ເພງຄຣິດສະຕຽນ “ພອນປະເສີດຈົ່ງມີແກ່ຄົນທີ່ຍອມຮັບພາລະກິດໃໝ່ຂອງພຣະເຈົ້າ”

21 ເດືອນສິງຫາ 2021

ທຸກຄົນທີ່ສາມາດເຊື່ອຟັງພຣະທໍາຂອງພຣະວິນຍານບໍລິສຸດ

ໃນປັດຈຸບັນແມ່ນໄດ້ຮັບການອວຍພອນ.

ມັນບໍ່ກ່ຽວກັບວ່າພວກເຂົາເຄີຍເປັນແນວໃດ

ຫຼື ພຣະວິນຍານບໍລິສຸດເຄີຍເຮັດວຽກ

ໃນຕົວພວກເຂົາແນວໃດ

ຄົນທີ່ໄດ້ຮັບພາລະກິດລ້າສຸດແມ່ນໄດ້ຮັບພອນຢ່າງຫຼວງຫຼາຍ

ແລະ ຄົນທີ່ບໍ່ສາມາດປະຕິບັດພາລະກິດລ້າສຸດ

ໃນປັດຈຸບັນແມ່ນຖືກກຳຈັດ.

ພຣະເຈົ້າຕ້ອງການຄົນທີ່ສາມາດຍອມຮັບແສງສະຫວ່າງໃໝ່

ແລະ ພຣະອົງຕ້ອງການຄົນທີ່ຍອມຮັບ ແລະ

ຮູ້ຈັກພາລະກິດລ້າສຸດຂອງພຣະອົງ.

ຍິງພົມມະຈັນສາມາດສະແຫວງຫາ

ພາລະກິດຂອງພຣະວິນຍານບໍລິສຸດ

ແລະ ເຂົ້າໃຈສິ່ງໃໝ່ໆ ແລະ ຍິ່ງໄປກວ່ານັ້ນ

ສາມາດນໍາສິ່ງທີ່ເປັນແນວຄວາມຄິດເກົ່າໆອອກໄປ

ແລະ ປະຕິບັດພາລະກິດຂອງພຣະເຈົ້າໃນປັດຈຸບັນ.

ຄົນກຸ່ມນີ້ທີ່ຍອມຮັບພາລະກິດໃໝ່ສຸດຂອງປັດຈຸບັນ

ແມ່ນຖືກກຳນົດລ່ວງໜ້າໂດຍພຣະເຈົ້າກ່ອນຍຸກຕ່າງໆ

ແລະ ເປັນຄົນທີ່ຈະໄດ້ຮັບການອວຍພອນຫຼາຍທີ່ສຸດ.

ພວກເຈົ້າໄດ້ຍິນສຽງຂອງພຣະເຈົ້າໂດຍກົງ ແລະ

ເຫັນການປາກົດຂອງພຣະເຈົ້າ.

ດ້ວຍເຫດນັ້ນ, ທົ່ວທັງສະຫວັນ ແລະ

ແຜ່ນດິນໂລກ ແລະ ທົ່ວທຸກຍຸກ

ບໍ່ມີໃຜໄດ້ຮັບພອນຫຼາຍກວ່າພວກເຈົ້າ, ເຊິ່ງເປັນຄົນກຸ່ມນີ້.

ບໍ່ມີໃຜໄດ້ຮັບພອນຫຼາຍກວ່າພວກເຈົ້າ, ເຊິ່ງເປັນຄົນກຸ່ມນີ້.

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ