ຊຸດຄຳເທດສະໜາ: ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ | “ພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນແນວໃດ?”

23 ເດືອນເມສາ 2023

ຜູ້ຄົນຮູ້ວ່າໄພພິບັດທີ່ຍິ່ງໃຫຍ່ໄດ້ມາເຖິງພວກເຮົາແລະ ຄົນທີ່ກຳລັງຄາດຫວັງພຣະຜູ້ເປັນເຈົ້າລົງມາເທິງກ້ອນເມກກໍ່ກຳລັງລໍຖ້າດ້ວຍລົມຫາຍໃຈທີ່ອ່ອນແຮງລົງ.ຫຼັງຈາກຫຼາຍປີທີ່ລໍຖ້າ, ພວກເຂົາກໍ່ຍັງບໍ່ທັນເຫັນພຣະອົງລົງມາ.ກົງກັນຂ້າມ, ພວກເຂົາເຫັນວ່າ ສາຍຟ້າແມບຈາກທິດຕາເວັນອອກກຳລັງເປັນພະຍານໃຫ້ແກ່ພາລະກິດແຫ່ງການພິພາກສາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍ.ນີ້ຄືຄວາມຜິດຫວັງທີ່ໃຫຍ່ຫຼາຍສຳລັບພວກເຂົາ.ຫຼາຍຄົນຍຶດຕິດກັບແນວຄິດ ແລະ ຈິນຕະນາການຂອງພວກເຂົາ, ບໍ່ເຕັມໃຈທີ່ຈະສະແຫວງຫາ ແລະ ສືບຄົ້ນຫາຫົນທາງທີ່ແທ້ຈິງ, ເຊິ່ງເປັນເຫດຜົນທີ່ພວກເຂົາຍັງບໍ່ຕ້ອນຮັບພຣະຜູ້ເປັນເຈົ້າ, ແຕ່ໄດ້ຕົກລົງສູ່ໄພພິບັດ. ແຕ່ມີຫຼາຍຄົນທີ່ຮັກຄວາມຈິງ ແລະ ເມື່ອພວກເຂົາໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ,ພວກເຂົາກໍ່ເຫັນລິດອຳນາດ ແລະ ສິດອຳນາດຂອງພຣະທຳເຫຼົ່ານັ້ນ, ໄດ້ເຫັນວ່າພຣະທຳເຫຼົ່ານັ້ນລ້ວນແລ້ວແຕ່ເປັນຄວາມຈິງ.ພວກເຂົາຮັບຮູ້ສຽງຂອງພຣະເຈົ້າ ແລະ ບໍ່ຖືກຄວບຄຸມໂດຍແນວຄິດຂອງພວກເຂົາອີກຕໍ່ໄປ,ແຕ່ສືບຕໍ່ຄົ້ນຫາຫົນທາງທີ່ຖືກຕ້ອງ.ຄຳຖາມທຳອິດຂອງພວກເຂົາກໍ່ຄືເປັນຫຍັງພຣະເຈົ້າຈຶ່ງຍັງຈຳເປັນຕ້ອງເຮັດພາລະກິດແຫ່ງການພິພາກສາເມື່ອຄວາມຜິດບາບຂອງພວກເຂົາໄດ້ຮັບການອະໄພ ແລະ ພວກເຂົາຖືກຖືວ່າຊອບທຳໂດຍພຣະເຈົ້າແລະ ພຣະເຈົ້າຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນຜ່ານພາລະກິດນັ້ນໃນຍຸກສຸດທ້າຍແນວໃດ. ຄຳຖາມເຫຼົ່ານີ້ແມ່ນຄຳຖາມສອງຂໍ້ທີ່ສຳຄັນທີ່ສຸດ ແລະ ສັບສົນທີ່ສຸດສຳລັບທຸກຄົນທີ່ກຳລັງສືບຄົ້ນຫາຫົນທາງທີ່ແທ້ຈິງ. ຕອນນີ້ຂອງລາຍການການສະແຫວງຫາຄວາມເຊື່ອທີ່ແທ້ຈິງຈະຊີ້ນໍາເຈົ້າໃຫ້ສະແຫວງຫາຄວາມຈິງ ແລະ ຄົ້ນຫາຄຳຕອບ.

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ