ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 417

15 ເດືອນຕຸລາ 2020

ເຮົາຈະເຂົ້າຫາການອະທິຖານຢ່າງແທ້ຈິງດ້ວຍວິທີໃດ?

ເວລາອະທິຖານ ຈິດໃຈຂອງເຈົ້າຕ້ອງມີຄວາມສະຫງົບຕໍ່ໜ້າພຣະເຈົ້າ ແລະ ຕ້ອງມີຄວາມຈິງໃຈ. ເຈົ້າຕ້ອງສື່ສານ ແລະ ອະທິຖານກັບພຣະເຈົ້າຢ່າງແທ້ຈິງ; ເຈົ້າຕ້ອງບໍ່ພະຍາຍາມຊັກຈູງພຣະເຈົ້າດ້ວຍຄໍາເວົ້າທີ່ຈົບງາມ. ຄໍາອະທິຖານຕ້ອງແນໃສ່ໃຈຄວາມທີ່ພຣະເຈົ້າປາດຖະໜາຈະບັນລຸຜົນໃນປັດຈຸບັນ. ຈົ່ງອະທິຖານຂໍໃຫ້ພຣະເຈົ້ານໍາເອົາຄວາມສະຫວ່າງອັນລໍ້າເລີດ ແລະ ແສງເຍືອງທາງມາສູ່ເຈົ້າ ແລະ ນໍາເອົາສະພາບການທີ່ແທ້ຈິງ ແລະ ຄວາມຫຍຸ້ງຍາກລໍາບາກຂອງເຈົ້າມາໃຫ້ພຣະເຈົ້າຊ່ວຍອະທິຖານ ແລະ ຈົ່ງຕັ້ງເປົ້າໝາຍຕໍ່ພຣະອົງ. ການອະທິຖານບໍ່ແມ່ນການປະຕິບັດຕາມວິທີການ ແຕ່ເປັນການໃຊ້ຫົວໃຈຂອງເຈົ້າຄົ້ນຫາພຣະເຈົ້າຢ່າງແທ້ຈິງ. ຈົ່ງອະທິຖານຂໍພຣະເຈົ້າໃຫ້ປົກປ້ອງຈິດໃຈເຈົ້າ, ເຮັດໃຫ້ຫົວໃຈຂອງເຈົ້າສາມາດມີຄວາມສະຫງົບຢູ່ຕໍ່ໜ້າພຣະເຈົ້າ, ເຮັດໃຫ້ເຈົ້າສາມາດຮູ້ຈັກຕົວເອງ ແລະ ກຽດຊັງຕົວເອງ ແລະ ປ່ອຍປະຕົວເອງໃນສະພາບແວດລ້ອມທີ່ພຣະເຈົ້າໄດ້ຈັດຕັ້ງໄວ້ໃຫ້ເຈົ້າເພື່ອໃຫ້ເຈົ້າໄດ້ມີຄວາມສໍາພັນແບບປົກກະຕິກັບພຣະເຈົ້າ ແລະ ເຮັດໃຫ້ເຈົ້າເປັນຄົນທີ່ຮັກພຣະເຈົ້າໂດຍແທ້ຈິງ.

ແມ່ນຫຍັງຄືຄວາມສໍາຄັນຂອງການອະທິຖານ?

ການອະທິຖານແມ່ນໜຶ່ງໃນວິທີທາງທີ່ມະນຸດຕິດຕໍ່ກັບພຣະເຈົ້າ, ມັນເປັນວິທີທີ່ມະນຸດເອີ້ນຫາພຣະເຈົ້າ ແລະ ເປັນຂັ້ນຕອນທີ່ມະນຸດຈະຖືກສໍາພັດໂດຍພຣະວິນຍານຂອງພຣະເຈົ້າ. ສາມາດເວົ້າໄດ້ວ່າຜູ້ໃດທີ່ບໍ່ໄດ້ອະທິຖານຄືບຸກຄົນທີ່ຕາຍດ້ວຍປາດສະຈາກວິນຍາ ແລະ ພິສູດໄດ້ວ່າພວກເຂົາຂາດຄວາມສາມາດທີ່ຈະສໍາພັດກັບພຣະເຈົ້າໄດ້. ຂາດການອະທິຖານ ຜູ້ຄົນຈະບໍ່ສາມາດມີຊີວິດທາງວິນຍານແບບປົກກະຕິ ແມ່ນແຕ່ການປະຕິບັດຕາມວຽກງານຂອງພຣະວິນຍານບໍລິສຸດ ພວກເຂົາກໍຈະບໍ່ສາມາດປະຕິບັດໄດ້. ຂາດການອະທິຖານ ພວກເຂົາແມ່ນຕັດຄວາມສໍາພັນກັບພຣະເຈົ້າ ແລະ ບໍ່ສາມາດຮັບຄວາມປິຕິຍິນດີຈາກພຣະເຈົ້າໄດ້. ເປັນຜູ້ທີ່ເຊື່ອໃນພຣະເຈົ້າ, ເຈົ້າອະທິຖານຫຼາຍເທົ່າໃດ ເຈົ້າກໍຈະໄດ້ສໍາພັດກັບພຣະເຈົ້າຫຼາຍເທົ່ານັ້ນ. ຜູ້ຄົນດັ່ງກ່າວຈະມີຄວາມຕັ້ງໃຈສູງ ແລະ ມີຄວາມສາມາດຫຼາຍທີ່ຈະຮັບເອົາຄວາມສະຫວ່າງອັນໃໝ່ຈາກພຣະເຈົ້າ. ຜົນກໍຄື ມີແຕ່ຜູ້ຄົນດັ່ງກ່າວນີ້ເທົ່ານັ້ນ ທີ່ຈະຖືກພຣະວິນຍານບໍລິສຸດເຮັດໃຫ້ເປັນຄົນສົມບູນແບບໂດຍໄວທີ່ສຸດເທົ່າທີ່ຈະໄວ້ໄດ້.

ຜົນທີ່ຈະໄດ້ຮັບຈາກການອະທິຖານຄືຫຍັງ?

ຜູ້ຄົນອາດສາມາດດໍາເນີນການປະຕິບັດຂອງການອະທິຖານ ແລະ ເຂົ້າໃຈຄວາມສໍາຄັນຂອງການອະທິຖານ ແຕ່ຜົນທີ່ຈະໄດ້ຮັບຈາກການອະທິຖານບໍ່ແມນເປັນເລື່ອງງ່າຍ. ການອະທິຖານບໍ່ແມ່ນເປັນເລື່ອງທີ່ຕ້ອງເຮັດຜ່ານທາງພິທີກໍາ ຫຼື ເຮັດຕາມວິທີການ ຫຼື ດ້ວຍການທ່ອງຂຶ້ນໃຈຕາມພຣະທໍາຂອງພຣະເຈົ້າ ເຊິ່ງໝາຍເຖິງການອະທິຖານບໍ່ແມ່ນແປວ່າ ຕ້ອງຮຽນແບບເອົາຄໍາເວົ້າ ແລະ ເກາະກ່າຍຄົນອື່ນ. ແຕ່ໃນການອະທິຖານ ເຈົ້າຕ້ອງມອບຫົວໃຈໃຫ້ກັບພຣະເຈົ້າ ສື່ຄໍາເວົ້າໃນຫົວໃຈຂອງເຈົ້າກັບພຣະເຈົ້າເພື່ອວ່າເຈົ້າຈະໄດ້ສໍາພັດ ໂດຍພຣະເຈົ້າ. ຖ້າຢາກໃຫ້ການອະທິຖານຂອງເຈົ້າມີປະສິດທິພາບ, ເຈົ້າກໍຕ້ອງອະທິຖານອີງຕາມການອ່ານພຣະທໍາຂອງພຣະເຈົ້າ. ມີແຕ່ການອະທິຖານໃນທ່າມກາງພຣະທໍາຂອງພຣະເຈົ້າເທົ່ານັ້ນທີ່ເຈົ້າຈະສາມາດໄດ້ຮັບຄວາມສະຫວ່າງ ແລະ ແສງເຍື່ອງທາງເພີ່ມຂຶ້ນ. ການອະທິຖານແທ້ຈິງແມ່ນສະແດງອອກດ້ວຍການຕັ້ງໃຈປະຕິບັດຕາມຄວາມຮຽກຮ້ອງຕ້ອງການຂອງພຣະເຈົ້າ ແລະ ເຕັມໃຈພ້ອມທີ່ຈະປະຕິບັດຕາມຄວາມຕ້ອງການເຫຼົ່ານີ້ໃຫ້ສໍາເລັດ. ເຈົ້າຈະສາມາດກຽດຊັງໃນທຸກສິ່ງທີ່ພຣະເຈົ້າກຽດຊັງ ແລະ ບົນພື້ນຖານດັ່ງກ່າວນີ້ ເຈົ້າຈະໄດ້ຮັບສະຕິປັນຍາ ແລະ ເຂົ້າໃຈຢ່າງແຈ່ມແຈ້ງກ່ຽວກັບຄວາມຈິງທີ່ພຣະເຈົ້າໄດ້ອະທິບາຍໄວ້. ຫລັງຈາກອະທິຖານ ເຈົ້າກໍຈະມີຄວາມຕັ້ງໃຈ, ສັດທາ, ສະຕິປັນຍາ ແລະ ແນວທາງການປະຕິບັດຢ່າງຈະແຈ້ງ. ນີ້ຄືການອະທິຖານຢ່າງແທ້ຈິງ. ມີພຽງແຕ່ການອະທິຖານແບບນີ້ເທົ່ານັ້ນທີ່ສາມາດບັນລຸຜົນໄດ້. ສະນັ້ນການອະທິຖານຕ້ອງເຮັດຢູ່ບົນພື້ນຖານຄວາມຊື່ນຊົມຍິນດີຕໍ່ພຣະທໍາຂອງພຣະເຈົ້າ ແລະ ສື່ສານກັບພຣະເຈົ້າໃນພຣະທໍາຂອງພຣະອົງ. ຫົວໃຈຂອງເຈົ້າຈະສາມາດສະແຫວງຫາພຣະເຈົ້າໄດ້ ແລະ ກໍຈະມີຄວາມສະຫງົບຢູ່ຕໍ່ໜ້າພຣະເຈົ້າ. ການອະທິຖານແບບນັ້ນແມ່ນໄດ້ບັນລຸຜົນເຖິງຈຸດຂອງການພົວພັນຢ່າງແທ້ຈິງກັບພຣະເຈົ້າແລ້ວ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວ່າດ້ວຍການປະຕິບັດການອະທິຖານ

How to Enter Into True Prayer

I

During prayer your heart must be at peace before God, your heart must be sincere. Truly commune when you pray to God. Don’t cheat God with words pleasing to the ear. So your heart will be quiet before God. And in the environments arranged for you, you will then know yourself and hate yourself, you will hate yourself and forsake yourself. So you’ll have normal relations with God, and become someone who truly loves, loves God, loves, loves God, become someone who truly loves, loves God.

II

Prayer must surround what God will do today. Ask for greater illumination, bring your state and troubles before God and speak to Him your resolution. So your heart will be quiet before God. And in the environments arranged for you, you will then know yourself and hate yourself, you will hate yourself and forsake yourself. So you’ll have normal relations with God, and become someone who truly loves, loves God, loves, loves God, become someone who truly loves, loves God.

III

Prayer is not to follow procedure but to seek God with your sincerity. Pray for God to protect your heart. Ask for God to protect your heart. So your heart will be quiet before God. And in the environments arranged for you, you will then know yourself and hate yourself, you will hate yourself and forsake yourself. So you’ll have normal relations with God, and become someone who truly loves, loves God, loves, loves God, become someone who truly loves, loves God.

from Follow the Lamb and Sing New Songs

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ