ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 453
10 ກຸມພາ 2026
ທຸກຄົນທີ່ໄດ້ຕັດສິນໃຈຢ່າງເດັດດ່ຽວທີ່ຈະຮັບໃຊ້ພຣະເຈົ້າ, ແຕ່ມີພຽງຄົນທີ່ສະແດງເຖິງການຄໍານຶງ ແລະ ເຂົ້າໃຈເຖິງເຈດຕະນາຂອງພຣະເຈົ້າເທົ່ານັ້ນຈຶ່ງມີຄຸນສົມບັດ ແລະ ມີສິດທີ່ຈະຮັບໃຊ້ພຣະເຈົ້າໄດ້. ເຮົາໄດ້ຄົ້ນພົບສິ່ງນີ້ທ່າມກາງພວກເຈົ້າ: ຫຼາຍຄົນເຊື່ອວ່າຕາບໃດທີ່ພວກເຂົາຕັ້ງໃຈເຜີຍແຜ່ຂ່າວປະເສີດສຳລັບພຣະເຈົ້າຢ່າງກະຕືລືລົ້ນ, ອອກເດີນທາງເພື່ອພຣະເຈົ້າ, ເສຍສະຫຼະຕົນເອງ ແລະ ສະຫຼະຖິ້ມສິ່ງຕ່າງໆເພື່ອພຣະເຈົ້າ ແລະ ອື່ນໆອີກ, ແລ້ວນີ້ກໍ່ແມ່ນການຮັບໃຊ້ພຣະເຈົ້າ. ແມ່ນແຕ່ຄົນທີ່ຍິ່ງເຄັ່ງສາສະໜາຫຼາຍຄົນເຊື່ອວ່າການຮັບໃຊ້ພຣະເຈົ້າໝາຍເຖິງການແລ່ນໄປມາໂດຍທີ່ມີພຣະຄໍາພີໃນມືຂອງພວກເຂົາ, ເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນ ແລະ ຊ່ວຍເຫຼືອຜູ້ຄົນໃຫ້ລອດພົ້ນ ໂດຍເຮັດໃຫ້ພວກເຂົາກັບໃຈ ແລະ ສາລະພາບ. ນອກຈາກນັ້ນຍັງມີເຈົ້າໜ້າທີ່ໆເຄັ່ງສາສະໜາຫຼາຍຄົນທີ່ຄິດວ່າການຮັບໃຊ້ພຣະເຈົ້າປະກອບດ້ວຍການເທດສະໜາໃນໂບດ ຫຼັງຈາກທີ່ໄດ້ສືບຕໍ່ການສຶກສາຂັ້ນສູງ ແລະ ການຝຶກອົບຮົມໃນໂຮງຮຽນສອນສາສະໜາ ແລະ ສັ່ງສອນຜູ້ຄົນຜ່ານການອ່ານພຣະຄໍາພີ. ຍິ່ງໄປກວ່ານັ້ນ, ມີຜູ້ຄົນທີ່ຢູ່ເຂດທຸກຍາກທີ່ເຊື່ອວ່າ ການຮັບໃຊ້ພຣະເຈົ້າໝາຍເຖິງການຮັກສາຄົນເຈັບປ່ວຍ ແລະ ການຂັບໄລ່ພວກມານຮ້າຍທີ່ຢູ່ໃນທ່າມກາງອ້າຍເອື້ອຍນ້ອງຂອງພວກເຂົາ ຫຼື ການອະທິຖານເພື່ອພວກເຂົາ ຫຼື ການຮັບໃຊ້ພວກເຂົາ. ໃນທ່າມກາງພວກເຈົ້າແມ່ນຍັງມີຫຼາຍຄົນທີ່ເຊື່ອວ່າການຮັບໃຊ້ພຣະເຈົ້າແມ່ນໝາຍເຖິງການກິນ ແລະ ການດື່ມພຣະທໍາຂອງພຣະເຈົ້າ, ການອະທິຖານຫາພຣະເຈົ້າທຸກມື້ ພ້ອມທັງການຢ້ຽມຢາມ ແລະ ການເຮັດວຽກໃນຄຣິສຕະຈັກຢູ່ທຸກຫົນແຫ່ງ. ມີອ້າຍເອື້ອຍນ້ອງຄົນອື່ນໆທີ່ເຊື່ອວ່າການຮັບໃຊ້ພຣະເຈົ້າໝາຍເຖິງການບໍ່ແຕ່ງດອງຈັກເທື່ອ ຫຼື ການລ້ຽງດູຄອບຄົວ ແລະ ການອຸທິດການເປັນຢູ່ທັງໝົດຂອງພວກເຂົາໃຫ້ແກ່ພຣະເຈົ້າ. ແຕ່ມີໜ້ອຍຄົນທີ່ຮູ້ແທ້ໆວ່າແມ່ນຫຍັງຄືຄວາມໝາຍຂອງການຮັບໃຊ້ພຣະເຈົ້າ. ເຖິງແມ່ນວ່າຄົນທີ່ຮັບໃຊ້ພຣະເຈົ້າຈະມີຫຼາຍຄືກັບດວງດາວໃນທ້ອງຟ້າ, ຈໍານວນຜູ້ຄົນເຫຼົ່ານັ້ນທີ່ສາມາດຮັບໃຊ້ພຣະເຈົ້າໂດຍກົງ ແລະ ຜູ້ທີ່ສາມາດຮັບໃຊ້ຕາມເຈດຕະນາຂອງພຣະເຈົ້ານັ້ນແມ່ນມີໜ້ອຍຫຼາຍ, ໜ້ອຍທີ່ສຸດ. ເປັນຫຍັງເຮົາຈຶ່ງເວົ້າສິ່ງນີ້? ເຮົາເວົ້າສິ່ງນີ້ກໍ່ເພາະວ່າພວກເຈົ້າບໍ່ເຂົ້າໃຈແກ່ນແທ້ຂອງວະລີທີ່ວ່າ “ການຮັບໃຊ້ພຣະເຈົ້າ” ແລະ ພວກເຈົ້າເຂົ້າໃຈວິທີການຮັບໃຊ້ຕາມເຈດຕະນາຂອງພຣະເຈົ້າພຽງເລັກນ້ອຍເທົ່ານັ້ນ. ມີຄວາມຈຳເປັນອັນຮີບດ່ວນໃຫ້ຜູ້ຄົນເຂົ້າໃຈວ່າການຮັບໃຊ້ພຣະເຈົ້າປະເພດໃດທີ່ສາມາດສອດຄ່ອງກັບເຈດຕະນາຂອງພຣະອົງໄດ້ຢ່າງແທ້ຈິງ.
ຖ້າພວກເຈົ້າປາຖະໜາທີ່ຈະຮັບໃຊ້ຕາມເຈດຕະນາຂອງພຣະເຈົ້າ, ພວກເຈົ້າຕ້ອງເຂົ້າໃຈວ່າຄົນປະເພດໃດເປັນທີ່ພໍໃຈຂອງພຣະເຈົ້າກ່ອນ, ຄົນປະເພດໃດທີ່ພຣະເຈົ້າກຽດຊັງ, ຄົນປະເພດໃດທີ່ພຣະເຈົ້າຈະເຮັດໃຫ້ສົມບູນ ແລະ ຄົນປະເພດໃດທີ່ມີຄຸນສົມບູນໃນການຮັບໃຊ້ພຣະເຈົ້າ. ຢ່າງໜ້ອຍທີ່ສຸດ ພວກເຈົ້າຄວນປະກອບດ້ວຍຄວາມຮູ້ນີ້. ນອກຈາກນີ້, ພວກເຈົ້າຄວນຮູ້ຈັກເປົ້າໝາຍພາລະກິດຂອງພຣະເຈົ້າ ແລະ ພາລະກິດທີ່ພຣະເຈົ້າຈະກະທໍາໃນທີ່ນີ້ ແລະ ໃນປັດຈຸບັນນີ້. ຫຼັງຈາກເຂົ້າໃຈໃນສິ່ງນີ້ ແລະ ຜ່ານການຊີ້ນໍາຈາກພຣະທໍາຂອງພຣະເຈົ້າ, ພວກເຈົ້າຄວນມີທາງເຂົ້າກ່ອນ ແລະ ຮັບເອົາການຝາກຝັງຈາກພຣະເຈົ້າກ່ອນ. ຫຼັງຈາກທີ່ພວກເຈົ້າໄດ້ມີປະສົບການຕົວຈິງກ່ຽວກັບພຣະທໍາຂອງພຣະເຈົ້າ ແລະ ເມື່ອພວກເຈົ້າຮູ້ຈັກພາລະກິດຂອງພຣະເຈົ້າຢ່າງແທ້ຈິງ, ພວກເຈົ້າກໍ່ຈະມີຄຸນສົມບັດທີ່ຈະຮັບໃຊ້ພຣະເຈົ້າໄດ້. ແລ້ວເມື່ອຮອດເວລາທີ່ພວກເຈົ້າຮັບໃຊ້ພຣະອົງ, ພຣະເຈົ້າກໍ່ຈະເປີດດວງຕາຝ່າຍວິນຍານຂອງພວກເຈົ້າ ແລະ ເຮັດໃຫ້ພວກເຈົ້າມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບພາລະກິດຂອງພຣະອົງ ແລະ ເບິ່ງເຫັນພາລະກິດຂອງພຣະອົງຢ່າງຊັດເຈນຍິ່ງຂຶ້ນ. ເມື່ອເຈົ້າເຂົ້າສູ່ຄວາມເປັນຈິງນີ້, ປະສົບການຂອງເຈົ້າກໍ່ຈະເລິກເຊິ່ງ ແລະ ເປັນຈິງຫຼາຍຂຶ້ນ ແລະ ພວກເຈົ້າທຸກຄົນທີ່ມີປະສົບການດັ່ງກ່າວກໍ່ຈະສາມາດຍ່າງທ່າມກາງຄຣິສຕະຈັກ ແລະ ລ້ຽງດູໃຫ້ອ້າຍເອື້ອຍນ້ອງຂອງພວກເຈົ້າ ເພື່ອວ່າພວກເຈົ້າແຕ່ລະຄົນຈະສາມາດດຶງເອົາຈຸດແຂງຂອງກັນ ແລະ ກັນ ເພື່ອທົດແທນຄວາມບົກຜ່ອງຂອງພວກເຈົ້າເອງ ແລະ ຮັບເອົາຄວາມຮູ້ທີ່ອຸດົມສົມບູນຍິ່ງຂຶ້ນໃນຈິດວິນຍານຂອງພວກເຈົ້າ. ຫຼັງຈາກທີ່ໄດ້ບັນລຸຜົນນີ້ແລ້ວ, ພວກເຈົ້າກໍ່ຈະສາມາດຮັບໃຊ້ຕາມເຈດຕະນາຂອງພຣະເຈົ້າ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນໃນລະຫວ່າງການຮັບໃຊ້ຂອງພວກເຈົ້າ.
ຄົນທີ່ຮັບໃຊ້ພຣະເຈົ້າຄວນເປັນມິດສະຫາຍຂອງພຣະເຈົ້າ, ພວກເຂົາຄວນເປັນຄົນທີ່ພຣະເຈົ້າພໍໃຈ ແລະ ສາມາດຈົງຮັກພັກດີຕໍ່ພຣະເຈົ້າທີ່ສຸດ. ບໍ່ວ່າເຈົ້າຈະເຮັດເປັນການສ່ວນຕົວ ຫຼື ຕໍ່ໜ້າສາທາລະນະຊົນກໍ່ຕາມ, ເຈົ້າສາມາດຮັບຄວາມປິຕິຍິນດີຂອງພຣະເຈົ້າຕໍ່ໜ້າພຣະເຈົ້າໄດ້, ເຈົ້າສາມາດຢຶດໝັ້ນຕໍ່ໜ້າພຣະເຈົ້າ ແລະ ບໍ່ວ່າຄົນອື່ນຈະປະຕິບັດຕໍ່ເຈົ້າດ້ວຍວິທີໃດກໍ່ຕາມ ເຈົ້າຈະເດີນຕາມເສັ້ນທາງທີ່ເຈົ້າຄວນຍ່າງຢູ່ສະເໝີ ແລະ ໃສ່ໃຈພາລະຂອງພຣະເຈົ້າຢ່າງຖີ່ຖ້ວນ. ມີພຽງຄົນແບບນີ້ເທົ່ານັ້ນຈຶ່ງເປັນມິດສະຫາຍຂອງພຣະເຈົ້າ. ການທີ່ມິດສະຫາຍຂອງພຣະເຈົ້າສາມາດຮັບໃຊ້ພຣະອົງໂດຍກົງກໍ່ເປັນເພາະວ່າພວກເຂົາໄດ້ຮັບການຝາກຝັງທີ່ຍິ່ງໃຫຍ່ຂອງພຣະເຈົ້າ ແລະ ພາລະຂອງພຣະເຈົ້າ, ພວກເຂົາສາມາດເຮັດໃຫ້ຫົວໃຈຂອງພຣະເຈົ້າເປັນຫົວໃຈຂອງພວກເຂົາເອງ ແລະ ຮັບເອົາພາລະຂອງພຣະເຈົ້າເປັນພາລະຂອງພວກເຂົາເອງ ແລະ ພວກເຂົາບໍ່ຄຳນຶງເຖິງໂອກາດໃນອະນາຄົດຂອງພວກເຂົາ: ເຖິງແມ່ນເມື່ອພວກເຂົາບໍ່ມີໂອກາດ ແລະ ພວກເຂົາຢືນຢັດໂດຍບໍ່ໄດ້ຮັບຫຍັງເລີຍ, ພວກເຂົາກໍ່ຈະເຊື່ອໃນພຣະເຈົ້າດ້ວຍຫົວໃຈທີ່ມີຄວາມຮັກຢູ່ສະເໝີ. ເພາະສະນັ້ນ, ຄົນປະເພດນີ້ແມ່ນມິດສະຫາຍຂອງພຣະເຈົ້າ. ມິດສະຫາຍຂອງພຣະເຈົ້າຍັງເປັນຄົນສະໜິດພຣະອົງ; ມີພຽງຄົນສະໜິດຂອງພຣະເຈົ້າເທົ່ານັ້ນທີ່ຈະສາມາດແບ່ງປັນຄວາມກະວົນກະວາຍຂອງພຣະອົງ ແລະ ຄວາມຄິດຂອງພຣະອົງໄດ້ ແລະ ເຖິງແມ່ນວ່າເນື້ອໜັງຂອງພວກເຂົາຈະເຈັບປວດ ແລະ ອ່ອນແອ, ພວກເຂົາກໍ່ສາມາດອົດທົນຕໍ່ຄວາມເຈັບປວດ ແລະ ປະຖິ້ມສິ່ງທີ່ພວກເຂົາຮັກເພື່ອເຮັດໃຫ້ພຣະເຈົ້າພໍໃຈ. ພຣະເຈົ້າມອບພາລະໃຫ້ກັບຜູ້ຄົນດັ່ງກ່າວຫຼາຍຂຶ້ນ ແລະ ສິ່ງທີ່ພຣະເຈົ້າປາຖະໜາຈະເຮັດແມ່ນປາກົດອອກໃນຄຳພະຍານຂອງຜູ້ຄົນດັ່ງກ່າວ. ສະນັ້ນ ຜູ້ຄົນເຫຼົ່ານີ້ຄືຄົນທີ່ພຣະເຈົ້າພໍໃຈ, ພວກເຂົາແມ່ນຄົນຮັບໃຊ້ພຣະເຈົ້າຕາມເຈດຕະນາຂອງພຣະອົງເອງ ແລະ ມີພຽງຜູ້ຄົນແບບນີ້ເທົ່ານັ້ນຈຶ່ງສາມາດປົກຄອງຮ່ວມກັນກັບພຣະເຈົ້າໄດ້. ເວລາທີ່ເຈົ້າກາຍເປັນມິດສະຫາຍຂອງພຣະເຈົ້າຢ່າງແທ້ຈິງແມ່ນເວລາທີ່ເຈົ້າຈະໄດ້ປົກຄອງຮ່ວມກັບພຣະເຈົ້າຢ່າງແນ່ນອນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວິທີຮັບໃຊ້ໃຫ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ