ເພງຄຣິດສະຕຽນ “ມີແຕ່ເມື່ອພຣະເຈົ້າກາຍມາເປັນເນື້ອໜັງ, ມະນຸດຈຶ່ງສາມາດເປັນມິດສະຫາຍຂອງພຣະອົງ”

30 ເດືອນມັງກອນ 2023

ເມື່ອພຣະເຈົ້າຖ່ອມຕົວພຣະອົງລົງມາ ໃນຈຸດໃດໜຶ່ງເທົ່ານັ້ນ

ເຊິ່ງເວົ້າໄດ້ວ່າ ເມື່ອພຣະເຈົ້າກາຍມາເປັນເນື້ອໜັງເທົ່ານັ້ນ,

ມະນຸດຈຶ່ງຈະສາມາດເປັນຜູ້ໃກ້ຊິດ

ແລະ ຄົນໄວ້ໃຈຂອງພຣະອົງໄດ້.

ພຣະເຈົ້າແມ່ນພຣະວິນຍານ: ມະນຸດມີຄຸນສົມບັດ ໃນການເປັນຜູ້ໃກ້ຊິດຂອງພຣະວິນຍານອົງນີ້

ຜູ້ທີ່ສູງສົ່ງ ແລະ ບໍ່ສາມາດຢັ່ງເຖິງໄດ້ແນວໃດ?

ເມື່ອພຣະວິນຍານຂອງພຣະເຈົ້າລົງມາເປັນເນື້ອໜັງ ແລະ ກາຍມາເປັນສິ່ງຊົງສ້າງ ທີ່ມີລັກສະນະພາຍນອກຄືກັບມະນຸດເທົ່ານັ້ນ,

ມະນຸດຈຶ່ງສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ຖືກພຣະອົງຮັບເອົາຢ່າງແທ້ຈິງ.

ພຣະອົງຊົງກ່າວ ແລະ ປະຕິບັດພາລະກິດໂດຍຜ່ານເນື້ອໜັງ,

ແບ່ງປັນຄວາມສຸກ, ຄວາມໂສກເສົ້າ ແລະ ຄວາມລຳບາກຍາກແຄ້ນຂອງມະນຸດ,

ດຳລົງຊີວິດໃນແຜ່ນດິນໂລກດຽວກັນກັບມະນຸດ, ປົກປ້ອງມະນຸດ ແລະ ນໍາພາມະນຸດ

ແລະ ດ້ວຍວິທີນີ້ ພຣະອົງຈຶ່ງຊຳລະລ້າງມະນຸດໃຫ້ບໍລິສຸດ ແລະ ເຮັດໃຫ້ມະນຸດໄດ້ຮັບການໄຖ່ບາບຈາກພຣະອົງ ແລະ ພຣະພອນຂອງພຣະອົງ.

ພຣະເຈົ້າແມ່ນພຣະວິນຍານ: ມະນຸດມີຄຸນສົມບັດ ໃນການເປັນຜູ້ໃກ້ຊິດຂອງພຣະວິນຍານອົງນີ້

ຜູ້ທີ່ສູງສົ່ງ ແລະ ບໍ່ສາມາດຢັ່ງເຖິງໄດ້ແນວໃດ?

ເມື່ອພຣະວິນຍານຂອງພຣະເຈົ້າລົງມາເປັນເນື້ອໜັງ ແລະ ກາຍມາເປັນສິ່ງຊົງສ້າງ ທີ່ມີລັກສະນະພາຍນອກຄືກັບມະນຸດເທົ່ານັ້ນ,

ມະນຸດຈຶ່ງສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ຖືກພຣະອົງຮັບເອົາຢ່າງແທ້ຈິງ.

ເມື່ອໄດ້ຮັບສິ່ງເຫຼົ່ານີ້ ມະນຸດຈຶ່ງເຂົ້າໃຈ ຄວາມປະສົງຂອງພຣະເຈົ້າຢ່າງແທ້ຈິງ

ແລະ ດ້ວຍເຫດນີ້ເອງ ມະນຸດຈຶ່ງສາມາດເປັນຜູ້ໃກ້ຊິດຂອງພຣະເຈົ້າ. ພຽງແຕ່ສິ່ງນີ້ທີ່ເປັນປະໂຫຍດ.

ຖ້າມະນຸດບໍ່ສາມາດແນມເຫັນ ແລະ ຈັບຕ້ອງພຣະເຈົ້າໄດ້,

ມະນຸດຈະສາມາດເປັນຜູ້ໃກ້ຊິດຂອງພຣະອົງໄດ້ແນວໃດ? ນີ້ບໍ່ແມ່ນທິດສະດີທີ່ວ່າງເປົ່າບໍ?

ພຣະເຈົ້າແມ່ນພຣະວິນຍານ: ມະນຸດມີຄຸນສົມບັດ ໃນການເປັນຜູ້ໃກ້ຊິດຂອງພຣະວິນຍານອົງນີ້

ຜູ້ທີ່ສູງສົ່ງ ແລະ ບໍ່ສາມາດຢັ່ງເຖິງໄດ້ແນວໃດ?

ເມື່ອພຣະວິນຍານຂອງພຣະເຈົ້າລົງມາເປັນເນື້ອໜັງ ແລະ ກາຍມາເປັນສິ່ງຊົງສ້າງ ທີ່ມີລັກສະນະພາຍນອກຄືກັບມະນຸດເທົ່ານັ້ນ,

ມະນຸດຈຶ່ງສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ຖືກພຣະອົງຮັບເອົາຢ່າງແທ້ຈິງ.

ມີແຕ່ເມື່ອພຣະເຈົ້າກາຍມາເປັນເນື້ອໜັງ, ມະນຸດຈຶ່ງສາມາດເປັນມິດສະຫາຍຂອງພຣະອົງ

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ