ເພງຄຣິດສະຕຽນ “ເວລາທີ່ເສຍໄປຈະບໍ່ກັບຄືນມາອີກ”

26 ເດືອນສິງຫາ 2021

ຈົ່ງຕື່ນຂຶ້ນມາ, ອ້າຍນ້ອງເອີຍ! ຈົ່ງຕື່ນຂຶ້ນມາ, ເອື້ອຍນ້ອງເອີຍ!

ມື້ຂອງພຣະເຈົ້າຈະບໍ່ຊັກຊ້າ

ເວລາຄືຊີວິດ ແລະ ການຄວ້າເອົາເວລາແມ່ນການຊ່ວຍຊີວິດ!

ເວລານັ້ນບໍ່ໄດ້ຢູ່ຫ່າງໄກເລີຍ!

ຖ້າພວກເຈົ້າສອບເສັງເຂົ້າວິທະຍາໄລ ແລະ ພວກເຈົ້າເສັງບໍ່ຜ່ານ

ພວກເຈົ້າກໍສາມາດລອງໃໝ່ ແລະ ເສັງຄືນ.

ຢ່າງໃດກໍຕາມ, ມື້ຂອງພຣະເຈົ້າຈະບໍ່ມີຄວາມຊັກຊ້າດັ່ງກ່າວ.

ຈົ່ງຈື່ໄວ້! ຈົ່ງຈື່ໄວ້! ພຣະເຈົ້າຂໍຊຸກຍູ້ເຈົ້າດ້ວຍພຣະທໍາທີ່ດີເຫຼົ່ານີ້.

ຈຸດຈົບຂອງໂລກຈະຖືກເປີດເຜີຍຕໍ່ສາຍຕາພວກເຈົ້າ

ໄພທີ່ຮ້າຍແຮງຄືບຄານເຂົ້າມາໃກ້ຢ່າງໄວວາ

ຊີວິດຂອງພວກເຈົ້າມີຄວາມສໍາຄັນບໍ

ຫຼື ການນອນ, ການກິນ, ການດື່ມ ແລະ

ເຄື່ອງນຸ່ງຮົ່ມຂອງພວກເຈົ້າມີຄວາມສໍາຄັນກວ່າ?

ມັນເຖິງເລວາແລ້ວທີ່ພວກເຈົ້າຕ້ອງພິຈາລະນາສິ່ງເຫຼົ່ານີ້.

ຈັ່ງແມ່ນເປັນຕາສົງສານແທ້ເດ! ຈັ່ງແມ່ນທຸກຍາກ!

ຈັ່ງແມ່ນຕາບອດ! ມະນຸດຈັ່ງແມ່ນໂຫດຮ້າຍ!

ເຈົ້າເຮັດຕິບໍ່ໄດ້ຍິນພຣະທໍາຂອງພຣະເຈົ້າ.

ພຣະເຈົ້າກໍາລັງເວົ້າກັບພວກເຈົ້າໂດຍບໍ່ມີປະໂຫຍດຫຍັງບໍ?

ເປັນຫຍັງພວກເຈົ້າຄືຍັງເມີນເສີຍກັນຢູ່?

ເປັນຫຍັງຄືເປັນແນວນັ້ນ?

ພວກເຈົ້າບໍ່ເຄີຍຄິດກ່ຽວກັບສິ່ງນັ້ນມາກ່ອນບໍ?

ພຣະເຈົ້າກໍາລັງເວົ້າສິ່ງເຫຼົ່ານີ້ເພື່ອໃຜ?

ຈົ່ງເຊື່ອໃນຕົວພຣະເຈົ້າ!

ພຣະເຈົ້າຄືພຣະຜູ້ຊ່ວຍໃຫ້ພວກເຈົ້າປອດໄພ!

ພຣະເຈົ້າຄືພຣະຜູ້ຊົງລິດທານຸພາບສູງສຸດຂອງພວກເຈົ້າ!

ຈົ່ງເຝົ້າເບິ່ງ! ຈົ່ງເຝົ້າເບິ່ງ! ຈົ່ງຈື່ໄວ້ວ່າ

ເວລາທີ່ເສຍໄປຈະບໍ່ມີວັນກັບຄືນມາອີກຄັ້ງ!

ໃນແຜ່ນດິນໂລກນີ້ແມ່ນບໍ່ມີບ່ອນທີ່ຈະໃຫ້ເຈົ້າສາມາດຊື້ຢາທີ່

ຈະມາບັນເທົາຄວາມເສຍໃຈໄດ້!

ແລ້ວພຣະເຈົ້າຈະເວົ້າສິ່ງດັ່ງກ່າວນີ້ກັບພວກເຈົ້າແນວໃດດີ?

ພຣະທໍາຂອງພຣະເຈົ້າແມ່ນບໍ່ຄູ່ຄວນໃຫ້ພວກເຈົ້າພິຈາລະນາ

ຢ່າງຮອບຄອບ ແລະ ໄຕ່ຕອງຢ່າງຊໍ້າໄປຊໍ້າມາເລີຍບໍ?

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ