປທົ່ວອາວະກາດ ແລະ ທ້ອງຟ້າ. ມັນເປັນດັ່ງນັ້ນກໍເພື່ອວ່າ ເຮົາຈະສາມາດໄດ້ຮັບລັດສະໝີທີ່ຍິ່ງໃຫຍ່ກວ່າເກົ່າ ເພື່ອທຸກສິ່ງທີ່ມີຊີວິດເທິງແຜ່ນດິນໂລກຈະສາມາດສົ່ງຕໍ່ລັດສະໝີຂອງເຮົາໄປທຸກໆຊົນຊາດ, ຈາກຮຸ່ນສູ່ຮຸ່ນຕະຫຼອດໄປ ແລະ ທຸກສິ່ງທີ່ມີຊີວິດໃນສະຫວັນ ແລະ ເທິງແຜ່ນດີນໂລກຈະສາມາດເຫັນລັດສະໝີທັງໝົດທີ່ເຮົາໄດ້ຮັບຢູ່ເທິງແຜ່ນດິນໂລກນີ້. ພາລະກິດທີ່ດຳເນີນໃນລະຫວ່າງຍຸກສຸດທ້າຍນີ້ ເປັນພາລະກິດແຫ່ງເອົາໄຊຊະນະ. ມັນບໍ່ແມ່ນການນໍາພາຊີວິດຂອງທຸກຄົນເທິງແຜ່ນດິນໂລກ ແຕ່ເປັນການສິ້ນສຸດຄວາມເປັນອໍາມະຕະຂອງມະນຸດຊາດ ແລະ ຊີວິດທີ່ຍາວນານເປັນເວລາພັນປີຂອງຄວາມອົດທົນຢູ່ເທິງແຜ່ນດິນໂລກ. ຜົນຕາມມາກໍຄື ພາລະກິດຂອງຍຸກສຸດທ້າຍບໍ່ສາມາດເປັນຄືກັບຊ່ວງເວລາສອງສາມພັນປີຂອງພາລະກິດທີ່ເກີດຂຶ້ນໃນອິດສະຣາເອນ ຫຼື ມັນບໍ່ສາມາດເປັນຄືກັບຊ່ວງເວລາພຽງສອງສາມພັນປີຂອງພາລະກິດທີ່ເກີດຂຶ້ນໃນຢູດາຍ ທີ່ສືບຕໍ່ເປັນເວລາສອງພັນປີຈົນຮອດການບັງເກີດເປັນມະນຸດຄັ້ງທີສອງ. ຜູ້ຄົນໃນຍຸກສຸດທ້າຍຜະເຊີນພຽງແຕ່ການປາກົດຕົວອີກຄັ້ງຂອງພຣະຜູ້ໄຖ່ໃນຮ່າງກາຍຂອງມະນຸດ ແລະ ພວກເຂົາຮັບພາລະກິດສ່ວນຕົວ ແລະ ພຣະທຳຂອງພຣະເຈົ້າ. ມັນຈະບໍ່ແມ່ນສອງພັນປີ ກ່ອນທີ່ຍຸກສຸດທ້າຍຈະສິ້ນສຸດລົງ; ຍຸກສຸດທ້າຍດັ່ງກ່າວຈະຜ່ານໄປໄວ ຄືກັບເວລາທີ່ພຣະເຢຊູດຳເນີນພາລະກິດຂອງຍຸກແຫ່ງພຣະຄຸນໃນຢູດາຍ. ນີ້ກໍເພາະວ່າ ຍຸກສຸດທ້າຍເປັນການສິ້ນສຸດຂອງຍຸກທັງໝົດ. ເປັນຍຸກໃນການສຳເລັດ ແລະ ການສິ້ນສຸດຂອງແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າ ແລະ ເປັນຍຸກສິ້ນສຸດການເດີນທາງແຫ່ງຄວາມທົນທຸກທໍລະມານໃນຊີວິດຂອງມະນຸດ. ຍຸກສຸດທ້າຍບໍ່ໄດ້ນໍາມະນຸດທັງໝົດເຂົ້າສູ່ຍຸກໃໝ່ ຫຼື ອະນຸຍາດໃຫ້ມະນຸດສືບຕໍ່ດຳລົງຊີວິດ; ສິ່ງນັ້ນຈະບໍ່ມີຄວາມສຳຄັນສຳລັບແຜນການຄຸ້ມຄອງຂອງເຮົາ ຫຼື ການດຳລົງຢູ່ຂອງມະນຸດ. ຖ້າມະນຸດຊາດສືບຕໍ່ເປັນແບບນີ້ ແລ້ວອີກບໍ່ດົນ ພວກເຂົາຈະຖືກກືນກິນໂດຍພະຍາມານ ແລະ ວິນຍານເຫຼົ່ານັ້ນທີ່ເປັນຂອງເຮົາ ໃນທີ່ສຸດ ກໍຈະຖືກທໍາລາຍໂດຍມືຂອງມັນ. ພາລະກິດຂອງເຮົາຄົງຢູ່ເປັນເວລາຫົກພັນປີ ແລະ ເຮົາສັນຍາວ່າ ການຄວບຄຸມມະນຸດທັງໝົດຂອງຜີຮ້າຍກໍ່ຈະບໍ່ດົນໄປກວ່າຫົກພັນປີ. ແລ້ວດ້ວຍເຫດນັ້ນ ເວລາແມ່ນໝົດແລ້ວ. ເຮົາຈະບໍ່ສືບຕໍ່ ຫຼື ຊັກຊ້າອີກຕໍ່ໄປ, ລະຫວ່າງຍຸກສຸດທ້າຍ ເຮົາຈະຕີຊາຕານພ່າຍແພ້, ເຮົາຈະເອົາລັດສະໝີທັງໝົດຂອງເຮົາຄືນ ແລະ ເຮົາຈະຮຽກວິນຍານທັງໝົດທີ່ເປັນຂອງເຮົາເທິງແຜ່ນດິນໂລກກັບມາ ເພື່ອວິນຍານທີ່ທົນທຸກທໍລະມານເຫຼົ່ານີ້ຈະລອດພົ້ນຈາກທະເລແຫ່ງຄວາມທົນທຸກທໍລະມານ ແລະ ດ້ວຍເຫດນັ້ນ ຈະສິ້ນສຸດພາລະກິດທັງໝົດຂອງເຮົາເທິງແຜ່ນດິນໂລກ. ນັບຈາກມື້ນີ້ເປັນຕົ້ນໄປ ເຮົາຈະບໍ່ມາເປັນມະນຸດເທິງແຜ່ນດິນໂລກອີກ ແລະ ພາລະກິດທັງໝົດທີ່ຄວບຄຸມໂດຍພຣະວິນຍານຂອງເຮົາກໍຈະບໍ່ເກີດຂຶ້ນເທິງແຜ່ນດິນໂລກອີກຕໍ່ໄປ. ແຕ່, ເຮົາຈະເຮັດອີກສິ່ງໜຶ່ງເທິງແຜ່ນດິນໂລກ: ເຮົາຈະສ້າງ ມະນຸດຊາດຂຶ້ນມາໃໝ່ ເຊິ່ງເປັນມະນຸດຊາດທີ່ບໍລິສຸດ ແລະ ເປັນເມືອງທີ່ສັດຊື່ຂອງເຮົາເທິງແຜ່ນດິນໂລກ. ແຕ່ຈົ່ງຮູ້ໄວ້ວ່າ ເຮົາຈະບໍ່ທຳລາຍໂລກທັງໝົດ ຫຼື ເຮົາຈະບໍ່ທຳລາຍມະນຸດຊາດທັງໝົດ. ເຮົາຈະຮັກສາໜຶ່ງສ່ວນສາມທີ່ຍັງເຫຼືອຢູ່, ໜຶ່ງສ່ວນສາມທີ່ຮັກເຮົາ ທີ່ເຮົາມີໄຊຊະນະຢ່າງແທ້ຈິງ ແລະ ເຮົາຈະເຮັດໃຫ້ໜຶ່ງສ່ວນສາມນີ້ເກີດຜົນ ແລະ ຂະຫຍາຍຢູ່ເທິງແຜ່ນດິນໂລກຄືກັບທີ່ຊາວອິດສະຣາເອນໄດ້ເຮັດພາຍໃຕ້ຂໍ້ບັນຍັດ; ເຂົາຈະໄດ້ຮັບແກະ ແລະ ງົວຈຳນວນຫຼວງຫຼາຍທີ່ເຮົາລ້ຽງໃຫ້ເຂົາ ພ້ອມດ້ວຍຄວາມອຸດົມສົມບູນທັງໝົດຂອງແຜ່ນດິນໂລກ. ມະນຸດຊາດກຸ່ມນີ້ຈະຢູ່ກັບເຮົາຕະຫຼອດໄປ, ແຕ່ມັນບໍ່ແມ່ນມະນຸດຊາດສົກກະປົກທີ່ເປັນຕາເວດທະນາໃນປັດຈຸບັນ ແຕ່ແມ່ນມະນຸດຊາດທີ່ເປັນການຮວບຮວມຈາກຄົນເຫຼົ່ານັ້ນທຸກຄົນທີ່ຖືກຮັບໂດຍເຮົາ. ມະນຸດຊາດດັ່ງກ່າວຈະບໍ່ຖືກທຳລາຍ, ຮຸກຮານ ຫຼື ຄວບຄຸມໂດຍຊາຕານ ແລະ ຈະເປັນມະນຸດຊາດພຽງກຸ່ມດຽວທີ່ດຳລົງຊີວິດຢູ່ເທິງແຜ່ນດິນໂລກຫຼັງຈາກທີ່ເຮົາເອົາໄຊຊະນະຊາຕານ. ເປັນມະນຸດຊາດທີ່ເຮົາໄດ້ເອົາຊະນະໃນມື້ນີ້ ແລະ ຖືກຮັບໂດຍພຣະສັນຍາຂອງເຮົາ. ດ້ວຍເຫດນັ້ນ ມະນຸດຊາດທີ່ຖືກເອົາຊະນະໃນລະຫວ່າງຍຸກສຸດທ້າຍກໍແມ່ນມະນຸດຊາດທີ່ຈະຮັບການຍົກເວັ້ນ ແລະ ຈະໄດ້ຮັບພອນຕະຫຼອດໄປເປັນນິດຂອງເຮົາ. ມັນຈະເປັນພຽງຂໍ້ພິສູດດຽວແຫ່ງໄຊຊະນະຂອງເຮົາເໜືອຊາຕານ ແລະ ເປັນພຽງຊະເລີຍເສິກຂອງສົງຄາມລະຫວ່າງເຮົາກັບຊາຕານ. ເຮົາໄດ້ໄຖ່ຊະເລີຍເສິກສົງຄາມເຫຼົ່ານີ້ຈາກອຳນາດຂອງຊາຕານ ແລະ ເປັນພຽງການຫຼໍ່ຫຼອມແກ້ວຜະລຶກ ແລະ ໝາກຜົນດຽວຂອງແຜນການຄຸ້ມຄອງຫົກພັນປີຂອງເຮົາ. ພວກເຂົາມາຈາກທຸກຊົນຊາດ ແລະ ທຸກນິກາຍ, ທຸກຫົນແຫ່ງ ແລະ ທຸກປະເທດທົ່ວທັງຈັກກະວານ. ພວກເຂົາມາຈາກຊົນຊາດທີ່ແຕກຕ່າງກັນ, ມີພາສາ, ປະເພນີ ແລະ ສີຜິວທີ່ແຕກຕ່າງກັນ; ພວກເຂົາຂະຫຍາຍໄປທົ່ວທຸກເຊື້ອຊາດ ແລະ ສາສະໜາຕ່າງໆເທິງແຜ່ນດິນໂລກ ແລະ ແມ່ນແຕ່ທຸກໆມຸມຂອງແຜ່ນດິນໂລກ. ໃນທີ່ສຸດ ພວກເຂົາຈະລວມຕົວກັນເພື່ອສ້າງມະນຸດຊາດທີ່ສົມບູນແບບ ເຊິ່ງເປັນການຮວບຮວມຂອງມະນຸດທີ່ກຳລັງຂອງຊາຕານຈະບໍ່ສາມາດເຂົ້າເຖິງໄດ້. ຄົນເຫຼົ່ານັ້ນທີ່ຢູ່ທ່າມກາງມະນຸດຊາດເຊິ່ງບໍ່ໄດ້ຮັບຄວາມລອດພົ້ນ ແລະ ເຮົາບໍ່ໄດ້ເອົາຊະນະຈະຕົກລົງໄປໃນທະເລເລິກຢ່າງງຽບໆ ແລະ ຈະຖືກເຜົາໄໝ້ໂດຍແປວໄຟທີ່ທຳລາຍລ້າງຂອງເຮົາຕະຫຼອດໄປເປັນນິດ. ເຮົາຈະທຳລາຍມະນຸດຊາດກຸ່ມເກົ່າແກ່ ແລະ ສົກກະປົກຫຼາຍທີ່ສຸດເຫຼົ່ານີ້ ດັ່ງທີ່ເຮົາໄດ້ທຳລາຍລູກຊາຍກົກ ແລະ ງົວຂອງອີຢິບ, ລະເວັ້ນພຽງຊາວອິດສະຣາເອນ ຜູ້ທີ່ໄດ້ກິນຊີ້ນແກະ, ດື່ມເລືອດແກະ ແລະ ທາເລືອດແກະໃສ່ໄມ້ຂອບວົງປະຕູຂອງພວກເຂົາ. ຜູ້ຄົນທີ່ເຮົາໄດ້ເອົາຊະນະ ແລະ ເປັນຄອບຄົວຂອງເຮົາບໍ່ແມ່ນຜູ້ຄົນທີ່ກິນຊີ້ນຂອງແກະເຊິ່ງແມ່ນເຮົາ ແລະ ດື່ມເລືອດຂອງແກະເຊິ່ງແມ່ນເຮົາ ແລະ ທີ່ໄດ້ຮັບການໄຖ່ຈາກເຮົາ ແລະ ສັນລະເສີນເຮົາບໍ? ຜູ້ຄົນເຫຼົ່ານັ້ນຈະບໍ່ໄດ້ຮັບການຕິດຕາມໂດຍລັດສະໝີຂອງເຮົາບໍ? ຄົນເຫຼົ່ານັ້ນທີ່ປາສະຈາກຊີ້ນຂອງແກະເຊິ່ງແມ່ນເຮົາ ບໍ່ໄດ້ຈົມລົງສູ່ທະເລເລິກຢ່າງງຽບໆແລ້ວບໍ? ມື້ນີ້ ພວກເຈົ້າຕໍ່ຕ້ານເຮົາ ແລະ ມື້ນີ້ ພຣະທຳຂອງເຮົາກໍເປັນສິ່ງດຽວກັນກັບທີ່ພຣະເຢໂຮວາໄດ້ກ່າວກັບລູກ ແລະ ຫຼານຂອງອິດສະຣາເອນ. ແຕ່ຄວາມແຂງກະດ້າງໃນສ່ວນເລິກຂອງຫົວໃຈຂອງພວກເຈົ້າກຳລັງເຮັດໃຫ້ຄວາມໂກດຮ້າຍຂອງເຮົາເພີ່ມຂຶ້ນເລື້ອຍໆ, ນໍາເອົາຄວາມທົນທຸກທໍລະມານມາຍັງເນື້ອໜັງຂອງພວກເຈົ້າເພີ່ມຂຶ້ນອີກ, ການພິພາກສາຄວາມຜິດບາບທີ່ຫຼາຍຂຶ້ນ ແລະ ຄວາມໂກດຮ້າຍໃນຄວາມບໍ່ທ່ຽງທຳຂອງພວກເຈົ້າທີ່ເພີ່ມຂຶ້ນ. ແລ້ວໃຜທີ່ສາມາດຍົກເວັ້ນໃນມື້ທີ່ເຮົາໂກດຮ້າຍ ໃນເມື່ອພວກເຈົ້າປະຕິບັດຕໍ່ເຮົາຄືດັ່ງທຸກວັນນີ້? ຄວາມບໍ່ທ່ຽງທຳຂອງໃຜແນ່ທີ່ສາມາດລອດພົ້ນຈາກສາຍຕາແຫ່ງການລົງໂທດຂອງເຮົາ? ຄວາມຜິດບາບຂອງໃຜແນ່ທີ່ສາມາດໜີພົ້ນຈາກມືຂອງເຮົາ ນັ້ນຄືອົງຊົງລິດທານຸພາບສູງສຸດ? ການທ້າທາຍຂອງໃຜແນ່ທີ່ສາມາດລອດພົ້ນຈາກການພິພາກສາຂອງເຮົາ ນັ້ນຄື ອົງຊົງລິດທານຸພາບສູງສຸດ? ດ້ວຍເຫດນັ້ນ ເຮົາຄືພຣະເຢໂຮວາ ທີ່ກ່າວກັບພວກເຈົ້າ, ເຊື້ອສາຍຂອງຄອບຄົວຕ່າງຊາດ ແລະ ພຣະທຳທີ່ເຮົາກ່າວກັບເຈົ້າຍິ່ງໃຫຍ່ກວ່າຖ້ອຍຄຳຂອງຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ ແຕ່ເຈົ້າກໍແຂງກະດ້າງຫຼາຍກວ່າປະຊາຊົນທັງໝົດຂອງອີຢິບ. ພວກເຈົ້າບໍ່ໄດ້ສະສົມຄວາມໂກດຮ້າຍຂອງເຮົາໃນຂະນະທີ່ເຮົາດຳເນີນພາລະກິດຂອງເຮົາຢ່າງສະຫງົບງຽບບໍ? ພວກເຈົ້າຈະສາມາດລອດພົ້ນຢ່າງປອດໄພຈາກວັນຂອງເຮົາ, ອົງຊົງລິດທານຸພາບສູງສຸດໄດ້ແນວໃດ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ບໍ່ມີໃຜທີ່ເກີດຈາກເນື້ອໜັງສາມາດລອດພົ້ນຈາກມື້ແຫ່ງຄວາມໂກດຮ້າຍ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ