ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 3

25 ເດືອນທັນວາ 2025

ພຣະເຈົ້າບໍ່ມີເຈດຕະນາຮ້າຍຕໍ່ສິ່ງຖືກສ້າງ; ພຣະອົງພຽງແຕ່ປາຖະໜາທີ່ຈະປາບຊາຕານ. ພາລະກິດທັງໝົດຂອງພຣະອົງ ບໍ່ວ່າຈະເປັນການຕີສອນ ຫຼື ການພິພາກສາ ກໍແນໃສ່ຊາຕານ; ມັນຖືກປະຕິບັດເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນຂອງມະນຸດ, ທັງໝົດນີ້ກໍເພື່ອປາບຊາຕານ ແລະ ມັນມີຈຸດປະສົງດຽວ ນັ້ນກໍຄື ການເຮັດສົງຄາມກັບຊາຕານຈົນເຖິງທີ່ສຸດ! ພຣະເຈົ້າຈະບໍ່ພັກຜ່ອນຈັກເທື່ອຈົນກວ່າພຣະອົງຈະມີໄຊຊະນະເໜືອຊາຕານ! ພຣະອົງຈະພັກຜ່ອນພຽງແຕ່ເມື່ອພຣະອົງໄດ້ປາບຊາຕານແລ້ວ. ຍ້ອນພາລະກິດທັງໝົດທີ່ພຣະເຈົ້າປະຕິບັດນັ້ນແມ່ນແນໃສ່ຊາຕານ ແລະ ຍ້ອນຄົນທີ່ຖືກເຮັດໃຫ້ເສື່ອມຊາມນັ້ນຢູ່ພາຍໃຕ້ການຄວບຄຸມແຫ່ງອຳນາດຂອງຊາຕານ ແລະ ດຳລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ ເຊິ່ງຫາກປາສະຈາກການຕໍ່ສູ້ກັບຊາຕານ ແລະ ການທຳລາຍມັນ ຊາຕານຈະບໍ່ຍອມຜ່ອນຄາຍອິດທີພົນທີ່ມັນມີຕໍ່ຜູ້ຄົນເຫຼົ່ານີ້ ແລະ ພວກເຂົາກໍບໍ່ສາມາດຖືກຮັບໄດ້. ຖ້າພວກເຂົາບໍ່ໄດ້ຖືກຮັບ ມັນກໍຈະພິສູດວ່າ ຊາຕານຍັງບໍ່ທັນໄດ້ພ່າຍແພ້ເທື່ອ ແລະ ມັນຍັງບໍ່ໄດ້ຖືກປາບເທື່ອ. ດ້ວຍເຫດນັ້ນ ໃນແຜນການຄຸ້ມຄອງ 6.000 ປີ ຂອງພຣະອົງ ໃນລະຫວ່າງຂັ້ນຕອນທຳອິດ ພຣະອົງແມ່ນໄດ້ປະຕິບັດພາລະກິດແຫ່ງພຣະບັນຍັດ, ໃນລະຫວ່າງຂັ້ນຕອນທີສອງ ພຣະອົງແມ່ນໄດ້ປະຕິບັດພາລະກິດຂອງຍຸກແຫ່ງພຣະຄຸນ ນັ້ນກໍຄື ພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນ ແລະ ໃນລະຫວ່າງຂັ້ນຕອນທີສາມ ພຣະອົງແມ່ນໄດ້ປະຕິບັດພາລະກິດແຫ່ງການເອົາຊະນະມະນຸດ. ທຸກພາລະກິດແມ່ນແນໃສ່ຂອບເຂດທີ່ຊາຕານເຮັດໃຫ້ມະນຸດຊາດເສື່ອມຊາມ, ທຸກພາລະກິດແມ່ນເພື່ອປາບຊາຕານ ແລະ ແຕ່ລະຂັ້ນຕອນທຸກຢ່າງແມ່ນເພື່ອປາບຊາຕານ. ແກ່ນແທ້ຂອງພາລະກິດ 6.000 ປີແຫ່ງການຄຸ້ມຄອງຂອງພຣະເຈົ້າແມ່ນສົງຄາມຕໍ່ສູ້ກັບມັງກອນແດງໃຫຍ່ ແລະ ພາລະກິດແຫ່ງການຄຸ້ມຄອງມະນຸດຊາດກໍແມ່ນພາລະກິດໃນການປາບຊາຕານເຊັ່ນດຽວກັນ ແລະ ເປັນພາລະກິດແຫ່ງການເຮັດສົງຄາມກັບຊາຕານ. ພຣະເຈົ້າເຮັດສົງຄາມເປັນເວລາ 6.000 ປີ ແລະ ດ້ວຍເຫດນັ້ນກໍປະຕິບັດພາລະກິດເປັນເວລາ 6.000 ປີ ເພື່ອນໍາມະນຸດສູ່ອານາຈັກໃໝ່ໃນທີ່ສຸດ. ເມື່ອຊາຕານພ່າຍແພ້ ມະນຸດຈະຖືກປົດປ່ອຍຢ່າງສົມບູນ. ນີ້ບໍ່ແມ່ນແນວທາງຂອງພາລະກິດຂອງພຣະເຈົ້າໃນປັດຈຸບັນບໍ? ນີ້ຄືແນວທາງຂອງພາລະກິດໃນປັດຈຸບັນຢ່າງແນ່ນອນ ນັ້ນກໍຄື ການປົດປ່ອຍຢ່າງສົມບູນ ແລະ ການເຮັດໃຫ້ມະນຸດເປັນອິດສະຫຼະ ເພື່ອເຂົາຈະບໍ່ຖືກຈໍາກັດໂດຍລະບຽບໃດ ຫຼື ຖືກຈຳກັດໂດຍຂໍ້ຜູກມັດ ຫຼື ຂໍ້ຈຳກັດອື່ນໆ. ທຸກພາລະກິດຖືກປະຕິບັດໂດຍສອດຄ່ອງກັບວຸດທິພາວະຂອງພວກເຈົ້າ ແລະ ໂດຍສອດຄ່ອງກັບຄວາມຕ້ອງການຂອງພວກເຈົ້າ ເຊິ່ງໝາຍຄວາມວ່າ ພວກເຈົ້າຖືກຈັດກຽມດ້ວຍທຸກສິ່ງຢ່າງທີ່ພວກເຈົ້າສາມາດເຮັດໃຫ້ສຳເລັດໄດ້. ເຊິ່ງມັນບໍ່ແມ່ນກໍລະນີດຽວກັນກັບ “ການໄລ່ເປັດໃຫ້ຂຶ້ນງ່າໄມ້” ໂດຍບັງຄັບພວກເຈົ້າທຸກສິ່ງ; ກົງກັນຂ້າມ ທຸກພາລະກິດນີ້ແມ່ນຖືກປະຕິບັດໂດຍສອດຄ່ອງກັບຄວາມຕ້ອງການທີ່ແທ້ຈິງຂອງພວກເຈົ້າ. ແຕ່ລະຂັ້ນຕອນຂອງພາລະກິດແມ່ນສອດຄ່ອງກັບຄວາມຕ້ອງການ ແລະ ສິ່ງທີ່ຮຽກຮ້ອງຈາກມະນຸດທີ່ແທ້ຈິງ; ແຕ່ລະຂັ້ນຕອນຂອງພາລະກິດແມ່ນເພື່ອປາບຊາຕານ. ໃນຄວາມຈິງແລ້ວ ບໍ່ມີອຸປະສັກກັ້ນລະຫວ່າງພຣະຜູ້ສ້າງ ແລະ ສິ່ງຖືກສ້າງຂອງພຣະອົງໃນຕອນເລີ່ມຕົ້ນ. ອຸປະສັກທັງໝົດແມ່ນເກີດຂຶ້ນຈາກຊາຕານ. ມະນຸດບໍ່ສາມາດເຫັນ ຫຼື ສຳຜັດຫຍັງເລີຍ ຍ້ອນການລົບກວນຂອງຊາຕານ ແລະ ຄວາມເສື່ອມຊາມຂອງມະນຸດ. ມະນຸດເປັນເຫຍື່ອ ທີ່ຖືກລໍ້ລວງ. ເມື່ອຊາຕານພ່າຍແພ້ ສິ່ງຖືກສ້າງຈະເຫັນພຣະຜູ້ສ້າງ ແລະ ພຣະຜູ້ສ້າງຈະເຝົ້າເບິ່ງສິ່ງຖືກສ້າງ ແລະ ສາມາດນໍາພາພວກເຂົາດ້ວຍຕົວພຣະອົງເອງ. ມີພຽງແຕ່ສິ່ງນີ້ທີ່ເປັນຊີວິດທີ່ມະນຸດຄວນມີຢູ່ເທິງແຜ່ນດິນໂລກ. ດ້ວຍເຫດນັ້ນ ພາລະກິດຫຼັກໆຂອງພຣະເຈົ້າແມ່ນເພື່ອເອົາຊະນະຊາຕານ ແລະ ເມື່ອຊາຕານພ່າຍແພ້ ທຸກສິ່ງກໍຈະຖືກແກ້ໄຂ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ