ເພງຄຣິດສະຕຽນ “ຖ້າຂ້ານ້ອຍບໍ່ຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນ”

31 ເດືອນສິງຫາ 2021

ຖ້າຂ້ານ້ອຍບໍ່ຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນ

ຂ້ານ້ອຍກໍຍັງຈະລ່ອງລອຍຢູ່ໃນໂລກ

ດີ້ນລົນຢ່າງເຈັບປວດໃນຄວາມບາບ

ໂດຍບໍ່ມີຄວາມຫວັງໃດເລີຍໃນຊີວິດ.

ຖ້າຂ້ານ້ອຍບໍ່ຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນ

ຂ້ານ້ອຍກໍຍັງຈະຖືກຢຽບໂດຍມານຮ້າຍ

ເພີດເພີນກັບຄວາມສຸກຂອງຄວາມຜິດບາບ

ບໍ່ຮູ້ຈັກເສັ້ນທາງຂອງຊີວິດມະນຸດ.

ພຣະເຈົ້າອົງຊົງລິທານຸພາບສູງສຸດມີຄວາມເມດຕາຕໍ່ຂ້ານ້ອຍ

ສຽງແຫ່ງພຣະທຳຂອງພຣະອົງຮຽກເອີ້ນຂ້ານ້ອຍ.

ຂ້ານ້ອຍໄດ້ຍິນສຽງຂອງພຣະເຈົ້າ ແລະ

ຖືກຍົກຂຶ້ນຕໍ່ໜ້າບັນລັງຂອງພຣະອົງ.

ໃນແຕ່ລະມື້ ຂ້ານ້ອຍກິນ ແລະ ດື່ມພຣະທຳຂອງພຣະເຈົ້າ

ແລະ ຂ້ານ້ອຍເຂົ້າໃຈຄວາມຈິງຫຼາຍຢ່າງ.

ຂ້ານ້ອຍເຫັນເຖິງຄວາມຮ້າຍແຮງ

ຂອງຄວາມເສື່ອມຊາມຂອງມະນຸດ.

ພວກເຮົາຕ້ອງການຄວາມລອດພົ້ນຂອງພຣະເຈົ້າຢ່າງແທ້ຈິງ.

ຄວາມຈິງຂອງພຣະເຈົ້າຊໍາລະລ້າງຂ້ານ້ອຍ

ແລະ ຊ່ວຍຂ້ານ້ອຍໃຫ້ລອດພົ້ນ.

ຄັ້ງແລ້ວຄັ້ງເລົ່າ, ຂ້ານ້ອຍຖືກພິພາກສາ ແລະ ຖືກຫຼໍ່ຫຼອມ

ແລະ ຊີວິດຈິດໃຈຂອງຂ້ານ້ອຍໄດ້ມີການປ່ຽນແປງ.

ຈົນກວ່າຈະໄດ້ຊີມລົດຊາດຄວາມຊອບທຳ

ແລະ ຄວາມບໍລິສຸດຂອງພຣະເຈົ້າ

ຂ້ານ້ອຍຈຶ່ງຈະຮູ້ເຖິງຄວາມເປັນຕາຮັກຂອງພຣະອົງ.

ຫົວໃຈຂອງຂ້ານ້ອຍຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ

ແລະ ຂ້ານ້ອຍດຳລົງຊີວິດຕາມລັກສະນະ

ຂອງມະນຸດພຽງເລັກນ້ອຍ.

ຂ້ານ້ອຍໄດ້ເຫັນພຣະເຈົ້າເຊິ່ງໜ້າ

ຂ້ານ້ອຍໄດ້ຊີມລົດຊາດຄວາມຮັກທີ່ແທ້ຈິງຂອງພຣະອົງ.

ຜ່ານການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ

ຂ້ານ້ອຍໄດ້ຮັບຄວາມລອດພົ້ນແຫ່ງຍຸກສຸດທ້າຍຂອງພຣະອົງ.

ຂ້ານ້ອຍປະຕິບັດໜ້າທີ່ຂອງຂ້ານ້ອຍຢ່າງຊື່ສັດ ແລະ

ຫົວໃຈຂອງຂ້ານ້ອຍມີຄວາມສຸກ ແລະ ມີຄວາມສະຫງົບສຸກ.

ພວກເຮົາດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າດ້ວຍຄວາມຮັກຮ່ວມກັນ

ດ້ວຍການຊີ້ນໍາ ແລະ ພອນຂອງພຣະອົງ.

ຂ້ານ້ອຍປະຕິບັດຄວາມຈິງ

ເຊື່ອຟັງພຣະເຈົ້າ ແລະ ມີຊີວິດຢ່າງແທ້ຈິງ.

ພາລະກິດຂອງພຣະເຈົ້າເປັນຈິງ ແລະ ມີຊີວິດຊີວາ.

ພຣະເຈົ້າມີກຽດ ແລະ ເປັນຕາຮັກ.

ເມື່ອເຫັນເຖິງຄວາມໜ້າຮັກ ແລະ

ຄວາມເປັນຕາຮັກຂອງພຣະອົງ

ຂ້ານ້ອຍຕ້ອງການອຸທິດຊີວິດຂອງຂ້ານ້ອຍໃຫ້ກັບພຣະອົງ.

ຂ້ານ້ອຍຈະສະແຫວງຫາຄວາມຈິງ ແລະ ຮັກພຣະອົງຕະຫຼອດໄປ

ຂ້ານ້ອຍຈະປະຕິບັດໜ້າທີ່ຂອງຂ້ານ້ອຍ

ເພື່ອຕອບແທນຄວາມຮັກຂອງພຣະອົງ.

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ