ເພງຄຣິດສະຕຽນ “ຂ້ານ້ອຍໄດ້ເຫັນຄວາມຮັກຂອງພຣະເຈົ້າ”

26 ເດືອນກັນຍາ 2019

ພຣະເຈົ້າອົງຊົງລິດທານຸພາບສູງສຸດ ຄືພຣະອົງຜູ້ທີ່ຮັກຂ້ານ້ອຍ.

ຈາກໂລກທີ່ສົກກະປົກ ພຣະອົງໄດ້ເລືອກຂ້ານ້ອຍ!

ດັ່ງນັ້ນ ຂ້ານ້ອຍໄດ້ມາຢູ່ຕໍ່ໜ້າພຣະອົງ, ແມ່ນແລ້ວ,

ຂ້ານ້ອຍໄດ້ມາຢູ່ຕໍໍໜ້າພຣະອົງ,

ໃຊ້ຊີວິດຂອງຄຣິສຕະຈັກ,

ຊື່ນຊົມພຣະທຳຂອງພຣະອົງທຸກວັນ.

ມື້ນີ້ ຊ່າງໂຊກດີ

ເພາະວ່າພຣະອົງເຮັດໃຫ້ຂ້ານ້ອຍມີສະພາບດີຂຶ້ນ!

ພຣະເຈົ້າອົງຊົງລິດທານຸພາບສູງສຸດ,

ຂ້ານ້ອຍໄດ້ເຫັນຄວາມຮັກຂອງພຣະອົງ

ແລະ ສິ່ງດຽວທີ່ຂ້ານ້ອຍຢາກປະຕິບັດຄື

ຕອບແທນຄວາມຮັກຂອງພຣະອົງ.

ສິ່ງດຽວທີ່ຂ້ານ້ອຍຢາກເຮັດຄື

ປະຕິບັດໜ້າທີ່ຂອງຂ້ານ້ອຍຕໍ່ພຣະອົງ.​

ຂ້ານ້ອຍໄດ້ເຫັນຄວາມຮັກຂອງພຣະອົງ

ແລະ ຈະຕອບແທນຄວາມຮັກຂອງພຣະອົງ!

ມັນຄືສິ່ງດຽວທີ່ຂ້ານ້ອຍຕ້ອງການປະຕິບັດ.

ພຣະເຈົ້າອົງຊົງລິດທານຸພາບສູງສຸດ,

ພຣະອົງຍ່າງຢູ່ທ່າມກາງຄຣິສຕະຈັກ.

ພຣະອົງໄດ້ສະແດງຄວາມຈິງ

ກ່ຽວກັບນິໄສອັນເສື່ອມຊາມຂອງພວກຂ້ານ້ອຍ.

ພຣະອົງລິຮານ ແລະ ຈັດການພວກຂ້ານ້ອຍ,

ແມ່ນແລ້ວ, ພຣະອົງລິຮານ ແລະ ຈັດການພວກຂ້ານ້ອຍ:

ການກະບົດ ແລະ ການຕໍ່ຕ້ານທັງໝົດຂອງພວກຂ້ານ້ອຍ.​

ພຣະອົງຕັດສິນຈິນຕະນາການ

ແລະ ຄວາມຄິດທັງໝົດຂອງພວກຂ້ານ້ອຍ

ເພື່ອຊຳລະລ້າງພວກຂ້ານ້ອຍ.

ພຣະເຈົ້າອົງຊົງລິດທານຸພາບສູງສຸດ,

ຂ້ານ້ອຍໄດ້ເຫັນຄວາມຮັກຂອງພຣະອົງ

ແລະ ສິ່ງດຽວທີ່ຂ້ານ້ອຍຢາກປະຕິບັດຄື

ຕອບແທນຄວາມຮັກຂອງພຣະອົງ.

ສິ່ງດຽວທີ່ຂ້ານ້ອຍຢາກເຮັດຄື

ປະຕິບັດໜ້າທີ່ຂອງຂ້ານ້ອຍຕໍ່ພຣະອົງ.​

ຂ້ານ້ອຍໄດ້ເຫັນຄວາມຮັກຂອງພຣະອົງ

ແລະ ຈະຕອບແທນຄວາມຮັກຂອງພຣະອົງ!

ມັນຄືສິ່ງດຽວທີ່ຂ້ານ້ອຍຕ້ອງການປະຕິບັດ.

ພຣະເຈົ້າອົງຊົງລິດທານຸພາບສູງສຸດ,

ພຣະອົງໄດ້ຊ່ວຍພວກຂ້ານ້ອຍໃຫ້ລອດພົ້ນ.

ພຣະອົງກ່າວພຣະທຳທຸກວັນເພື່ອສະໜອງອາຫານ

ແລະ ໃຫ້ນໍ້າພວກຂ້ານ້ອຍ.

ຜ່ານຄວາມຍາກລຳບາກ

ແລະ ຄວາມທຸກທໍລະມານຂອງຂ້ານ້ອຍ,

ຕະຫຼອດຄວາມຍາກລຳບາກ

ແລະ ຄວາມທຸກທໍລະມານທັງໝົດຂອງຂ້ານ້ອຍ,

ພຣະທຳຂອງພຣະອົງໄດ້ຢູ່ຄຽງຂ້າງຂ້ານ້ອຍສະເໝີ.

ໃຊ້ຊີວິດຢູ່ໃນພຣະທຳຂອງພຣະອົງ,

ຊີວິດຂອງຂ້ານ້ອຍໄດ້ເຕີບໂຕຂຶ້ນ.

ພຣະເຈົ້າອົງຊົງລິດທານຸພາບສູງສຸດ,

ຂ້ານ້ອຍໄດ້ເຫັນຄວາມຮັກຂອງພຣະອົງ

ແລະ ສິ່ງດຽວທີ່ຂ້ານ້ອຍຢາກປະຕິບັດຄື

ຕອບແທນຄວາມຮັກຂອງພຣະອົງ.

ສິ່ງດຽວທີ່ຂ້ານ້ອຍຢາກເຮັດຄື

ປະຕິບັດໜ້າທີ່ຂອງຂ້ານ້ອຍຕໍ່ພຣະອົງ.​

ຂ້ານ້ອຍໄດ້ເຫັນຄວາມຮັກຂອງພຣະອົງ

ແລະ ຈະຕອບແທນຄວາມຮັກຂອງພຣະອົງ!

ມັນຄືສິ່ງດຽວທີ່ຂ້ານ້ອຍຕ້ອງການປະຕິບັດ.

ຈາກໜັງສື ຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ