ຮູບເງົາຂອງຊາວຄຣິດ “ການໄຕ່ຕອງກ່ຽວກັບຄວາມລອດພົ້ນ”

16 ເດືອນສິງຫາ 2023

ຢາງ ມິງຢວນ ຄືຜູ້ອາສຸໂສໃນຄຣິສຕະຈັກຕາມເຮືອນ. ມື້ໜຶ່ງ, ລາວໄດ້ຍິນວ່າຜູ້ອາວຸໂສຊູ ເຊິ່ງເປັນຄົນທີ່ໄດ້ຮັບຄວາມເຄົາລົບເປັນຢ່າງສູງໃນຄຣິສຕະຈັກ, ໄດ້ຍອມຮັບສາຍຟ້າແມບເຫຼື້ອມຈາກທິດຕາເວັນອອກ. ລາວໄດ້ຮັບການດົນບັນດານຫຼາຍ ແລະ ຕັດສິນໃຈທີ່ຈະສະແຫວງຫາ ແລະ ສືບຄົ້ນສາຍຟ້າແມບເຫຼື້ອມຈາກທິດຕາເວັນອອກ. ຜ່ານການອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຄຳຖາມທີ່ໄດ້ເຮັດໃຫ້ລາວສັບສົນຕະຫຼອດເວລາຫຼາຍປີທີ່ລາວເຊື່ອໃນພຣະຜູ້ເປັນເຈົ້າກໍໄດ້ຮັບຄໍາຕອບ ແລະ ລາວໄດ້ຮຽນຮູ້ວ່າການໄດ້ຮັບຄວາມລອດພົ້ນເປັນພຽງການໃຫ້ອະໄພຄວາມຜິດບາບເທົ່ານັ້ນ, ບໍ່ແມ່ນຄວາມລອດພົ້ນທີ່ສົມບູນ. ໂດຍການຍອມຮັບການພິພາກສາ ແລະ ການຊໍາລະລ້າງຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ໂດຍການແກ້ໄຂທຳມະຊາດທີ່ຜິດບາບຂອງລາວຢ່າງສິ້ນເຊີງເທົ່ານັ້ນ, ລາວຈຶ່ງສາມາດມີຄຸນສົມບັດທີ່ຈະເຂົ້າສູ່ອານາຈັກສະຫວັນ. ລາວໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຫຼາຍຂໍ້ ແລະ ຄົ້ນພົບວ່າພຣະທຳເຫຼົ່ານີ້ຄືຄວາມຈິງ ແລະ ເປັນສຽງຂອງພຣະເຈົ້າ. ລາວເຊື່ອວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດຄືອົງພຣະເຢຊູເຈົ້າທີ່ກັບຄືນມາ, ສະນັ້ນ ລາວຈຶ່ງຍອມຮັບພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງມີຄວາມສຸກ. ຫຼັງຈາກນັ້ນ, ລາວກໍເທດສະໜາຂ່າວປະເສີດໃຫ້ແກ່ຜູ້ທີ່ມີຄວາມເຊື່ອທີ່ຢູ່ພາຍໃຕ້ລາວ ແລະ ພາຍໃນສອງສາມເດືອນ, ຫ້າ ຫຼື ຫົກພັນຄົນກໍຍອມຮັບຂ່າວປະເສີດ. ລາວຄິດວ່າລາວຈະສືບຕໍ່ເປັນຜູ້ນໍາ, ແຕ່ລາວກໍຕົກໃຈ ເມື່ອຄຣິສຕະຈັກໄດ້ຈັດແຈງໃຫ້ລາວເທດສະໜາ ໃນຂະນະທີ່ເພື່ອນຮ່ວມງານຂອງລາວຖືກເລືອກໃຫ້ເປັນຜູ້ນໍາ. ເມື່ອລາວເທດສະໜາຂ່າວປະເສີດ, ການສົນທະນາຂອງລາວກ່ຽວກັບຄວາມຈິງກໍບໍ່ຊັດເຈນ ຫຼື ເປັນຈິງຄືກັບການສົນທະນາຂອງເພື່ອນຮ່ວມງານຂອງລາວ ເຊິ່ງນັ້ນກໍຄືຂອງອ້າຍຊູ... ດ້ວຍຄວາມບໍ່ພໍໃຈທີ່ຕ້ອງເປັນທີສອງ, ເພື່ອພິສູດຄວາມເຂັ້ມແຂງຂອງລາວ ແລະ ຮັບເອົາຄວາມເຄົາລົບຈາກຄົນອື່ນ, ລາວໄດ້ເຮັດວຽກໜັກເພື່ອເຮັດໃຫ້ຕົນເອງມີຄວາມຈິງ ແລະ ມັກໂອ້ອວດຕໍ່ໜ້າຄົນອື່ນວ່າລາວໄດ້ເຮັດວຽກຫຼາຍສໍ່າໃດ ແລະ ລາວທົນທຸກຫຼາຍສໍ່າໃດ. ລາວຕົກໃຈ ເມື່ອສິ່ງນີ້ເຮັດໃຫ້ອ້າຍເອື້ອຍນ້ອງຂອງລາວລິຮານ ແລະ ຈັດການກັບລາວ ແລະ ພຣະເຈົ້າກໍຂ້ຽນຕີ ແລະ ລົງວິໄນລາວຢ່າງຮຸນແຮງ... ຫຼັງຈາກທີ່ໄດ້ປະສົບກັບການພິພາກສາ ແລະ ການຂ້ຽນຕີ, ການຕີສອນ ແລະ ການລົງວິໄນຂອງພຣະເຈົ້າ, ຢາງ ມິງຢວນ ໄດ້ຮັບຫຍັງແທ້ໆ? ລາວປ່ຽນແປງແນວໃດ? ໃຫ້ເບິ່ງຮູບເງົານີ້ເພື່ອຄົ້ນຫາຄຳຕອບ.

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ