ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 161
06 ເດືອນທັນວາ 2025
ໃນຍຸກແຫ່ງພຣະຄຸນ, ພຣະເຢຊູກໍຍັງໄດ້ກ່າວພຣະທໍາຫຼາຍຂໍ້ ແລະ ກະທໍາພາລະກິດຫຼາຍຢ່າງ. ພຣະອົງແຕກຕ່າງຈາກເອຊາຢາແນວໃດ? ພຣະອົງແຕກຕ່າງຈາກດານິເອນແນວໃດ? ພຣະອົງແມ່ນສາສະດາບໍ? ເປັນຫຍັງຈຶ່ງເວົ້າວ່າ ພຣະອົງເປັນພຣະຄຣິດ? ແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງພວກເຂົາ? ພວກເຂົາທຸກຄົນແມ່ນມະນຸດທີ່ກ່າວພຣະທໍາ ແລະ ບໍ່ໜ້ອຍກໍຫຼາຍ ພຣະທໍາຂອງພວກເຂົາກໍປະກົດຄືຄໍາເວົ້າຂອງມະນຸດ. ພວກເຂົາທຸກຄົນກ່າວພຣະທໍາ ແລະ ກະທໍາພາລະກິດ. ສາສະດາຫຼາຍຄົນໃນພຣະສັນຍາເກົ່າສາມາດທໍານາຍໄດ້ ແລະ ພຣະເຢຊູກໍສາມາດທໍານາຍໄດ້ເຊັ່ນກັນ. ເຫດໃດຈຶ່ງເປັນດັ່ງນັ້ນ? ຄວາມແຕກຕ່າງໃນນີ້ ແມ່ນອີງຕາມລັກສະນະຂອງພາລະກິດ. ເພື່ອໃຫ້ເຂົ້າໃຈໃນເລື່ອງນີ້, ເຈົ້າຕ້ອງບໍ່ຖືເອົາລັກສະນະຂອງເນື້ອໜັງ ແລະ ເຈົ້າບໍ່ຄວນຖືເອົາຄວາມເລິກ ຫຼື ຄວາມຕື້ນຂອງຄໍາເວົ້າຂອງພວກເຂົາ. ກ່ອນອື່ນໝົດ ເຈົ້າຕ້ອງຖືເອົາພາລະກິດຂອງພວກເຂົາ ແລະ ຜົນຂອງພາລະກິດທີ່ພວກເຂົາບັນລຸໃນມະນຸດ. ຄໍາທໍານາຍທີ່ຖືກກ່າວໂດຍສາສະດາໃນເວລານັ້ນບໍ່ໄດ້ສະໜອງຊີວິດຂອງມະນຸດ ແລະ ແຮງດົນໃຈທີ່ໄດ້ຮັບຈາກຜູ້ຄົນຕ່າງໆເຊັ່ນເອຊາຢາ ແລະ ເດນີເອນກໍເປັນຄໍາທໍານາຍ ແລະ ບໍ່ແນ່ນອນທາງຂອງຊີວິດ. ຖ້າບໍ່ແມ່ນຍ້ອນການເປີດເຜີຍໂດຍກົງຂອງພຣະເຢໂຮວາ ກໍຈະບໍ່ມີຜູ້ໃດສາມາດກະທໍາພາລະກິດນັ້ນໄດ້ ເຊິ່ງເປັນໄປບໍ່ໄດ້ສໍາລັບມະນຸດ. ພຣະເຢຊູກໍໄດ້ກ່າວພຣະທໍາຢ່າງຫຼວງຫຼາຍເຊັ່ນດຽວກັນ ແຕ່ພຣະທໍາດັ່ງກ່າວແມ່ນແນວທາງຂອງຊີວິດ ທີ່ມະນຸດສາມາດຄົ້ນຫາຫົນທາງນັ້ນເພື່ອນໍາໃຊ້ເຂົ້າໃນການປະຕິບັດ. ເວົ້າໄດ້ວ່າ ປະການທີໜຶ່ງຄື ພຣະອົງສາມາດສະໜອງຊີວິດຂອງມະນຸດ ຍ້ອນວ່າພຣະເຢຊູຄືຊີວິດ; ປະການທີສອງຄື ພຣະອົງສາມາດປ່ຽນແປງດ້ານທີ່ບິດເບືອນຂອງມະນຸດໄດ້; ປະການທີສາມຄື ພາລະກິດຂອງພຣະອົງສາມາດສືບແທນພາລະກິດຂອງພຣະເຢໂຮວາ ເພື່ອສືບຕໍ່ຍຸກ; ປະການທີສີ່ຄື ພຣະອົງສາມາດເຂົ້າໃຈຄວາມຕ້ອງການພາຍໃນມະນຸດ ແລະ ເຂົ້າໃຈສິ່ງທີ່ມະນຸດຂາດເຂີນ; ປະການທີຫ້າຄື ພຣະອົງສາມາດນໍາທາງໃນຍຸກໃໝ່ ແລະ ສິ້ນສຸດຍຸກເກົ່າ. ນັ້ນແມ່ນເຫດຜົນທີ່ພຣະອົງຖືກເອີ້ນວ່າພຣະເຈົ້າ ແລະ ພຣະຄຣິດ; ພຣະອົງບໍ່ພຽງແຕ່ແຕກຕ່າງຈາກເອຊາຢາເທົ່ານັ້ນ ແຕ່ຍັງແຕກຕ່າງຈາກສາສະດາທຸກຄົນອີກດ້ວຍ. ໃຫ້ຍົກເອົາເອຊາຢາເປັນການປຽບທຽບສໍາລັບພາລະກິດຂອງສາສະດາ. ການປຽບທຽບທີໜຶ່ງຄື ລາວບໍ່ສາມາດສະໜອງໃຫ້ກັບຊີວິດມະນຸດ; ການປຽບທຽບທີສອງຄື ລາວບໍ່ສາມາດນໍາທາງໃນຍຸກໃໝ່. ລາວປະຕິບັດວຽກງານພາຍໃຕ້ການນໍາພາຂອງພຣະເຢໂຮວາ ແລະ ບໍ່ແມ່ນເປັນຜູ້ນໍາທາງໃນຍຸກໃໝ່. ການປຽບທຽບທີສາມຄື ຄໍາເວົ້າທີ່ລາວກ່າວແມ່ນເໜືອກວ່າລາວ. ລາວໄດ້ຮັບການເປີດເຜີຍໂດຍກົງຈາກພຣະວິນຍານຂອງພຣະເຈົ້າ ແລະ ຄົນອື່ນຈະບໍ່ເຂົ້າໃຈ ເຖິງວ່າຈະໄດ້ຍິນຄໍາກ່າວເຫຼົ່ານັ້ນ. ພຽງສອງສາມສິ່ງເຫຼົ່ານີ້ເທົ່ານັ້ນກໍພຽງພໍທີ່ຈະພິສູດໃຫ້ເຫັນວ່າ ຄໍາກ່າວຂອງລາວບໍ່ໄດ້ແຕກຕ່າງຈາກການທໍານາຍ ແລະ ບໍ່ໄດ້ຫຼາຍກວ່າພາກສ່ວນໜຶ່ງຂອງພາລະກິດທີ່ເຮັດແທນພຣະເຢໂຮວາ. ຢ່າງໃດກໍຕາມ, ລາວບໍ່ສາມາດເປັນຕົວແທນພຣະເຢໂຮວາໄດ້ທັງໝົດ. ລາວເປັນພຽງຜູ້ຮັບໃຊ້ພຣະເຢໂຮວາເທົ່ານັ້ນ, ກໍຄື ເປັນເຄື່ອງມືຮັບໃຊ້ໃນພາລະກິດຂອງພຣະເຢໂຮວາ. ລາວພຽງປະຕິບັດພາລະກິດຢູ່ໃນຍຸກແຫ່ງພຣະບັນຍັດ ແລະ ຢູ່ໃນຂອບເຂດຂອງພາລະກິດຂອງພຣະເຢໂຮວາເທົ່ານັ້ນ; ລາວບໍ່ໄດ້ປະຕິບັດພາລະກິດອອກນອກຍຸກແຫ່ງພຣະບັນຍັດ. ໃນທາງກົງກັນຂ້າມ, ພາລະກິດຂອງພຣະເຢຊູແມ່ນແຕກຕ່າງ. ພຣະອົງປະຕິບັດເກີນຂອບເຂດຂອງພາລະກິດຂອງພຣະເຢໂຮວາ; ພຣະອົງປະຕິບັດພາລະກິດເປັນພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໄດ້ຜ່ານປະສົບການຂອງການໄຖ່ບາບໂດຍຖືກຄຶງໃສ່ໄມ້ກາງແຂນ ເພື່ອໄຖ່ບາບມວນມະນຸດຊາດ. ໝາຍຄວາມວ່າ ພຣະອົງດໍາເນີນພາລະກິດໃໝ່ຢູ່ນອກຂອບເຂດພາລະກິດທີ່ກະທໍາໂດຍພຣະເຢໂຮວາ. ນີ້ແມ່ນການນໍາທາງໃນຍຸກໃໝ່. ນອກຈາກນັ້ນ, ພຣະອົງສາມາດກ່າວເຖິງສິ່ງທີ່ມະນຸດບໍ່ສາມາດບັນລຸຜົນໄດ້. ພາລະກິດຂອງພຣະອົງແມ່ນປະຕິບັດຢູ່ໃນການຄຸ້ມຄອງຂອງພຣະເຈົ້າ ແລະ ປະກອບດ້ວຍມວນມະນຸດທັງໝົດ. ພຣະອົງບໍ່ໄດ້ກະທໍາພາລະກິດຕໍ່ມະນຸດພຽງສອງສາມຄົນ ແລະ ພາລະກິດຂອງພຣະອົງບໍ່ໄດ້ມີໄວ້ເພື່ອນໍາພາມະນຸດພຽງຈໍານວນຈໍາກັດ. ສໍາລັບວິທີທີ່ພຣະເຈົ້າບັງເກີດເປັນມະນຸດ, ວິທີທີ່ພຣະວິນຍານໃຫ້ການເປີດເຜີຍໃນເວລານັ້ນ ແລະ ວິທີທີ່ພຣະວິນຍານລົງມາສູ່ມະນຸດເພື່ອກະທໍາພາລະກິດ, ສິ່ງເຫຼົ່ານີ້ແມ່ນເປັນສິ່ງທີ່ມະນຸດບໍ່ສາມາດເຫັນ ຫຼື ສໍາຜັດໄດ້. ມັນເປັນໄປບໍ່ໄດ້ທີ່ສຸດທີ່ຈະໃຊ້ຄວາມຈິງເຫຼົ່ານີ້ເພື່ອເປັນຫຼັກຖານພິສູດວ່າ ພຣະອົງຄືພຣະເຈົ້າຜູ້ບັງເກີດເປັນມະນຸດ. ດ້ວຍເຫດນັ້ນ, ຈຶ່ງສາມາດຈໍາແນກໄດ້ໃນທ່າມກາງພຣະທໍາ ແລະ ພາລະກິດຂອງພຣະເຈົ້າເທົ່ານັ້ນ ເຊິ່ງເປັນສິ່ງທີ່ມະນຸດສາມາດຈັບຕ້ອງໄດ້. ພຽງສິ່ງນີ້ເທົ່ານັ້ນຄືຄວາມຈິງ. ນີ້ກໍເນື່ອງຈາກວ່າ ເຈົ້າບໍ່ສາມາດເຫັນເລື່ອງຂອງພຣະວິນຍານໄດ້ ແລະ ມີພຽງພຣະເຈົ້າເທົ່ານັ້ນທີ່ຮັບຮູ້ເລື່ອງດັ່ງກ່າວຢ່າງຊັດເຈນ ແລະ ແມ່ນແຕ່ພຣະເຈົ້າຜູ້ບັງເກີດເປັນເນື້ອໜັງກໍບໍ່ສາມາດຮູ້ທຸກສິ່ງໄດ້; ເຈົ້າພຽງແຕ່ສາມາດຢືນຢັນວ່າ ພຣະອົງເປັນພຣະເຈົ້າ ຫຼື ບໍ່ ຈາກພາລະກິດທີ່ພຣະອົງໄດ້ກະທໍາເທົ່ານັ້ນ. ຈາກພາລະກິດຂອງພຣະອົງ, ສາມາດເຫັນໄດ້ວ່າ: ສິ່ງທີໜຶ່ງຄື ພຣະອົງສາມາດເປີດຍຸກໃໝ່; ສິ່ງທີສອງຄື ພຣະອົງສາມາດສະໜອງຊີວິດຂອງມະນຸດ ແລະ ສະແດງໃຫ້ມະນຸດເຫັນເສັ້ນທາງເພື່ອປະຕິບັດຕາມ. ສິ່ງນີ້ແມ່ນພຽງພໍທີ່ຈະພິສູດວ່າ ພຣະອົງຄືພຣະເຈົ້າ. ຢ່າງໜ້ອຍທີ່ສຸດ ພາລະກິດທີ່ພຣະອົງກະທໍາສາມາດເປັນຕົວແທນພຣະວິນຍານຂອງພຣະເຈົ້າທັງໝົດ ແລະ ຈາກພາລະກິດດັ່ງກ່າວນັ້ນ ແມ່ນສາມາດເຫັນໄດ້ວ່າ ພຣະວິນຍານຂອງພຣະເຈົ້າແມ່ນສະຖິດຢູ່ພາຍໃນພຣະອົງ. ຍ້ອນວ່າ ພາລະກິດທີ່ກະທໍາໂດຍພຣະເຈົ້າຜູ້ບັງເກີດເປັນມະນຸດນັ້ນ ສ່ວນໃຫຍ່ແລ້ວແມ່ນເພື່ອນໍາທາງໃນຍຸກໃໝ່, ນໍາພາພາລະກິດໃໝ່ ແລະ ເປີດໂລກໃໝ່, ສິ່ງເຫຼົ່ານີ້ເທົ່ານັ້ນແມ່ນພຽງພໍທີ່ຈະພິສູດໃຫ້ເຫັນວ່າ ພຣະອົງຄືພຣະເຈົ້າ. ສະນັ້ນ, ສິ່ງນີ້ຈຶ່ງເຮັດໃຫ້ພຣະອົງແຕກຕ່າງຈາກເອຊາຢາ, ດານິເອນ ແລະ ສາສະດາຜູ້ຍິ່ງໃຫຍ່ອື່ນໆ. ເອຊາຢາ, ດານິເອນ ແລະ ຄົນອື່ນໆທັງໝົດແມ່ນຢູ່ໃນຊົນຊັ້ນທີ່ມີການສຶກສາ ແລະ ວັດທະນະທໍາຢ່າງສູງ; ພວກເຂົາທັງໝົດແມ່ນຢູ່ພາຍໃຕ້ການນໍາພາຂອງພຣະເຢໂຮວາ ທີ່ບໍ່ແມ່ນມະນຸດທຳມະດາສາມັນ. ເນື້ອໜັງຂອງພຣະເຈົ້າຜູ້ບັງເກີດເປັນມະນຸດແມ່ນມີຄວາມຮູ້ ແລະ ບໍ່ໄດ້ຂາດສະຕິປັນຍາເຊັ່ນກັນ ແຕ່ໂດຍສະເພາະແລ້ວຄວາມເປັນມະນຸດຂອງພຣະອົງແມ່ນທໍາມະດາສາມັນ. ພຣະອົງເປັນມະນຸດທໍາມະດາ ແລະ ການເບິ່ງດ້ວຍສາຍຕາເປົ່າຈະບໍ່ສາມາດເຂົ້າໃຈຄວາມເປັນມະນຸດພິເສດ ກ່ຽວກັບພຣະອົງ ຫຼື ພົບເຫັນສິ່ງໃດໜຶ່ງໃນຄວາມເປັນມະນຸດຂອງພຣະອົງເຊິ່ງແຕກຕ່າງຈາກຄົນອື່ນ. ພຣະອົງບໍ່ໄດ້ເໜືອທໍາມະຊາດ ຫຼື ພິເສດຫຍັງເລີຍ ແລະ ພຣະອົງບໍ່ມີການສຶກສາ ແລະ ຄວາມຮູ້ສູງ ຫຼື ທິດສະດີຫຍັງ. ຊີວິດທີ່ພຣະອົງກ່າວເຖິງ ແລະ ເສັ້ນທາງທີ່ພຣະອົງນໍາພາໄປແມ່ນບໍ່ໄດ້ອອກມາຜ່ານທິດສະດີ, ຜ່ານຄວາມຮູ້, ຜ່ານປະສົບການຊີວິດ ຫຼື ຜ່ານການອົບຮົມລ້ຽງດູຈາກຄອບຄົວ. ແຕ່ກົງກັນຂ້າມ, ສິ່ງເຫຼົ່ານັ້ນແມ່ນພາລະກິດໂດຍກົງຂອງພຣະວິນຍານ ເຊິ່ງແມ່ນພາລະກິດຂອງການບັງເກີດເປັນເນື້ອໜັງ. ຍ້ອນວ່າ ມະນຸດມີແນວຄວາມຄິດຫຼາຍກ່ຽວກັບພຣະເຈົ້າ ແລະ ໂດຍສະເພາະ ຍ້ອນວ່າ ແນວຄວາມຄິດເຫຼົ່ານີ້ເກີດຈາກອົງປະກອບຫຼາຍຢ່າງທີ່ເລື່ອນລອຍ ແລະ ເໜືອທໍາມະຊາດ ເຊິ່ງໃນສາຍຕາມະນຸດ ພຣະເຈົ້າປົກກະຕິທີ່ມີຄວາມອ່ອນແອຂອງມະນຸດ ທີ່ບໍ່ສາມາດສ້າງໝາຍສໍາຄັນ ແລະ ສິ່ງອັດສະຈັນນັ້ນ ບໍ່ແມ່ນພຣະເຈົ້າຢ່າງແນ່ນອນ. ແລ້ວສິ່ງເຫຼົ່ານີ້ບໍ່ແມ່ນແນວຄວາມຄິດທີ່ຜິດຂອງມະນຸດບໍ? ຖ້າເນື້ອໜັງຂອງພຣະເຈົ້າຜູ້ບັງເກີດເປັນມະນຸດບໍ່ແມ່ນເນື້ອໜັງມະນຸດທໍາມະດາ ແລ້ວຈະເວົ້າໄດ້ວ່າ ພຣະອົງກາຍເປັນເນື້ອໜັງໄດ້ແນວໃດ? ການເປັນເນື້ອໜັງແມ່ນການເປັນມະນຸດທຳມະດາ ແລະ ປົກກະຕິ; ຖ້າພຣະອົງໄດ້ເປັນສິ່ງທີ່ມີຊີວິດເໜືອທຳມະຊາດ, ພຣະອົງກໍຈະບໍ່ເປັນເນື້ອໜັງ. ເພື່ອພິສູດວ່າ ພຣະອົງເປັນເນື້ອໜັງ, ພຣະເຈົ້າຜູ້ບັງເກີດເປັນມະນຸດຈໍາເປັນຕ້ອງມີເນື້ອໜັງທໍາມະດາ. ນີ້ກໍພຽງເພື່ອເຮັດສໍາເລັດຄວາມສໍາຄັນຂອງການບັງເກີດເປັນມະນຸດ. ເຖິງຢ່າງໃດກໍຕາມ, ນີ້ບໍ່ແມ່ນກໍລະນີຂອງສາສະດາ ແລະ ບຸດຊາຍຂອງມະນຸດ. ພວກເຂົາເປັນມະນຸດທີ່ມີພອນສະຫວັນ ທີ່ຖືກໃຊ້ໂດຍພຣະວິນຍານບໍລິສຸດ; ໃນສາຍຕາຂອງມະນຸດ ຄວາມເປັນມະນຸດຂອງພວກເຂົາແມ່ນຍິ່ງໃຫຍ່ເປັນພິເສດ ແລະ ພວກເຂົາກະທໍາຫຼາຍຢ່າງທີ່ເໜືອຄວາມເປັນມະນຸດທໍາມະດາ. ດ້ວຍເຫດນີ້, ມະນຸດຈຶ່ງຖືວ່າ ພວກເຂົາເປັນພຣະເຈົ້າ. ດຽວນີ້ພວກເຈົ້າທຸກຄົນຕ້ອງເຂົ້າໃຈສິ່ງນີ້ໃຫ້ຈະແຈ້ງ ເພາະວ່າ ມັນເປັນບັນຫາທີ່ມະນຸດທຸກຄົນໃນຍຸກຜ່ານມາສັບສົນໄດ້ງ່າຍທີ່ສຸດ. ພ້ອມນີ້, ການບັງເກີດເປັນມະນຸດຄືສິ່ງລຶກລັບທີ່ສຸດຂອງທຸກໆສິ່ງ ແລະ ພຣະເຈົ້າຜູ້ບັງເກີດເປັນມະນຸດຄືສິ່ງທີ່ຍາກທີ່ສຸດທີ່ມະນຸດຈະຮັບໄດ້. ສິ່ງທີ່ເຮົາເວົ້າຊ່ວຍເຮັດໃຫ້ການເຮັດໜ້າທີ່ຂອງພວກເຈົ້າສໍາເລັດ ແລະ ເພື່ອຄວາມເຂົ້າໃຈຂອງພວກເຈົ້າຕໍ່ຄວາມລຶກລັບຂອງການບັງເກີດເປັນມະນຸດ. ທັງໝົດນີ້ແມ່ນກ່ຽວຂ້ອງກັບການຄຸ້ມຄອງໄປເຖິງນິມິດຂອງພຣະເຈົ້າ. ຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບສິ່ງນີ້ຈະເປັນຜົນປະໂຫຍດຢ່າງຍິ່ງສໍາລັບການໄດ້ຮັບຄວາມຮູ້ກ່ຽວກັບນິມິດ ເຊິ່ງນັ້ນກໍຄື ພາລະກິດຂອງການຄຸ້ມຄອງຂອງພຣະເຈົ້າ. ດ້ວຍວິທີນີ້, ພວກເຈົ້າຈະຍັງໄດ້ຮັບຄວາມເຂົ້າໃຈຢ່າງຫຼວງຫຼາຍໃນໜ້າທີ່ທີ່ມະນຸດປະເພດຕ່າງໆຄວນປະຕິບັດ. ເຖິງແມ່ນວ່າ ພຣະທໍາເຫຼົ່ານີ້ບໍ່ໄດ້ສະແດງໃຫ້ພວກເຈົ້າເຫັນວິທີທາງໂດຍກົງ ແຕ່ພຣະທໍາດັ່ງກ່າວຍັງຄົງຊ່ວຍພວກເຈົ້າໄດ້ຫຼາຍໃນການເຂົ້າສູ່ ຍ້ອນວ່າ ຊີວິດຂອງພວກເຈົ້າໃນປັດຈຸບັນແມ່ນຂາດນິມິດຢ່າງຫຼວງຫຼາຍ ແລະ ສິ່ງນີ້ຈະກາຍມາເປັນອຸປະສັກຂັດຂວາງການເຂົ້າສູ່ຂອງພວກເຈົ້າຢ່າງໃຫຍ່ຫຼວງ. ຖ້າພວກເຈົ້າບໍ່ສາມາດເຂົ້າໃຈບັນຫາເຫຼົ່ານີ້ໄດ້, ພວກເຈົ້າກໍຈະບໍ່ມີແຮງບັນດານໃຈທີ່ຈະຜັກດັນການເຂົ້າສູ່ຂອງພວກເຈົ້າ. ແລ້ວການສະແຫວງຫາແບບນັ້ນຈະສາມາດຊ່ວຍໃຫ້ພວກເຈົ້າປະຕິບັດໜ້າທີ່ຂອງພວກເຈົ້າໃຫ້ຖືກຕ້ອງໄດ້ແນວໃດ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມແຕກຕ່າງລະຫວ່າງພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໜ້າທີ່ຂອງມະນຸດ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ