ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 599

11 ເດືອນຕຸລາ 2020

ຜູ້ທີ່ລາກດືງລູກຫຼານ ແລະ ຍາດຕິພີ່ນ້ອງທີ່ບໍ່ມີຄວາມເຊື່ອທັງໝົດເຂົ້າໃນຄຣິສຕະຈັກແມ່ນຄົນທີ່ເຫັນແກ່ຕົວທີ່ສຸດ ແລະ ພວກເຂົາແມ່ນພຽງສະແດງຄວາມມີນໍ້າໃຈເທົ່ານັ້ນ. ຄົນເຫຼົ່ານີ້ພຽງແຕ່ສົນໃຈກັບການຖືກຮັກ ໂດຍບໍ່ຄຳນຶງວ່າ ພວກເຂົາເຊື່ອ ຫຼື ບໍ່ ຫຼື ບໍ່ຄຳນຶງວ່າມັນເປັນຄວາມປະສົງຂອງພຣະເຈົ້າ ຫຼື ບໍ່. ບາງຄົນນຳເອົາພັນລາຍາຂອງພວກເຂົາມາຢູ່ຕໍ່ໜ້າພຣະເຈົ້າ ຫຼື ລາກດືງເອົາພໍ່ແມ່ຂອງພວກເຂົາມາຢູ່ຕໍ່ໜ້າພຣະເຈົ້າ ແລະ ບໍ່ຄຳນຶງວ່າ ພຣະວິນຍານບໍລິສຸດເຫັນດີກັບສິ່ງນີ້ ຫຼື ບໍ່ ຫຼື ປະຕິບັດພາລະກິດໃນພວກເຂົາ ຫຼື ບໍ່, ພວກເຂົາຫຼັບຫູຫຼັບຕາສືບຕໍ່ “ຮັບເອົາຄົນທີ່ມີພອນສະຫວັນ” ເພື່ອພຣະເຈົ້າ. ມັນສາມາດໄດ້ຜົນປະໂຫຍດຫຍັງຈາກການແຜ່ຄວາມເມດຕາຕໍ່ຄົນທີ່ບໍ່ມີຄວາມເຊື່ອເຫຼົ່ານີ້? ເຖິງແມ່ນວ່າ ພວກເຂົາ ຜູ້ທີ່ປາສະຈາກການສະຖິດຂອງພຣະວິນຍານບໍລິສຸດຈະດິ້ນຮົນໃນການຕິດຕາມພຣະເຈົ້າ, ພວກເຂົາກໍຍັງຈະບໍ່ສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນດັ່ງທີ່ຜູ້ຄົນອາດເຂົ້າໃຈ. ທີ່ຈິງແລ້ວ ຜູ້ທີ່ໄດ້ຮັບການຊ່ວຍໃຫ້ລອດພົ້ນນັ້ນບໍ່ແມ່ນໄດ້ຮັບມາແບບງ່າຍໆ. ຜູ້ທີ່ບໍ່ໄດ້ຜ່ານພາລະກິດ ແລະ ການທົດລອງຂອງພຣະວິນຍານບໍລິສຸດ ແລະ ບໍ່ໄດ້ຮັບການເຮັດໃຫ້ສົມບູນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນບໍ່ສາມາດຖືກເຮັດໃຫ້ສົມບູນໄດ້. ສະນັ້ນ, ຜູ້ຄົນເຫຼົ່ານີ້ຂາດການສະຖິດຂອງພຣະວິນຍານບໍລິສຸດຕັ້ງແຕ່ວິນາທີທີ່ພວກເຂົາເລີ່ມຕົ້ນຕິດຕາມພຣະເຈົ້າແລ້ວ. ອີງຕາມເງື່ອນໄຂ ແລະ ສະພາບທີ່ແທ້ຈິງຂອງພວກເຂົາ, ພວກເຂົາແມ່ນບໍ່ສາມາດຖືກເຮັດໃຫ້ສົມບູນໄດ້. ດັ່ງນັ້ນ, ພຣະວິນຍານບໍລິສຸດຈຶ່ງບໍ່ໄດ້ຕັດສິນໃຈທີ່ຈະເສຍສະລະເຮື່ອແຮງກັບພວກເຂົາຫຼາຍ ແລະ ພຣະອົງບໍ່ໄດ້ໃຫ້ແສງສະຫວ່າງ ຫຼື ຊີ້ນໍາພວກເຂົາໃນທິດທາງໃດເລີຍ; ພຣະອົງພຽງແຕ່ອະນຸຍາດໃຫ້ພວກເຂົາຕິດຕາມ ແລະ ສຸດທ້າຍກໍຈະເປີດເຜີຍຜົນຕາມມາຂອງພວກເຂົາ, ນີ້ແມ່ນພຽງພໍແລ້ວ. ຄວາມກະຕືລືລົ້ນ ແລະ ຄວາມຕັ້ງໃຈຂອງມະນຸດແມ່ນມາຈາກຊາຕານ ແລະ ບໍ່ມີທາງທີ່ສິ່ງເຫຼົ່ານີ້ຈະສາມາດເຮັດສໍາເລັດພາລະກິດຂອງພຣະວິນຍານບໍລິສຸດໄດ້. ບໍ່ວ່າຜູ້ຄົນຈະເປັນແນວໃດກໍຕາມ, ພວກເຂົາຕ້ອງມີພາລະກິດຂອງພຣະວິນຍານບໍລິສຸດ. ມະນຸດສາມາດເຮັດໃຫ້ມະນຸດສົມບູນໄດ້ບໍ? ເປັນຫຍັງສາມີຈຶ່ງຮັກພັນລະຍາຂອງຕົນເອງ? ເປັນຫຍັງພັນລະຍາຈຶ່ງຮັກສາມີຂອງນາງ? ເປັນຫຍັງລູກໆຈຶ່ງປະຕິບັດໜ້າທີ່ຂອງພວກເຂົາຕໍ່ພໍ່ແມ່? ເປັນຫຍັງພໍ່ແມ່ຈຶ່ງຮັກລູກໆຂອງພວກເຂົາ? ຜູ້ຄົນມີຄວາມຕັ້ງໃຈແບບໃດກັນແທ້? ຄວາມຕັ້ງໃຈຂອງພວກເຂົາບໍ່ແມ່ນເພື່ອປະຕິບັດຕາມແຜນການ ແລະ ຄວາມປາດຖະໜາທີ່ເຫັນແກ່ຕົວຂອງພວກເຂົາເອງບໍ? ພວກເຂົາຕ້ອງໃຈປະຕິບັດເພື່ອແຜນການຄຸ້ມຄອງຂອງພຣະເຈົ້າແທ້ບໍ? ພວກເຂົາປະຕິບັດເພື່ອພາລະກິດຂອງພຣະເຈົ້າແທ້ບໍ? ຄວາມຕັ້ງໃຈຂອງພວກເຂົາແມ່ນເພື່ອສໍາເລັດໜ້າທີ່ຂອງສິ່ງຖືກສ້າງເອງບໍ? ນັບຕັ້ງແຕ່ນາທີທີ່ພວກເຂົາເລີ່ມມີຄວາມເຊື່ອໃນພຣະເຈົ້າດ ຜູ້ຄົນແມ່ນບໍ່ສາມາດຮັບການສະຖິດຢູ່ຂອງພຣະວິນຍານບໍລິສຸດ, ບໍ່ສາມາດຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ; ຜູ້ຄົນເຫຼົ່ານີ້ໄດ້ຖືກກໍານົດໃຫ້ເປັນເປົ້າໝາຍໃນການທໍາລາຍ. ບໍ່ວ່າພວກເຂົາຈະມີຄວາມຮັກຫຼາຍເທົ່າໃດກໍຕາມ, ມັນກໍບໍ່ສາມາດທົດແທນພາລະກິດຂອງພຣະວິນຍານບໍລິສຸດໄດ້. ຄວາມກະຕືລືລົ້ນ ແລະ ຄວາມຮັກຂອງຜູ້ຄົນແມ່ນສະແດງເຖິງຄວາມຕັ້ງໃຈຂອງມະນຸດ ແລະບໍ່ສາມາດເປັນຕົວແທນເຈດຕະນາຂອງພຣະເຈົ້າໄດ້ ແລະ ບໍ່ສາມາດທົດແທນພາລະກິດຂອງພຣະເຈົ້າໄດ້. ເຖິງແມ່ນວ່າ ຄົນຈະສະແດງຄວາມຮັກ ຫຼື ຄວາມເມດຕາຫຼາຍທີ່ສຸດຕໍ່ບັນດາຜູ້ທີ່ເຊື່ອໃນພະເຈົ້າພຽງແຕ່ໃນນາມ ແລະ ທໍາທ່າຕິດຕາມພຣະອົງໂດຍບໍ່ຮູ້ວ່າ ການເຊື່ອໃນພຣະເຈົ້ານັ້ນໝາຍເຖິງຫຍັງກັນແທ້, ພວກເຂົາກໍຈະບໍ່ໄດ້ຮັບຄວາມເຫັນໃຈຈາກພຣະເຈົ້າ ຫຼື ພວກເຂົາຈະບໍ່ໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ. ເຖິງແມ່ນວ່າຄົນທີ່ຕິດຕາມພຣະເຈົ້າຢ່າງຈິງໃຈຈະມີຄວາມສາມາດຕໍ່າ ແລະ ບໍ່ສາມາດເຂົ້າໃຈຄວາມຈິງຫຼາຍຢ່າງ, ພວກເຂົາຍັງສາມາດໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດເປັນຄັ້ງຄາວ, ແຕ່ສໍາລັບຜູ້ທີ່ມີຄວາມສາມາດສູງ ແຕ່ບໍ່ເຊື່ອຢ່າງຈິງໃຈແມ່ນບໍ່ສາມາດໄດ້ຮັບການສະຖິດຂອງພຣະວິນຍານບໍລິສຸດໄດ້. ບໍ່ມີທາງເປັນໄປໄດ້ເດັດຂາດທີ່ຈະຊ່ວຍຄົນເຫຼົ່ານີ້ໃຫ້ລອດພົ້ນ. ເຖິງແມ່ນວ່າ ພວກເຂົາຈະອ່ານພຣະທໍາຂອງພຣະເຈົ້າ ຫຼື ບາງຄັ້ງໄດ້ຟັງຄໍາເທດສະໜາ ຫຼື ເຖິງກັບຮ້ອງເພງສັນລະເສີນພຣະເຈົ້າ, ໃນທີ່ສຸດ ພວກເຂົາກໍຈະບໍ່ສາມາດມີຊີວິດຢູ່ຕໍ່ໄປຈົນເຖິງເວລາແຫ່ງການພັກເຊົາໄດ້. ການທີ່ຄົນສະແຫວງຫາດ້ວຍຄວາມຈິງໃຈ ແມ່ນບໍ່ໄດ້ກໍານົດດ້ວຍການຕັດສິນຂອງຄົນອື່ນ ຫຼື ດ້ວຍວິທີທີ່ຄົນອ້ອມຂ້າງເບິ່ງພວກເຂົາ ແຕ່ຂຶ້ນຢູ່ກັບວ່າ ພຣະວິນຍານບໍລິສຸດປະຕິບັດພາລະກິດກັບພວກເຂົາ ຫຼື ບໍ່ ແລະ ຂຶ້ນກັບວ່າ ພວກເຂົາໄດ້ຮັບການສະຖິດຂອງພຣະວິນຍານບໍລິສຸດ ຫຼື ບໍ່. ຍິ່ງໄປກວ່ານັ້ນ ມັນຂຶ້ນຢູ່ກັບວ່າອຸປະນິໄສຂອງພວກເຂົາປ່ຽນແປງ ຫຼື ບໍ່ ຫຼື ຂຶ້ນກັບວ່າພວກເຂົາມີຄວາມຮູ້ກ່ຽວກັບພຣະເຈົ້າ ຫຼື ບໍ່ ຫຼັງຈາກທີ່ໄດ້ຜ່ານພາລະກິດຂອງພຣະວິນຍານບໍລິສຸດໃນເວລາໃດໜຶ່ງ. ຖ້າພຣະວິນຍານບໍລິສຸດປະຕິບັດພາລະກິດຕໍ່ບຸກຄົນໃດໜຶ່ງ, ອຸປະນິໄສຂອງບຸກຄົນນັ້ນກໍຈະຄ່ອຍໆປ່ຽນແປງ ແລະ ມຸມມອງຂອງພວກເຂົາກ່ຽວກັບການເຊື່ອໃນພຣະເຈົ້າກໍຈະຄ່ອຍໆບໍລິສຸດຂຶ້ນ. ບໍ່ວ່າຜູ້ຄົນຈະຕິດຕາມພຣະເຈົ້າເປັນເວລາດົນນານເທົ່າໃດກໍຕາມ, ຕາບໃດທີ່ພວກເຂົາໄດ້ປ່ຽນແປງ, ມັນກໍໝາຍຄວາມວ່າ ພຣະວິນຍານບໍລິສຸດກໍາລັງປະຕິບັດພາລະກິດກັບພວກເຂົາ. ຖ້າພວກເຂົາບໍ່ປ່ຽນແປງ, ນັ້ນກໍໝາຍຄວາມວ່າ ພຣະວິນຍານບໍລິສຸດບໍ່ໄດ້ປະຕິບັດພາລະກິດກັບພວກເຂົາ. ເຖິງແມ່ນວ່າຜູ້ຄົນເຫຼົ່ານີ້ໄດ້ເຮັດວຽກງານຮັບໃຊ້ບາງຢ່າງ, ແຕ່ສິ່ງທີ່ກະຕຸ້ນພວກເຂົາໃຫ້ເຮັດແບບນັ້ນຄືຄວາມປາຖະໜາຢາກມີໂຊກລາບທີ່ດີ. ພຽງປະຕິບັດຮັບໃຊ້ບໍລິການບາງຄັ້ງຄາວບໍ່ສາມາດທົດແທນປະສົບການການປ່ຽນແປງໃນອຸປະນິໄສຂອງພວກເຂົາໄດ້. ໃນທີ່ສຸດ ພວກເຂົາກໍຍັງຈະຖືກທໍາລາຍ ເພາະບໍ່ມີຄວາມຈໍາເປັນຕ້ອງມີຜູ້ບໍລິການປະເພດນີ້ໃນອານາຈັກ ແລະ ບໍ່ມີຄວາມຈຳເປັນຕ້ອງມີຄົນທີ່ບໍ່ມີການປ່ຽນແປງອຸປະນິໄສ ເພື່ອມາບໍລິການຜູ້ທີ່ຖືກເຮັດໃຫ້ສົມບູນ ແລະ ຜູ້ທີ່ມີຄວາມຊື່ສັດຕໍ່ພຣະເຈົ້າ. ພຣະທໍາເຫຼົ່ານັ້ນທີ່ກ່າວໃນອາດີດທີ່ວ່າ: “ເມື່ອຄົນໃດເຊື່ອໃນພຣະຜູ້ເປັນເຈົ້າ, ໂຊກລາບກໍຈະມີແກ່ຄອບຄົວຂອງຄົນໆນັ້ນ” ແມ່ນເໝາະສົມສໍາລັບຍຸກແຫ່ງພຣະຄຸນ ແຕ່ມັນບໍ່ກ່ຽວກັບຈຸດໝາຍປາຍທາງຂອງມະນຸດ. ພຣະທໍາເຫຼົ່ານັ້ນເໝາະສົມກັບຍຸກແຫ່ງພຣະຄຸນເທົ່ານັ້ນ. ຄວາມໝາຍຂອງພຣະທໍາເຫຼົ່ານັ້ນແມ່ນແນໃສ່ຄວາມສະຫງົບສຸກ ແລະ ພອນແຫ່ງວັດຖຸທີ່ຜູ້ຄົນໄດ້ຮັບ; ມັນບໍ່ໄດ້ໝາຍຄວາມວ່າ ທັງໝົດຄອບຄົວຂອງຜູ້ທີ່ເຊື່ອໃນພຣະຜູ້ເປັນເຈົ້າ ຈະໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະ ບໍ່ໄດ້ໝາຍຄວາມວ່າ ເມື່ອຄົນໃດໜຶ່ງໄດ້ຮັບພອນ, ທັງໝົດຄອບຄົວຂອງຄົນນັ້ນກໍຈະຖືກນໍາພາໄປສູ່ບ່ອນພັກເຊົາເຊັ່ນກັນ. ການທີ່ຄົນໃດໜຶ່ງໄດ້ຮັບພອນ ຫຼື ທົນທຸກກັບຄວາມໂຊກຮ້າຍແມ່ນຖືກກໍານົດຕາມທາດແທ້ຂອງຄົນນັ້ນ ແລະ ບໍ່ໄດ້ຖືກກໍານົດຕາມທາດແທ້ທີ່ຄົນນັ້ນມີຄືກັນກັບຄົນອື່ນໆ. ອານາຈັກບໍ່ມີຄໍາກ່າວ ຫຼື ກົດລະບຽບແບບນີ້. ຖ້າຄົນໃດໜຶ່ງສາມາດຢູ່ລອດໄດ້ໃນທີ່ສຸດ ນັ້ນກໍຍ້ອນວ່າ ຄົນໆນັ້ນໄດ້ບັນລຸເງື່ອນໄຂຂອງພຣະເຈົ້າ ແລະ ຖ້າຫາກວ່າ ຄົນນັ້ນບໍ່ສາມາດຢູ່ລອດຈົນເຖິງເວລາແຫ່ງການພັກເຊົາ ນັ້ນກໍຍ້ອນວ່າ ບຸກຄົນດັ່ງກ່າວບໍ່ເຊື່ອຟັງພຣະເຈົ້າ ແລະ ບໍ່ສາມາດຕອບສະໜອງຕາມເງື່ອນໄຂຂອງພຣະເຈົ້າໄດ້. ທຸກຄົນແມ່ນມີຈຸດໝາຍປາຍທາງທີ່ເໝາະສົມ. ຈຸດໝາຍປາຍທາງເຫຼົ່ານີ້ແມ່ນໄດ້ຖືກກໍານົດຕາມທາດແທ້ຂອງແຕ່ລະຄົນ ແລະ ບໍ່ໄດ້ກ່ຽວຂ້ອງກັບຄົນອື່ນໆຢ່າງສິ້ນເຊີງ. ການກະທໍາຊົ່ວຮ້າຍຂອງລູກບໍ່ສາມາດໂອນໄປໃຫ້ພໍ່ແມ່ຂອງພວກເຂົາໄດ້ ແລະ ຄວາມຊອບທໍາຂອງລູກກໍບໍ່ສາມາດແບ່ງປັນກັບພໍ່ແມ່ຂອງພວກເຂົາໄດ້. ການກະທໍາທີ່ຊົ່ວຮ້າຍຂອງພໍ່ແມ່ບໍ່ສາມາດໂອນໄປໃຫ້ລູກໆຂອງພວກເຂົາໄດ້ ແລະ ຄວາມຊອບທໍາຂອງພໍ່ແມ່ກໍບໍ່ສາມາດແບ່ງປັນກັບລູກໆຂອງພວກເຂົາໄດ້. ທຸກຄົນແມ່ນແບກຮັບບາບກໍາຂອງຕົນເອງ ແລະ ທຸກຄົນແມ່ນເສບສຸກກັບໂຊກລາບຂອງຕົນເອງ. ບໍ່ມີໃຜສາມາດທົດແທນຄົນອື່ນໄດ້; ນີ້ແມ່ນຄວາມຊອບທໍາ. ໃນມຸມມອງຂອງມະນຸດ, ຖ້າພໍ່ແມ່ໄດ້ຮັບພອນ, ລູກໆຂອງພວກເຂົາກໍຈະໄດ້ຮັບເຊັ່ນກັນ ແລະ ຖ້າລູກໆເຮັດຄວາມຊົ່ວ, ພໍ່ແມ່ຂອງພວກເຂົາກໍຕ້ອງຊົດໃຊ້ຄວາມບາບເຫຼົ່ານັ້ນ. ນີ້ແມ່ນມຸມມອງຂອງມະນຸດ ແລະ ວິທີການກະທຳສິ່ງຕ່າງໆຂອງມະນຸດ. ມັນບໍ່ແມ່ນມຸມມອງຂອງພຣະເຈົ້າ. ຜົນໄດ້ຮັບຂອງແຕ່ລະຄົນແມ່ນຖືກກໍານົດຕາມທາດແທ້ທີ່ເກີດຈາກການກະທໍາຂອງພວກເຂົາ ແລະ ມັນຖືກກໍານົດຢ່າງເໝາະສົມສະເໝີ. ບໍ່ມີໃຜສາມາດແບກຮັບບາບຂອງຄົນອື່ນໄດ້; ແຮງຍິ່ງໄປກວ່ານັ້ນ, ບໍ່ມີໃຜສາມາດຮັບໂທດແທນຄົນອື່ນໄດ້. ນີ້ແມ່ນສິ່ງທີ່ແນ່ນອນທີ່ສຸດ. ການດູແລຢ່າງຖະໜອມຂອງພໍ່ແມ່ຕໍ່ລູກຂອງພວກເຂົາບໍ່ໄດ້ໝາຍຄວາມວ່າ ພວກເຂົາສາມາດປະຕິບັດສິ່ງທີ່ຊອບທໍາແທນລູກໆຂອງພວກເຂົາໄດ້ ຫຼື ຄວາມຮັກກະຕັນຍູຂອງລູກໆທີ່ມີຕໍ່ພໍ່ແມ່ຂອງພວກເຂົາ ໝາຍຄວາມວ່າ ພວກເຂົາສາມາດປະຕິບັດສິ່ງທີ່ຊອບທໍາແທນພໍ່ແມ່ຂອງພວກເຂົາໄດ້. ນີ້ຄືຄວາມໝາຍທີ່ແທ້ຈິງຂອງຂໍ້ພຣະທໍາທີ່ວ່າ: “ແລ້ວໃນທົ່ງນາມີຊາຍສອງຄົນ; ຄົນໜຶ່ງຈະຖືກຮັບໄປ ແລະ ອີກຄົນຈະຖືກປະຖິ້ມ. ຍິງສອງຄົນກຳລັງບົດແປ້ງຢູ່ໃນໂຮງເຮັດແປ້ງ; ຄົນໜຶ່ງຈະຖືກຮັບໄປ ແລະ ອີກຄົນຈະຖືກປະຖິ້ມ”. ຜູ້ຄົນບໍ່ສາມາດນຳເອົາລູກໆຂອງພວກເຂົາ ທີ່ເຮັດສິ່ງຊົ່ວຮ້າຍໄປສູ່ບ່ອນພັກເຊົາໄດ້ໃນບົນພື້ນຖານຄວາມຮັກອັນເລິກເຊິ່ງຂອງພວກເຂົາທີ່ມີຕໍ່ລູກໆ ແລະ ບໍ່ມີໃຜສາມາດເອົາເມຍ (ຫຼືຜົວ) ຂອງພວກເຂົາໄປສູ່ບ່ອນພັກເຊົາໄດ້ໃນບົນພື້ນຖານການປະພຶດທີ່ຊອບທໍາຂອງຕົນເອງ. ນີ້ແມ່ນກົດແຫ່ງການປົກຄອງ; ບໍ່ມີຂໍ້ຍົກເວັ້ນຕໍ່ບຸກຄົນໃດໆ. ສຸດທ້າຍກໍຄື ຜູ້ທີ່ປະຕິບັດຄວາມຊອບທໍາແມ່ນຜູ້ປະຕິບັດຄວາມຊອບທໍາ ແລະ ຜູ້ທີ່ກະທໍາຄວາມຊົ່ວແມ່ນຜູ້ທີ່ກະທໍາຄວາມຊົ່ວ. ຜູ້ທີ່ປະຕິບັດຄວາມຊອບທໍາ ໃນທີ່ສຸດ ກໍຈະຖືກອະນຸຍາດໃຫ້ຢູ່ລອດ ໃນຂະນະຜູ້ທີ່ກະທໍາຄວາມຊົ່ວຈະຖືກທໍາລາຍ. ຜູ້ທີ່ບໍລິສຸດແມ່ນຜູ້ທີ່ບໍລິສຸດ; ພວກເຂົາບໍ່ສົກກະປົກ. ຜູ້ທີ່ສົກກະປົກແມ່ນຜູ້ທີ່ສົກກະປົກ ແລະ ບໍ່ມີພາກສ່ວນໃດຂອງພວກເຂົາບໍລິສຸດ. ຜູ້ຄົນທີ່ຈະຖືກທໍາລາຍແມ່ນລ້ວນແລ້ວແຕ່ເປັນຄົນຊົ່ວ ແລະ ຜູ້ຄົນທີ່ຈະມີຊີວິດລອດລ້ວນແລ້ວແຕ່ເປັນຄົນຊອບທໍາ, ແມ່ນແຕ່ ລູກໆຂອງຄົນຊົ່ວທີ່ໄດ້ເຮັດສິ່ງທີ່ຊອບທໍາ ແລະ ແມ່ນແຕ່ ພໍ່ແມ່ຂອງຄົນຊອບທໍາທີ່ໄດ້ເຮັດຄວາມຊົ່ວ. ບໍ່ມີຄວາມສໍາພັນ ລະຫວ່າງຜົວທີ່ເຊື່ອ ແລະ ເມຍທີ່ບໍ່ເຊື່ອ ແລະ ບໍ່ມີຄວາມສໍາພັນລະຫວ່າງລູກໆທີ່ເຊື່ອ ແລະ ພໍ່ແມ່ທີ່ບໍ່ເຊື່ອ; ຄົນສອງປະເພດເຫຼົ່ານີ້ແມ່ນບໍ່ກ່ຽວຂ້ອງກັນ. ກ່ອນທີ່ຈະກ້າວເຂົ້າໄປຢູ່ໃນບ່ອນພັກເຊົາ, ຄົນໃດໜຶ່ງແມ່ນມີຍາດຕິພີ່ນ້ອງເປັນຕົວຕົນ ແຕ່ເມື່ອພວກເຂົາໄດ້ເຂົ້າໄປສູ່ບ່ອນພັກເຊົາ ພວກເຂົາຈະບໍ່ມີຍາດຕິພີ່ນ້ອງທີ່ເປັນຕົວຕົນໃຫ້ກ່າວເຖິງອີກ. ຜູ້ທີ່ເຮັດໜ້າທີ່ຂອງພວກເຂົາເປັນສັດຕູກັບຜູ້ທີ່ບໍ່ເຮັດໜ້າທີ່; ຜູ້ທີ່ຮັກພຣະເຈົ້າ ແລະ ຜູ້ທີ່ກຽດຊັງພຣະອົງແມ່ນຢູ່ກົງກັນຂ້າມກັນ. ຜູ້ທີ່ຈະເຂົ້າສູ່ບ່ອນພັກເຊົາ ແລະ ຜູ້ທີ່ຈະຖືກທໍາລາຍແມ່ນສິ່ງມີຊີວິດຄົນລະປະເພດທີ່ບໍ່ຄືກັນ. ສິ່ງມີຊີວິດທີ່ເຮັດສໍາເລັດໜ້າທີ່ຂອງພວກເຂົາຈະສາມາດມີຊີວິດລອດ ແລະ ສິ່ງມີຊີວິດທີ່ບໍ່ເຮັດສໍາເລັດໜ້າທີ່ຂອງພວກເຂົາຈະເປັນເປົ້າໝາຍຂອງການທໍາລາຍ; ຍິ່ງໄປກວ່ານີ້, ສິ່ງນີ້ຈະຍືນຍົງຕະຫຼອດໄປ. ເຈົ້າຮັກສາມີຂອງເຈົ້າເພື່ອປະຕິບັດໜ້າທີ່ຂອງເຈົ້າໃນຖານະທີ່ເປັນສິ່ງຖືກສ້າງບໍ? ເຈົ້າຮັກພັນລະຍາຂອງເຈົ້າເພື່ອປະຕິບັດໜ້າທີ່ຂອງເຈົ້າໃນຖານະທີ່ເປັນສິ່ງຖືກສ້າງບໍ? ເຈົ້າເຊື່ອຟັງພໍ່ແມ່ທີ່ບໍ່ເຊື່ອຂອງເຈົ້າເພື່ອປະຕິບັດໜ້າທີ່ໃນຖານະທີ່ເປັນສິ່ງຖືກສ້າງບໍ? ທັດສະນະຂອງມະນຸດຕໍ່ການເຊື່ອໃນພຣະເຈົ້ານັ້ນຖືກ ຫຼື ບໍ່? ເປັນຫຍັງເຈົ້າຈຶ່ງເຊື່ອໃນພຣະເຈົ້າ? ເຈົ້າຕ້ອງການຢາກໄດ້ຮັບຫຍັງ? ເຈົ້າຮັກພຣະເຈົ້າແນວໃດ? ຜູ້ທີ່ບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໃນຖານະທີ່ເປັນສິ່ງຖືກສ້າງ ແລະ ຜູ້ທີ່ບໍ່ສາມາດໃຊ້ຄວາມພະຍາຍາມຢ່າງສຸດຂີດແມ່ນຈະກາຍເປັນເປົ້າໝາຍຂອງການທໍາລາຍ. ຄົນໃນປັດຈຸບັນມີຄວາມສໍາພັນທາງດ້ານຮ່າງກາຍຕໍ່ກັນ, ພ້ອມທັງສາຍສຳພັນທາງສາຍເລືອດ ແຕ່ໃນອະນາຄົດສິ່ງເຫຼົ່ານີ້ຈະຖືກທໍາລາຍທັງໝົດ. ຜູ້ທີ່ເຊື່ອ ແລະ ຜູ້ທີ່ບໍ່ເຊື່ອແມ່ນເຂົ້າກັນບໍ່ໄດ້ ກົງກັນຂ້າມ ພວກເຂົາຈະຕໍ່ຕ້ານເຊິ່ງກັນແລະກັນ. ຜູ້ທີ່ຢູ່ໃນບ່ອນພັກເຊົາເຊື່ອວ່າ ມີພຣະເຈົ້າ ແລະ ເຊື່ອຟັງພຣະເຈົ້າ ໃນຂະນະຜູ້ທີ່ບໍ່ເຊື່ອຟັງພຣະເຈົ້າຈະຖືກທໍາລາຍທັງໝົດ. ຄອບຄົວຈະບໍ່ມີຢູ່ເທິງແຜ່ນດິນໂລກອີກຕໍ່ໄປ; ແລ້ວຈະມີພໍ່ແມ່ ຫຼື ລູກໆ ຫຼື ຄວາມສໍາພັນລະຫວ່າງຜົວ ແລະ ເມຍໄດ້ແນວໃດ? ຄວາມເຊື່ອ ແລະ ຄວາມບໍ່ເຊື່ອທີ່ເຂົ້າກັນບໍ່ໄດ້ ສຸດທ້າຍ ກໍຈະຕັດຂາດຄວາມສຳພັນທາງດ້ານຮ່າງກາຍດັ່ງກ່າວຢ່າງສິ້ນເຊີງ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ

God Decides People’s End According to Their Essence

I

If one is ultimately able to survive, it’s because they’ve achieved God’s requirements. But if one can’t live in final rest, it’s because they disobey and can’t please God. Neither a child’s wicked deeds nor their righteousness can be transferred to his or her parents. And parents’ evil or righteousness can’t be shared with any of their children. There’s a destination that each person deserves. That’s determined based on their essence. One’s destination is in no way related to others.

II

To each their own sins or their blessing, no one can substitute for another. If one is a doer of righteousness, they’re righteous. And one is an evildoer if evil’s what they do. Doers of righteousness are bound to survive, and destruction awaits evildoers. If one is holy, there’s no filthy spot on them. If one is filthy, they have no single holy part. There’s a destination that each person deserves. That’s determined based on their essence. One’s destination is in no way related to others.

III

Wicked people are to be destroyed, and survival awaits righteous people, even if an evildoer’s child is righteous, or a righteous person’s parents are wicked. There is no relationship whatsoever if a husband believes and a wife doesn’t, or if a child believes and their parents don’t. They’re two types that do not go together. There’s a destination that each person deserves. That’s determined based on their essence. One’s destination is in no way related to others.

IV

So before one enters into rest, there are physical relatives ’round them. But once they’ve entered into rest, they have no such relatives to speak of. If one does their duty, they’re a foe to those who don’t. Those who love God are foes to those who hate Him. And those who enter into rest are incompatible with those who are destroyed. There’s a destination that each person deserves. That’s determined based on their essence. One’s destination is in no way related to others.

from Follow the Lamb and Sing New Songs

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ