ຊຸດຄຳເທດສະໜາ: ການສະແຫວງຫາຄວາມເຊື່ອທີ່ແທ້ຈິງ|"ຄວາມເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດຄືການທໍລະຍົດອົງພຣະເຢຊູເຈົ້າບໍ?"

19 ເດືອນເມສາ 2023

ພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພຣະຄຣິດແຫ່ງຍຸກສຸດທ້າຍໄດ້ປາກົດຕົວ ແລະ ເຮັດພາລະກິດ, ກ່າວຄວາມຈິງເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ. ໜັງສືພຣະທໍາປາກົດໃນຮ່າງກາຍເຊິ່ງມີພຣະທຳຫຼາຍລ້ານຂໍ້ຖືກເຜີຍແຜ່ໃນອອນລາຍ, ສ່ອງແສງຈາກທິດຕາເວັນອອກສູ່ທິດຕາເວັນຕົກຄືກັບແສງສະຫວ່າງທີ່ຍິ່ງໃຫຍ່ ແລະ ສັ່ນສະເທືອນໂລກທັງໃບ. ອີກຫຼາຍຄົນຈາກທຸກປະເພດ, ທຸກພາກພື້ນ ແລະ ທຸກນິກາຍທີ່ຮັກຄວາມຈິງ ແມ່ນໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ໄດ້ຍິນສຽງຂອງພຣະເຈົ້າ ແລະ ຍອມຮັບພຣະອົງຢ່າງກະຕືລືລົ້ນ. ຂ່າວປະເສີດແຫ່ງອານາຈັກກຳລັງເຜີຍແຜ່ ແລະ ແຜ່ກະຈາຍດ້ວຍກຳລັງ ແລະ ແຮງຂັບເຄື່ອນທີ່ສາມາດບໍ່ຢຸດໄດ້, ສຳເລັດຕາມຄຳທຳນາຍໃນພຣະຄຳພີຢ່າງສິ້ນເຊີງ: “ແລ້ວມັນຈະເກີດຂຶ້ນໃນຍຸກສຸດທ້າຍ, ພູເຂົາໃນເຮືອນຂອງພຣະເຢໂຮວາຈະຖືກຕັ້ງຂຶ້ນເທິງຍອດພູເຂົາ ແລະ ຈະຖືກສັນລະເສີນຢູ່ເນີນພູ ແລະ ທຸກຊົນຊາດຈະຫຼັ່ງໄຫຼເຂົ້າສູ່ແຫ່ງນັ້ນ” (ເອຊາຢາ 2:2). “ດ້ວຍວ່າ ຟ້າແມບເຫຼື້ອມຈາກທິດຕາເວັນອອກ ຍັງເຫຼື້ອມໄປເຖິງທິດຕາເວັນຕົກ, ການສະເດັດມາຂອງບຸດມະນຸດກໍຈະເປັນດັ່ງນັ້ນ” (ມັດທາຍ 24:27). ເຖິງຢ່າງໃດກໍຕາມ, ຍັງມີຜູ້ທີ່ມີຄວາມເຊື່ອອີກຫຼາຍຄົນທີ່ບໍ່ຍອມຮັບພຣະເຈົ້າອົງຊົງລິດທານຸພາບສູງສຸດ ເພາະພຣະອົງເບິ່ງຄືກັບຄົນທຳມະດາ ແລະ ບໍ່ໄດ້ມາໃນພາບລັກຂອງອົງພຣະເຢຊູເຈົ້າ ຫຼື ເພາະພຣະເຈົ້າອົງຊົງລິດທານຸພາບສູງສຸດບໍ່ໄດ້ຖືກເອີ້ນວ່າພຣະເຢຊູ ແລະ ພຣະຄຳພີໄບເບິນບໍ່ເຄີຍກ່າວເຖິງນາມຂອງ “ພຣະເຈົ້າອົງຊົງລິດທານຸພາບສູງສຸດ”. ແລ້ວພວກເຂົາເຖິງກັບປະນາມວ່າການເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດຄືການທໍລະຍົດອົງພຣະເຢຊູເຈົ້າ. ດ້ວຍເຫດນັ້ນ, ພວກເຂົາບໍ່ໄດ້ຕ້ອນຮັບພຣະຜູ້ເປັນເຈົ້າ ແຕ່ຍອມຕົກລົງໃສ່ໄພພິບັດ. ແລ້ວການຍອມຮັບພຣະເຈົ້າອົງຊົງລິດທານຸພາບສູງສຸດຄືການທໍລະຍົດອົງພຣະເຢຊູເຈົ້າແທ້ໆ ຫຼື ບໍ່? ໃນຕອນນີ້ຂອງລາຍການການສະແຫວງຫາຄວາມເຊື່ອທີ່ແທ້ຈິງ, ພວກເຮົາສາມາດຮຽນຮູ້ເພີ່ມເຕີມກ່ຽວກັບການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ ແລະ ພະຍາຍາມຊອກຫາຄຳຕອບ.

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ