ຊຸດຄຳເທດສະໜາ: ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ | “ເປັນຫຍັງພຣະເຈົ້າທີ່ບັງເກີດເປັນມະນຸດແຫ່ງຍຸກສຸດທ້າຍຈຶ່ງເປັນແມ່ຍິງ?”

14 ເດືອນກັນຍາ 2023

ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະຄຣິດແຫ່ງຍຸກສຸດທ້າຍ ໄດ້ສະແດງຄວາມຈິງຫຼາຍຢ່າງ ແລະ ໄດ້ສັ່ນສະເທືອນໄປທົ່ວໂລກ. ໃນຂະນະທີ່ພວກເຂົາສືບຄົ້ນຫາຫົນທາງທີ່ແທ້ຈິງ, ຫຼາຍຄົນກໍເຫັນວ່າພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດມີສິດອຳນາດ, ມີລິດອຳນາດ ແລະ ເປັນຄວາມຈິງ ແລະ ພວກເຂົາໝັ້ນໃຈ ແຕ່ເມື່ອພວກເຂົາໄດ້ຍິນວ່າພຣະຄຣິດແຫ່ງຍຸກສຸດທ້າຍເປັນແມ່ຍິງ, ພວກເຂົາກໍປະຕິເສດທີ່ຈະຍອມຮັບພຣະອົງ. ພວກເຂົາເຊື່ອວ່າພຣະເຢຊູເຈົ້າເປັນຜູ້ຊາຍ ແລະ ພຣະວິນຍານບໍລິສຸດຍັງເປັນພະຍານວ່າພຣະເຢຊູເຈົ້າເປັນ “ພຣະບຸດອັນເປັນທີ່ຮັກ”. ສະນັ້ນ ພວກເຂົາຈຶ່ງຄິດວ່າພຣະຜູ້ເປັນເຈົ້າຈະເປັນຜູ້ຊາຍຢ່າງແນ່ນອນ ເມື່ອພຣະອົງສະເດັດມາອີກຄັ້ງ ແລະ ມັນເປັນໄປບໍ່ໄດ້ແທ້ໆທີ່ພຣະອົງຈະເປັນແມ່ຍິງ. ມຸມມອງນີ້ສອດຄ່ອງກັບຄຳທຳນາຍໃນພຣະຄຳພີບໍ? ມີພື້ນຖານໃນພຣະທຳຂອງພຣະເຈົ້າບໍ? ພຣະເຢຊູເຈົ້າເວົ້າບໍວ່າພຣະອົງຈະເປັນຜູ້ຊາຍ ຫຼື ເປັນແມ່ຍິງ ເມື່ອພຣະອົງກັບຄືນມາ? ບໍ່ໄດ້ເວົ້າຢ່າງແນ່ນອນ. ສະນັ້ນ ເປັນຫຍັງພຣະເຈົ້າທີ່ບັງເກີດເປັນມະນຸດໃນຍຸກສຸດທ້າຍຈຶ່ງເປັນແມ່ຍິງ ແລະ ບໍ່ແມ່ນຜູ້ຊາຍ? ຕອນນີ້ທີ່ມີຊື່ວ່າ ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ ຈະຊີ້ນໍາເຈົ້າເພື່ອໃຫ້ເຂົ້າໃຈຄວາມຈິງ ແລະ ເຂົ້າໃຈການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ.

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ