ເພງຄຣິດສະຕຽນ “ໃນຍຸກແຫ່ງລາຊະອານາຈັກ ພຣະເຈົ້າເຮັດໃຫ້ມະນຸດສົມບູນດ້ວຍພຣະທຳ”

22 ເດືອນມັງກອນ 2022

ໃນຍຸກນີ້ ພຣະເຈົ້າຈະນໍາເອົາຄວາມເປັນຈິງມາສູ່ບັນດາພວກເຈົ້າ

ເຊິ່ງມະນຸດທຸກຄົນຕ້ອງໃຊ້ຊີວິດຕາມພຣະທໍາຂອງພຣະເຈົ້າ,

ຕ້ອງສາມາດນໍາເອົາຄວາມຈິງມາປະຕິບັດ

ແລະ ຮັກພຣະເຈົ້າຢ່າງຈິງໃຈ.

ມະນຸດທຸກຄົນຕ້ອງໃຊ້ພຣະທໍາຂອງພຣະເຈົ້າເພື່ອເປັນພື້ນຖານ

ແລະ ເປັນໂລກແຫ່ງຄວາມຈິງຂອງພວກເຂົາ

ແລະ ມີຫົວໃຈທີ່ເຄົາລົບບູຊາຕໍ່ພຣະເຈົ້າ;

ແລະ ໂດຍຜ່ານການປະຕິບັດຕາມພຣະທໍາຂອງພຣະເຈົ້າ

ມະນຸດຈະໄດ້ຮັບອໍານາດແບບກະສັດ ຮ່ວມກັບພຣະເຈົ້າ.

ນີ້ແມ່ນພາລະກິດທີ່ພຣະເຈົ້າຈະບັນລຸຜົນ.

ພຣະເຈົ້າໃຊ້ພຣະທໍາເພື່ອປົກຄອງມະນຸດ,

ເຈົ້າຮູ້ສຶກດີ ຖ້າເຈົ້າກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ

ແລະ ຖ້າເຈົ້າບໍ່ເຮັດແບບນັ້ນ

ເຈົ້າກໍຈະບໍ່ມີເສັ້ນທາງທີ່ຈະເດີນຕາມ.

ພຣະທໍາຂອງພຣະເຈົ້າກາຍເປັນອາຫານຂອງມະນຸດ

ແລະ ພະລັງທີ່ຜັກດັນພວກເຂົາ.

ພຣະຄໍາພີໄດ້ກ່າວໄວ້ວ່າ

“ມະນຸດຈະບໍ່ລ້ຽງຊີວິດດ້ວຍອາຫານຢ່າງດຽວ

ແຕ່ດ້ວຍພຣະທຳທຸກຂໍ້ທີ່ອອກມາຈາກປາກຂອງພຣະເຈົ້າ”.

ນີ້ຄືພາລະກິດທີ່ພຣະເຈົ້າຈະນໍາມາສູ່ຄວາມສໍາເລັດໃນມື້ນີ້.

ພຣະອົງຈະບັນລຸຜົນຄວາມຈິງນີ້ໃນພວກເຈົ້າ.

ໃນຍຸກນີ້, ພຣະເຈົ້າ

ສ່ວນໃຫຍ່ແມ່ນໃຊ້ພຣະທໍາເພື່ອປົກຄອງທຸກສິ່ງ,

ປົກຄອງທຸກສິ່ງ.

ມະນຸດຖືກພິພາກສາ ແລະ

ເຮັດໃຫ້ສົມບູນແບບໂດຍຜ່ານພຣະທໍາຂອງພຣະເຈົ້າ

ແລ້ວສຸດທ້າຍກໍຖືກນໍາເຂົ້າສູ່ອານາຈັກ.

ມີພຽງພຣະທໍາຂອງພຣະເຈົ້າເທົ່ານັ້ນ

ທີ່ສາມາດສະໜອງຊີວິດຂອງມະນຸດ

ແລະ ມີພຽງພຣະທໍາຂອງພຣະເຈົ້າເທົ່ານັ້ນທີ່

ສາມາດໃຫ້ແສງສະຫວ່າງແກ່ມະນຸດ

ແລະ ເສັ້ນທາງເພື່ອປະຕິບັດ

ໂດຍສະເພາະໃນຍຸກແຫ່ງອານາຈັກ.

ພຽງແຕ່ເຈົ້າກິນ ແລະ ດື່ມພຣະທໍາຂອງພຣະອົງທຸກມື້

ໂດຍບໍ່ອອກຈາກໂລກແຫ່ງ

ຄວາມເປັນຈິງຂອງພຣະທໍາຂອງພຣະເຈົ້າ,

ພຣະເຈົ້າຈະສາມາດເຮັດໃຫ້ເຈົ້າສົມບູນແບບໄດ້.

ໂດຍບໍ່ອອກຈາກໂລກແຫ່ງ

ຄວາມເປັນຈິງຂອງພຣະທໍາຂອງພຣະເຈົ້າ,

ພຣະເຈົ້າຈະສາມາດເຮັດໃຫ້ເຈົ້າສົມບູນແບບໄດ້.

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ