ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພຣະເຈົ້າ | ຄັດຕອນ 129

21 ເດືອນເມສາ 2021

ຊ່ວງເວລາທີຫົກ: ຄວາມຕາຍ

ຫຼັງຈາກຄວາມສັບສົນ ແລະ ຄວາມວຸ້ນວາຍ, ຄວາມອຸກອັ່ງ ແລະ ຄວາມຜິດຫວັງຢ່າງໜັກ, ຫຼັງຈາກຄວາມເບີກບານ ແລະ ຄວາມໂສກເສົ້າ ແລະ ການຂຶ້ນໆລົງໆ, ຫຼັງຈາກຫຼາຍປີທີ່ບໍ່ມີວັນລືມ, ຫຼັງຈາກເບິ່ງລະດູການຕ່າງໆປ່ຽນແປງເປັນເວລາຫຼາຍຄັ້ງ, ຜູ້ຄົນໄດ້ຜ່ານເຄື່ອງໝາຍບອກທາງທີ່ສຳຄັນໃນຊີວິດໂດຍບໍ່ໄດ້ສັງເກດ ແລະ ພຽງໃນກະພິບຕາ ຜູ້ຄົນພົບເຫັນວ່າຕົວເອງຢູ່ໃນບັ້ນປາຍແຫ່ງຊີວິດຂອງຕົນ. ເຄື່ອງໝາຍແຫ່ງການເວລາໄດ້ຖືກປະທັບຕາໃສ່ທົ່ວຮ່າງກາຍຂອງຜູ້ຄົນ: ພວກເຂົາບໍ່ສາມາດຢືນສູງໄດ້ອີກຕໍ່ໄປ, ຜົມຂອງພວກເຂົາປ່ຽນຈາກສີດຳເປັນສີຂາວ, ໃນຂະດຽວກັນ ດວງຕາທີ່ສົດໃສ ແລະ ແຈ້ງສະຫວ່າງກໍປ່ຽນເປັນບໍ່ເຫັນແຈ້ງ ແລະ ມືດມົວ ແລະ ຜິວໜັງທີ່ນິ້ມນວນກໍກາຍເປັນແຫ່ວແຫ້ງ ແລະ ດ່າງດໍາ. ຫູກໍບໍ່ໄດ້ຍິນດີ, ແຂ້ວກໍຄອນ ແລະ ຫຼ່ອນອອກ, ປະຕິກິລິຍາກໍຊ້າລົງ, ການເຄື່ອນໄຫວກໍຊັກຊ້າ... ໃນຈຸດນີ້ ຜູ້ຄົນໄດ້ກ່າວຄຳອຳລາຄັ້ງສຸດທ້າຍຕໍ່ປີແຫ່ງຄວາມກະຕືລືລົ້ນຂອງໄວໜຸ່ມຂອງພວກເຂົາ ແລະ ເຂົ້າສູ່ຊີວິດບັ້ນປາຍຂອງພວກເຂົາ: ອາຍຸເຖົ້າ. ຕໍ່ໄປ ຜູ້ຄົນກໍຈະພົບກັບຄວາມຕາຍ ເຊິ່ງເປັນຊ່ວງເວລາສຸດທ້າຍໃນຊີວິດຂອງມະນຸດ.

1. ມີພຽງພຣະຜູ້ຊົງສ້າງເທົ່ານັ້ນທີ່ຖືອໍານາດແຫ່ງຊີວິດ ແລະ ຄວາມຕາຍເໜືອມະນຸດ

ຖ້າການເກີດຂອງຄົນຖືກກຳນົດໂດຍຊີວິດໃນຊາດກ່ອນຂອງເຂົາ ແລ້ວຄວາມຕາຍຂອງຄົນກໍຄືຈຸດຈົບຂອງຊະຕາກຳນັ້ນ. ຖ້າການເກີດຂອງຄົນແມ່ນການເລີ່ມຕົ້ນພາລະກິດໃນຊີວິດນີ້ຂອງເຂົາ ແລ້ວຄວາມຕາຍຂອງເຂົາກໍຄືຈຸດຈົບຂອງພາລະກິດນັ້ນ. ເນື່ອງຈາກວ່າພຣະຜູ້ຊົງສ້າງໄດ້ກຳນົດສະຖານະການທີ່ຕາຍຕົວສຳລັບການເກີດຂອງຄົນໄວ້ລ່ວງໜ້າແລ້ວ, ເຊິ່ງເຫັນໄດ້ຢ່າງຊັດເຈນວ່າ ພຣະອົງຍັງໄດ້ຈັດແຈງສະຖານະການທີ່ຕາຍຕົວສຳລັບຄວາມຕາຍຂອງຜູ້ຄົນອີກດ້ວຍ. ເວົ້າອີກຢ່າງໜຶ່ງກໍຄື ບໍ່ມີໃຜເກີດມາໂດຍບັງເອີນ, ບໍ່ມີຄວາມຕາຍຂອງໃຜມາເຖິງແບບກະທັນຫັນ ແລະ ທັງການເກີດ ແລະ ຄວາມຕາຍແມ່ນຈຳເປັນຕ້ອງເຊື່ອມໂຍງກັບຊີວິດໃນຊາດກ່ອນ ແລະ ຊີວິດປັດຈຸບັນຂອງຄົນ. ສະຖານະການແຫ່ງການເກີດ ແລະ ຄວາມຕາຍຂອງຄົນ ທັງສອງຢ່າງໄດ້ຖືກກຳນົດໄວ້ລ່ວງໜ້າໂດຍພຣະຜູ້ຊົງສ້າງ; ນີ້ແມ່ນຊະຕາກຳຂອງຜູ້ຄົນ, ນີ້ຄືໂຊກຊະຕາຂອງຜູ້ຄົນ. ເນື່ອງຈາກວ່າມີຄໍາອະທິບາຍຢ່າງຫຼວງຫຼາຍສໍາລັບການເກີດຂອງຜູ້ຄົນ, ດ້ວຍເຫດນັ້ນ ຄວາມຕາຍຂອງຜູ້ຄົນກໍຈະເກີດຂຶ້ນໂດຍທຳມະຊາດຂອງມັນ ໂດຍອີງຕາມສະຖານະການພິເສດຕ່າງໆ. ນີ້ແມ່ນເຫດຜົນທີ່ຜູ້ຄົນມີອາຍຸໄຂທີ່ແຕກຕ່າງກັນ ແລະ ມີລັກສະນະ ແລະ ເວລາຕາຍທີ່ແຕກຕ່າງກັນ. ບາງຄົນແຂງແຮງ ແລະ ມີສຸຂະພາບດີ ແຕ່ຕາຍແຕ່ຍັງໜຸ່ມ, ບາງຄົນອ່ອນແອ ແລະ ເຈັບປ່ວຍ ແຕ່ມີຊີວິດຢູ່ຈົນເຖົ້າແກ່ ແລະ ຕາຍໄປຢ່າງສະຫງົບ. ບາງຄົນຕາຍຍ້ອນສາເຫດທີ່ຜິດທຳມະຊາດ, ບາງຄົນຕາຍໂດຍທຳມະຊາດ. ບາງຄົນຈົບຊີວິດຂອງພວກເຂົາແຫ່ງໄກຈາກເຮືອນຊານ, ບາງຄົນຫຼັບຕາລົງເປັນຄັ້ງສຸດທ້າຍກັບຄົນທີ່ພວກເຂົາຮັກຢູ່ຄຽງຂ້າງພວກເຂົາ. ບາງຄົນຕາຍກາງອາກາດ, ບາງຄົນຕາຍຢູ່ໃຕ້ພື້ນດິນ. ບາງຄົນຈົມຢູ່ໃຕ້ນ້ຳ, ບາງຄົນເສຍຊີວິດໃນໄພພິບັດ. ບາງຄົນຕາຍຕອນເຊົ້າ, ບາງຄົນຕາຍຕອນກາງຄືນ... ທຸກຄົນຢາກເກີດມາມີຊື່ສຽງ, ມີຊີວິດທີ່ຮຸ່ງເຮືອງ ແລະ ຄວາມຕາຍທີ່ມີກຽດສະຫງ່າ ແຕ່ບໍ່ມີໃຜສາມາດຜ່ານຊະຕາກຳຊີວິດຂອງຕົນເອງໄດ້, ບໍ່ມີໃຜສາມາດຫຼົບໜີຈາກອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງໄດ້. ນີ້ແມ່ນໂຊກຊະຕາຂອງມະນຸດ. ມະນຸດສາມາດສ້າງແຜນທຸກຮູບແບບເພື່ອອະນາຄົດຂອງພວກເຂົາ ແຕ່ບໍ່ມີໃຜສາມາດວາງແຜນລັກສະນະ ແລະ ເວລາເກີດ ແລະ ເວລາຈາກໂລກນີ້ໄປຂອງພວກເຂົາໄດ້. ເຖິງແມ່ນວ່າຜູ້ຄົນເຮັດທຸກວິທີທາງເພື່ອຫຼີກເວັ້ນ ແລະ ຕໍ່ຕ້ານຄວາມຕາຍທີ່ຈະມາເຖິງ ແຕ່ຄວາມຕາຍກໍຍັງຫຍັບເຂົ້າມາໃກ້ຕົວພວກເຂົາຢ່າງງຽບໆໂດຍບໍ່ຮູ້ຕົວ. ບໍ່ມີໃຜຮູ້ວ່າພວກເຂົາຈະຕາຍເມື່ອໃດ ຫຼື ແນວໃດ, ແຮງໄກທີ່ພວກເຂົາຈະຮູ້ວ່າມັນຈະເກີດຂຶ້ນຢູ່ໃສ. ເຫັນໄດ້ຢ່າງຊັດເຈນວ່າ ບໍ່ແມ່ນມະນຸດທີ່ມີອຳນາດແຫ່ງຊີວິດ ແລະ ຄວາມຕາຍ, ບໍ່ແມ່ນສິ່ງມີຊີວິດໃດໃນໂລກທຳມະຊາດ ແຕ່ແມ່ນພຣະຜູ້ຊົງສ້າງ ຜູ້ທີ່ມີສິດອຳນາດເປັນເອກະລັກ. ຊີວິດ ແລະ ຄວາມຕາຍຂອງມະນຸດຊາດ ບໍ່ແມ່ນຜົນຜະລິດຈາກບາງກົດເກນຂອງໂລກແຫ່ງທຳມະຊາດ, ແຕ່ເປັນຜົນມາຈາກອຳນາດອະທິປະໄຕແຫ່ງສິດອຳນາດຂອງພຣະຜູ້ຊົງສ້າງ.

2. ຜູ້ທີ່ບໍ່ຮູ້ຈັກອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງຈະຖືກຄອບງຳດ້ວຍຄວາມຢ້ານກົວແຫ່ງຄວາມຕາຍ

ເມື່ອຄົນເຂົ້າສູ່ໄວຊະລາ, ຄວາມທ້າທາຍທີ່ເຂົາຜະເຊີນບໍ່ແມ່ນການລ້ຽງດູຄອບຄົວ ຫຼື ການສ້າງຄວາມທະເຍີທະຍານໃນຊີວິດຂອງເຂົາ, ແຕ່ແມ່ນວິທີການກ່າວຄຳອຳລາຊີວິດຂອງເຂົາ, ວິທີການພົບກັບຈຸດຈົບຂອງຊີວິດເຂົາ, ວິທີການຈັດວາງຈຸດໃສ່ໃນຕອນທ້າຍຂອງປະໂຫຍກແຫ່ງຊີວິດຂອງເຂົາ. ເຖິງແມ່ນວ່າໂດຍຜິວເຜີນແລ້ວ ເບິ່ງຄືກັບວ່າ ຄົນໃຫ້ຄວາມສົນໃຈໜ້ອຍກັບຄວາມຕາຍ, ບໍ່ມີໃຜສາມາດຫຼີກເວັ້ນການສຳຫຼວດເລື່ອງດັ່ງກ່າວໄດ້ ຍ້ອນບໍ່ມີໃຜຮູ້ວ່າມີອີກໂລກແຫ່ງຄວາມຕາຍຢູ່ອີກດ້ານໜຶ່ງ, ໂລກທີ່ມະນຸດບໍ່ສາມາດເບິ່ງເຫັນ ຫຼື ສໍາຜັດໄດ້ ເຊິ່ງພວກເຂົາບໍ່ຮູ້ຫຍັງກ່ຽວກັບມັນເລີຍ. ນີ້ເຮັດໃຫ້ຄົນຢ້ານທີ່ຈະຜະເຊີນກັບຄວາມຕາຍ, ຢ້ານທີ່ຈະຜະເຊີນກັບມັນດັ່ງທີ່ພວກເຂົາຄວນເຮັດ; ກົງກັນຂ້າມ ພວກເຂົາເຮັດສຸດຄວາມສາມາດເພື່ອຫຼີກເວັ້ນເລື່ອງນີ້. ດັ່ງນັ້ນ ມັນຈິ່ງຕື່ມເຕັມທຸກຄົນດ້ວຍຄວາມຢ້ານກົວກ່ຽວກັບຄວາມຕາຍ ແລະ ເພີ່ມຄວາມເລີກລັບໃຫ້ກັບຄວາມຈິງທີ່ຫຼີກເວັ້ນບໍ່ໄດ້ຂອງຊີວິດນີ້, ເປັນເງົາມືດທີ່ດື້ດ້ານທີ່ຄອບງໍາຫົວໃຈຂອງທຸກຄົນ.

ເມື່ອຄົນສຶກວ່າຮ່າງກາຍຂອງເຂົາຊຸດໂຊມລົງ, ເມື່ອຄົນຮູ້ສຶກວ່າກຳລັງໃກ້ຄວາມຕາຍ, ເຂົາຈະຮູ້ສຶກເຖິງຄວາມຢ້ານກົວແບບເລື່ອນລອຍ, ຄວາມຢ້ານທີ່ບໍ່ສາມາດອະທິບາຍໄດ້. ຄວາມຢ້ານຕາຍເຮັດໃຫ້ຄົນຮູ້ສຶກໂດດດ່ຽວຫຼາຍຂຶ້ນ ແລະ ໄຮ້ປະໂຫຍດຫຼາຍຂຶ້ນ ແລະ ໃນຈຸດນີ້ ຄົນຖາມຕົວເອງວ່າ: ມະນຸດມາຈາກໃສ? ມະນຸດຈະໄປໃສ? ນີ້ແມ່ນວິທີທີ່ມະນຸດຕາຍບໍ ໂດຍວ່າຊີວິດຂອງເຂົາຟ້າວຈາກເຂົາໄປແບບນີ້ບໍ? ນີ້ແມ່ນໄລຍະເວລາທີ່ບົ່ງບອກເຖິງຈຸດຈົບຂອງຊີວິດມະນຸດບໍ? ທ້າຍສຸດ, ແມ່ນຫຍັງຄືຄວາມໝາຍຂອງຊີວິດ? ສໍາຄັນທີ່ສຸດ ຊີວິດມີຄ່າຫຍັງ? ມັນກ່ຽວກັບຊື່ສຽງ ແລະ ໂຊກລາບບໍ? ມັນກ່ຽວກັບການລ້ຽງຄອບຄົວບໍ? ... ບໍ່ວ່າຄົນຈະເຄີຍຄິດກ່ຽວກັບຄຳຖາມສະເພາະເຫຼົ່ານີ້ມາກ່ອນກໍຕາມ, ບໍ່ວ່າຄົນຈະຢ້ານຕາຍຫຼາຍພຽງໃດ, ໃນສ່ວນເລິກຂອງຫົວໃຈທຸກຄົນແມ່ນມີຄວາມປາດຖະໜາທີ່ຢາກຢັ່ງຮູ້ຄວາມເລິກລັບ, ຄວາມຮູ້ສຶກແຫ່ງຄວາມບໍ່ເຂົ້າໃຈກ່ຽວກັບຊີວິດ ແລະ ປະປົນຢູ່ກັບສິ່ງເຫຼົ່ານີ້ ຄື ຄວາມຮູ້ສຶກກ່ຽວກັບໂລກ, ຄວາມລັງເລທີ່ຈະຈາກໄປ. ບາງທີອາດບໍ່ມີໃຜສາມາດເວົ້າໄດ້ຢ່າງຊັດເຈນວ່າມະນຸດຢ້ານຫຍັງ, ແມ່ນຫຍັງທີ່ມະນຸດສະແຫວງຫາ, ແມ່ນຫຍັງທີ່ເຮັດໃຫ້ເຂົາຮູ້ສຶກອ່ອນໄຫວ ແລະ ແມ່ນຫຍັງຄືສິ່ງທີ່ເຮັດໃຫ້ເຂົາລັງເລໃຈບໍ່ຢາກຈາກໄປ...

ຍ້ອນພວກເຂົາຢ້ານຕາຍ, ຄົນມີຄວາມກັງວົນຫຼາຍປະການ; ຍ້ອນພວກເຂົາຢ້ານຕາຍ, ພວກເຂົາມີຫຼາຍຢ່າງທີ່ພວກເຂົາບໍ່ສາມາດປ່ອຍວາງໄດ້. ເມື່ອພວກເຂົາໃກ້ຈະຕາຍ, ບາງຄົນກັງວົນກ່ຽວກັບເລື່ອງນີ້ ຫຼື ເລື່ອງນັ້ນ; ພວກເຂົາເປັນຫ່ວງລູກໆຂອງພວກເຂົາ, ຄົນຮັກຂອງພວກເຂົາ, ຊັບສົມບັດຂອງພວກເຂົາ ຄືກັບວ່າ ຖ້າກັງວົນໃຈແລ້ວ ພວກເຂົາຈະສາມາດລຶບຄວາມທຸກທໍລະມານ ແລະ ຄວາມຢ້ານກົວຄວາມຕາຍນັ້ນໄດ້, ຄືກັບວ່າ ຖ້າພວກເຂົາຮັກສາຄວາມສຳພັນກັບຄົນເປັນ ພວກເຂົາຈະສາມາດຫຼົບໜີຈາກຄວາມສິ້ນຫວັງ ແລະ ຄວາມໂດດດ່ຽວທີ່ມາກັບຄວາມຕາຍນັ້ນໄດ້. ໃນສ່ວນເລິກຂອງຫົວໃຈມະນຸດ ມີຄວາມຢ້ານແບບເລື່ອນລອຍຢູ່, ຄວາມຢ້ານວ່າ ຈະໄດ້ແຍກຈາກຄົນຮັກ, ຢ້ານບໍ່ໄດ້ນອນຫງາຍໜ້າເບິ່ງທ້ອງຟ້າສີຟ້າອີກແລ້ວ, ຢ້ານບໍ່ໄດ້ເບິ່ງໂລກວັດຖຸອີກແລ້ວ. ວິນຍານທີ່ໂດດດ່ຽວ, ທີ່ຄຸ້ນເຄີຍກັບການມີຄົນຮັກຂອງມັນຢູ່ຄຽງຂ້າງ, ລັງເລທີ່ຈະປ່ອຍກຳມື ແລະ ຈາກໄປຄົນດຽວສູ່ໂລກທີ່ບໍ່ຮູ້ຈັກ ແລະ ບໍ່ຄຸ້ນເຄີຍ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ III

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ