ຊຸດຄຳເທດສະໜາ: ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ|"ເປັນຫຍັງພຣະເຈົ້າຈຶ່ງເຮັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ?"

10 ເດືອນເມສາ 2023

ໄພພິບັດກຳລັງຮຸນແຮງຂຶ້ນ ແລະ ຜູ້ທີ່ມີຄວາມເຊື່ອທຸກຄົນກໍລໍຄອຍຢ່າງກະຕືລືລົ້ນເຖິງການມາເຖິງຂອງອົງພຣະເຢຊູເຈົ້າ, ການຖືກຍົກຂຶ້ນສູ່ອາກາດເພື່ອພົບກັບພຣະຜູ້ເປັນເຈົ້າ ແລະ ການຫຼົບໜີຈາກຄວາມທຸກຈາກໄພພິບັດເຫຼົ່ານີ້ໃຫ້ໄວເທົ່າທີ່ເປັນໄປໄດ້. ແຕ່ແມ່ນແຕ່ມື້ນີ້ ພວກເຂົາຍັງບໍ່ໄດ້ເຫັນອົງພຣະເຢຊູເຈົ້າລົງມາເທິງກ້ອນເມກ ເຊິ່ງໄດ້ເຮັດໃຫ້ຫຼາຍຄົນຜິດຫວັງ. ເຖິງຢ່າງໃດກໍຕາມ, ມັນເຮັດໃຫ້ຜູ້ຄົນປະຫຼາດໃຈວ່າແທນທີ່ຈະຕ້ອນຮັບການມາເຖິງຂອງອົງພຣະເຢຊູເຈົ້າເທິງກ້ອນເມກ, ພວກເຂົາພັດເຫັນສາຍຟ້າແມບເຫຼື້ອມຈາກທິດຕາເວັນອອກເປັນພະຍານຊໍ້າແລ້ວຊໍ້າອີກເຖິງການກັບຄືນມາຂອງພຣະຜູ້ເປັນເຈົ້າໃນນາມພຣະເຈົ້າອົງຊົງລິດທານຸພາບສູງສຸດ ຜູ້ທີ່ໄດ້ກ່າວຄວາມຈິງ ແລະ ເຮັດພາລະກິດແຫ່ງການພິພາກສາ. ໜັງສືພຣະທຳປາກົດໃນຮ່າງກາຍທີ່ຖືກກ່າວໂດຍພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ສ່ອງແສງຄືກັບແສງສະຫວ່າງທີ່ແທ້ຈິງຈາກທິດຕາເວັນອອກສູ່ທິດຕາເວັນຕົກ, ເປັ່ງປະກາຍທົ່ວໂລກ ແລະ ຄົນທີ່ຮັກຄວາມຈິງ ແລະ ປາຖະໜາຫາການປາກົດຕົວຂອງພຣະເຈົ້າກໍມາສູ່ແສງສະຫວ່າງ, ໄດ້ຍິນສຽງຂອງພຣະເຈົ້າ ແລະ ເຂົ້າຮ່ວມງານລ້ຽງແຕ່ງດອງຂອງພຣະເມສານ້ອຍ. ຂໍ້ແທ້ຈິງເຫຼົ່ານີ້ໄດ້ເຮັດໃຫ້ທຸກຄົນປະຫຼາດໃຈ: ສາຍຟ້າແມບເຫຼື້ອມຈາກທິດຕາເວັນອອກຄືການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າແທ້ໆບໍ? ມັນເປັນໄປໄດ້ບໍວ່າພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຄືສຽງຂອງພຣະຜູ້ສ້າງທີ່ກຳລັງເວົ້າກັບມະນຸດຊາດ? ເປັນຫຍັງພຣະເຈົ້າຈຶ່ງເຮັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ? ພວກເຮົາໄດ້ຮັບການອະໄພຄວາມຜິດບາບຂອງພວກເຮົາ ແລະ ພຣະເຈົ້າໄດ້ເຮັດໃຫ້ພວກເຮົາຊອບທຳ, ສະນັ້ນ ເປັນຫຍັງພວກເຮົາຈຶ່ງຈຳເປັນຕ້ອງປະສົບກັບການພິພາກສາ ແລະ ການຂ້ຽນຕີ? ໃນຕອນນີ້ຂອງລາຍການການສະແຫວງຫາຄວາມເຊື່ອທີ່ແທ້ຈິງ, ພວກເຮົາສາມາດລົງເລິກໃນສິ່ງນີ້ຮ່ວມກັນ ແລະ ຮຽນຮູ້ເພີ່ມເຕີມກ່ຽວກັບຄວາມໝາຍຂອງພາລະກິດແຫ່ງການພິພາກສາຂອງພຣະເຈົ້າ.

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ