ເພງຄຣິດສະຕຽນ “ພຣະເຈົ້າພິພາກສາ ແລະ ເຮັດໃຫ້ມະນຸດສົມບູນດ້ວຍພຣະທຳໃນຍຸກສຸດທ້າຍຂອງພຣະອົງ”

24 ເດືອນທັນວາ 2021

ພຣະເຈົ້າທີ່ບັງເກີດເປັນມະນຸດໃນຍຸກສຸດທ້າຍ

ແມ່ນມາເພື່ອກ່າວພຣະທຳຂອງພຣະອົງໂດຍສະເພາະ,

ເພື່ອອະທິບາຍທຸກສິ່ງທີ່ຈຳເປັນຕໍ່ຊີວິດຂອງມະນຸດ,

ເພື່ອຊີ້ໃຫ້ເຫັນສິ່ງທີ່ມະນຸດສົມຄວນເຂົ້າຫາ,

ເພື່ອສະແດງການກະທຳຂອງພຣະເຈົ້າໃຫ້ມະນຸດເຫັນ

ແລະ ເພື່ອສະແດງສະຕິປັນຍາ, ລິດອຳນາດທີ່ຍິ່ງໃຫຍ່

ແລະ ຄວາມອັດສະຈັນຂອງພຣະເຈົ້າໃຫ້ກັບມະນຸດ.

ຜ່ານຫຼາກຫຼາຍວິທີທີ່ພຣະເຈົ້າກ່າວ

ມະນຸດຈະໄດ້ເຫັນຄວາມລໍ້າເລີດຂອງພຣະເຈົ້າ,

ຄວາມຍິ່ງໃຫຍ່ຂອງພຣະເຈົ້າ

ແລະ ນອກເໜືອໄປກວ່ານັ້ນມະນຸດຈະໄດ້ເຫັນຄວາມຖ່ອມຕົວ

ແລະ ຄວາມລີ້ລັບຂອງພຣະເຈົ້າ.

ມະນຸດຈະໄດ້ເຫັນຄວາມຍິ່ງໃຫຍ່ຂອງພຣະເຈົ້າ,

ເຫັນການຖ່ອມຕົວ, ຄວາມລີ້ລັບ

ແລະ ຄວາມເປັນທໍາມະດາສາມັນຂອງພຣະອົງ.

ພຣະທຳບາງຂໍ້ຂອງພຣະອົງແມ່ນ

ກ່າວອອກມາຈາກມຸມມອງຂອງພຣະວິນຍານໂດຍກົງ,

ພຣະທຳບາງຂໍ້ຂອງພຣະອົງແມ່ນ

ກ່າວອອກມາຈາກມຸມມອງຂອງມະນຸດໂດຍກົງ

ແລະ ພຣະທຳບາງຂໍ້ຂອງພຣະອົງແມ່ນ

ກ່າວອອກມາຈາກມຸມມອງຂອງບຸກຄົນທີສາມ.

ດ້ວຍສິ່ງນີ້ ສາມາດເຫັນໄດ້ວ່າ

ວິທີການຂອງພາລະກິດຂອງພຣະເຈົ້າ

ແຕກຕ່າງກັນຢ່າງໃຫຍ່ຫຼວງ

ແລະ ພຣະອົງເຮັດໃຫ້ມະນຸດ

ເຫັນຄວາມແຕກຕ່າງນັ້ນໂດຍຜ່ານພຣະທຳ.

ພາລະກິດທີ່ພຣະເຈົ້າໄດ້ປະຕິບັດໃນລະຫວ່າງຍຸກນີ້

ໂດຍສະເພາະຢ່າງຍິ່ງກໍແມ່ນ

ການສະໜອງພຣະທຳສຳລັບຊີວິດຂອງມະນຸດ,

ການເປີດໂປງອຸປະນິໄສທີ່ເສື່ອມຊາມຂອງມະນຸດ

ແລະ ທາດແທ້ແຫ່ງທຳມະຊາດຂອງມະນຸດ,

ການທຳລາຍແນວຄວາມຄິດທາງສາສະໜາ,

ຄວາມຄິດກ່ຽວກັບສັກດີນາ,

ຄວາມຄິດທີ່ລ້າສະໄໝ ເຊິ່ງລວມທັງຄວາມຮູ້

ແລະ ວັດທະນະທຳຂອງມະນຸດ.

ສິ່ງທັງໝົດນີ້ຕ້ອງຖືກປ່ອຍໄວ້ໃຫ້ວ່າງເປົ່າ

ແລະ ເຮັດໃຫ້ບໍລິສຸດໂດຍພຣະທຳຂອງພຣະເຈົ້າ.

ໃນຍຸກສຸດທ້າຍ ພຣະເຈົ້ານໍາໃຊ້ພຣະທຳ

ແລະ ບໍ່ແມ່ນໝາຍສຳຄັນ

ແລະ ສິ່ງອັດສະຈັນ ເພື່ອເຮັດໃຫ້ມະນຸດສົມບູນ.

ພຣະອົງນໍາໃຊ້ພຣະທຳຂອງພຣະອົງເພື່ອເປີດເຜີຍມະນຸດ,

ເພື່ອພິພາກສາມະນຸດ,

ເພື່ອລົງໂທດມະນຸດ ແລະ ເພື່ອເຮັດໃຫ້ມະນຸດສົມບູນ,

ພຣະອົງນໍາໃຊ້ພຣະທຳຂອງພຣະອົງເພື່ອເປີດເຜີຍມະນຸດ,

ເພື່ອພິພາກສາມະນຸດ,

ເພື່ອລົງໂທດມະນຸດ ແລະ ເພື່ອເຮັດໃຫ້ມະນຸດສົມບູນ,

ເພື່ອວ່າໃນພຣະທຳຂອງພຣະເຈົ້າ

ມະນຸດຈະໄດ້ເຫັນສະຕິປັນຍາ ແລະ ຄວາມງົດງາມຂອງພຣະເຈົ້າ

ແລະ ເຂົ້າໃຈຈິດໃຈຂອງພຣະເຈົ້າ.

ເພື່ອວ່າ ດ້ວຍພຣະທຳຂອງພຣະເຈົ້າ

ມະນຸດຈະເຫັນການກະທຳຂອງພຣະເຈົ້າ.

ໃນລະຫວ່າງຍຸກສຸດທ້າຍ ສ່ວນຫຼາຍ

ພຣະເຈົ້າປະສົງທີ່ຈະເຮັດສໍາເລັດຂັ້ນຕອນ

ພາລະກິດຂອງພຣະທຳທີ່ປາກົດໃນເນື້ອໜັງມະນຸດ

ແລະ ນີ້ຄືສ່ວນໜຶ່ງຂອງແຜນການຄຸ້ມຄອງຂອງພຣະເຈົ້າ.

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ