ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 405
18 ເດືອນກໍລະກົດ 2025
ເຮົາໄດ້ກ່າວໄວ້ກ່ອນໜ້ານີ້ແລ້ວວ່າ “ທຸກຄົນທີ່ໃສ່ໃຈກັບການຫຼຽວເບິ່ງໝາຍສໍາຄັນ ແລະ ສິ່ງອັດສະຈັນກໍ່ຈະຖືກປະຖິ້ມ; ພວກເຂົາບໍ່ແມ່ນຄົນທີ່ຈະຖືກເຮັດໃຫ້ສົມບູນ”. ເຮົາໄດ້ກ່າວພຣະທໍາຫຼາຍຂໍ້ໄປແລ້ວ, ແຕ່ມະນຸດຍັງບໍ່ມີຄວາມຮູ້ແມ່ນແຕ່ໜ້ອຍດຽວກ່ຽວກັບພາລະກິດນີ້ ແລະ ເມື່ອມາເຖິງຈຸດນີ້ແລ້ວ ມະນຸດຍັງຮ້ອງຂໍໝາຍສໍາຄັນ ແລະ ສິ່ງອັດສະຈັນຢູ່. ຄວາມເຊື່ອໃນພຣະເຈົ້າຂອງເຈົ້າເປັນພຽງການສະແຫວງຫາໝາຍສໍາຄັນ ແລະ ສິ່ງອັດສະຈັນ ຫຼື ມັນແມ່ນເພື່ອຮັບເອົາຊີວິດ? ພຣະເຢຊູຍັງໄດ້ກ່າວພຣະທໍາຫຼາຍຂໍ້ ແລະ ພຣະທຳບາງຂໍ້ຍັງບໍ່ທັນບັນລຸຜົນ. ເຈົ້າສາມາດເວົ້າໄດ້ບໍວ່າພຣະເຢຊູບໍ່ແມ່ນພຣະເຈົ້າ? ພຣະເຈົ້າເປັນພະຍານວ່າພຣະອົງຄືພຣະຄຣິດ ແລະ ພຣະບຸດອັນເປັນທີ່ຮັກຂອງພຣະເຈົ້າ. ເຈົ້າສາມາດປະຕິເສດສິ່ງນີ້ໄດ້ບໍ? ໃນປັດຈຸບັນ, ພຣະເຈົ້າພຽງແຕ່ກ່າວພຣະທໍາເທົ່ານັ້ນ ແລະ ຖ້າເຈົ້າບໍ່ສາມາດຮູ້ໄດ້ຢ່າງລະອຽດ, ແລ້ວເຈົ້າກໍ່ບໍ່ສາມາດຕັ້ງໝັ້ນໄດ້. ເຈົ້າເຊື່ອໃນພຣະອົງຍ້ອນວ່າພຣະອົງເປັນພຣະເຈົ້າ ຫຼື ເຈົ້າເຊື່ອໃນພຣະອົງໂດຍອີງຕາມຂໍ້ແທ້ຈິງທີ່ວ່າພຣະທໍາຂອງພຣະອົງໄດ້ບັນລຸຜົນ ຫຼື ບໍ່? ເຈົ້າເຊື່ອໃນໝາຍສໍາຄັນ ແລະ ສິ່ງອັດະຈັນບໍ ຫຼື ເຈົ້າເຊື່ອໃນພຣະເຈົ້າ? ມື້ນີ້, ພຣະອົງບໍ່ໄດ້ສະແດງໝາຍສໍາຄັນ ແລະ ສິ່ງອັດສະຈັນ, ພຣະອົງເປັນພຣະເຈົ້າແທ້ໆບໍ? ຖ້າພຣະທໍາທີ່ພຣະອົງກ່າວບໍ່ໄດ້ບັນລຸຜົນ, ພຣະອົງແມ່ນພຣະເຈົ້າແທ້ໆບໍ? ແກ່ນແທ້ຂອງພຣະເຈົ້າຖືກກຳນົດຈາກຂໍ້ແທ້ຈິງທີ່ວ່າພຣະທຳທີ່ພຣະອົງກ່າວໄດ້ສຳເລັດຜົນ ຫຼື ບໍ່ບໍ? ເປັນຫຍັງບາງຄົນຈຶ່ງລໍຖ້າໃຫ້ພຣະທໍາຂອງພຣະເຈົ້າບັນລຸຜົນກ່ອນທີ່ພວກເຂົາຈະເຊື່ອໃນພຣະອົງ? ນີ້ບໍ່ໄດ້ໝາຍຄວາມວ່າພວກເຂົາບໍ່ຮູ້ຈັກພຣະອົງບໍ? ທຸກຄົນທີ່ມີແນວຄິດດັ່ງກ່າວແມ່ນຄົນທີ່ປະຕິເສດພຣະເຈົ້າ. ພວກເຂົາໃຊ້ແນວຄິດເພື່ອວັດແທກພຣະເຈົ້າ; ຖ້າພຣະທໍາຂອງພຣະເຈົ້າບັນລຸຜົນ, ພວກເຂົາກໍ່ເຊື່ອໃນພຣະອົງ ແລະ ຖ້າພຣະທໍາບໍ່ໄດ້ບັນລຸຜົນ ພວກເຂົາກໍ່ຈະບໍ່ເຊື່ອໃນພຣະອົງ; ແລະ ພວກເຂົາມັກສະແຫວງຫາໝາຍສໍາຄັນ ແລະ ສິ່ງອັດສະຈັນ. ຄົນເຫຼົ່ານີ້ບໍ່ແມ່ນພວກຟາຣີຊາຍໃນຍຸກສະໄໝໃໝ່ບໍ? ການທີ່ເຈົ້າຈະສາມາດຕັ້ງໝັ້ນໄດ້ ຫຼື ບໍ່ນັ້ນແມ່ນຂຶ້ນກັບວ່າເຈົ້າຮູ້ຈັກພຣະເຈົ້າທີ່ແທ້ຈິງ ຫຼື ບໍ່, ນີ້ຄືສິ່ງທີ່ສຳຄັນ! ຍິ່ງຄວາມເປັນຈິງຂອງພຣະເຈົ້າໃນຕົວເຈົ້າມີຫຼາຍຂຶ້ນເທົ່າໃດ ຄວາມຮູ້ຂອງເຈົ້າກ່ຽວກັບຄວາມເປັນຈິງໃນພຣະເຈົ້າກໍ່ຍິ່ງຫຼາຍຂຶ້ນເທົ່ານັ້ນ ແລະ ເຈົ້າກໍ່ຍິ່ງສາມາດຕັ້ງໝັ້ນຢູ່ໃນລະຫວ່າງການທົດລອງໄດ້ຫຼາຍຂຶ້ນ. ຍິ່ງເຈົ້າໃສ່ໃຈໃນການເຫັນໝາຍສໍາຄັນ ແລະ ສິ່ງອັດສະຈັນຫຼາຍສໍ່າໃດ, ເຈົ້າກໍ່ຍິ່ງສາມາດຕັ້ງໝັ້ນໄດ້ໜ້ອຍລົງ ແລະ ເຈົ້າຈະຕົກຢູ່ທ່າມກາງການທົດລອງ. ໝາຍສໍາຄັນ ແລະ ສິ່ງອັດສະຈັນບໍ່ແມ່ນຮາກຖານ; ມີພຽງແຕ່ຄວາມເປັນຈິງຂອງພຣະເຈົ້າເທົ່ານັ້ນທີ່ເປັນຊີວິດ. ບາງຄົນບໍ່ຮູ້ຜົນກະທົບທີ່ຈະຖືກບັນລຸໂດຍພາລະກິດຂອງພຣະເຈົ້າ. ພວກເຂົາໃຊ້ເວລາຂອງພວກເຂົາຢູ່ກັບຄວາມງົມງວາຍ, ບໍ່ສະແຫວງຫາຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າ. ຈຸດປະສົງໃນການສະແຫວງຫາຂອງພວກເຂົາແມ່ນເພື່ອໃຫ້ພຣະເຈົ້າປະຕິບັດຕາມຄວາມປາຖະໜາຂອງພວກເຂົາ ແລະ ໃນເມື່ອນັ້ນເອງ ພວກເຂົາຈິ່ງຈະຈິງຈັງໃນຄວາມເຊື່ອຂອງພວກເຂົາ. ພວກເຂົາເວົ້າວ່າ ພວກເຂົາຈະສະແຫວງຫາຊີວິດ ຖ້າພຣະທໍາຂອງພຣະເຈົ້າບັນລຸຜົນ, ແຕ່ຖ້າພຣະທໍາຂອງພຣະເຈົ້າບໍ່ໄດ້ບັນລຸຜົນ, ແລ້ວມັນກໍ່ບໍ່ມີຄວາມເປັນໄປໄດ້ທີ່ພວກເຂົາຈະສະແຫວງຫາຊີວິດ. ມະນຸດຄິດວ່າຄວາມເຊື່ອໃນພຣະເຈົ້າຄືການສະແຫວງຫາເພື່ອເບິ່ງໝາຍສໍາຄັນ ແລະ ສິ່ງອັດສະຈັນ ແລະ ການສະແຫວງຫາເພື່ອຂຶ້ນສະຫວັນ ແລະ ສະຫວັນຊັ້ນທີສາມ. ບໍ່ມີໃຜທີ່ເວົ້າວ່າຄວາມເຊື່ອຂອງພວກເຂົາໃນພຣະເຈົ້າຄືການສະແຫວງຫາເພື່ອເຂົ້າສູ່ຄວາມເປັນຈິງ, ການສະແຫວງຫາຊີວິດ ແລະ ການສະແຫວງຫາເພື່ອຖືກຮັບເອົາໂດຍພຣະເຈົ້າ. ແມ່ນຫຍັງຄືຄຸນຄ່າໃນການສະແຫວງຫາແບບນີ້? ຜູ້ທີ່ບໍ່ສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ຄວາມພໍໃຈຂອງພຣະເຈົ້າກໍ່ເປັນຄົນທີ່ບໍ່ເຊື່ອໃນພຣະເຈົ້າ; ພວກເຂົາເປັນຄົນທີ່ໝິ່ນປະໝາດພຣະເຈົ້າ!
ຕອນນີ້ ພວກເຈົ້າເຂົ້າໃຈບໍວ່າຄວາມເຊື່ອໃນພຣະເຈົ້າແມ່ນຫຍັງ? ຄວາມເຊື່ອໃນພຣະເຈົ້າໝາຍເຖິງການເຫັນໝາຍສໍາຄັນ ແລະ ສິ່ງອັດສະຈັນບໍ? ມັນໝາຍເຖິງການຂຶ້ນສະຫວັນບໍ? ການເຊື່ອໃນພຣະເຈົ້າບໍ່ແມ່ນເລື່ອງງ່າຍແມ່ນແຕ່ໜ້ອຍດຽວ. ການປະຕິບັດທາງສາສະໜາເຫຼົ່ານັ້ນຄວນຖືກລົບລ້າງອອກ; ການສະແຫວງຫາການຮັກສາຄົນເຈັບປ່ວຍ, ການຂັບໄລ່ມານຮ້າຍ, ການໃສ່ໃຈກັບໝາຍສໍາຄັນ ແລະ ສິ່ງອັດສະຈັນ, ການປາດຖະໜາເພື່ອຫວັງຮັບພຣະຄຸນຂອງພຣະເຈົ້າ, ຄວາມສະຫງົບສຸກ ແລະ ຄວາມສຸກໃຈຫຼາຍຂຶ້ນ, ການສະແຫວງຫາຄວາມຄາດຫວັງ ແລະ ຄວາມສຸກສະບາຍຂອງເນື້ອໜັງ, ສິ່ງເຫຼົ່ານີ້ແມ່ນການປະຕິບັດທາງສາສະໜາ ແລະ ການປະຕິບັດທາງສາສະໜາດັ່ງກ່າວຄືຄວາມເຊື່ອປະເພດທີ່ເລື່ອນລອຍ. ມື້ນີ້, ຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າແມ່ນຫຍັງ? ມັນຄື ການຮັບເອົາພຣະທໍາຂອງພຣະເຈົ້າໃຫ້ເປັນຊີວິດ-ຄວາມເປັນຈິງຂອງເຈົ້າ ແລະ ການຮູ້ຈັກພຣະເຈົ້າຈາກພຣະທໍາຂອງພຣະອົງ ເພື່ອບັນລຸຄວາມຮັກທີ່ແທ້ຈິງຕໍ່ພຣະອົງ. ເພື່ອຈະເວົ້າຢ່າງຈະແຈ້ງກໍ່ຄື: ຄວາມເຊື່ອໃນພຣະເຈົ້າແມ່ນເພື່ອໃຫ້ເຈົ້າອ່ອນນ້ອມຕໍ່ພຣະເຈົ້າ, ຮັກພຣະເຈົ້າ ແລະ ປະຕິບັດໜ້າທີ່ທີ່ສິ່ງຖືກສ້າງຂອງພຣະເຈົ້າຄວນປະຕິບັດ. ນີ້ຄືຈຸດປະສົງຂອງການເຊື່ອໃນພຣະເຈົ້າ. ເຈົ້າຕ້ອງບັນລຸຄວາມຮູ້ກ່ຽວກັບຄວາມເປັນຕາຮັກຂອງພຣະເຈົ້າ, ພຣະເຈົ້າສົມຄວນແກ່ການເຄົາລົບນັບຖືສໍ່າໃດ ແລະ ໃນສິ່ງຖືກສ້າງຂອງພຣະອົງ ພຣະເຈົ້າປະຕິບັດພາລະກິດແຫ່ງການໄຖ່ບາບ ແລະ ເຮັດໃຫ້ພວກເຂົາສົມບູນແນວໃດ, ສິ່ງເຫຼົ່ານີ້ຄືພື້ນຖານທີ່ແທ້ຈິງໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ. ຄວາມເຊື່ອໃນພຣະເຈົ້າຄືການປ່ຽນຈາກຊີວິດຂອງເນື້ອໜັງໄປສູ່ຊີວິດແຫ່ງການຮັກພຣະເຈົ້າເປັນຫຼັກ; ຈາກການດໍາລົງຊີວິດພາຍໃນຄວາມເສື່ອມຊາມໄປສູ່ການດໍາລົງຊີວິດພາຍໃນຊີວິດແຫ່ງພຣະທໍາຂອງພຣະເຈົ້າ; ມັນຄືການອອກຈາກການຢູ່ພາຍໃຕ້ອຳນາດຂອງຊາຕານ ແລະ ການດຳລົງຊີວິດພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະເຈົ້າ; ມັນຄືການທີ່ສາມາດບັນລຸຄວາມອ່ອນນ້ອມຕໍ່ພຣະເຈົ້າ ແລະ ບໍ່ແມ່ນຄວາມອ່ອນນ້ອມຕໍ່ເນື້ອໜັງ; ມັນຄືການປ່ອຍໃຫ້ພຣະເຈົ້າຮັບເອົາຫົວໃຈທັງໝົດຂອງເຈົ້າ, ອະນຸຍາດໃຫ້ພຣະເຈົ້າເຮັດໃຫ້ເຈົ້າສົມບູນແບບ ແລະ ປົດປ່ອຍຕົວເຈົ້າເອງອອກຈາກອຸປະນິໄສທີ່ເສື່ອມຊາມແບບຊາຕານ. ຄວາມເຊື່ອໃນພຣະເຈົ້າແມ່ນເພື່ອໃຫ້ລິດອຳນາດທີ່ຍິ່ງໃຫຍ່ ແລະ ສະຫງ່າລາສີຂອງພຣະເຈົ້າຈະໄດ້ສຳແດງອອກໃນຕົວເຈົ້າເປັນຫຼັກ, ເພື່ອວ່າເຈົ້າອາດເຮັດຕາມຄວາມປະສົງຂອງພຣະເຈົ້າ ແລະ ສຳເລັດແຜນການຂອງພຣະເຈົ້າ ແລະ ສາມາດເປັນພະຍານໃຫ້ແກ່ພຣະອົງຕໍ່ໜ້າຊາຕານ. ຄວາມເຊື່ອໃນພຣະເຈົ້າບໍ່ຄວນກ່ຽວກັບຄວາມປາຖະໜາທີ່ຈະເບິ່ງເຫັນໝາຍສໍາຄັນ ແລະ ສິ່ງອັດສະຈັນ ຫຼື ມັນບໍ່ຄວນເຫັນແກ່ເນື້ອໜັງສ່ວນຕົວຂອງເຈົ້າ. ມັນຄວນກ່ຽວກັບການສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ການທີ່ສາມາດອ່ອນນ້ອມຕໍ່ພຣະເຈົ້າ ແລະ ການເຊື່ອຟັງພຣະອົງຈົນເຖິງຕາຍເຊັ່ນດຽວກັບເປໂຕ. ສິ່ງເຫຼົ່ານີ້ຄືຈຸດປະສົງຫຼັກຂອງການເຊື່ອໃນພຣະເຈົ້າ. ຄົນໜຶ່ງກິນ ແລະ ດື່ມພຣະທໍາຂອງພຣະເຈົ້າເພື່ອຮູ້ຈັກພຣະເຈົ້າ ແລະ ເຮັດໃຫ້ພຣະອົງພໍໃຈ. ການກິນ ແລະ ການດື່ມພຣະທໍາຂອງພຣະເຈົ້າເຮັດໃຫ້ເຈົ້າມີຄວາມຮູ້ຫຼາຍຂຶ້ນກ່ຽວກັບພຣະເຈົ້າ, ພຽງແຕ່ຫຼັງຈາກນັ້ນ ເຈົ້າຈຶ່ງສາມາດອ່ອນນ້ອມຕໍ່ພຣະເຈົ້າໄດ້. ດ້ວຍຄວາມຮູ້ກ່ຽວກັບພຣະເຈົ້າເທົ່ານັ້ນ, ເຈົ້າຈຶ່ງສາມາດຮັກພຣະອົງໄດ້ ແລະ ນີ້ຄືເປົ້າໝາຍທີ່ມະນຸດຄວນມີໃນຄວາມເຊື່ອຂອງເຂົາຕໍ່ພຣະເຈົ້າ. ໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ, ຖ້າເຈົ້າພະຍາຍາມເຫັນໝາຍສໍາຄັນ ແລະ ສິ່ງອັດສະຈັນຢູ່ສະເໝີ, ແລ້ວມຸມມອງຄວາມເຊື່ອໃນພຣະເຈົ້າແບບນີ້ກໍ່ບໍ່ຖືກຕ້ອງ. ຄວາມເຊື່ອໃນພຣະເຈົ້າຄືການຍອມຮັບພຣະທໍາຂອງພຣະເຈົ້າໃຫ້ເປັນຊີວິດ-ຄວາມເປັນຈິງເປັນຫຼັກ. ຈຸດປະສົງຂອງພຣະເຈົ້າແມ່ນພຽງແຕ່ຖືກບັນລຸໂດຍການນໍາພຣະທຳຂອງພຣະເຈົ້າຈາກປາກຂອງພຣະເຈົ້າໄປປະຕິບັດ ແລະ ການປະຕິບັດພວກມັນພາຍໃນຕົວເຈົ້າເອງ. ໃນຄວາມເຊື່ອໃນພຣະເຈົ້າ, ມະນຸດຄວນດີ້ນຮົນເພື່ອຖືກພຣະເຈົ້າເຮັດໃຫ້ສົມບູນ, ສາມາດອ່ອນນ້ອມຕໍ່ພຣະເຈົ້າ ແລະ ອ່ອນນ້ອມຕໍ່ພຣະເຈົ້າຢ່າງສົມບູນ. ຖ້າເຈົ້າສາມາດອ່ອນນ້ອມຕໍ່ພຣະເຈົ້າໂດຍບໍ່ມີການຈົ່ມຕໍ່ວ່າໃດໆ, ຄໍານຶງເຖິງເຈດຕະນາຂອງພຣະເຈົ້າ, ບັນລຸວຸດທິພາວະຂອງເປໂຕ ແລະ ມີແນວທາງແບບເປໂຕທີ່ພຣະເຈົ້າໄດ້ກ່າວເຖິງ, ແລ້ວນັ້ນກໍ່ຈະເປັນເວລາທີ່ເຈົ້າໄດ້ບັນລຸຄວາມສຳເລັດໃນຄວາມເຊື່ອໃນພຣະເຈົ້າ ແລະ ມັນຈະເປັນການສະແດງໃຫ້ເຫັນວ່າເຈົ້າຖືກຮັບເອົາໂດຍພຣະເຈົ້າແລ້ວ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ທຸກສິ່ງຖືກບັນລຸໂດຍພຣະທໍາຂອງພຣະເຈົ້າ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ