ເພງຄຣິດສະຕຽນ “ພຣະທຳຂອງພຣະເຈົ້າແມ່ນຄວາມຈິງທີ່ບໍ່ປ່ຽນແປງຕະຫຼອດການ”

16 ເດືອນມີນາ 2022

ພຣະທຳຂອງພຣະເຈົ້າເປັນຄວາມຈິງທີ່ບໍ່ປ່ຽນແປງຕະຫຼອດໄປ.

ພຣະເຈົ້າເປັນຜູ້ໃຫ້ຊີວິດແກ່ມະນຸດ

ແລະ ເປັນຜູ້ນໍາພາໜຶ່ງດຽວສຳລັບມະນຸດຊາດ.

ຄຸນຄ່າ ແລະ ຄວາມໝາຍຂອງພຣະທຳຂອງພຣະເຈົ້າ

ບໍ່ໄດ້ຖືກກຳນົດຂຶ້ນໂດຍອີງຕາມວ່າມະນຸດຊາດຮັບຮູ້

ຫຼື ຍອມຮັບພຣະທຳເຫຼົ່ານີ້ ຫຼື ບໍ່

ແຕ່ອີງຕາມແກ່ນແທ້ຂອງພຣະທຳເອງ.

ເຖິງແມ່ນວ່າ ບໍ່ມີຜູ້ໃດເທິງແຜ່ນດິນໂລກນີ້

ຈະສາມາດຮັບພຣະທຳຂອງພຣະເຈົ້າໄດ້ກໍຕາມ

ແຕ່ຄຸນຄ່າຂອງພຣະທຳຂອງພຣະເຈົ້າ

ແລະ ຄວາມຊ່ວຍເຫຼືອຂອງພວກມັນ

ທີ່ມີຕໍ່ມະນຸດຊາດບໍ່ອາດສາມາດປະເມີນໄດ້ໂດຍມະນຸດ.

ດັ່ງນັ້ນ ເມື່ອຜະເຊີນກັບມະນຸດຫຼາຍຄົນທີ່ກະບົດ

ໂຕ້ແຍ້ງ ຫຼື ດູຖູກພຣະທຳຂອງພຣະເຈົ້າຢ່າງສິ້ນເຊີງ

ທ່າທີຂອງພຣະເຈົ້າຄືສິ່ງນີ້ເທົ່ານັ້ນ

ໃຫ້ເວລາ ແລະ ຄວາມຈິງເປັນພະຍານຂອງພຣະອົງ

ແລະ ສະແດງໃຫ້ເຫັນວ່າພຣະທຳຂອງພຣະເຈົ້າ

ແມ່ນຄວາມຈິງ, ແນວທາງ ແລະ ຊີວິດ.

ໃຫ້ພຣະທຳຂອງພຣະເຈົ້າສະແດງໃຫ້ເຫັນວ່າ

ທຸກສິ່ງທີ່ພຣະອົງກ່າວແມ່ນຖືກຕ້ອງ

ມັນເປັນສິ່ງທີ່ມະນຸດຄວນປະກອບມີ

ແລະ ຍິ່ງໄປກວ່ານັ້ນ ແມ່ນເປັນສິ່ງທີ່ມະນຸດຄວນຍອມຮັບ.

ພຣະເຈົ້າຈະໃຫ້ທຸກຄົນທີ່ຕິດຕາມພຣະອົງຮູ້ຈັກເຖິງຄວາມຈິງນີ້

ຄົນທີ່ບໍ່ສາມາດຍອມຮັບພຣະທຳຂອງພຣະເຈົ້າ

ຢ່າງເຕັມເມັດເຕັມໜ່ວຍ

ຄົນທີ່ບໍ່ສາມາດນໍາພຣະທຳຂອງພຣະເຈົ້າໄປປະຕິບັດຕົວຈິງ

ຄົນທີ່ບໍ່ສາມາດຄົ້ນພົບຈຸດປະສົງໃນພຣະທຳຂອງພຣະເຈົ້າ ແລະ

ຄົນທີ່ບໍ່ສາມາດຮັບເອົາຄວາມລອດພົ້ນ

ຍ້ອນພຣະທຳຂອງພຣະເຈົ້າ

ແມ່ນຄົນທີ່ຖືກພຣະທຳຂອງພຣະເຈົ້າລົງໂທດ

ແລະ ຍິ່ງໄປກວ່ານັ້ນ ແມ່ນເປັນຄົນທີ່

ໄດ້ສູນເສຍຄວາມລອດພົ້ນຂອງພຣະເຈົ້າ

ແລະ ຄ້ອນເລັກຂອງພຣະເຈົ້າຈະບໍ່ມີວັນຢູ່ໄກຈາກພວກເຂົາເລີຍ.

ໃຫ້ເວລາ ແລະ ຄວາມຈິງເປັນພະຍານຂອງພຣະອົງ

ແລະ ສະແດງໃຫ້ເຫັນວ່າພຣະທຳຂອງພຣະເຈົ້າ

ແມ່ນຄວາມຈິງ, ແນວທາງ ແລະ ຊີວິດ.

ໃຫ້ເວລາ ແລະ ຄວາມຈິງເປັນພະຍານຂອງພຣະອົງ

ແລະ ສະແດງໃຫ້ເຫັນວ່າພຣະທຳຂອງພຣະເຈົ້າ

ແມ່ນຄວາມຈິງ, ແນວທາງ ແລະ ຊີວິດ

ແມ່ນຄວາມຈິງ, ແນວທາງ ແລະ ຊີວິດ.

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ