ຊຸດຄຳເທດສະໜາ: ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ | “ແນວຄິດກ່ຽວກັບພຣະເຈົ້າຕຣີເອກະນຸພາບເປັນສິ່ງທີ່ສົມເຫດສົມຜົນບໍ?”

23 ເດືອນເມສາ 2023

ນັບຕັ້ງແຕ່ທີ່ພຣະເຢຊູເຈົ້າທີ່ບັງເກີດເປັນມະນຸດໄດ້ປະຕິບັດພາລະກິດແຫ່ງການໄຖ່ບາບຂອງພຣະອົງ ເປັນເວລາ 2.000 ປີ, ຊາວຄຣິດທັງປວງໄດ້ໃຫ້ນິຍາມພຣະເຈົ້າວ່າເປັນ “ພຣະເຈົ້າຕຣີເອກະນຸພາບ”. ຍ້ອນພຣະຄຳພີໄດ້ກ່າວເຖິງພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ, ພວກເຂົາຈຶ່ງພຽງແຕ່ພາດພິງຈາກບ່ອນນັ້ນ ແລະ ສະຫຼຸບວ່າພຣະເຈົ້າເປັນພຣະເຈົ້າຕຣີເອກະນຸພາບ, ຄິດວ່າພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດເປັນສາມສ່ວນທີ່ປະກອບເປັນພຣະເຈົ້າທີ່ແທ້ຈິງໜຶ່ງດຽວ ແລະ ຖ້າບໍ່ມີສ່ວນໃດໜຶ່ງໃນສ່ວນເຫຼົ່ານີ້, ພຣະອົງກໍຈະບໍ່ແມ່ນພຣະເຈົ້າທີ່ແທ້ຈິງອົງດຽວ. ແນວຄິດກ່ຽວກັບພຣະເຈົ້າຕຣີເອກະນຸພາບມີເຫດຜົນແທ້ໆບໍ? ມັນສາມາດເປັນໄປໄດ້ບໍວ່າພຣະເຢໂຮວາບໍ່ແມ່ນພຣະເຈົ້າທີ່ແທ້ຈິງອົງດຽວ? ຫຼື ພຣະເຢຊູເຈົ້າບໍ່ແມ່ນ ແລະ ພຣະວິນຍານບໍລິສຸດບໍ່ແມ່ນ? ແນວຄິດຄວາມກ່ຽວກັບພຣະເຈົ້າຕຣີເອກະນຸພາບນີ້ຄືການປະຕິເສດ ແລະ ການແຍກພຣະເຈົ້າທີ່ແທ້ຈິງອົງດຽວອອກແທ້ໆ? ໃນຕອນນີ້ທີ່ມີຊື່ວ່າງ ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ, ພວກເຮົາຈະຊ່ວຍຄົ້ນຫາຄວາມຈິງກ່ຽວກັບສິ່ງນີ້ ເພື່ອວ່າພວກເຮົາຈະສາມາດຮຽນຮູ້ກ່ຽວກັບພຣະເຈົ້າທີ່ແທ້ຈິງອົງດຽວ.

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ