ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 444

01 ເດືອນມີນາ 2021

ຄົນໆໜຶ່ງຈະມາເຂົ້າກ່ຽວກັບລາຍລະອຽດຂອງວິນຍານໄດ້ແນວໃດ? ພຣະວິນຍານບໍລິສຸດປະຕິບັດພາລະກິດໃນມະນຸດແນວໃດ? ຊາຕານປະຕິບັດພາລະກິດໃນມະນຸດແນວໃດ? ວິນຍານຊົ່ວຮ້າຍປະຕິບັດພາລະກິດໃນມະນຸດແນວໃດ? ແລະ ແມ່ນຫຍັງຄືການສະແດງອອກ? ເມື່ອມີບາງສິ່ງເກີດຂຶ້ນກັບເຈົ້າ ສິ່ງນັ້ນມາຈາກພຣະວິນຍານບໍລິສຸດບໍ ແລະ ເຈົ້າຄວນເຊື່ອຟັງມັນບໍ ຫຼື ປະຕິເສດມັນ? ໃນການປະຕິບັດຕົວຈິງຂອງຜູ້ຄົນ, ຫຼາຍຢ່າງໄດ້ເກີດຂຶ້ນຈາກຄວາມປະສົງຂອງມະນຸດ ຈົນຜູ້ຄົນເຊື່ອຢູ່ຕະຫຼອດວ່າມາຈາກພຣະວິນຍານບໍລິສຸດ. ບາງຢ່າງມາຈາກວິນຍານຊົ່ວຮ້າຍ ແຕ່ມະນຸດຍັງຄິດວ່າ ພວກມັນມາຈາກພຣະວິນຍານບໍລິສຸດ ແລະ ບາງເທື່ອ ພຣະວິນຍານບໍລິສຸດນໍາພາມະນຸດຈາກພາຍໃນ ແຕ່ຜູ້ຄົນຢ້ານວ່າ ການນໍາພາດັ່ງກ່າວແມ່ນມາຈາກຊາຕານ ແລະ ບໍ່ກ້າທີ່ຈະເຊື່ອຟັງ ເຊິ່ງໃນຄວາມເປັນຈິງແລ້ວ ການນໍາພານັ້ນແມ່ນຄວາມສະຫວ່າງຂອງພຣະວິນຍານບໍລິສຸດ. ດ້ວຍເຫດນັ້ນ ນອກຈາກຄົນໆໜຶ່ງນໍາໃຊ້ການແຍກແຍະ, ແລ້ວກໍບໍ່ມີທາງທີ່ຈະໄດ້ຮັບປະສົບການຕົວຈິງຂອງຄົນໆນັ້ນ; ຫາກປາສະຈາກການແຍກແຍະ, ກໍບໍ່ມີທາງທີ່ຈະໄດ້ຮັບຊີວິດ. ພຣະວິນຍານບໍລິສຸດປະຕິບັດພາລະກິດແນວໃດ? ວິນຍານຊົ່ວຮ້າຍປະຕິບັດພາລະກິດແນວໃດ? ແມ່ນຫຍັງມາຈາກຄວາມປະສົງຂອງມະນຸດ? ແລ້ວແມ່ນຫຍັງເກີດຈາກການນໍາພາ ແລະ ຄວາມສະຫວ່າງຂອງພຣະວິນຍານບໍລິສຸດ? ຖ້າເຈົ້າເຂົ້າໃຈເຖິງຮູບແບບພາລະກິດຂອງພຣະວິນຍານບໍລິສຸດພາຍໃນມະນຸດ, ແລ້ວໃນຊີວິດປະຈຳວັນຂອງເຈົ້າ ແລະ ໃນລະຫວ່າງປະສົບການຕົວຈິງຂອງເຈົ້າ ເຈົ້າຈະສາມາດພັດທະນາຄວາມຮູ້ຂອງເຈົ້າ ແລະ ແຍກແຍະໄດ້; ເຈົ້າຈະມາຮູ້ຈັກພຣະເຈົ້າ, ເຈົ້າຈະສາມາດເຂົ້າໃຈ ແລະ ເບິ່ງຊາຕານອອກ; ເຈົ້າຈະບໍ່ສັບສົນໃນການເຊື່ອຟັງ ຫຼື ການສະແຫວງຫາຂອງເຈົ້າ ແລະ ເຈົ້າຈະກາຍເປັນຄົນທີ່ມີຄວາມຄິດທີ່ແຈ່ມແຈ້ງ, ເປັນຄົນທີ່ເຊື່ອຟັງພາລະກິດຂອງພຣະວິນຍານບໍລິສຸດ.

ພາລະກິດຂອງພຣະວິນຍານບໍລິສຸດແມ່ນຢູ່ໃນຮູບແບບຂອງການນໍາພາຢ່າງຫ້າວຫັນ ແລະ ຄວາມສະຫວ່າງໃນທາງທີ່ດີ. ພາລະກິດຂອງພຣະວິນຍານບໍລິສຸດບໍ່ອະນຸຍາດໃຫ້ຜູ້ຄົນຢູ່ຊື່ໆ. ພາລະກິດດັ່ງກ່າວນໍາສິ່ງປອບໃຈມາສູ່ພວກເຂົາ, ມອບຄວາມເຊື່ອ ແລະ ການຕັດສິນໃຈໃຫ້ກັບພວກເຂົາ ແລະ ເຮັດໃຫ້ພວກເຂົາສາມາດສະແຫວງຫາການຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດ, ຜູ້ຄົນກໍສາມາດເຂົ້າຫາຢ່າງຂະຫຍັນຂັນແຂງ; ພວກເຂົາບໍ່ຢູ່ຊື່ໆ ຫຼື ຖືກບັງຄັບ, ແຕ່ປະພຶດຕາມການລິເລີ່ມຂອງພວກເຂົາເອງ. ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດ, ຜູ້ຄົນກໍຍິນດີ ແລະ ເຕັມໃຈ, ເຕັມໃຈທີ່ຈະເຊື່ອຟັງ ແລະ ຍິນດີຖ່ອມຕົວພວກເຂົາເອງ. ເຖິງແມ່ນວ່າ ພວກເຂົາເຈັບປວດ ແລະ ອ່ອນແອຂ້າງໃນ, ພວກເຂົາມີຄວາມຕັ້ງໃຈທີ່ຈະຮ່ວມມື; ພວກເຂົາອົດທົນດ້ວຍຄວາມຍິນດີ, ພວກເຂົາສາມາດເຊື່ອຟັງ ແລະ ພວກເຂົາບໍ່ມີມົນທິນຈາກຄວາມປະສົງຂອງມະນຸດ, ບໍ່ມີມົນທິນຈາກຄວາມຄິດຂອງມະນຸດ ແລະ ພວກເຂົາບໍ່ມີມົນທິນຈາກຄວາມປາຖະໜາ ແລະ ແຮງບັນດານໃຈຂອງມະນຸດຢ່າງແນ່ນອນ. ເມື່ອມະນຸດມີປະສົບການກັບພາລະກິດຂອງພຣະວິນຍານບໍລິສຸດ, ພວກເຂົາກໍບໍລິສຸດຢູ່ພາຍໃນເປັນພິເສດ. ຄົນທີ່ຢູ່ມີພາລະກິດຂອງພຣະວິນຍານບໍລິສຸດກໍດຳລົງຊີວິດດ້ວຍຄວາມຮັກສຳລັບພຣະເຈົ້າ ແລະ ຄວາມຮັກຂອງອ້າຍເອື້ອຍນ້ອງຂອງພວກເຂົາ; ພວກເຂົາຊື່ນຊົມໃນສິ່ງທີ່ພຣະເຈົ້າຊື່ນຊົມ ແລະ ກຽດຊັງສິ່ງທີ່ພຣະເຈົ້າກຽດຊັງ. ຄົນທີ່ຖືກສຳພັດໂດຍພາລະກິດຂອງພຣະວິນຍານບໍລິສຸດມີຄວາມເປັນມະນຸດທີ່ທຳມະດາ ແລະ ພວກເຂົາສະແຫວງຫາຄວາມຈິງຢ່າງຕໍ່ເນື່ອງ ແລະ ມີຄວາມເປັນມະນຸດ. ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດພາຍໃນມະນຸດ, ສະພາບການຂອງພວກເຂົາກໍເປັນປົກກະຕິຂຶ້ນຢ່າງຕໍ່ເນື່ອງ ແລະ ຄວາມເປັນມະນຸດຂອງພວກເຂົາກໍຍິ່ງເປັນປົກກະຕິຫຼາຍຂຶ້ນເລື້ອຍໆ, ແລະ ເຖິງແມ່ນວ່າ ການຮ່ວມມືບາງຢ່າງຂອງພວກເຂົາອາດໂງ່ຈ້າ, ແຮງບັນດານໃຈຂອງພວກເຂົາກໍຖືກຕ້ອງ, ການເຂົ້າຫາຂອງພວກເຂົາກໍເປັນໄປໃນທາງທີ່ດີ, ພວກເຂົາບໍ່ພະຍາຍາມຂັດຂວາງ ແລະ ບໍ່ມີຄວາມຄິດຮ້າຍພາຍໃນພວກເຂົາ. ພາລະກິດຂອງພຣະວິນຍານບໍລິສຸດແມ່ນທຳມະດາ ແລະ ເປັນຈິງ, ພຣະວິນຍານບໍລິສຸດປະຕິບັດພາລະກິດໃນມະນຸດໂດຍອີງຕາມກົດລະບຽບຂອງຊີວິດທຳມະດາຂອງມະນຸດ ແລະ ພຣະອົງປະຕິບັດການສ່ອງແສງສະຫວ່າງ ແລະ ການນໍາພາພາຍໃນຜູ້ຄົນໂດຍອີງຕາມການສະແຫວງຫາທີ່ແທ້ຈິງຂອງມະນຸດປົກກະຕິ. ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດໃນຜູ້ຄົນ, ພຣະອົງນໍາພາ ແລະ ໃຫ້ຄວາມສະຫວ່າງກັບພວກເຂົາໂດຍອີງຕາມຄວາມຕ້ອງການຂອງມະນຸດປົກກະຕິ. ພຣະອົງສະໜອງໃຫ້ກັບພວກເຂົາໂດຍອີງຕາມຄວາມຕ້ອງການຂອງພວກເຂົາ ແລະ ພຣະອົງນໍາພາ ແລະ ໃຫ້ຄວາມສະຫວ່າງກັບພວກເຂົາໄປໃນທາງທີ່ດີ ໂດຍອີງຕາມສິ່ງທີ່ພວກເຂົາຂາດ ແລະ ຕາມຄວາມບົກຜ່ອງຂອງພວກເຂົາ. ພາລະກິດຂອງພຣະວິນຍານບໍລິສຸດແມ່ນເພື່ອສ່ອງແສງສະຫວ່າງ ແລະ ນໍາພາຜູ້ຄົນໃນຊີວິດທີ່ເປັນຈິງ; ມີພຽງແຕ່ຖ້າພວກເຂົາຜະເຊີນກັບພຣະທຳຂອງພຣະເຈົ້າໃນຊີວິດຕົວຈິງຂອງພວກເຂົາ, ພວກເຂົາຈຶ່ງສາມາດເຫັນພາລະກິດຂອງພຣະວິນຍານບໍລິສຸດໄດ້. ໃນຊີວິດປະຈຳວັນຂອງພວກເຂົາ ຖ້າຜູ້ຄົນຢູ່ໃນສະພາວະທີ່ດີ ແລະ ມີຊີວິດຝ່າຍວິນຍານທີ່ປົກກະຕິ, ແລ້ວພວກເຂົາກໍມີພາລະກິດຂອງພຣະວິນຍານບໍລິສຸດ. ໃນສະພາວະດັ່ງກ່າວ, ເມື່ອພວກເຂົາກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ພວກເຂົາກໍມີຄວາມເຊື່ອ; ເມື່ອພວກເຂົາອະທິຖານ, ພວກເຂົາຈະໄດ້ຮັບການດົນບັນດານໃຈ; ເມື່ອບາງສິ່ງເກີດຂຶ້ນກັບພວກເຂົາ ພວກເຂົາບໍ່ຢູ່ຊື່ໆ; ແລະ ໃນຂະນະທີ່ສິ່ງຕ່າງໆເກີດຂຶ້ນ, ພວກເຂົາກໍສາມາດເຫັນບົດຮຽນພາຍໃນສິ່ງເຫຼົ່ານັ້ນທີ່ພຣະເຈົ້າຕ້ອງການໃຫ້ພວກເຂົາຮຽນຮູ້. ພວກເຂົາກໍບໍ່ຢູ່ຊື່ໆ ຫຼື ອ່ອນແອ ແລະ ເຖິງແມ່ນວ່າ ພວກເຂົາມີຄວາມຫຍຸ້ງຍາກຢ່າງແທ້ຈິງ, ພວກເຂົາກໍເຕັມໃຈທີ່ຈະເຊື່ອຟັງການຈັດແຈງທຸກຢ່າງຂອງພຣະເຈົ້າ.

ແມ່ນຫຍັງຄືຜົນທີ່ຖືກບັນລຸໂດຍພາລະກິດຂອງພຣະວິນຍານບໍລິສຸດ? ເຈົ້າອາດໂງ່ຈ້າ ແລະ ເຈົ້າອາດປາສະຈາກການແຍກແຍະຊົ່ວດີ, ແຕ່ພຣະວິນຍານບໍລິສຸດພຽງແຕ່ຈຳເປັນຕ້ອງປະຕິບັດພາລະກິດ ແລະ ຈະມີຄວາມເຊື່ອໃນເຈົ້າ ເພື່ອໃຫ້ເຈົ້າຮູ້ສຶກຢູ່ສະເໝີວ່າ ເຈົ້າບໍ່ສາມາດຮັກພຣະເຈົ້າໄດ້ຢ່າງພຽງພໍ, ເພື່ອໃຫ້ເຈົ້າເຕັມໃຈທີ່ຈະຮ່ວມມື, ເພື່ອທີ່ຈະເຕັມໃຈຮ່ວມມື ບໍ່ວ່າຄວາມຫຍຸ້ງຍາກຢູ່ຂ້າງໜ້າຈະຍິ່ງໃຫຍ່ພຽງໃດກໍຕາມ. ສິ່ງຕ່າງໆຈະເກີດຂຶ້ນກັບເຈົ້າ ແລະ ມັນຈະບໍ່ຊັດເຈນສໍາລັບເຈົ້າ ບໍ່ວ່າພວກມັນມາຈາກພຣະເຈົ້າ ຫຼື ຈາກຊາຕານ, ແຕ່ເຈົ້າຈະສາມາດລໍຖ້າ ແລະ ເຈົ້າຈະບໍ່ຢູ່ຊື່ໆ ຫຼື ເລິນເລີ້ຕໍ່ໜ້າທີ່. ສິ່ງນີ້ແມ່ນພາລະກິດປົກກະຕິຂອງພຣະວິນຍານບໍລິສຸດ. ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດພາຍໃນເຈົ້າ, ເຈົ້າຈະຍັງຜະເຊີນກັບຄວາມຫຍຸ້ງຍາກທີ່ແທ້ຈິງ: ບາງເທື່ອ ເຈົ້າຈະຖືກເຮັດໃຫ້ຮ້ອງໄຫ້ ແລະ ບາງເທື່ອ ມີສິ່ງຕ່າງໆທີ່ເຈົ້າບໍ່ສາມາດເອົາຊະນະໄດ້, ແຕ່ທຸກສິ່ງລ້ວນແລ້ວແຕ່ເປັນຂັ້ນຕອນຂອງພາລະກິດທຳມະດາຂອງພຣະວິນຍານບໍລິສຸດ. ເຖິງແມ່ນວ່າເຈົ້າບໍ່ເອົາຊະນະຄວາມຫຍຸ້ງຍາກເຫຼົ່ານັ້ນ ແລະ ເຖິງແມ່ນວ່າ ໃນເວລານັ້ນ ເຈົ້າອ່ອນແອ ແລະ ເຕັມໄປດ້ວຍການຈົ່ມຕໍ່ວ່າ, ຫຼັງຈາກນັ້ນ ເຈົ້າຍັງສາມາດຮັກພຣະເຈົ້າດ້ວຍຄວາມເຊື່ອຢ່າງແທ້ຈິງໄດ້. ຄວາມບໍ່ດີ້ນລົນຂອງເຈົ້າບໍ່ສາມາດຫ້າມເຈົ້າຈາກການມີປະສົບການທີ່ປົກກະຕິ ແລະ ບໍ່ວ່າຄົນອື່ນເວົ້າແນວໃດກໍຕາມ ແລະ ຄົນອື່ນໂຈມຕີແນວໃດກໍຕາມ ເຈົ້າຍັງສາມາດຮັກພຣະເຈົ້າໄດ້. ໃນລະຫວ່າງຄຳອະທິຖານ, ເຈົ້າຮູ້ສຶກຢູ່ສະເໝີວ່າ ໃນອະດີດ ເຈົ້າເປັນໜີ້ບຸນຄຸນພຣະເຈົ້າຫຼາຍ ແລະ ເຈົ້າຕັ້ງໃຈທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ ແລະ ປະຖິ້ມເນື້ອໜັງເມື່ອໃດກໍຕາມທີ່ເຈົ້າຜະເຊີນກັບສິ່ງດັ່ງກ່າວນັ້ນອີກ. ຄວາມເຂັ້ມແຂງນີ້ສະແດງວ່າ ພາລະກິດຂອງພຣະວິນຍານບໍລິສຸດຢູ່ພາຍໃນຕົວເຈົ້າ. ສິ່ງນີ້ແມ່ນສະພາວະປົກກະຕິຂອງພາລະກິດຂອງພຣະວິນຍານບໍລິສຸດ.

ແມ່ນຫຍັງຄືພາລະກິດທີ່ມາຈາກຊາຕານ? ໃນພາລະກິດທີ່ມາຈາກຊາຕານ, ນິມິດທີ່ຢູ່ພາຍໃນຜູ້ຄົນບໍ່ຊັດເຈນ; ຜູ້ຄົນປາສະຈາກຄວາມເປັນມະນຸດທີ່ທຳມະດາ, ແຮງຈູງໃຈທີ່ຢູ່ເບື້ອງຫຼັງການກະທຳຂອງພວກເຂົາກໍຜິດ ແລະ ເຖິງແມ່ນວ່າ ພວກເຂົາປາຖະໜາທີ່ຈະຮັກພຣະເຈົ້າ ມັນກໍມີຂໍ້ອ້າງພາຍໃນພວກເຂົາຢູ່ສະເໝີ ແລະ ຂໍ້ອ້າງ ແລະ ຄວາມຄິດເຫຼົ່ານີ້ແຊກແຊງພາຍໃນພວກເຂົາຢູ່ສະເໝີ, ໂດຍຈຳກັດການເຕີບໂຕຂອງຊີວິດພວກເຂົາ ແລະ ຫ້າມພວກເຂົາຈາກການມາຢູ່ຕໍ່ໜ້າພຣະເຈົ້າໃນສະພາບການທີ່ປົກກະຕິ. ນີ້ໝາຍຄວາມວ່າ ທັນທີທີ່ພາລະກິດຂອງຊາຕານຢູ່ພາຍໃນຜູ້ຄົນ, ຫົວໃຈຂອງພວກເຂົາກໍບໍ່ສາມາດສະຫງົບຢູ່ຕໍ່ໜ້າພຣະເຈົ້າໄດ້. ຜູ້ຄົນດັ່ງກ່າວບໍ່ຮູ້ວ່າຈະເຮັດແນວໃດກັບພວກເຂົາ, ເມື່ອພວກເຂົາເຫັນການຊຸມນຸມຮ່ວມກັນ, ພວກເຂົາຕ້ອງການແລ່ນໜີ ແລະ ພວກເຂົາບໍ່ສາມາດຫຼັບຕາຂອງພວກເຂົາ ໃນເວລາທີ່ຄົນອື່ນອະທິຖານ. ພາລະກິດຂອງວິນຍານຊົ່ວຮ້າຍທຳລາຍຄວາມສຳພັນປົກກະຕິລະຫວ່າງມະນຸດ ແລະ ພຣະເຈົ້າ ແລະ ລົບກວນນິມິດຜ່ານມາຂອງຜູ້ຄົນ ຫຼື ຫົນທາງແຫ່ງການເຂົ້າສູ່ຊີວິດທີ່ຜ່ານມາຂອງພວກເຂົາ; ໃນຫົວໃຈຂອງພວກເຂົາ, ພວກເຂົາບໍ່ສາມາດຍັບເຂົ້າໃກ້ພຣະເຈົ້າໄດ້ ແລະ ສິ່ງຕ່າງໆເກີດຂຶ້ນຢູ່ສະເໝີ ເຊິ່ງລົບກວນພວກເຂົາ ແລະ ເປັນຫ່ວງໂສ້ຜູກມັດພວກເຂົາ. ຫົວໃຈຂອງພວກເຂົາບໍ່ສາມາດຄົ້ນພົບຄວາມສະຫງົບສຸກໄດ້ ແລະ ພວກເຂົາບໍ່ມີກຳລັງໃຈທີ່ຈະຮັກພຣະເຈົ້າ ແລະ ເຮັດໃຫ້ວິນຍານຂອງພວກເຂົາຈົມລົງ. ສິ່ງດັ່ງກ່າວແມ່ນການສະແດງອອກຂອງພາລະກິດຂອງຊາຕານ. ການສະແດງອອກຂອງພາລະກິດຂອງຊາຕານແມ່ນ: ການບໍ່ສາມາດມີຈຸດຢືນຂອງເຈົ້າ ແລະ ຢືນເປັນພະຍານ, ເຮັດໃຫ້ເຈົ້າກາຍເປັນຄົນທີ່ບົກຜ່ອງຕໍ່ໜ້າພຣະເຈົ້າ ແລະ ເປັນຄົນທີ່ບໍ່ມີຄວາມຊື່ສັດຕໍ່ພຣະເຈົ້າ. ເມື່ອຊາຕານແຊກແຊງ, ເຈົ້າສູນເສຍຄວາມຮັກ ແລະ ຄວາມຊື່ສັດໃນຕົວເຈົ້າທີ່ມີຕໍ່ພຣະເຈົ້າ, ຄວາມສຳພັນທີ່ທຳມະດາລະຫວ່າງເຈົ້າກັບພຣະເຈົ້າຖືກຮື້ອອກ, ເຈົ້າບໍ່ສະແຫວງຫາຄວາມຈິງ ຫຼື ປັບປຸງຕົວເອງ; ເຈົ້າຖອຍຫຼັງ ແລະ ບໍ່ດີ້ນລົນ, ເຈົ້າເຮັດຕາມໃຈຕົນເອງ, ເຈົ້າໃຫ້ອິດສະຫຼະແກ່ການຂະຫຍາຍຄວາມບາບ ແລະ ບໍ່ໄດ້ກຽດຊັງຄວາມຜິດບາບ; ຍິ່ງໄປກວ່ານັ້ນ ການແຊກແຊງຂອງຊາຕານເຮັດໃຫ້ເຈົ້າຂາດສິນທໍາ; ມັນເຮັດໃຫ້ການສຳພັດຂອງພຣະເຈົ້າຫາຍໄປຈາກເຈົ້າ ແລະ ເຮັດໃຫ້ເຈົ້າຈົ່ມຕໍ່ວ່າພຣະເຈົ້າ ແລະ ຕໍ່ຕ້ານພຣະອົງ, ພາໃຫ້ເຈົ້າຕັ້ງຄຳຖາມກັບພຣະເຈົ້າ; ເຖິງກັບມີຄວາມສ່ຽງທີ່ເຈົ້າຈະປະຖິ້ມພຣະເຈົ້າ. ທັງໝົດນີ້ແມ່ນມາຈາກຊາຕານ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະວິນຍານບໍລິສຸດ ແລະ ພາລະກິດຂອງຊາຕານ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ