ເພງຄຣິດສະຕຽນ “ພຣະເຈົ້າປາຖະໜາທີ່ຈະຊ່ວຍມະນຸດໃຫ້ລອດພົ້ນໃຫ້ຫຼາຍທີ່ສຸດເທົ່າທີ່ເປັນໄປໄດ້”

30 ເດືອນພຶດສະພາ 2023

ໃນຂະນະທີ່ພາລະກິດແຫ່ງການໄຖ່ບາບຂອງພຣະເຈົ້າ,

ບັນດາຜູ້ທີ່ສາມາດຖືກຊ່ວຍໃຫ້ລອດພົ້ນທັງໝົດ ຈະຖືກຊ່ວຍໃຫ້ລອດຈົນເຖິງທີ່ສຸດ,

ບໍ່ມີໃຜໃນພວກເຂົາທີ່ຈະຖືກປະຖິ້ມ.

ໃນລະຫວ່າງການໄຖ່ບາບມະນຸດຂອງພຣະເຈົ້າ, ບັນດາຜູ້ທີ່ບໍ່ສາມາດບັນລຸ ການປ່ຽນແປງນິໄສຂອງພວກເຂົາ

ແລະ ບັນດາຜູ້ທີ່ບໍ່ສາມາດ ເຊື່ອຟັງພຣະເຈົ້າໄດ້ຢ່າງສົມບູນທັງໝົດ,

ຈະກາຍເປັນຜູ້ທີ່ຖືກລົງໂທດທັງໝົດ.

ແຕ່ລະຄົນທີ່ຍອມຮັບການເອົາຊະນະ ດ້ວຍພຣະທຳຂອງພຣະເຈົ້າກໍ່ຈະມີໂອກາດພຽງພໍ ເພື່ອຄວາມລອດພົ້ນ.

ການຊ່ວຍຄົນເຫຼົ່ານີ້ໃຫ້ລອດພົ້ນ

ຄວາມເມດຕາ ແລະ ຄວາມອົດກັ້ນທີ່ສຸດຂອງພຣະອົງ.

ຕາບໃດທີ່ຄົນຫັນຫຼັງໃຫ້ກັບເສັ້ນທາງທີ່ຜິດ,

ຕາບໃດທີ່ຄົນສາມາດກັບໃຈ, ພຣະເຈົ້າກໍ່ຈະມອບໂອກາດໃຫ້ພວກເຂົາ ໄດ້ຮັບຄວາມລອດພົ້ນຈາກພຣະອົງ.

ໃນຂັ້ນຕອນນີ້ຂອງພາລະກິດ,

ພາລະກິດແຫ່ງພຣະທຳຈະເປີດເຜີຍ ໃຫ້ກັບມະນຸດທຸກເສັ້ນທາງ ແລະ ຄວາມເລິກລັບທີ່ພວກເຂົາບໍ່ເຂົ້າໃຈ,

ເພື່ອວ່າມະນຸດຈະສາມາດ ເຂົ້າໃຈຄວາມປະສົງຂອງພຣະເຈົ້າ

ແລະ ຂໍ້ຮຽກຮ້ອງຂອງພຣະເຈົ້າທີ່ມີຕໍ່ມະນຸດ

ສະນັ້ນ ພວກເຂົາສາມາດປະຕິບັດ ພຣະທຳຂອງພຣະເຈົ້າ ແລະ ປ່ຽນແປງອຸປະນິໄສຂອງພວກເຂົາ.

ແຕ່ລະຄົນທີ່ຍອມຮັບການເອົາຊະນະ ດ້ວຍພຣະທຳຂອງພຣະເຈົ້າກໍ່ຈະມີໂອກາດພຽງພໍ ເພື່ອຄວາມລອດພົ້ນ.

ການຊ່ວຍຄົນເຫຼົ່ານີ້ໃຫ້ລອດພົ້ນ

ຄວາມເມດຕາ ແລະ ຄວາມອົດກັ້ນທີ່ສຸດຂອງພຣະອົງ.

ຕາບໃດທີ່ຄົນຫັນຫຼັງໃຫ້ກັບເສັ້ນທາງທີ່ຜິດ,

ຕາບໃດທີ່ຄົນສາມາດກັບໃຈ, ພຣະເຈົ້າກໍ່ຈະມອບໂອກາດໃຫ້ພວກເຂົາ ໄດ້ຮັບຄວາມລອດພົ້ນຈາກພຣະອົງ.

ພຣະເຈົ້າໃຊ້ແຕ່ພຣະທຳເທົ່ານັ້ນ ໃນການປະຕິບັດພາລະກິດຂອງພຣະອົງ

ແລະ ບໍ່ໄດ້ລົງໂທດຄົນຍ້ອນວ່າ ພວກເຂົາມີການກະບົດພຽງເລັກນ້ອຍ,

ຍ້ອນວ່າຕອນນີ້ແມ່ນເວລາ ຂອງພາລະກິດແຫ່ງຄວາມລອດພົ້ນ.

ຖ້າທຸກຄົນທີ່ກະບົດຖືກລົງໂທດ,

ກໍ່ຈະບໍ່ມີໃຜທີ່ຈະມີໂອກາດຖືກຊ່ວຍໃຫ້ລອດພົ້ນໄດ້;

ພວກເຂົາທັງໝົດຈະຖືກລົງໂທດ ແລະ ຕົກສູ່ແດນມໍລະນາ.

ແຕ່ລະຄົນທີ່ຍອມຮັບການເອົາຊະນະ ດ້ວຍພຣະທຳຂອງພຣະເຈົ້າກໍ່ຈະມີໂອກາດພຽງພໍ ເພື່ອຄວາມລອດພົ້ນ.

ການຊ່ວຍຄົນເຫຼົ່ານີ້ໃຫ້ລອດພົ້ນ

ຄວາມເມດຕາ ແລະ ຄວາມອົດກັ້ນທີ່ສຸດຂອງພຣະອົງ.

ຕາບໃດທີ່ຄົນຫັນຫຼັງໃຫ້ກັບເສັ້ນທາງທີ່ຜິດ,

ຕາບໃດທີ່ຄົນສາມາດກັບໃຈ, ພຣະເຈົ້າກໍ່ຈະມອບໂອກາດໃຫ້ພວກເຂົາ ໄດ້ຮັບຄວາມລອດພົ້ນຈາກພຣະອົງ.

ວັດຖຸປະສົງຂອງພຣະທຳໃນການຕັດສິນມະນຸດ ແມ່ນເພື່ອໃຫ້ພວກເຂົາຮູ້ຈັກຕົວຕົນ ຂອງພວກເຂົາເອງ ແລະ ຍອມເຊື່ອຟັງພຣະເຈົ້າ;

ບໍ່ແມ່ນເພື່ອລົງໂທດພວກເຂົາ ດ້ວຍການພິພາກສາດັ່ງກ່າວ.

ຢ່າງທໍາອິດກໍ່ຄື ເມື່ອຜູ້ຄົນກະບົດຕໍ່ພຣະເຈົ້າ,

ພຣະອົງບໍ່ໄດ້ປາດຖະໜາເຮັດໃຫ້ ພວກເຂົາເຖິງແກ່ຄວາມຕາຍ,

ແຕ່ກົງກັນຂ້າມ ພຣະອົງເຮັດທຸກວິທີທາງ ເພື່ອຊ່ວຍພວກເຂົາໃຫ້ລອດພົ້ນ.

ຖ້າຫາກບາງຄົນບໍ່ມີພື້ນທີ່ສຳລັບຄວາມລອດພົ້ນແທ້ໆ, ແລ້ວພຣະເຈົ້າກໍຈະປະຖິ້ມພວກເຂົາ.

ເຫດຜົນທີ່ພຣະເຈົ້າຊັກຊ້າ ໃນການລົງໂທດບາງຄົນກໍ່ຍ້ອນວ່າພຣະອົງ ຕ້ອງການຊ່ວຍທຸກຄົນທີ່ສາມາດຊ່ວຍໄດ້.

ແຕ່ລະຄົນທີ່ຍອມຮັບການເອົາຊະນະ ດ້ວຍພຣະທຳຂອງພຣະເຈົ້າກໍ່ຈະມີໂອກາດພຽງພໍ ເພື່ອຄວາມລອດພົ້ນ.

ການຊ່ວຍຄົນເຫຼົ່ານີ້ໃຫ້ລອດພົ້ນ

ຄວາມເມດຕາ ແລະ ຄວາມອົດກັ້ນທີ່ສຸດຂອງພຣະອົງ.

ຕາບໃດທີ່ຄົນຫັນຫຼັງໃຫ້ກັບເສັ້ນທາງທີ່ຜິດ,

ຕາບໃດທີ່ຄົນສາມາດກັບໃຈ, ພຣະເຈົ້າກໍ່ຈະມອບໂອກາດໃຫ້ພວກເຂົາ ໄດ້ຮັບຄວາມລອດພົ້ນຈາກພຣະອົງ.

ພຣະອົງຕັດສິນ, ໃຫ້ແສງສະຫວ່າງ ແລະ ນຳພາຜູ້ຄົນດ້ວຍພຣະທຳເທົ່ານັ້ນ

ແລະ ບໍ່ໄດ້ໃຊ້ໄມ້ຄ້ອນຕີພວກເຂົາໃຫ້ຕາຍ.

ການໃຊ້ພຣະທຳເພື່ອຊ່ວຍມະນຸດ ໃຫ້ລອດພົ້ນແມ່ນວັດຖຸປະສົງ

ແລະ ຄວາມໝາຍຂອງຂັ້ນຕອນສຸດທ້າຍຂອງພາລະກິດ.

ຄັດຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ