ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 412

28 ເດືອນເມສາ 2021

ຍິ່ງຄົນເປີດໃຈຮັບເອົາພຣະທໍາຂອງພຣະເຈົ້າຫຼາຍເທົ່າໃດ ພວກເຂົາກໍຍິ່ງໄດ້ຮັບຄວາມສະຫວ່າງຫຼາຍຂຶ້ນເທົ່ານັ້ນ ແລະ ຍິ່ງຫິວກະຫາຍທີ່ຈະສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າຫຼາຍຂຶ້ນເທົ່ານັ້ນ. ມີແຕ່ຜູ້ທີ່ຮັບເອົາພຣະທໍາຂອງພຣະເຈົ້າເທົ່ານັ້ນທີ່ສາມາດມີປະສົບການອັນເລິກເຊິ່ງ ແລະ ລໍ້າຄ່າ; ພວກເຂົາເປັນຜູ້ທີ່ມີຊີວິດງອກງາມຍິ່ງໆຂຶ້ນ. ທຸກຄົນທີ່ສະແຫວງຫາຊີວິດຕ້ອງຖືສິ່ງນີ້ຄືກັບວ່າແມ່ນໜ້າທີ່ຂອງຕົນ ແລະ ຕ້ອງມີຄວາມຮູ້ສຶກວ່າ ຕົນບໍ່ສາມາດດໍາລົງຊີວິດໂດຍປາສະຈາກພຣະເຈົ້າ, ມີຄວາມຮູ້ສຶກວ່າ ຕົນຈະບໍ່ມີຄວາມສໍາເລັດໃດໆຖ້າປາສະຈາກພຣະເຈົ້າ ແລະ ທຸກສິ່ງແມ່ນວ່າງເປົ່າເມື່ອປາສະຈາກພຣະເຈົ້າ. ພວກເຂົາຄວນມີຄວາມຕັ້ງໃຈ ເຊັ່ນ: “ຖ້າປາສະຈາກການສະຖິດຂອງພຣະວິນຍານບໍລິສຸດ, ຂ້ານ້ອຍຈະບໍ່ເຮັດຫຍັງ ແລະ ຖ້າການອ່ານພຣະທໍາຂອງພຣະເຈົ້າບໍ່ໄດ້ຜົນ, ຂ້ານ້ອຍກໍຈະບໍ່ສົນໃຈເຮັດຫຍັງ”. ພວກເຂົາບໍ່ຄວນເຮັດຕາມໃຈຕົນເອງ. ປະສົບການຊີວິດແມ່ນມາຈາກຄວາມສະຫວ່າງ ແລະ ການນໍາພາຂອງພຣະເຈົ້າ ແລະ ກໍເປັນຜົນຂອງການພະຍາຍາມປະຕິບັດຕາມຂອງພວກເຈົ້າ. ພວກເຈົ້າບໍ່ຄວນແກ້ໂຕໃນເລື່ອງປະສົບການຊີວິດ.

ບາງຄັ້ງ ສະພາບຂອງເຈົ້າແມ່ນບໍ່ປົກກະຕິ ຍ້ອນເຈົ້າສູນເສຍການສະຖິດຂອງພຣະເຈົ້າ ແລະ ບໍ່ສາມາດສໍາຜັດເຖິງພຣະອົງໄດ້ໃນເວລາເຈົ້າອະທິຖານ; ການຮູ້ສຶກຢ້ານໃນເວລາດັ່ງກ່າວຖືວ່າເປັນເລື່ອງປົກກະຕິ. ເຈົ້າຄວນເລີ່ມສະແຫວງຫາທັນທີ. ຖ້າເຈົ້າບໍ່ສະແຫວງຫາ, ພຣະເຈົ້າກໍຈະຫ່າງໄກຈາກເຈົ້າ ແລະ ເຈົ້າກໍຈະບໍ່ມີພຣະວິນຍານບໍລິສຸດສະຖິດຢູ່ນໍາເຈົ້າເປັນເວລາມື້ ຫຼື ສອງມື້ ຫຼື ເປັນເດືອນ ຫຼື ສອງເດືອນ ແລະ ເຈົ້າກໍຍິ່ງຈະບໍ່ມີພາລະກິດຂອງພຣະອົງ. ເມື່ອເຈົ້າພະເຊີນກັບສະຖານະການແບບນີ້ ເຈົ້າຈະມຶນຊາໃນລະດັບໃດລະດັບໜຶ່ງ; ເຈົ້າຖືກຈັບເປັນສະເລີຍຂອງຊາຕານອີກຄັ້ງ ແລະ ຈະສາມາດເຮັດສິ່ງໃດກໍໄດ້ ເຊັ່ນ ມີຄວາມຮັກ ແລະ ຄວາມປາດຖະໜາຢາກໄດ້ເງິນ, ຫຼອກລວງອ້າຍເອື້ອຍນ້ອງ, ເບິ່ງໜັງຟັງເພງ, ຫຼິ້ນໄພ້ນົກກະຈອກ, ທັງສູບຢາ ແລະ ດື່ມຢ່າງຂາດວິໄນ. ໃຈຂອງເຈົ້າອອກຫ່າງພຣະເຈົ້າ, ເຈົ້າພະຍາຍາມເພິ່ງຕົນເອງຢ່າງລັບໆ ແລະ ຕັດສິນພາລະກິດຂອງພຣະເຈົ້າຕາມໃຈຕົນເອງ. ບາງກໍລະນີ້ກໍຮ້າຍແຮງຫຼາຍຈົນຄົນເຮັດບາບຮ່ວມກັບເພດກົງກັນຂ້າງ ໂດຍບໍ່ຮູ້ສຶກລະອາຍ ຫຼື ອັບອາຍ. ຄົນປະເພດນີ້ຖືກພຣະວິນຍານບໍລິສຸດປະຖິ້ມ ແລະ ທີ່ຈິງແລ້ວ ພວກເຂົາບໍ່ໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດເປັນເວລາດົນນານມາແລ້ວ. ສິ່ງທີ່ເຈົ້າສາມາດເບິ່ງເຫັນໃນພວກເຂົາແມ່ນພວກເຂົາເສື່ອມຊາມຂຶ້ນຊັກໃຊ້, ພວກເຂົາເດ່ມືອັນຊົ່ວຮ້າຍຂອງພວກເຂົາອອກໄປເລື້ອຍໆ ແລະ ໃນທີ່ສຸດ ພວກເຂົາກໍປະຕິເສດການມີຢູ່ຂອງທາງເສັ້ນນີ້ ນັ້ນກໍຄື ພວກເຂົາກາຍເປັນສະເລີຍຂອງຊາຕານຜ່ານຄວາມບາບຂອງພວກເຂົາເອງ. ຖ້າເຈົ້າຄົ້ນພົບວ່າ ພຣະວິນຍານບໍລິສຸດສະຖິດຢູ່ກັບເຈົ້າ ແຕ່ບໍ່ມີພາລະກິດຂອງພຣະອົງ, ນັ້ນສະແດງວ່າເຈົ້າໄດ້ຕົກຢູ່ໃນສະພາບທີ່ອັນຕະລາຍແລ້ວ. ເມື່ອເຈົ້າບໍ່ສາມາດສໍາພັດການສະຖິດຂອງພຣະວິນຍານບໍລິສຸດໄດ້, ນັ້ນສະແດງວ່າເຈົ້າກໍາລັງໃກ້ຈະຕາຍ. ຖ້າເຈົ້າຍັງບໍ່ກັບໃຈ ເຈົ້າກໍຈະຖືກສົ່ງກັບຄືນໃຫ້ຊາຕານຢ່າງສົມບູນ ແລະ ກາຍເປັນຜູ້ໜຶ່ງທີ່ຈະຖືກກໍາຈັດ. ເພາະສະນັ້ນ ເມື່ອເຈົ້າຮູ້ໂຕວ່າ ຕົນເອງຢູ່ໃນສະພາບທີ່ມີພຣະວິນຍານບໍລິສຸດສະຖິດຢູ່ນໍາ (ບໍ່ເຮັດຄວາມຜິດບາບ, ບໍ່ໝົກໝົ້ນໃນກິເລດຕັນຫາ ຫຼື ບໍ່ຕັ້ງໃຈຕໍ່ຕ້ານພຣະເຈົ້າ) ແຕ່ເຈົ້າຂາດພາລະກິດຂອງພຣະວິນຍານບໍລິສຸດ (ເຈົ້າບໍ່ໄດ້ຮັບການດົນໃຈເວລາອະທິຖານ, ບໍ່ໄດ້ຮັບຄວາມສະຫວ່າງ ແລະ ແສງໄຟເຍືອງທາງຈ່າງແຈ້ງ ເມື່ອເຈົ້າກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ, ເຈົ້າຂີ້ຄ້ານກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ, ຊີວິດຂາດການເຕີບໃຫຍ່ສະເໝີ, ບໍ່ໄດ້ຮັບແສງໄຟເຍືອງທາງທີ່ສໍາຄັນເປັນເວລາດົນນານ) ເຈົ້າກໍຕ້ອງລະມັດລະວັງໃນເວລາເຫຼົ່ານີ້. ເຈົ້າຕ້ອງບໍ່ເຮັດຕາມໃຈຕົນເອງ, ເຈົ້າຕ້ອງບໍ່ເຮັດຕາມນິໄສຂອງຕົນເອງອີກຕໍ່ໄປ, ການສະຖິດຂອງພຣະວິນຍານບໍລິສຸດອາດຈະຈາກໄປໃນເວລາໃດກໍໄດ້ ສະນັ້ນ ສະຖານະການເຫຼົ່ານີ້ຈຶ່ງເປັນສະຖານະການອັນຕະລາຍ. ຖ້າເຈົ້າພະເຊີນກັບສະພາບແບບນີ້ ເຈົ້າຕ້ອງໄດ້ແກ້ໄຂຢ່າງຮີບດ່ວນ. ກ່ອນອື່ນໝົດ ເຈົ້າຄວນອະທິຖານເພື່ອກັບໃຈ, ອ້ອນວອນຂໍຄວາມເມດຕາຈາກພຣະເຈົ້າ, ອະທິຖານຢ່າງຈິງຈັງ; ຍິ່ງໄປກວ່ານັ້ນ ເຈົ້າຕ້ອງສະຫງົບໃຈ ເພື່ອກິນ ແລະ ດື່ມພຣະທໍາຂອງພຣະເຈົ້າຫຼາຍຂຶ້ນ ແລະ ບົນພື້ນຖານນີ້ ເຈົ້າກໍຕ້ອງອະທິຖານຫຼາຍຂຶ້ນອີກ. ເພີ່ມຄວາມເຂັ້ມແຂງເຂົ້າໃນຄວາມພະຍາຍາມຂອງເຈົ້າໃນການຂັບຮ້ອງເພງສັນລະເສີນພຣະເຈົ້າ, ການອະທິຖານ, ການກິນ ແລະ ການດື່ມພຣະທໍາຂອງພຣະອົງ ແລະ ປະຕິບັດໜ້າທີ່ຂອງຕົນເອງ. ເມື່ອເຈົ້າຢູ່ຈຸດທີ່ອ່ອນແອທີ່ສຸດ ຊາຕານກໍສາມາດເຂົ້າຢຶດໃຈຂອງເຈົ້າໄດ້ງ່າຍທີ່ສຸດ; ຖ້າເປັນດັ່ງນັ້ນ ໃຈຂອງເຈົ້າກໍຈະຖືກຍາດເອົາໄປຈາກພຣະເຈົ້າ ແລະ ຖືກມອບກັບຄືນໃຫ້ຊາຕານ; ຫຼັງຈາກນັ້ນ ເຈົ້າກໍຈະບໍ່ມີການສະຖິດຂອງພຣະວິນຍານບໍລິສຸດ ແລະ ມັນກໍຍິ່ງເປັນການຍາກທີ່ເຈົ້າຈະເອົາພາລະກິດຂອງພຣະວິນຍານບໍລິສຸດກັບຄືນມາ. ການສະແຫວງຫາພາລະກິດຂອງພຣະວິນຍານບໍລິສຸດໃນເວລາທີ່ພຣະອົງຍັງສະຖິດຢູ່ກັບເຈົ້ານັ້ນດີກວ່າ, ຈົ່ງຂໍໃຫ້ພຣະເຈົ້າມອບແສງສະຫວ່າງໃຫ້ເຈົ້າເພີ່ມ ແລະ ບໍ່ປ່ອຍປະໃຫ້ພຣະອົງໜີອອກຈາກເຈົ້າ. ເຈົ້າຕ້ອງອະທິຖານ, ຮ້ອງເພງສັນລະເສີນ, ປະຕິບັດໜ້າທີ່ຂອງຕົນ, ກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ ເພື່ອບໍ່ໃຫ້ຊາຕານມີໂອກາດປະຕິບັດວຽກງານຂອງມັນ. ເມື່ອເຮັດເຊັ່ນນັ້ນແລ້ວ ເຈົ້າຈະໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ. ຖ້າເຈົ້າບໍ່ເອົາພາລະກິດຂອງພຣະວິນຍານກັບຄືນມາດ້ວຍວິທີນີ້ ແລະ ມີແຕ່ລໍຖ້າ, ເມື່ອເຈົ້າສູນເສຍການສະຖິດຂອງພຣະວິນຍານບໍລິສຸດ ມັນກໍຍິ່ງຈະຍາກທີ່ຈະເອົາກັບຄືນ ນອກຈາກວ່າ ພຣະວິນຍານບໍລິສຸດໄດ້ບັນດານໃຈ, ເຍືອງທາງ ແລະ ມອບແສງສະຫວ່າງໃຫ້ເຈົ້າໂດຍສະເພາະ; ເຖິງຢ່າງນັ້ນກໍຕາມ ສະພາບຂອງເຈົ້າຈະບໍ່ສາມາດຟື້ນຄືນມາໄດ້ພາຍໃນມື້ໜຶ່ງສອງມື້ ຫຼື ແມ່ນແຕ່ເຄິ່ງປີ. ທັງໝົດນີ້ກໍຍ້ອນວ່າ ຜູ້ຄົນມັກງ່າຍ, ບໍ່ສາມາດຜະເຊີນກັບສິ່ງຕ່າງໆໃນທາງທີ່ເປັນປົກກະຕິ ແລະ ສະນັ້ນ ຈິ່ງຖືກພຣະວິນຍານບໍລິສຸດປະຖິ້ມ. ເຖິງແມ່ນວ່າເຈົ້າຟື້ນຄືນມາໄດ້ ແຕ່ເຈົ້າກໍຈະບໍ່ເຂົ້າໃຈຢ່າງຊັດເຈນກ່ຽວກັບພາລະກິດຂອງພຣະເຈົ້າໃນຍຸກປະຈຸບັນ ເພາະວ່າປະສົບການຊີວິດຂ້ອງເຈົ້າຊັກຊ້າ ປານກັບວ່າຕົກດິ່ງລົງເຫວ. ບໍ່ແມ່ນສິ່ງນີ້ເປັນອັນຕະລາຍຕໍ່ຊີວິດບໍ? ແຕ່ເຮົາບອກຄົນປະເພດນັ້ນວ່າ: ມັນຍັງບໍ່ຫຼ້າບໍ່ສວາຍທີ່ຈະກັບໃຈໃນຕອນນີ້ ແຕ່ວ່າມີເງື່ອນໄຂໜຶ່ງຄື ເຈົ້າຕ້ອງພະຍາຍາມໃຫ້ໜັກ ແລະ ບໍ່ຕ້ອງຂີ້ຄ້ານ. ຖ້າຄົນອື່ນອະທິຖານ 5 ເທື່ອຕໍ່ມື້ ເຈົ້າກໍຕ້ອງອະທິຖານ 10 ເທື່ອ; ຖ້າຄົນອື່ນກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ 2 ຊົ່ວໂມງຕໍ່ມື້ ເຈົ້າກໍຕ້ອງໃຊ້ເວລາ 4-6 ຊົ່ວໂມງ; ຖ້າຄົນອື່ນຟັງເພງສັນລະເສີນ 2 ຊົ່ວໂມງ ຢ່າງໜ້ອຍເຈົ້າກໍຕ້ອງຟັງເຄິ່ງມື້. ຈົ່ງໝັ່ນສະຫງົບຈິດໃຈຕໍ່ໜ້າພຣະເຈົ້າ ແລະ ໄຕ່ຕອງຄວາມຮັກຂອງພຣະອົງ; ຈົນກວ່າເຈົ້າຈະໄດ້ຮັບການດົນໃຈ, ໃຈຂອງເຈົ້າຫັນເຂົ້າຫາພຣະອົງ ແລະ ເຈົ້າບໍ່ກ້າທີ່ຈະໜີອອກຈາກພຣະອົງ ມັນກໍຈະມີໝາກຜົນ; ມີພຽງເມື່ອນັ້ນ ເຈົ້າຈຶ່ງຈະສາມາດຟື້ນຟູສະພາບດັ່ງເດີມ ແລະ ເປັນປົກກະຕິຂອງເຈົ້າໄດ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວິທີເຂົ້າສູ່ສະພາບປົກກະຕິ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ