ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 409
10 ເດືອນທັນວາ 2025
ໃນການເຊື່ອໃນພຣະເຈົ້າ ຢ່າງໜ້ອຍເຈົ້າຕ້ອງແກ້ໄຂບັນຫາກ່ຽວກັບການມີຄວາມສຳພັນປົກກະຕິກັບພຣະເຈົ້າ. ຖ້າເຈົ້າບໍ່ມີຄວາມສຳພັນປົກກະຕິກັບພຣະເຈົ້າ, ແລ້ວຄວາມໝາຍໃນການເຊື່ອໃນພຣະເຈົ້າກໍ່ຈະສູນຫາຍໄປ. ການສ້າງຄວາມສຳພັນປົກກະຕິກັບພຣະເຈົ້ານັ້ນບັນລຸຜົນໄດ້ຢ່າງສິ້ນເຊີງດ້ວຍຫົວໃຈທີ່ສະຫງົບຢູ່ຕໍ່ໜ້າພຣະເຈົ້າ. ການມີຄວາມສຳພັນປົກກະຕິກັບພຣະເຈົ້າໝາຍເຖິງການສາມາດບໍ່ມີຂໍ້ສົງໄສ ແລະ ບໍ່ປະຕິເສດພາລະກິດໃດໆຂອງພຣະເຈົ້າ ແລະ ສາມາດອ່ອນນ້ອມຕໍ່ພາລະກິດຂອງພຣະອົງ. ມັນໝາຍເຖິງການມີເຈດຕະນາອັນຖືກຕ້ອງຕໍ່ໜ້າພຣະເຈົ້າ, ບໍ່ວາງແຜນສຳລັບຕົວເຈົ້າເອງ ແລະ ການຄຳນຶງເຖິງຜົນປະໂຫຍດຂອງຄອບຄົວຂອງພຣະເຈົ້າໃນທຸກສິ່ງກ່ອນ; ມັນໝາຍເຖິງການຍອມຮັບການກວດສອບວິເຄາະຂອງພຣະເຈົ້າ ແລະ ການອ່ອນນ້ອມຕໍ່ການຈັດແຈງຂອງພຣະເຈົ້າ. ເຈົ້າຕ້ອງສາມາດເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຢູ່ຕໍ່ໜ້າພຣະເຈົ້າໃນທຸກສິ່ງທີ່ເຈົ້າເຮັດ. ເຖິງແມ່ນວ່າເຈົ້າບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ, ເຈົ້າຕ້ອງປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງເຈົ້າໃຫ້ດີທີ່ສຸດ. ເມື່ອເຈດຕະນາຂອງພຣະເຈົ້າໄດ້ຖືກເປີດເຜີຍຕໍ່ເຈົ້າ, ໃຫ້ປະຕິບັດຕາມພວກມັນ ແລະ ມັນຈະບໍ່ຊ້າເກີນໄປ. ເມື່ອຄວາມສຳພັນຂອງເຈົ້າກັບພຣະເຈົ້າກາຍມາເປັນປົກກະຕິ, ເມື່ອນັ້ນເຈົ້າກໍ່ຈະມີຄວາມສຳພັນປົກກະຕິກັບຜູ້ຄົນເຊັ່ນດຽວກັນ. ເພື່ອສ້າງຄວາມສຳພັນທີ່ປົກກະຕິກັບພຣະເຈົ້າ, ທຸກສິ່ງຕ້ອງຖືກສ້າງບົນພື້ນຖານພຣະທຳຂອງພຣະເຈົ້າ, ເຈົ້າຕ້ອງສາມາດປະຕິບັດໜ້າທີ່ຂອງເຈົ້າຕາມພຣະທຳຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າໄດ້ຮ້ອງຂໍ, ເຈົ້າຕ້ອງເຮັດໃຫ້ມຸມມອງຂອງເຈົ້າຊື່ກົງ ແລະ ຕ້ອງສະແຫວງຫາຄວາມຈິງໃນທຸກສິ່ງ. ເຈົ້າຕ້ອງປະຕິບັດຄວາມຈິງ ເມື່ອເຈົ້າເຂົ້າໃຈມັນ ແລະ ບໍ່ວ່າແມ່ນຫຍັງກໍຕາມຈະເກີດຂຶ້ນກັບເຈົ້າ, ເຈົ້າຕ້ອງອະທິຖານຫາພຣະເຈົ້າ ແລະ ສະແຫວງຫາດ້ວຍຫົວໃຈທີ່ອ່ອນນ້ອມຕໍ່ພຣະເຈົ້າ. ເມື່ອປະຕິບັດແບບນັ້ນ, ເຈົ້າຈະສາມາດຮັກສາຄວາມສຳພັນທີ່ເປັນປົກກະຕິກັບພຣະເຈົ້າ. ໃນເວລາດຽວກັນກັບທີ່ປະຕິບັດໜ້າທີ່ຂອງເຈົ້າຢ່າງຖືກຕ້ອງ, ເຈົ້າຍັງຕ້ອງຮັບປະກັນວ່າເຈົ້າບໍ່ໄດ້ເຮັດຫຍັງທີ່ບໍ່ເປັນປະໂຫຍດຕໍ່ທາງເຂົ້າສູ່ຊີວິດຂອງຜູ້ທີ່ພຣະເຈົ້າໄດ້ເລືອກໄວ້ ແລະ ບໍ່ເວົ້າສິ່ງທີ່ບໍ່ເປັນປະໂຫຍດຕໍ່ອ້າຍເອື້ອຍນ້ອງ. ຢ່າງໜ້ອຍທີ່ສຸດ, ເຈົ້າຕ້ອງບໍ່ເຮັດສິ່ງທີ່ຂັດກັບຄວາມສຳນຶກຂອງເຈົ້າ ແລະ ຕ້ອງບໍ່ເຮັດສິ່ງທີ່ເປັນຕາອັບອາຍແທ້ໆ. ໂດຍສະເພາະແລ້ວ, ສຳລັບສິ່ງທີ່ກະບົດ ຫຼື ຕໍ່ຕ້ານພຣະເຈົ້າ, ເຈົ້າຕ້ອງບໍ່ເຮັດມັນຢ່າງແນ່ນອນ ແລະ ເຈົ້າຕ້ອງບໍ່ເຮັດສິ່ງທີ່ລົບກວນວຽກງານ ຫຼື ຊີວິດໃນຄຣິສຕະຈັກ. ຈົ່ງມີຄວາມຍຸຕິທຳ ແລະ ມີກຽດໃນທຸກສິ່ງທີ່ເຈົ້າເຮັດ ແລະ ຮັບປະກັນວ່າມັນສາມາດນຳສະເໜີໄດ້ຕໍ່ໜ້າພຣະເຈົ້າ. ເຖິງແມ່ນວ່າບາງຄັ້ງເນື້ອໜັງອ່ອນແອ, ເຈົ້າຕ້ອງສາມາດເອົາຜົນປະໂຫຍດຂອງຄອບຄົວຂອງພຣະເຈົ້າກ່ອນ, ໂດຍບໍ່ເຫັນແກ່ຜົນປະໂຫຍດສ່ວນຕົວ ໂດຍທີ່ບໍ່ເຮັດຫຍັງທີ່ເຫັນແກ່ຕົວ ຫຼື ເປັນຕາລັງກຽດ, ມັກໄຕ່ຕອງກ່ຽວກັບຕົນເອງ. ໃນລັກສະນະນີ້, ເຈົ້າຈະສາມາດດຳລົງຊີວິດຕໍ່ໜ້າພຣະເຈົ້າຢູ່ເລື້ອຍໆ ແລະ ຄວາມສຳພັນຂອງເຈົ້າກັບພຣະເຈົ້າຈະກາຍມາເປັນສິ່ງທີ່ປົກກະຕິຢ່າງສົມບູນ.
ໃນທຸກສິ່ງທີ່ເຈົ້າເຮັດ, ເຈົ້າຕ້ອງກວດສອບເບິ່ງວ່າເຈດຕະນາຂອງເຈົ້ານັ້ນຖືກຕ້ອງ ຫຼື ບໍ່. ຖ້າເຈົ້າສາມາດປະຕິບັດຕາມຄວາມຮຽກຮ້ອງຂອງພຣະເຈົ້າໄດ້, ແລ້ວຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍ່ເປັນປົກກະຕິ. ນີ້ແມ່ນມາດຕະຖານຕໍ່າສຸດ. ໃຫ້ເບິ່ງເຈດຕະນາຂອງເຈົ້າ ແລະ ຖ້າເຈົ້າຄົ້ນພົບວ່າເຈດຕະນາທີ່ບໍ່ຖືກຕ້ອງປາກົດຂຶ້ນ, ຈົ່ງສາມາດກະບົດຕໍ່ພວກມັນໄດ້ ແລະ ປະຕິບັດຕາມພຣະທຳຂອງພຣະເຈົ້າ; ສະນັ້ນ ເຈົ້າກໍ່ຈະກາຍເປັນຄົນທີ່ທ່ຽງທຳຕໍ່ໜ້າພຣະເຈົ້າ ເຊິ່ງຈະສະແດງໃຫ້ເຫັນວ່າຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນປົກກະຕິ ແລະ ສິ່ງທັງໝົດທີ່ເຈົ້າເຮັດແມ່ນເພື່ອພຣະເຈົ້າ, ບໍ່ແມ່ນເພື່ອຕົວເຈົ້າເອງ. ໃນທຸກສິ່ງທີ່ເຈົ້າເຮັດ ແລະ ທຸກສິ່ງທີ່ເຈົ້າເວົ້າ, ສາມາດວາງຫົວໃຈໃຫ້ຖືກຕ້ອງ ແລະ ຊອບທຳໃນການກະທຳຂອງເຈົ້າ ແລະ ຢ່າປ່ອຍໃຫ້ອາລົມຂອງເຈົ້າພາເຈົ້າໄປ ຫຼື ເຮັດຕາມຄວາມປະສົງຂອງຕົວເຈົ້າເອງ. ສິ່ງເຫຼົ່ານີ້ແມ່ນຫຼັກການທີ່ຜູ້ເຊື່ອໃນພຣະເຈົ້າຕ້ອງປະຕິບັດກັບຕົນເອງ. ສິ່ງເລັກໆນ້ອຍໆສາມາດເປີດເຜີຍເຈດຕະນາ ແລະ ວຸດທິພາວະຂອງຜູ້ຄົນ ແລະ ສະນັ້ນ ເພື່ອໃຫ້ຜູ້ຄົນເຂົ້າສູ່ເສັ້ນທາງແຫ່ງການເຮັດໃຫ້ສົມບູນແບບໂດຍພຣະເຈົ້າ, ພວກເຂົາຕ້ອງແກ້ໄຂເຈດຕະນາຂອງພວກເຂົາ ແລະ ຄວາມສຳພັນຂອງພວກເຂົາກັບພຣະເຈົ້າກ່ອນ. ມີແຕ່ເມື່ອຄວາມສຳພັນຂອງເຈົ້າກັບພຣະເຈົ້າເປັນປົກກະຕິ, ເຈົ້າຈຶ່ງຈະສາມາດຖືກພຣະເຈົ້າເຮັດໃຫ້ສົມບູນແບບໄດ້; ມີແຕ່ເມື່ອນັ້ນ, ການລິຮານ, ການລົງວິໄນ ແລະ ການຫຼໍ່ຫຼອມຂອງພຣະເຈົ້າຈຶ່ງຈະບັນລຸຜົນທີ່ປາຖະໜາໄວ້ຂອງພວກມັນໃນຕົວເຈົ້າ. ນັ້ນໝາຍຄວາມວ່າ ຖ້າມະນຸດສາມາດຮັກສາພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາ ແລະ ບໍ່ແມ່ນສະແຫວງຫາຜົນປະໂຫຍດສ່ວນຕົວ ຫຼື ບໍ່ຄິດກ່ຽວກັບອະນາຄົດສ່ວນຕົວຂອງພວກເຂົາເອງ (ໃນຄວາມຮູ້ສຶກດ້ານເນື້ອໜັງ), ແຕ່ກົງກັນຂ້າມ ພວກເຂົາແບກຫາບພາລະຂອງການເຂົ້າສູ່ຊີວິດ, ເຮັດດີທີ່ສຸດເພື່ອສະແຫວງຫາຄວາມຈິງ ແລະ ອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າ, ຖ້າເຈົ້າສາມາດເຮັດແບບນີ້ໄດ້, ແລ້ວເປົ້າໝາຍທີ່ເຈົ້າສະແຫວງຫາກໍຈະຖືກຕ້ອງ ແລະ ຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍຈະເປັນປົກກະຕິ. ສາມາດເວົ້າໄດ້ວ່າ ການເຮັດໃຫ້ຄວາມສຳພັນຂອງຄົນໆໜຶ່ງກັບພຣະເຈົ້າຖືກຕ້ອງແມ່ນບາດກ້າວທຳອິດໃນການເຂົ້າສູ່ການເດີນທາງທາງຈິດວິນຍານ. ເຖິງແມ່ນວ່າຊະຕາກຳຂອງມະນຸດຢູ່ໃນມືຂອງພຣະເຈົ້າ ແລະ ໄດ້ຖືກພຣະເຈົ້າກຳນົດໄວ້ລ່ວງໜ້າແລ້ວ ແລະ ມະນຸດບໍ່ສາມາດປ່ຽນແປງໄດ້, ບໍ່ວ່າເຈົ້າສາມາດຖືກພຣະເຈົ້າເຮັດໃຫ້ສົມບູນແບບ ຫຼື ຖືກຮັບເອົາໂດຍພຣະອົງ ຫຼື ບໍ່ນັ້ນ ແມ່ນຂຶ້ນຢູ່ກັບວ່າຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນປົກກະຕິ ຫຼື ບໍ່. ອາດມີພາກສ່ວນໃນຕົວເຈົ້າທີ່ອ່ອນແອ ຫຼື ກະບົດ ແຕ່ວ່າຕາບໃດທີ່ມຸມມອງຂອງເຈົ້າ ແລະ ເຈດຕະນາຂອງເຈົ້າຖືກຕ້ອງ ແລະ ຕາບໃດທີ່ຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນຖືກຕ້ອງ ແລະ ເປັນປົກກະຕິ, ເມື່ອນັ້ນ ເຈົ້າຈຶ່ງຈະມີຄຸນສົມບັດທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນແບບ. ຖ້າເຈົ້າບໍ່ມີຄວາມສຳພັນທີ່ຖືກຕ້ອງກັບພຣະເຈົ້າ ແລະ ປະຕິບັດເພື່ອຜົນປະໂຫຍດຂອງເນື້ອໜັງ ຫຼື ຄອບຄົວຂອງເຈົ້າ, ແລ້ວບໍ່ວ່າເຈົ້າຈະພະຍາຍາມຫຼາຍພຽງໃດກໍ່ຕາມ ມັນກໍ່ຈະບໍ່ມີປະໂຫຍດຫຍັງເລີຍ. ຖ້າຄວາມສຳພັນຂອງເຈົ້າກັບພຣະເຈົ້າປົກກະຕິ, ແລ້ວສິ່ງອື່ນໆກໍ່ຈະລົງຕົວເອງ. ພຣະເຈົ້າບໍ່ແນມເບິ່ງສິ່ງອື່ນໃດອີກ, ແຕ່ພຣະອົງພຽງແນມເບິ່ງວ່າມຸມມອງຂອງເຈົ້າກ່ຽວກັບການເຊື່ອໃນພຣະເຈົ້ານັ້ນຖືກຕ້ອງ ຫຼື ບໍ່: ເຈົ້າເຊື່ອໃຜ, ເຈົ້າມີຄວາມເຊື່ອເພື່ອໃຜ ແລະ ເປັນຫຍັງເຈົ້າຈຶ່ງເຊື່ອ. ຖ້າເຈົ້າສາມາດເບິ່ງເຫັນສິ່ງເຫຼົ່ານີ້ໄດ້ຢ່າງຊັດເຈນ ແລະ ປະຕິບັດໂດຍທີ່ມີມຸມມອງທີ່ຖືກຕ້ອງ, ແລ້ວເຈົ້າກໍ່ຈະມີຄວາມກ້າວໜ້າໃນຊີວິດຂອງເຈົ້າ ແລະ ເຈົ້າຈະເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໄດ້ຢ່າງແນ່ນອນ. ຖ້າຄວາມສຳພັນຂອງເຈົ້າກັບພຣະເຈົ້າບໍ່ປົກກະຕິ ແລະ ມຸມມອງໃນຄວາມເຊື່ອຂອງເຈົ້າທີ່ມີຕໍ່ພຣະເຈົ້າຜິດປົກກະຕິ, ແລ້ວທຸກສິ່ງເຫຼົ່ານີ້ກໍຈະເປົ່າປະໂຫຍດ ແລະ ບໍ່ວ່າເຈົ້າຈະເຊື່ອໃນພຣະເຈົ້າຫຼາຍສໍ່າໃດກໍຕາມ, ເຈົ້າຈະບໍ່ໄດ້ຮັບຫຍັງເລີຍ. ມີແຕ່ຫຼັງຈາກທີ່ຄວາມສຳພັນຂອງເຈົ້າກັບພຣະເຈົ້າເປັນປົກກະຕິ ເຈົ້າຈຶ່ງຈະໄດ້ຮັບຄຳຍ້ອງຍໍຈາກພຣະອົງ ເມື່ອເຈົ້າກະບົດຕໍ່ເນື້ອໜັງ, ອະທິຖານ, ທົນທຸກທໍລະມານ, ອົດທົນ, ອ່ອນນ້ອມ ແລະ ຊ່ວຍເຫຼືອອ້າຍເອື້ອຍນ້ອງຂອງເຈົ້າ, ເສຍສະຫຼະຕົວເຈົ້າເອງໃຫ້ກັບພຣະເຈົ້າຫຼາຍຂຶ້ນ ແລະ ອື່ນໆອີກ. ບໍ່ວ່າສິ່ງທີ່ເຈົ້າເຮັດຈະມີຄຸນຄ່າ ແລະ ມີຄວາມໝາຍ ຫຼື ບໍ່ນັ້ນ ແມ່ນຂຶ້ນຢູ່ກັບວ່າເຈດຕະນາຂອງເຈົ້ານັ້ນຖືກຕ້ອງ ແລະ ມຸມມອງຂອງເຈົ້ານັ້ນຖືກຕ້ອງ ຫຼື ບໍ່. ທຸກມື້ນີ້, ຫຼາຍຄົນເຊື່ອໃນພຣະເຈົ້າ ຄືກັບການງ່ຽງຫົວເບິ່ງໂມງ, ທັດສະນະຂອງພວກເຂົາແມ່ນບໍ່ຖືກຕ້ອງ ແລະ ທຸກສິ່ງທຸກຢ່າງຈະຖືກຕ້ອງດ້ວຍການບຸກທະລຸ. ຖ້າບັນຫານີ້ຖືກແກ້ໄຂ, ທຸກສິ່ງກໍຈະດີຂຶ້ນ; ຖ້າບໍ່ດັ່ງນັ້ນ, ທຸກສິ່ງທຸກຢ່າງກໍ່ຈະບໍ່ມີປະໂຫຍດຫຍັງເລີຍ. ບາງຄົນປະພຶດດີຕໍ່ໜ້າເຮົາ, ແຕ່ລັບຫຼັງເຮົາ ສິ່ງທີ່ພວກເຂົາເຮັດມີພຽງແຕ່ຕໍ່ຕ້ານ. ສິ່ງເຫຼົ່ານີ້ແມ່ນສະແດງເຖິງຄວາມຄົດໂກງ ແລະ ການຫຼອກລວງ ແລະ ຄົນປະເພດນີ້ແມ່ນຜູ້ຮັບໃຊ້ຂອງຊາຕານ; ພວກເຂົາແມ່ນຕົວຕົນຂອງຊາຕານໂດຍແທ້, ມາເພື່ອທົດລອງພຣະເຈົ້າ. ເຈົ້າເປັນພຽງຄົນຊອບທຳຄົນໜຶ່ງ ຖ້າເຈົ້າສາມາດຍອມຕໍ່ພາລະກິດຂອງເຮົາ ແລະ ພຣະທຳຂອງເຮົາ. ຕາບໃດທີ່ເຈົ້າສາມາດກິນ ແລະ ດື່ມພຣະທຳຂອງພຣະເຈົ້າ; ຕາບໃດທີ່ທຸກໆສິ່ງທີ່ເຈົ້າເຮັດນັ້ນຮຽບຮ້ອຍຕໍ່ໜ້າພຣະເຈົ້າ ແລະ ເຈົ້າປະພຶດຢ່າງເປັນທໍາ ແລະ ມີກຽດໃນທຸກສິ່ງທີ່ເຈົ້າເຮັດ, ຕາບໃດທີ່ເຈົ້າບໍ່ເຮັດໃນສິ່ງທີ່ໜ້າອັບອາຍ ຫຼື ສິ່ງຕ່າງໆທີ່ຈະທຳຮ້າຍຊີວິດຂອງຄົນອື່ນ; ແລະ ຕາບໃດທີ່ເຈົ້າດຳລົງຊີວິດຢູ່ໃນແສງສະຫວ່າງ ແລະ ບໍ່ຍອມໃຫ້ຊາຕານເອົາປຽບພວກເຈົ້າເອງ, ເມື່ອນັ້ນ ຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍຈະຢູ່ໃນລັກສະນະທີ່ຖືກຕ້ອງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳພັນຂອງເຈົ້າກັບພຣະເຈົ້າເປັນແນວໃດ?
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ