ບົດລະຄອນສັ້ນ “ພຣະຜູ້ເປັນເຈົ້າກໍາລັງເຄາະປະຕູ”

18 ເດືອນກໍລະກົດ 2019

ລະຄອນສັ້ນ ພຣະຜູ້ເປັນເຈົ້າກຳລັງເຄາະປະຕູ ອະທິບາຍເຖິງຍຸກສຸດທ້າຍ ທີ່ພຣະຜູ້ເປັນເຈົ້າເຄາະທີ່ປະຕູຫົວໃຈຂອງພວກເຮົາດ້ວຍພຣະທຳຂອງພຣະອົງແນວໃດ ແລະ ຜູ້ບໍລິສຸດ ແລະ ສະຫຼາດຈະສາມາດຟັງສຽງຂອງພຣະເຈົ້າ ແລະ ຮ່ວມກິນລ້ຽງກັບພຣະເມສານ້ອຍໄດ້ແນວໃດ.

ອາຈານ ຊາງ ຊົວດາວ ລໍຖ້າການກັບມາຂອງພຣະຜູ້ເປັນເຈົ້າຢູ່ສະເໝີ, ແຕ່ເມື່ອນ້ອງເຊິນເປັນພະຍານໃຫ້ກັບລາວວ່າ ພຣະຜູ້ເປັນເຈົ້າໄດ້ກັບມາແລ້ວ, ລາວກໍຍຶດຕິດກັບແນວຄິດ ແລະ ຈິນຕະນາການຂອງລາວເອງຢ່າງດື້ດ້ານ ໂດຍເຊື່ອວ່າພຣະຜູ້ເປັນເຈົ້າຈະກັບມາເທິງເມກ ແລະ ປິດປະຕູຫົວໃຈຂອງລາວໃສ່ຫົນທາງທີ່ແທ້ຈິງ. ເຖິງຢ່າງໃດກໍຕາມ ເທື່ອນີ້ ນ້ອງເຊິນສົນທະນາກ່ຽວກັບຂໍ້ພຣະຄຳພີທີ່ກ່ຽວຂ້ອງກັບການກັບມາຂອງພຣະຜູ້ເປັນເຈົ້າກັບອາຈານ ຊາງ ແລະ ລາວໄດ້ຄົ້ນພົບໃນພຣະຄຳພີທີ່ທໍານວາຍໄວ້ວ່າ ໃນຍຸກສຸດທ້າຍນັ້ນ ພຣະຜູ້ເປັນເຈົ້າຈະກັບມາຢ່າງລັບໆ, ໃນເນື້ອໜັງທີ່ບັງເກີດຈາກມະນຸດເພື່ອກ່າວພຣະທຳໃໝ່ ແລະ ຊໍາລະລ້າງມະນຸດ ແລະ ຫຼັງຈາກນັ້ນກໍຈະປາກົດຢ່າງເປີດເຜີຍເພື່ອໃຫ້ລາງວັນແກ່ຄົນດີ ແລະ ລົງໂທດຄົນຊົ່ວ. ໃນເວລາດຽວກັນ, ອາຈານ ຊາງ ກໍເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງພຣະຜູ້ເປັນເຈົ້າທີ່ເຄາະປະຕູຂອງພວກເຮົາ ແລະ ກະແຈສໍາຄັນໃນການຕ້ອນຮັບການກັບມາຂອງພຣະຜູ້ເປັນເຈົ້າກໍຄືການສາມາດໄດ້ຍິນສຽງຂອງພຣະເຈົ້າ. ໃນທີ່ສຸດ ເມື່ອອາຈານ ຊາງໄດ້ຍິນສຽງຂອງພຣະເຈົ້າໃນຂໍ້ພຣະທຳຂອງພຣະເຈົ້າອົງລິດທານຸພາບສູງສຸດ, ລາວກໍເປີດປະຕູສູ່ຫົວໃຈຂອງລາວ ແລະ ຕ້ອນຮັບການກັບມາຂອງພຣະຜູ້ເປັນເຈົ້າ.

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ