ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 410

10 ເດືອນທັນວາ 2025

ການເຊື່ອພຣະເຈົ້າຮຽກຮ້ອງໃຫ້ເຈົ້າວາງເຈດຕະນາ ແລະ ມຸມມອງຂອງເຈົ້າໃນລຳດັບທີ່ຖືກຕ້ອງ; ເຈົ້າຕ້ອງມີຄວາມເຂົ້າໃຈທີ່ຖືກຕ້ອງ ແລະ ວິທີການປະຕິບັດທີ່ຖືກຕ້ອງ, ພຣະທຳຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າ, ສະພາບແວດລ້ອມທັງໝົດທີ່ພຣະເຈົ້າຈັດແຈງໃຫ້, ມະນຸດທີ່ພຣະເຈົ້າເປັນພະຍານໃຫ້ ແລະ ພຣະເຈົ້າອົງແທ້ຈິງ. ເຈົ້າຕ້ອງບໍ່ປະຕິບັດຕາມແນວຄິດຂອງເຈົ້າເອງ ຫຼື ສ້າງກົນອຸບາຍນ້ອຍໆຂອງເຈົ້າເອງ. ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ເຈົ້າຕ້ອງສາມາດສະແຫວງຫາຄວາມຈິງ ແລະ ອ່ອນນ້ອມຕໍ່ພາລະກິດທັງໝົດຂອງພຣະເຈົ້າ ໃນຖານະທີ່ເຈົ້າເປັນສິ່ງຖືກສ້າງ. ຖ້າເຈົ້າປາຖະໜາທີ່ຈະສະແຫວງຫາການຖືກພຣະເຈົ້າເຮັດໃຫ້ສົມບູນແບບ ແລະ ເຂົ້າສູ່ເສັ້ນທາງແຫ່ງຊີວິດທີ່ຖືກຕ້ອງ, ແລ້ວຫົວໃຈຂອງເຈົ້າຕ້ອງດຳລົງຢູ່ຕໍ່ໜ້າພຣະເຈົ້າສະເໝີ. ຢ່າເຮັດຜິດສິນທໍາ, ຢ່າຕິດຕາມຊາຕານ, ຢ່າປ່ອຍໃຫ້ຊາຕານມີໂອກາດໃດໜຶ່ງທີ່ຈະປະຕິບັດພາລະກິດຂອງມັນ ແລະ ຢ່າປ່ອຍໃຫ້ຊາຕານໃຊ້ເຈົ້າ. ເຈົ້າຕ້ອງມອບຕົວເອງໃຫ້ພຣະເຈົ້າຢ່າງສົມບູນ ແລະ ປ່ອຍໃຫ້ພຣະເຈົ້າປົກຄອງເຈົ້າ.

ເຈົ້າເຕັມໃຈທີ່ຈະເປັນຜູ້ຮັບໃຊ້ຂອງຊາຕານບໍ? ເຈົ້າເຕັມໃຈທີ່ຈະຖືກຊາຕານເອົາປຽບບໍ? ເຈົ້າເຊື່ອໃນພຣະເຈົ້າ ແລະ ສະແຫວງຫາພຣະເຈົ້າ ເພື່ອວ່າເຈົ້າຈະໄດ້ຖືກພຣະອົງເຮັດໃຫ້ສົມບູນແບບບໍ ຫຼື ເພື່ອວ່າເຈົ້າຈະກາຍເປັນຕົວປະກອບສຳລັບພາລະກິດຂອງພຣະເຈົ້າບໍ? ເຈົ້າເລືອກຊີວິດທີ່ມີຄວາມໝາຍທີ່ເຈົ້າຈະຖືກຮັບໂດຍພຣະເຈົ້າ ຫຼື ຊີວິດທີ່ບໍ່ມີຄ່າ ແລະ ວ່າງເປົ່າບໍ? ເຈົ້າເລືອກທີ່ຈະຖືກພຣະເຈົ້າໃຊ້ບໍ ຫຼື ຖືກຊາຕານເອົາປຽບ? ເຈົ້າເລືອກທີ່ຈະໃຫ້ພຣະທຳ ແລະ ຄວາມຈິງຂອງພຣະເຈົ້າເຕີມເຕັມໃນຕົວເຈົ້າ ຫຼື ປ່ອຍໃຫ້ຄວາມບາບ ແລະ ຊາຕານເຕີມເຕັມໃນຕົວເຈົ້າ? ໃຫ້ພິຈາລະນາສິ່ງເຫຼົ່ານີ້ຢ່າງລະມັດລະວັງ. ໃນຊີວິດປະຈຳວັນຂອງເຈົ້າ, ເຈົ້າຕ້ອງເຂົ້າໃຈວ່າ ສິ່ງໃດທີ່ເຈົ້າເວົ້າ ແລະ ສິ່ງໃດທີ່ເຈົ້າເຮັດແມ່ນອາດກໍ່ໃຫ້ເກີດຄວາມຜິດປົກກະຕິໃນຄວາມສຳພັນຂອງເຈົ້າກັບພຣະເຈົ້າ ແລະ ຫຼັງຈາກນັ້ນ ໃຫ້ແກ້ໄຂຕົວຂອງເຈົ້າເອງເພື່ອເຂົ້າສູ່ວິທີການທີ່ຖືກຕ້ອງ. ຕະຫຼອດເວລານີ້, ໃຫ້ກວດສອບຄຳເວົ້າຂອງເຈົ້າ, ການກະທຳຂອງເຈົ້າ, ທຸກໆການເຄື່ອນໄຫວຂອງເຈົ້າ ແລະ ຄວາມຄິດ ແລະ ແນວຄິດທັງໝົດຂອງເຈົ້າ. ໃຫ້ຮັບຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບສະພາວະທີ່ແທ້ຈິງຂອງເຈົ້າ ແລະ ເຂົ້າສູ່ລັກສະນະພາລະກິດຂອງພຣະວິນຍານບໍລິສຸດ. ນີ້ເປັນວິທີດຽວທີ່ຈະມີຄວາມສຳພັນປົກກະຕິກັບພຣະເຈົ້າໄດ້. ໂດຍການປະເມີນເບິ່ງວ່າ ຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນປົກກະຕິ ຫຼື ບໍ່, ເຈົ້າຈຶ່ງຈະສາມາດແກ້ໄຂເຈດຕະນາຂອງເຈົ້າໃຫ້ຖືກຕ້ອງໄດ້, ເຂົ້າໃຈທຳມະຊາດ-ແກ່ນແທ້ຂອງມະນຸດ ແລະ ເຂົ້າໃຈຕົວເຈົ້າເອງໄດ້ຢ່າງແທ້ຈິງ ແລະ ໂດຍການເຮັດແບບນັ້ນ ເຈົ້າຈະສາມາດເຂົ້າສູ່ປະສົບການອັນແທ້ຈິງ, ກະບົດຕໍ່ຕົນເອງໃນວິທີທີ່ແທ້ຈິງ ແລະ ອ່ອນນ້ອມດ້ວຍເຈດຕະນາ. ໃນຂະນະທີ່ເຈົ້າປະສົບກັບເລື່ອງເຫຼົ່ານີ້ທີ່ກ່ຽວຂ້ອງກັບວ່າ ຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນປົກກະຕິ ຫຼື ບໍ່, ເຈົ້າຈະຄົ້ນພົບໂອກາດທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນແບບໄດ້ ແລະ ມາເຂົ້າໃຈຫຼາຍສະພາວະຂອງພາລະກິດຂອງພຣະວິນຍານບໍລິສຸດ. ເຈົ້າຈະສາມາດເບິ່ງທະລຸກົນອຸບາຍຫຼາຍຢ່າງຂອງຊາຕານ ແລະ ເບິ່ງທະລຸການສົມຮູ້ຮ່ວມຄິດຕ່າງໆຂອງມັນ. ມີພຽງຜ່ານທາງນີ້ເທົ່ານັ້ນທີ່ຈະນໍາພາໄປສູ່ການຖືກພຣະເຈົ້າເຮັດໃຫ້ສົມບູນແບບໄດ້. ເຈົ້າວາງຄວາມສຳພັນຂອງເຈົ້າກັບພຣະເຈົ້າໃຫ້ຖືກຕ້ອງ ເພື່ອວ່າເຈົ້າອາດຈະອ່ອນນ້ອມຕໍ່ການຈັດແຈງທັງໝົດຂອງພຣະເຈົ້າ ແລະ ເພື່ອວ່າເຈົ້າຈະເຂົ້າສູ່ປະສົບການແທ້ຈິງທີ່ເລິກເຊິ່ງຫຼາຍກວ່າເກົ່າ ແລະ ໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດຫຼາຍຂຶ້ນ. ເມື່ອເຈົ້າປະຕິບັດການມີຄວາມສຳພັນປົກກະຕິກັບພຣະເຈົ້າ, ໃນກໍລະນີສ່ວນໃຫຍ່ ຄວາມສຳເລັດຈະຖືກບັນລຸໂດຍການກະບົດຕໍ່ເນື້ອໜັງ ແລະ ຜ່ານການຮ່ວມມືທີ່ແທ້ຈິງກັບພຣະເຈົ້າ. ເຈົ້າຄວນເຂົ້າໃຈວ່າ “ຫາກປາສະຈາກຫົວໃຈທີ່ໃຫ້ການຮ່ວມມື, ມັນເປັນການຍາກທີ່ຈະໄດ້ຮັບພາລະກິດຂອງພຣະເຈົ້າ; ຖ້າເນື້ອໜັງບໍ່ໄດ້ທົນທຸກກັບຄວາມຍາກລຳບາກ, ກໍ່ຈະບໍ່ມີການອວຍພອນຈາກພຣະເຈົ້າ; ຖ້າຫາກວິນຍານບໍ່ດີ້ນລົນ, ຊາຕານກໍ່ຈະບໍ່ລະອາຍໃຈ”. ຖ້າເຈົ້າປະຕິບັດຫຼັກການເຫຼົ່ານີ້ ແລະ ເຂົ້າໃຈພວກມັນຢ່າງທົ່ວເຖິງ, ມຸມມອງກ່ຽວກັບຄວາມເຊື່ອຂອງເຈົ້າໃນພຣະເຈົ້າກໍ່ຈະຖືກຕ້ອງ. ໃນການປະຕິບັດໃນປັດຈຸບັນຂອງພວກເຈົ້າ, ພວກເຈົ້າຕ້ອງປະຖິ້ມຊຸດຄວາມຄິດ “ການສະແຫວງຫາກິນເຂົ້າຈີ່ໃຫ້ອີ່ມ”, ພວກເຈົ້າຕ້ອງປະຖິ້ມຊຸດຄວາມຄິດ “ທຸກສິ່ງໄດ້ສຳເລັດລົງໂດຍພຣະວິນຍານບໍລິສຸດ ແລະ ຜູ້ຄົນບໍ່ສາມາດແຊກແຊງໄດ້”. ທຸກຄົນທີ່ກ່າວໃນທາງນີ້ກໍຄິດວ່າ, “ຜູ້ຄົນສາມາດເຮັດຫຍັງກໍ່ໄດ້ທີ່ພວກເຂົາຕ້ອງການ ແລະ ເມື່ອເວລາມາເຖິງ ພຣະວິນຍານບໍລິສຸດຈະປະຕິບັດພາລະກິດຂອງພຣະອົງ. ຜູ້ຄົນບໍ່ຈຳເປັນຕ້ອງຢັບຢັ້ງເນື້ອໜັງ ຫຼື ຮ່ວມມື; ສິ່ງທີ່ສຳຄັນກໍ່ມີພຽງແຕ່ພວກເຂົາຖືກດົນບັນດານໂດຍພຣະວິນຍານບໍລິສຸດ”. ຄວາມຄິດເຫັນເຫຼົ່ານີ້ແມ່ນບໍ່ມີເຫດຜົນທັງໝົດ. ພາຍໃຕ້ສະຖານະການເຫຼົ່ານີ້, ພຣະວິນຍານບໍລິສຸດບໍ່ສາມາດປະຕິບັດພາລະກິດໄດ້. ມັນແມ່ນມຸມມອງແບບນີ້ທີ່ຂັດຂວາງພາລະກິດຂອງພຣະວິນຍານບໍລິສຸດຢ່າງໃຫຍ່ຫຼວງ. ສ່ວນໃຫຍ່, ພາລະກິດຂອງພຣະວິນຍານບໍລິສຸດແມ່ນບັນລຸຜ່ານການຮ່ວມມືຂອງມະນຸດ. ຄົນທີ່ບໍ່ໃຫ້ການຮ່ວມມື ແລະ ບໍ່ໄດ້ຕັ້ງໃຈ ແຕ່ປາຖະໜາທີ່ຈະບັນລຸການປ່ຽນແປງໃນອຸປະນິໄສຂອງພວກເຂົາ ແລະ ຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ ແລະ ແສງສະຫວ່າງ ແລະ ແສງເຍືອງທາງຈາກພຣະເຈົ້າ, ກໍມີຄວາມຄິດເກີນເຫດຜົນ. ສິ່ງນີ້ເອີ້ນວ່າ “ການປ່ອຍປະຕົວເອງ ແລະ ການໃຫ້ອະໄພຊາຕານ”. ຄົນແບບນີ້ບໍ່ມີຄວາມສຳພັນປົກກະຕິກັບພຣະເຈົ້າ. ເຈົ້າຄວນຄົ້ນພົບການເປີດເຜີຍ ແລະ ການສະແດງອອກຫຼາຍຢ່າງຂອງອຸປະນິໄສແບບຊາຕານພາຍໃນຕົວເຈົ້າ ແລະ ຄົ້ນພົບການປະຕິບັດໃດໜຶ່ງທີ່ເຈົ້າມີເຊິ່ງຢູ່ກົງກັນຂ້າມກັບສິ່ງທີ່ພຣະເຈົ້າຮຽກຮ້ອງໃນຕອນນີ້. ເຈົ້າສາມາດກະບົດຕໍ່ຊາຕານໃນຕອນນີ້ໄດ້ບໍ? ເຈົ້າຄວນບັນລຸຄວາມສຳພັນປົກກະຕິກັບພຣະເຈົ້າ, ເຮັດຕາມເຈດຕະນາຂອງພຣະເຈົ້າ ແລະ ກາຍເປັນຄົນໃໝ່ພ້ອມກັບມີຊີວິດໃໝ່. ຢ່າອາໄສຢູ່ໃນການລ່ວງລະເມີດໃນອະດີດ; ຢ່າເສຍໃຈຫຼາຍເກີນໄປ; ໃຫ້ສາມາດຢືນຂຶ້ນ ແລະ ຮ່ວມມືກັບພຣະເຈົ້າ ແລະ ປະຕິບັດໜ້າທີ່ທີ່ເປັນຂອງເຈົ້າໃນການປະຕິບັດ. ໃນລັກສະນະນີ້ ຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍ່ຈະເປັນປົກກະຕິ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳພັນຂອງເຈົ້າກັບພຣະເຈົ້າເປັນແນວໃດ?

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ