ເພງຄຣິດສະຕຽນ “ເນື້ອໜັງ ແລະ ພຣະວິນຍານຂອງພຣະເຈົ້າມີລັກສະນະຄ້າຍຄືກັນໂດຍແກ່ນແທ້ແລ້ວ”

22 ເດືອນມັງກອນ 2022

ເນື້ອໜັງທີ່ພຣະວິນຍານຂອງພຣະເຈົ້າ

ສະຖິດຢູ່ແມ່ນເນື້ອໜັງຂອງພຣະເຈົ້າເອງ.

ພຣະວິນຍານຂອງພຣະເຈົ້າສູງສຸດ;

ພຣະອົງຊົງລິດທານຸພາບສູງສຸດ, ບໍລິສຸດ ແລະ ຊອບທໍາ.

ໃນທໍານອງດຽວກັນນັ້ນ, ເນື້ອໜັງຂອງພຣະອົງກໍສູງສຸດ,

ຊົງລິດທານຸພາບສູງສຸດ, ບໍລິສຸດ ແລະ ຊອບທໍາເຊັ່ນກັນ.

ໃນທໍານອງດຽວກັນນັ້ນ, ເນື້ອໜັງຂອງພຣະອົງກໍສູງສຸດ,

ຊົງລິດທານຸພາບສູງສຸດ, ບໍລິສຸດ ແລະ ຊອບທໍາເຊັ່ນກັນ.

ເນື້ອໜັງດັ່ງກ່າວແມ່ນພຽງແຕ່ສາມາດເຮັດໃນສິ່ງທີ່ຊອບທໍາ

ແລະ ເປັນປະໂຫຍດແກ່ມະນຸດຊາດ,

ເຮັດໃນສິ່ງທີ່ບໍລິສຸດ, ມີສະຫງ່າລາສີ ແລະ ຍິ່ງໃຫຍ່;

ພຣະອົງບໍ່ສາມາດເຮັດສິ່ງທີ່ລະເມີດຄວາມຈິງ,

ລະເມີດສິນທໍາ ແລະ ຄວາມຍຸຕິທໍາ

ແລ້ວແຮງໄກທີ່ພຣະອົງຈະສາມາດເຮັດສິ່ງທີ່

ທໍລະຍົດພຣະວິນຍານຂອງພຣະເຈົ້າ.

ພຣະວິນຍານຂອງພຣະເຈົ້າບໍລິສຸດ

ແລະ ດ້ວຍເຫດນັ້ນ ເນື້ອໜັງຂອງພຣະອົງ

ຈຶ່ງບໍ່ສາມາດຖືກຊາຕານເຮັດໃຫ້ເສື່ອມຊາມ;

ເນື້ອໜັງຂອງພຣະອົງມີແກ່ນແທ້ທີ່

ແຕກຕ່າງຈາກເນື້ອໜັງຂອງມະນຸດ,

ແຕກຕ່າງຈາກເນື້ອໜັງຂອງມະນຸດ.

ຍ້ອນເປັນມະນຸດ ບໍ່ແມ່ນພຣະເຈົ້າ

ທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ;

ຊາຕານບໍ່ສາມາດເຮັດໃຫ້ເນື້ອໜັງຂອງພຣະເຈົ້າເສື່ອມຊາມໄດ້.

ສະນັ້ນ, ເຖິງວ່າມະນຸດ ແລະ

ພຣະຄຣິດຈະອາໄສຢູ່ພາຍໃນພື້ນທີ່ດຽວກັນ,

ມີພຽງແຕ່ມະນຸດເທົ່ານັ້ນທີ່

ຖືກຊາຕານຄອບງຳ, ນໍາໃຊ້ ແລະ ດັກຈັບ.

ໃນທາງກົງກັນຂ້າມ, ພຣະຄຣິດແມ່ນມີຄວາມແຂງແກ່ນຕໍ່

ຄວາມເສື່ອມຊາມຂອງຊາຕານຢູ່ຕະຫຼອດການ

ຍ້ອນວ່າ ຊາຕານຈະບໍ່ສາມາດຂຶ້ນໄປຢູ່ບ່ອນທີ່ສູງທີ່ສຸດຈັກເທື່ອ

ແລະ ຈະບໍ່ສາມາດຫຍັບເຂົ້າໃກ້ພຣະເຈົ້າໄດ້ຈັກເທື່ອ,

ແລະ ຈະບໍ່ສາມາດຫຍັບເຂົ້າໃກ້ພຣະເຈົ້າໄດ້ຈັກເທື່ອ.

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ