ເພງຄຣິດສະຕຽນ “ອຸປະນິໄສທີ່ຊອບທຳຂອງພຣະເຈົ້າເປັນເອກະລັກ”

17 ເດືອນມີນາ 2022

ພຣະຜູ້ສ້າງສະແດງອຸປະນິໄສທີ່

ຊອບທຳຂອງພຣະອົງຜ່ານວິທີການ

ແລະ ຫຼັກການທີ່ເປັນເອກະລັກຂອງພຣະອົງເອງ

ແລະ ພຣະອົງບໍ່ໄດ້ຂຶ້ນກັບການຄວບຄຸມ ຫຼື ຂໍ້ຈຳກັດທີ່ຜູ້ຄົນ

ເຫດການ ຫຼື ສິ່ງໃດກຳນົດຂຶ້ນມາ.

ດ້ວຍອຸປະນິໄສທີ່ເປັນເອກະລັກນີ້

ບໍ່ມີຜູ້ໃດສາມາດປ່ຽນຄວາມຄິດ ແລະ ແນວຄິດຂອງພຣະອົງໄດ້

ຫຼື ບໍ່ມີຜູ້ໃດສາມາດຊັກຈູງພຣະອົງ

ແລະ ປ່ຽນແປງການຕັດສິນໃຈຂອງພຣະອົງໄດ້.

ພຶດຕິກຳ ແລະ ຄວາມຄິດທັງໝົດທີ່ມີຢູ່ໃນ

ການສ້າງທັງໝົດແມ່ນຢູ່ພາຍໃຕ້ການພິພາກສາ

ຂອງອຸປະນິໄສອັນຊອບທຳຂອງພຣະອົງ.

ບໍ່ມີຜູ້ໃດສາມາດຄວບຄຸມຄວາມໂກດຮ້າຍ

ຫຼື ຄວາມເມດຕາຂອງພຣະອົງໄດ້

ມີພຽງແຕ່ທາດແທ້ຂອງພຣະຜູ້ສ້າງເທົ່ານັ້ນ

ຫຼື ເວົ້າອີກຢ່າງໜຶ່ງກໍຄື ອຸປະນິໄສທີ່ຊອບທຳຂອງພຣະຜູ້ສ້າງເທົ່ານັ້ນ

ທີ່ສາມາດຕັດສິນໃຈກ່ຽວກັບສິ່ງນີ້ໄດ້.

ສິ່ງດັ່ງກ່າວແມ່ນທຳມະຊາດທີ່ເປັນເອກະລັກແຫ່ງ

ອຸປະນິໄສອັນຊອບທຳຂອງພຣະຜູ້ສ້າງ!

ອຸປະນິໄສທີ່ຊອບທຳຂອງພຣະເຈົ້າບໍລິສຸດ

ບໍ່ອົດທົນເມື່ອຖືກທ້າທາຍ

ຫຼື ເມື່ອຖືກສອບຖາມ

ມັນແມ່ນສິ່ງທີ່ບໍ່ມີຜູ້ໃດທ່າມກາງສິ່ງຖືກສ້າງ

ຫຼື ບໍ່ຖືກສ້າງຄອບຄອງໄດ້.

ມັນທັງເປັນເອກະລັກ ແລະ ພິເສດຕໍ່ພຣະເຈົ້າ.

ນີ້ໝາຍຄວາມວ່າ ຄວາມໂກດຮ້າຍຂອງພຣະເຈົ້າບໍລິສຸດ

ແລະ ບໍ່ສາມາດລ່ວງເກີນໄດ້.

ອີກດ້ານໜຶ່ງຂອງອຸປະນິໄສທີ່ຊອບທຳຂອງພຣະເຈົ້າ

ກໍຄືຄວາມເມດຕາຂອງພຣະເຈົ້າທີ່ບໍລິສຸດ

ແລະ ບໍ່ສາມາດລ່ວງເກີນໄດ້.

ບໍ່ມີຜູ້ໃດໃນບັນດາສິ່ງຖືກສ້າງ ຫຼື ບໍ່ຖືກສ້າງ

ສາມາດແທນທີ່ ຫຼື ເປັນຕົວແທນໃຫ້

ກັບພຣະເຈົ້າໃນການກະທຳຂອງພຣະອົງ

ຫຼື ບໍ່ມີຜູ້ໃດສາມາດແທນທີ່

ຫຼື ເປັນຕົວແທນໃຫ້ກັບພຣະອົງໃນການທຳລາຍເມືອງໂຊໂດມ

ຫຼື ການຊ່ວຍເມືອງນີນາເວໃຫ້ລອດພົ້ນ.

ນີ້ແມ່ນການສະແດງອອກເຖິງອຸປະນິໄສຊອບທຳທີ່

ເປັນເອກະລັກຂອງພຣະເຈົ້າຢ່າງແທ້ຈິງ.

ນີ້ແມ່ນການສະແດງອອກເຖິງອຸປະນິໄສຊອບທຳທີ່

ເປັນເອກະລັກຂອງພຣະເຈົ້າຢ່າງແທ້ຈິງ.

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ