ພຣະທຳປະຈຳວັນຂອງພຣະເຈົ້າ | "ພຣະເຈົ້າເອງ, ທີ່ເປັນເອກະລັກ II" | ຄັດຕອນ 117

21 ເດືອນເມສາ 2021

ຄວາມຮູ້ສຶກຢ່າງຈິງໃຈຂອງພຣະຜູ້ສ້າງຕໍ່ມະນຸດຊາດ

ຜູ້ຄົນມັກເວົ້າວ່າ ມັນບໍ່ແມ່ນເລື່ອງງ່າຍທີ່ຈະຮູ້ຈັກພຣະເຈົ້າ. ແຕ່, ເຮົາເວົ້າວ່າ ການຮູ້ຈັກພຣະເຈົ້າບໍ່ແມ່ນເລື່ອງຍາກເລີຍ ເພາະວ່າ ພຣະອົງສະແດງການກະທຳຂອງພຣະເຈົ້າໃຫ້ມະນຸດເຫັນຢູ່ເລື້ອຍໆ. ພຣະເຈົ້າບໍ່ເຄີຍເຊົາສົນທະນາກັບມະນຸດ ແລະ ພຣະອົງບໍ່ເຄີຍປິດບັງພຣະອົງເອງຈາກມະນຸດຈັກເທື່ອ ແລະ ພຣະອົງບໍ່ເຄີຍເຊື່ອງຊ້ອນພຣະອົງເອງ. ຄວາມຄິດຂອງພຣະອົງ, ແນວຄິດຂອງພຣະອົງ ແລະ ການກະທຳຂອງພຣະອົງລ້ວນແລ້ວແຕ່ຖືກເປີດເຜີຍໃຫ້ແກ່ມະນຸດຊາດ. ສະນັ້ນ ຕາບໃດທີ່ມະນຸດປາຖະໜາທີ່ຈະຮູ້ຈັກພຣະເຈົ້າ, ເຂົາສາມາດມາເຂົ້າໃຈ ແລະ ຮູ້ຈັກກັບພຣະອົງຜ່ານຫຼາຍຫົນທາງ ແລະ ວິທີການຕ່າງໆ. ເຫດຜົນທີ່ວ່າ ເປັນຫຍັງມະນຸດຈຶ່ງຄິດຢ່າງຕາບອດວ່າ ພຣະເຈົ້າຕັ້ງໃຈຫຼີກເວັ້ນພວກເຂົາ, ພຣະເຈົ້າຕັ້ງໃຈເຊື່ອງຊ້ອນພຣະອົງເອງຈາກມະນຸດຊາດ, ພຣະເຈົ້າບໍ່ມີເຈດຕະນາທີ່ຈະຍອມໃຫ້ມະນຸດເຂົ້າໃຈ ແລະ ຮູ້ຈັກກັບພຣະອົງ ແມ່ນຍ້ອນພວກເຂົາບໍ່ຮູ້ຈັກພຣະເຈົ້າ ແລະ ພວກເຂົາບໍ່ປາຖະໜາທີ່ຈະເຂົ້າໃຈພຣະເຈົ້າ. ຍິ່ງໄປກວ່ານັ້ນ, ມະນຸດບໍ່ໃສ່ໃຈກັບການພົວພັນກັບຄວາມຄິດ, ພຣະທຳ ຫຼື ການກະທຳຂອງພຣະຜູ້ສ້າງ... ເວົ້າຢ່າງແທ້ຈິງກໍຄື ຖ້າຜູ້ຄົນໃຊ້ເວລາວ່າງຂອງພວກເຂົາເພື່ອໃສ່ໃຈ ແລະ ເຂົ້າໃຈພຣະທຳ ຫຼື ການກະທຳຂອງພຣະຜູ້ສ້າງ ແລະ ຖ້າພວກເຂົາໃສ່ໃຈພຽງເລັກນ້ອຍຕໍ່ຄວາມຄິດຂອງພຣະຜູ້ສ້າງ ແລະ ສຽງຫົວໃຈຂອງພຣະອົງ, ມັນກໍຈະບໍ່ຍາກສຳລັບຜູ້ຄົນທີ່ຈະເຂົ້າໃຈວ່າ ຄວາມຄິດ, ພຣະທຳ ແລະ ການກະທຳຂອງພຣະຜູ້ສ້າງແມ່ນສາມາດເບິ່ງເຫັນໄດ້ ແລະ ໂປ່ງໃສ. ໃນທຳນອງດຽວກັນ, ມັນພຽງໃຊ້ຄວາມພະຍາຍາມເລັກນ້ອຍທີ່ຈະເຂົ້າໃຈວ່າ ພຣະຜູ້ສ້າງຢູ່ທ່າມກາງມະນຸດຕະຫຼອດເວລາ, ພຣະອົງສົນທະນາກັບມະນຸດ ແລະ ການເນລະມິດສ້າງທັງໝົດຢູ່ສະເໝີ ແລະ ພຣະອົງກຳລັງປະຕິບັດກິດຈະການໃໝ່ໃນແຕ່ລະມື້. ທາດແທ້ ແລະ ອຸປະນິໄສຂອງພຣະອົງແມ່ນຖືກສະແດງອອກໃນບົດສົນທະນາຂອງພຣະອົງກັບມະນຸດ; ຄວາມຄິດ ແລະ ແນວຄິດຂອງພຣະອົງຖືກເປີດເຜີຍອອກໃນການກະທຳຂອງພຣະອົງຢ່າງສົມບູນ; ພຣະອົງຕິດຕາມ ແລະ ສັງເກດເບິ່ງມະນຸດຊາດຢູ່ຕະຫຼອດເວລາ. ພຣະອົງເວົ້າຢ່າງງຽບໆຕໍ່ມະນຸດຊາດ ແລະ ການເນລະມິດສ້າງທັງໝົດດ້ວຍພຣະທຳຂອງພຣະອົງ: “ເຮົາຢູ່ໃນສະຫວັນ ແລະ ເຮົາຢູ່ທ່າມກາງການເນລະມິດສ້າງຂອງເຮົາ. ເຮົາກຳລັງສືບຕໍ່ເຝົ້າເບິ່ງ; ເຮົາກຳລັງລໍຖ້າ; ເຮົາຢູ່ຄຽງຂ້າງເຈົ້າ...” ມືຂອງພຣະອົງອົບອຸ່ນ ແລະ ໜັກແໜ້ນ; ບາດກ້າວຂອງພຣະອົງເບົາ; ສຽງຂອງພຣະອົງອ່ອນໂຍນ ແລະ ມີຄວາມເມດຕາ; ຮູບຮ່າງຂອງພຣະອົງຜ່ານໄປ ແລະ ຫັນມາ ໂອບກອດເອົາມະນຸດຊາດທັງໝົດ; ໃບໜ້າຂອງພຣະອົງງົດງາມ ແລະ ອ່ອນໂຍນ. ພຣະອົງບໍ່ເຄີຍຈາກໄປ, ບໍ່ເຄີຍຫາຍໄປ. ທັງກາງເວັນ ແລະ ກາງຄືນ ພຣະອົງເປັນເພື່ອນຂອງມະນຸດຊາດຢ່າງສະໝໍ່າສະເໝີ, ບໍ່ເຄີຍຫ່າງຈາກຂ້າງຂອງພວກເຂົາໄປຈັກເທື່ອ. ການດູແລຢ່າງເອົາໃຈໃສ່ ແລະ ຄວາມຮັກໄຄ່ເປັນພິເສດທີ່ມີຕໍ່ມະນຸດຊາດ, ພ້ອມທັງຄວາມຫ່ວງໃຍ ແລະ ຄວາມຮັກທີ່ແທ້ຈິງຂອງພຣະອົງທີ່ມີຕໍ່ມະນຸດ ແມ່ນຖືກສະແດງອອກເທື່ອລະໜ້ອຍ ໃນຂະນະທີ່ພຣະອົງຊ່ວຍເມືອງນີນາເວໃຫ້ລອດພົ້ນ. ໂດຍສະເພາະແລ້ວ, ການສົນທະນາລະຫວ່າງພຣະເຈົ້າເຢໂຮວາ ແລະ ໂຢນາໄດ້ເປີດເຜີຍຢ່າງສົມບູນເຖິງຄວາມອ່ອນໂຍນຂອງພຣະເຢໂຮວາທີ່ມີຕໍ່ມະນຸດຊາດ ທີ່ພຣະອົງສ້າງຂຶ້ນດ້ວຍພຣະອົງເອງ. ຜ່ານທາງພຣະທຳເຫຼົ່ານັ້ນ, ເຈົ້າຈະສາມາດຮັບເອົາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄວາມຮູ້ສຶກແທ້ຈິງຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດ...

ຂໍ້ຄວາມດັ່ງຕໍ່ໄປນີ້ຖືກບັນທຶກໄວ້ໃນໜັງສືໂຢນາ 4:10-11: “ແລ້ວພຣະເຢໂຮວາກໍກ່າວວ່າ ເຈົ້າສົງສານຕົ້ນໝາກນໍ້າເຕົ້າ ເຊິ່ງເຈົ້າບໍ່ໄດ້ເສຍແຮງ ຫຼື ເຮັດໃຫ້ມັນເຕີບໃຫຍ່ເລີຍ; ເຊິ່ງມັນກໍເກີດຂຶ້ນໃນຄືນດຽວ ແລະ ຕາຍໄປໃນຄືນດຽວ ແລ້ວເຮົາບໍ່ຄວນຍົກໂທດໃຫ້ເມືອງນີນາເວບໍ ເຊິ່ງເປັນເມືອງທີ່ຍິ່ງໃຫຍ່ ໂດຍມີປະຊາກອນຫຼາຍກວ່າໜຶ່ງແສນສອງໝື່ນຄົນທີ່ບໍ່ສາມາດຈໍາແນກລະຫວ່າງມືເບື້ອງຂວາຂອງພວກເຂົາ ແລະ ມືເບື້ອງຊ້າຍຂອງພວກເຂົາ; ແລ້ວກໍຍັງມີງົວຄວາຍອີກຫຼາຍໂຕ?” ຖ້ອຍຄຳເຫຼົ່ານີ້ແມ່ນພຣະທຳທີ່ແທ້ຈິງຂອງພຣະເຢໂຮວາ, ເຊິ່ງບັນທຶກຈາກການສົນທະນາລະຫວ່າງພຣະເຈົ້າ ແລະ ໂຢນາ. ເຖິງແມ່ນການສົນທະນານີ້ຈະສັ້ນ, ມັນກໍເຕັມໄປດ້ວຍຄວາມຫ່ວງໃຍຂອງພຣະເຢໂຮວາທີ່ມີຕໍ່ມະນຸດຊາດ ແລະ ຄວາມບໍ່ເຕັມໃຈຂອງພຣະອົງທີ່ຈະປະຖິ້ມມະນຸດ. ພຣະທຳເຫຼົ່ານີ້ສະແດງເຖິງທ່າທີ ແລະ ຄວາມຮູ້ສຶກທີ່ແທ້ຈິງທີ່ພຣະເຈົ້າມີຢູ່ໃນຫົວໃຈຂອງພຣະອົງສຳລັບການເນລະມິດສ້າງຂອງພຣະອົງ. ຜ່ານທາງພຣະທຳເຫຼົ່ານີ້ ທີ່ຊັດເຈນ ແລະ ແນ່ຊັດ ເຊິ່ງບໍ່ຄ່ອຍໄດ້ຍິນໂດຍມະນຸດ, ພຣະເຈົ້າກ່າວເຖິງເຈດຕະນາທີ່ແທ້ຈິງຂອງພຣະອົງທີ່ມີຕໍ່ມະນຸດຊາດ. ການສົນທະນານີ້ສະແດງໃຫ້ເຫັນເຖິງທັດສະນະຄະຕິທີ່ພຣະເຈົ້າມີຕໍ່ປະຊາຊົນແຫ່ງເມືອງນີນາເວ, ແຕ່ມັນແມ່ນທັດສະນະຄະຕິແບບໃດ? ມັນແມ່ນທັດສະນະຄະຕິທີ່ພຣະເຈົ້າມີຕໍ່ປະຊາຊົນແຫ່ງເມືອງນີນາເວກ່ອນ ແລະ ຫຼັງຈາກການກັບໃຈຂອງພວກເຂົາ ແລະ ທັດສະນະຄະຕິທີ່ພຣະອົງປະຕິບັດຕໍ່ມະນຸດຊາດ. ພາຍໃນພຣະທຳເຫຼົ່ານີ້ຄືຄວາມຄິດ ແລະ ອຸປະນິໄສຂອງພຣະອົງ.

ຄວາມຄິດໃດຂອງພຣະເຈົ້າທີ່ຖືກເປີດເຜີຍໃນພຣະທຳເຫຼົ່ານີ້? ຖ້າເຈົ້າໃສ່ໃຈກັບລາຍລະອຽດໃນຂະນະທີ່ເຈົ້າອ່ານ, ມັນກໍບໍ່ຍາກທີ່ເຈົ້າຈະສັງເກດເຫັນວ່າ ພຣະອົງໃຊ້ຄຳວ່າ “ສົງສານ”; ການໃຊ້ຄຳສັບນີ້ສະແດງໃຫ້ເຫັນເຖິງທັດສະນະຄະຕິຢ່າງແທ້ຈິງຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດ.

ໃນລະດັບຂອງຄວາມໝາຍຕາມຄໍາສັບ, ຜູ້ຄົນສາມາດຕີຄວາມໝາຍຂອງຄຳວ່າ “ສົງສານ” ໃນຫຼາຍຮູບແບບທີ່ແຕກຕ່າງກັນ: ຮູບແບບທຳອິດ, ມັນໝາຍເຖິງ “ການຮັກ ແລະ ການປົກປ້ອງ, ການຮູ້ສຶກສົງສານບາງຢ່າງ”; ຮູບແບບທີສອງ, ມັນໝາຍເຖິງ “ການຮັກຫຼາຍທີ່ສຸດ”; ແລະ ຮູບແບບສຸດທ້າຍ ມັນໝາຍເຖິງ “ການບໍ່ເຕັມໃຈທີ່ຈະທຳຮ້າຍບາງສິ່ງ ແລະ ບໍ່ສາມາດທົນຕໍ່ການເຮັດແບບນັ້ນໄດ້”. ສະຫຼຸບກໍຄື, ຄຳສັບນີ້ໝາຍເຖິງຄວາມຮັກໄຄ່ ແລະ ຄວາມຮັກທີ່ອ່ອນຫວານ, ພ້ອມທັງຄວາມບໍ່ເຕັມໃຈທີ່ຈະປະຖິ້ມບາງຄົນ ຫຼື ບາງສິ່ງ; ມັນໝາຍເຖິງຄວາມເມດຕາ ແລະ ຄວາມອົດທົນຂອງພຣະເຈົ້າຕໍ່ມະນຸດ. ພຣະເຈົ້າໃຊ້ຄຳສັບນີ້, ເຊິ່ງເປັນຄຳເວົ້າທີ່ມະນຸດເວົ້າໂດຍທົ່ວໄປ ແລະ ເຖິງຢ່າງໃດກໍຕາມ ມັນຍັງສາມາດເປີດເຜີຍເຖິງສຽງແຫ່ງຫົວໃຈຂອງພຣະເຈົ້າ ແລະ ທັດສະນະຄະຕິຂອງພຣະອົງທີ່ມີຕໍ່ມະນຸດຊາດ.

ເຖິງແມ່ນເມືອງນີນາເວຈະເຕັມໄປດ້ວຍຜູ້ຄົນທີ່ເສື່ອມຊາມ, ຊົ່ວຮ້າຍ ແລະ ໂຫດຮ້າຍຄືກັນກັບຄົນໃນເມືອງໂຊໂດມ, ການກັບໃຈຂອງພວກເຂົາແມ່ນເຮັດໃຫ້ພຣະເຈົ້າປ່ຽນໃຈ ແລະ ຕັດສິນໃຈບໍ່ທຳລາຍພວກເຂົາ. ຍ້ອນວິທີທີ່ພວກເຂົາປະຕິບັດຕໍ່ພຣະທຳ ແລະ ຄຳສັ່ງຂອງພຣະເຈົ້າໄດ້ສະແດງເຖິງທ່າທີ ເຊິ່ງແຕກຕ່າງຈາກປະຊາຊົນແຫ່ງເມືອງໂຊໂດມໂດຍສິ້ນເຊີງ ແລະ ຍ້ອນຄວາມອ່ອນນ້ອມຂອງພວກເຂົາທີ່ມີຕໍ່ພຣະເຈົ້າຢ່າງຈິງໃຈ ແລະ ການກັບໃຈຈາກຄວາມຜິດບາບຂອງພວກເຂົາຢ່າງຈິງໃຈ, ພ້ອມທັງພຶດຕິກຳທີ່ແທ້ຈິງ ແລະ ຈິງໃຈຂອງພວກເຂົາໃນທຸກຢ່າງ, ພຣະເຈົ້າຈິ່ງສະແດງຄວາມສົງສານຢ່າງຈິງໃຈຂອງພຣະອົງເອງ ແລະ ມອບຄວາມສົງສານນັ້ນໃຫ້ກັບພວກເຂົາ. ສິ່ງທີ່ພຣະເຈົ້າປະທານໃຫ້ກັບມະນຸດຊາດ ແລະ ຄວາມສົງສານຂອງພຣະອົງທີ່ມີຕໍ່ມະນຸດແມ່ນເປັນໄປບໍ່ໄດ້ສໍາລັບຄົນໃດໜຶ່ງຈະເຮັດໄດ້ ແລະ ມັນເປັນໄປບໍ່ໄດ້ສໍາລັບຄົນໃດໜຶ່ງຈະມີຄວາມເມດຕາ, ຄວາມອົດກັ້ນ ຫຼື ຄວາມຮູ້ສຶກຢ່າງຈິງໃຈຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດ. ມີຜູ້ໃດທີ່ເຈົ້າຖືວ່າເປັນຜູ້ຊາຍ ຫຼື ແມ່ຍິງທີ່ຍິ່ງໃຫຍ່ ຫຼື ແມ່ນແຕ່ສຸດຍອດມະນຸດ ຜູ້ທີ່ຈະກ່າວໃນຖານະເປັນຜູ້ຊາຍ ຫຼື ແມ່ຍິງທີ່ຍິ່ງໃຫຍ່ຈາກຈຸດສູງ ຫຼື ຜູ້ທີ່ຈະກ່າວຄຳຢືນຢັນແບບນີ້ຕໍ່ມະນຸດຊາດ ຫຼື ຕໍ່ການເນລະມິດສ້າງຈາກຈຸດທີ່ສູງທີ່ສຸດບໍ່? ຜູ້ໃດທ່າມກາງມະນຸດຊາດສາມາດຮູ້ຈັກສະພາວະຂອງຊີວິດມະນຸດຄືກັບຝ່າມືຂອງພວກເຂົາບໍ່? ຜູ້ໃດສາມາດແບກພາລະ ແລະ ຄວາມຮັບຜິດຊອບສຳລັບການເປັນຢູ່ຂອງມະນຸດຊາດບໍ່? ຜູ້ໃດມີຄຸນສົມບັດທີ່ຈະປະກາດການທຳລາຍເມືອງໃດໜຶ່ງບໍ່? ແລ້ວຜູ້ໃດມີຄຸນສົມບັດທີ່ຈະໃຫ້ອະໄພເມືອງໃດໜຶ່ງບໍ່? ຜູ້ໃດສາມາດເວົ້າວ່າ ພວກເຂົາຊື່ນຊົມໃນການເນລະມິດສ້າງຂອງພວກເຂົາເອງບໍ? ມີພຽງແຕ່ພຣະຜູ້ສ້າງເທົ່ານັ້ນ! ມີພຽງແຕ່ພຣະຜູ້ສ້າງເທົ່ານັ້ນທີ່ມີຄວາມສົງສານຕໍ່ມະນຸດຊາດນີ້. ມີພຽງແຕ່ພຣະຜູ້ສ້າງເທົ່ານັ້ນທີ່ສະແດງຄວາມເຫັນອົກເຫັນໃຈ ແລະ ຄວາມຮັກໄຄ່ຕໍ່ມະນຸດຊາດນີ້. ມີພຽງແຕ່ພຣະຜູ້ສ້າງເທົ່ານັ້ນທີ່ມີຄວາມຮັກທີ່ແທ້ຈິງສໍາລັບມະນຸດຊາດນີ້ ເຊິ່ງເປັນຄວາມຮຸກທີ່ບໍ່ສາມາດທຳລາຍໄດ້. ໃນທຳນອງດຽວກັນ, ມີພຽງແຕ່ພຣະຜູ້ສ້າງເທົ່ານັ້ນທີ່ສາມາດປະທານຄວາມເມດຕາຕໍ່ມະນຸດຊາດນີ້ ແລະ ຖະນຸຖະໜອມການເນລະມິດສ້າງທັງໝົດຂອງພຣະອົງ. ຫົວໃຈຂອງພຣະອົງເຕັ້ນ ແລະ ເຈັບປວດໃນທຸກການກະທຳຂອງມະນຸດ; ພຣະອົງໃຈຮ້າຍ, ໂສກເສົ້າ ແລະ ເສຍໃຈໃນຄວາມຊົ່ວຮ້າຍ ແລະ ຄວາມເສື່ອມຊາມຂອງມະນຸດ; ພຣະອົງພໍໃຈ, ປິຕິຍິນດີ, ໃຫ້ອະໄພ ແລະ ດີອົກດີໃຈກັບການກັບໃຈ ແລະ ຄວາມເຊື່ອຂອງມະນຸດ; ທຸກຄວາມຄິດ ແລະ ແນວຄິດຂອງພຣະອົງລ້ວນແລ້ວແຕ່ມີຢູ່ ແລະ ກ່ຽວພັນກັບມະນຸດຊາດ; ສິ່ງທີ່ພຣະອົງເປັນ ແລະ ມີແມ່ນຖືກສະແດງເພື່ອເຫັນແກ່ມະນຸດຊາດທັງສິ້ນ; ຄວາມຮູ້ສຶກທັງໝົດຂອງພຣະອົງກ່ຽວພັນກັບການເປັນຢູ່ຂອງມະນຸດຊາດ. ເພື່ອເຫັນແກ່ມະນຸດຊາດ, ພຣະອົງເດີນທາງ ແລະ ພະຍາຍາມເຮັດຫຼາຍຢ່າງໃນເວລາສັ້ນໆ; ພຣະອົງມອບທຸກສ່ວນຂອງຊີວິດຂອງພຣະອົງຢ່າງງຽບໆ; ພຣະອົງອຸທິດທຸກນາທີ ແລະ ວິນາທີຂອງຊີວິດຂອງພຣະອົງ... ພຣະອົງບໍ່ເຄີຍຮູ້ຈັກສົງສານຊີວິດຂອງພຣະອົງເອງ, ແຕ່ພຣະອົງຖະນຸຖະໜອມມະນຸດຊາດທີ່ພຣະອົງເອງໄດ້ສ້າງຂຶ້ນຢູ່ສະເໝີ... ພຣະອົງມອບທຸກສິ່ງທີ່ພຣະອົງມີໃຫ້ກັບມະນຸດຊາດນີ້... ພຣະອົງມອບຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະອົງໂດຍບໍ່ມີເງື່ອນໄຂ ແລະ ບໍ່ຄາດຫວັງຄ່າຕອບແທນ. ພຣະອົງເຮັດແບບນີ້ກໍເພື່ອໃຫ້ມະນຸດຊາດສາມາດມີຊີວິດລອດຢູ່ໜ້າພຣະອົງຕໍ່ໄປ ເພື່ອຮັບເອົາການສະໜອງແຫ່ງຊີວິດຂອງພຣະອົງ. ພຣະອົງເຮັດສິ່ງນີ້ກໍເພື່ອວ່າ ມື້ໜຶ່ງມະນຸດຊາດອາດຍອມຢູ່ຕໍ່ໜ້າພຣະອົງ ແລະ ຮັບຮູ້ວ່າ ພຣະອົງເປັນຜູ້ດູແລການເປັນຢູ່ຂອງມະນຸດ ແລະ ສະໜອງຊີວິດໃຫ້ກັບການເນລະມິດສ້າງທັງປວງ.

ຄັດຈາກໜັງສື ພຣະທໍາປາກົດໃນຮ່າງກາຍ

ເບິ່ງເພີ່ມເຕີມ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.

Leave a Reply

ແບ່ງປັນ

ຍົກເລີກ

ຕິດຕໍ່ພວກເຮົາຜ່ານທາງ Messenger