ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພຣະເຈົ້າ | ຄັດຕອນ 9

26 ເດືອນຕຸລາ 2020

ພຣະເຈົ້າໃຊ້ຜົນປະໂຫຍດຈາກການທົດລອງຕ່າງໆເພື່ອທົດສອບວ່າຜູ້ຄົນຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ ຫຼື ບໍ່

ໃນທຸກໆຍຸກ, ໃນຂະນະທີ່ປະຕິບັດພາລະກິດທ່າມກາງມະນຸດ, ພຣະເຈົ້າຈະປະທານພຣະທຳບາງຢ່າງໃຫ້ກັບພວກເຂົາ ແລະ ບອກພວກເຂົາກ່ຽວກັບຄວາມຈິງບາງຢ່າງ. ຄວາມຈິງເຫຼົ່ານີ້ເຮັດໜ້າທີ່ເປັນຫົນທາງທີ່ຜູ້ຄົນຄວນຍຶດໝັ້ນ, ຫົນທາງທີ່ພວກເຂົາຄວນຍ່າງ, ຫົນທາງທີ່ຈະເຮັດໃຫ້ພວກເຂົາສາມາດຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ ແລະ ຫົນທາງທີ່ຜູ້ຄົນຄວນນໍາເຂົ້າສູ່ການປະຕິບັດ ແລະ ຄວນຍຶດໝັ້ນໃນຊີວິດຂອງພວກເຂົາ ແລະ ຕະຫຼອດການເດີນທາງທັງຊີວິດຂອງພວກເຂົາ. ມັນແມ່ນຍ້ອນເຫດຜົນເຫຼົ່ານີ້ ພຣະເຈົ້າຈຶ່ງສະແດງຖ້ອຍຄຳເຫຼົ່ານີ້ໃຫ້ກັບມະນຸດຊາດ. ພຣະທຳເຫຼົ່ານີ້ທີ່ມາຈາກພຣະເຈົ້າຄວນຖືກຍຶດໝັ້ນໂດຍຜູ້ຄົນ ແລະ ການຍຶດໝັ້ນຕໍ່ພຣະທຳເຫຼົ່ານີ້ກໍຄືການຮັບເອົາຊີວິດ. ຖ້າບຸກຄົນໃດໜຶ່ງບໍ່ຍຶດໝັ້ນຕໍ່ພຣະທຳເຫຼົ່ານີ້, ບໍ່ນໍາພຣະທຳເຫຼົ່ານີ້ເຂົ້າສູ່ການປະຕິບັດ ແລະ ບໍ່ດຳລົງຊີວິດຕາມພຣະທຳຂອງພຣະເຈົ້າໃນຊີວິດຂອງພວກເຂົາ, ແລ້ວບຸກຄົນນີ້ກໍບໍ່ໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດ. ຍິ່ງໄປກວ່ານັ້ນ, ຖ້າຜູ້ຄົນບໍ່ນໍາຄວາມຈິງເຂົ້າສູ່ການປະຕິບັດ, ແລ້ວພວກເຂົາກໍບໍ່ໄດ້ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ ຫຼື ພວກເຂົາບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້. ຜູ້ຄົນທີ່ບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້ແມ່ນບໍ່ສາມາດຮັບເອົາການຍົກຍ້ອງຂອງພຣະອົງ ແລະ ຄົນດັ່ງກ່າວບໍ່ມີຜົນຕາມມາ. ແລ້ວສະນັ້ນ ໃນຊ່ວງເວລາແຫ່ງພາລະກິດຂອງພຣະອົງ, ພຣະເຈົ້າຈະກຳນົດຜົນຕາມມາຂອງບຸກຄົນໃດໜຶ່ງໄດ້ແນວໃດ? ພຣະເຈົ້າຈະໃຊ້ວິທີການໃດເພື່ອກຳນົດຜົນຕາມມາຂອງບຸກຄົນໃດໜຶ່ງ? ບາງເທື່ອ ພວກເຈົ້າຍັງສັບສົນເລັກນ້ອຍກ່ຽວກັບສິ່ງນີ້ໃນເວລານີ້, ແຕ່ເມື່ອເຮົາບອກພວກເຈົ້າກ່ຽວກັບຂະບວນການ, ມັນກໍຈະຍິ່ງຊັດເຈນຂຶ້ນ, ຍ້ອນພວກເຈົ້າຫຼາຍຄົນໄດ້ຜະເຊີນມັນດ້ວຍຕົວພວກເຈົ້າເອງແລ້ວ.

ຕະຫຼອດຊ່ວງເວລາແຫ່ງພາລະກິດຂອງພຣະອົງ, ຕັ້ງແຕ່ເລີ່ມຕົ້ນມາ, ພຣະເຈົ້າໄດ້ກຳນົດການທົດລອງສຳລັບແຕ່ລະຄົນ ຫຼື ສາມາດເວົ້າໄດ້ວ່າ ສໍາລັບທຸກຄົນທີ່ຕິດຕາມພຣະອົງ ແລະ ການທົດລອງເຫຼົ່ານີ້ມີຫຼາກຫຼາຍກໍລະນີ. ບາງຄົນໄດ້ຜະເຊີນກັບການທົດລອງກ່ຽວກັບການຖືກປະຕິເສດໂດຍຄອບຄົວຂອງພວກເຂົາ, ບາງຄົນໄດ້ຜະເຊີນກັບການທົດລອງດ້ວຍສະພາບແວດລ້ອມທີ່ບໍ່ດີ, ບາງຄົນໄດ້ຜະເຊີນກັບການທົດລອງການຖືກຈັບກຸມ ແລະ ຖືກທໍລະມານ, ບາງຄົນໄດ້ຜະເຊີນກັບການທົດລອງກ່ຽວກັບທາງເລືອກຕ່າງໆ ແລະ ບາງຄົນຜະເຊີນກັບການທົດລອງດ້ວຍເງິນ ແລະ ສະຖານະ. ເວົ້າໂດຍທົ່ວໄປແລ້ວ, ພວກເຈົ້າແຕ່ລະຄົນໄດ້ຜະເຊີນກັບການທົດລອງທຸກຮູບແບບ. ເປັນຫຍັງພຣະເຈົ້າຈຶ່ງປະຕິບັດພາລະກິດແບບນີ້? ເປັນຫຍັງພຣະອົງຈຶ່ງປະຕິບັດຕໍ່ທຸກຄົນໃນລັກສະນະນີ້? ພຣະອົງສະແຫວງຫາຜົນຕາມມາແບບໃດ? ນີ້ແມ່ນປະເດັນທີ່ເຮົາປາຖະໜາຢາກສື່ສານກັບພວກເຈົ້າ: ພຣະເຈົ້າຕ້ອງການຢາກເຫັນວ່າ ບຸກຄົນນີ້ແມ່ນປະເພດທີ່ຢຳເກງພຣະອົງ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ ຫຼື ບໍ່. ຄວາມໝາຍຂອງສິ່ງນີ້ກໍຄື ເມື່ອພຣະເຈົ້າກຳລັງໃຫ້ການທົດລອງກັບເຈົ້າ ແລະ ໃຫ້ເຮັດເຈົ້າພົບກັບສະຖານະການບາງຢ່າງ ຫຼື ສິ່ງອື່ນໆ, ເຈດຕະນາຂອງພຣະອົງແມ່ນເພື່ອທົດສອບວ່າ ເຈົ້າເປັນຄົນທີ່ຢຳເກງພຣະອົງ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ ຫຼື ບໍ່. ຖ້າຄົນໃດຄົນໜຶ່ງມີໜ້າທີ່ໃນການຮັກສາເຄື່ອງບູຊາ ແລະ ໜ້າທີ່ດັ່ງກ່າວເຮັດໃຫ້ພົບກັບເຄື່ອງບູຊາຂອງພຣະເຈົ້າ, ເຈົ້າຈະເວົ້າວ່າ ນີ້ແມ່ນສິ່ງທີ່ພຣະເຈົ້າໄດ້ຈັດແຈງໄວ້ບໍ? ມັນແມ່ນຢ່າງບໍ່ຕ້ອງສົງໄສ! ທຸກສິ່ງທີ່ເຈົ້າຜະເຊີນແມ່ນສິ່ງທີ່ພຣະເຈົ້າໄດ້ຈັດແຈງໄວ້. ເມື່ອເຈົ້າຜະເຊີນກັບເລື່ອງນີ້, ພຣະເຈົ້າຈະສັງເກດເຈົ້າຢ່າງລັບໆ, ເຝົ້າເບິ່ງທາງເລືອກທີ່ເຈົ້າຕັດສິນໃຈ, ວິທີທີ່ເຈົ້າປະຕິບັດ ແລະ ຄວາມຄິດທີ່ເຈົ້າມີ. ສິ່ງທີ່ພຣະເຈົ້າສົນໃຈທີ່ສຸດແມ່ນຜົນຮັບສຸດທ້າຍ, ຍ້ອນວ່າ ຜົນຮັບນີ້ຈະຊ່ວຍໃຫ້ພຣະອົງໄດ້ວັດແທກວ່າ ເຈົ້າໄດ້ປະຕິບັດຕາມມາດຕະຖານຂອງພຮະອົງໃນການທົດລອງດັ່ງກ່າວນີ້ ຫຼື ບໍ່. ເຖິງຢ່າງໃດກໍຕາມ, ເມື່ອໃດທີ່ຜູ້ຄົນຜະເຊີນກັບບັນຫາ, ພວກເຂົາມັກຈະບໍ່ຄິດວ່າ ເປັນຫຍັງພວກເຂົາຈຶ່ງຜະເຊີນກັບມັນ, ແມ່ນຫຍັງຄືມາດຕະຖານທີ່ພຣະເຈົ້າຄາດຫວັງໃຫ້ພວກເຂົາໄດ້ບັນລຸ, ພຣະອົງຕ້ອງການເຫັນຫຍັງໃນພວກເຂົາ ຫຼື ພຣະອົງປາຖະໜາທີ່ຈະຮັບເອົາຫຍັງຈາກພວກເຂົາ. ເມື່ອຜະເຊີນກັບບັນຫານີ້, ຄົນປະເພດດັ່ງກ່າວພຽງແຕ່ຄິດວ່າ “ນີ້ແມ່ນສິ່ງທີ່ຂ້ານ້ອຍຜະເຊີນ; ຂ້ານ້ອຍຕ້ອງລະມັດລະວັງ, ຕ້ອງບໍ່ປະໝາດ! ບໍ່ວ່າແມ່ນຫຍັງກໍຕາມ, ນີ້ແມ່ນການປະທານຂອງພຣະເຈົ້າ ແລະ ຂ້ານ້ອຍບໍ່ສາມາດສຳຜັດມັນໄດ້”. ເມື່ອປະກອບດ້ວຍຄວາມຄິດແບບງ່າຍໆດັ່ງກ່າວ, ຜູ້ຄົນເຊື່ອວ່າພວກເຂົາໄດ້ປະຕິບັດຕາມໜ້າທີ່ຂອງພວກເຂົາແລ້ວ. ແຕ່ຜົນຮັບຂອງການທົດລອງນີ້ຈະນໍາຄວາມພໍໃຈມາໃຫ້ພຣະເຈົ້າ ຫຼື ບໍ່? ລອງສົນທະນາກ່ຽວກັບສິ່ງນັ້ນເບິ່ງ. (ຖ້າຜູ້ຄົນຢຳເກງພຣະເຈົ້າໃນຫົວໃຈຂອງພວກເຂົາ, ແລ້ວເມື່ອຜະເຊີນກັບໜ້າທີ່ໆເຮັດໃຫ້ພວກເຂົາໄດ້ຮັບການປະທານຂອງພຣະເຈົ້າ, ພວກເຂົາກໍຈະຄິດວ່າ ມັນງ່າຍສໍ່າໃດທີ່ຈະທ້າທາຍອຸປະນິໄສຂອງພຣະເຈົ້າ ແລະ ຈະເຮັດໃຫ້ພວກເຂົາດຳເນີນການຕໍ່ໄປດ້ວຍຄວາມລະມັດລະວັງ). ຄຳຕອບຂອງເຈົ້າແມ່ນຢູ່ໃນເສັ້ນທາງທີ່ຖືກຕ້ອງ, ແຕ່ມັນຍັງບໍ່ໄດ້ຮອດບ່ອນນັ້ນເທື່ອ. ການຍ່າງໃນຫົນທາງຂອງພຣະເຈົ້າບໍ່ແມ່ນກ່ຽວກັບການສັງເກດພຽງກົດລະບຽບພາຍນອກ; ກົງກັນຂ້າມ ມັນໝາຍເຖິງວ່າ ເມື່ອເຈົ້າຜະເຊີນກັບບັນຫາ, ກ່ອນອື່ນໝົດ ເຈົ້າຄວນເບິ່ງວ່າມັນເປັນສະຖານະການທີ່ຖືກຈັດແຈງໂດຍພຣະເຈົ້າ ຫຼື ບໍ່, ມັນແມ່ນຄວາມຮັບຜິດຊອບທີ່ພຣະອົງໄດ້ມອບໃຫ້ແກ່ເຈົ້າ ຫຼື ເປັນໜ້າທີ່ໆພຣະອົງໄດ້ມອບໝາຍໃຫ້ກັບເຈົ້າ ຫຼື ບໍ່. ເມື່ອພົບກັບບັນຫານີ້ ເຈົ້າຄວນເຫັນມັນເປັນການທົດລອງທີ່ພຣະເຈົ້າໄດ້ວາງໄວ້ໃຫ້ກັບເຈົ້າ. ເມື່ອເຈົ້າຜະເຊີນກັບບັນຫານີ້, ເຈົ້າຕ້ອງມີມາດຕະຖານໃນຫົວໃຈຂອງເຈົ້າ ແລະ ເຈົ້າຕ້ອງຄິດວ່າ ເລື່ອງນີ້ມາຈາກພຣະເຈົ້າ. ເຈົ້າຕ້ອງຄິດກ່ຽວກັບວິທີຈັດການກັບມັນໃນທາງທີ່ເຈົ້າສາມາດປະຕິບັດຕາມໜ້າທີ່ຂອງເຈົ້າໄດ້ ໃນຂະນະທີ່ຍັງຊື່ສັດກັບພຣະເຈົ້າຢູ່, ພ້ອມທັງຄິດໃສ່ວິທີທີ່ຈະປະຕິບັດໂດຍບໍ່ເຮັດໃຫ້ພຣະອົງໃຈຮ້າຍ ຫຼື ລ່ວງເກີນອຸປະນິໄສຂອງພຣະອົງ. ກ່ອນໜ້ານີ້ ພວກເຮົາໄດ້ເວົ້າກ່ຽວກັບການຄຸ້ມຄອງເຄື່ອງຖວາຍບູຊາ. ເລື່ອງນີ້ກ່ຽວຂ້ອງກັບເຄື່ອງບູຊາ ແລະ ມັນຍັງແຕະຕ້ອງເຖິງໜ້າທີ່ຂອງເຈົ້າ ແລະ ຄວາມຮັບຜິດຊອບຂອງເຈົ້າ. ເຈົ້າມີພັນທະຕໍ່ຄວາມຮັບຜິດຊອບນີ້. ເຖິງຢ່າງໃດກໍຕາມ, ເມື່ອຜະເຊີນກັບບັນຫານີ້, ມີການລໍ້ລວງໃຈບໍ? ມີ! ການລໍ້ລວງໃຈນີ້ແມ່ນມາຈາກໃສ? ການລໍ້ລວງໃຈນີ້ແມ່ນມາຈາກຊາຕານ ແລະ ມັນຍັງມາຈາກອຸປະນິໄສທີ່ຊົ່ວຮ້າຍ ແລະ ເສື່ອມຊາມຂອງມະນຸດອີກດ້ວຍ. ເນື່ອງຈາກມີການລໍ້ລວງໃຈ, ບັນຫານີ້ຈຶ່ງກ່ຽວຂ້ອງການຢືນເປັນພະຍານທີ່ຜູ້ຄົນຄວນຢືນ ເຊິ່ງຍັງເປັນຄວາມຮັບຜິດຊອບ ແລະ ໜ້າທີ່ຂອງເຈົ້າອີກດ້ວຍ. ບາງຄົນເວົ້າວ່າ “ນີ້ແມ່ນເລື່ອງເລັກນ້ອຍ; ມັນຈຳເປັນແທ້ບໍ່ທີ່ຈະຕ້ອງເຮັດໃຫ້ມັນເປັນເລື່ອງໃຫຍ່?” ແມ່ນແລ້ວ! ນີ້ກໍຍ້ອນວ່າ ເພື່ອຮັກສາຫົນທາງຂອງພຣະເຈົ້າ, ພວກເຮົາບໍ່ສາມາດເບິ່ງຂ້າມສິ່ງໃດກໍຕາມທີ່ເກີດຂຶ້ນຕໍ່ພວກເຮົາ ຫຼື ອ້ອມຂ້າງພວກເຮົາ, ແມ່ນແຕ່ສິ່ງເລັກໆນ້ອຍໆ; ບໍ່ວ່າພວກເຮົາຈະຄິດວ່າ ພວກເຮົາຄວນໃສ່ໃຈກັບມັນ ຫຼື ບໍ່, ຕາບໃດທີ່ເລື່ອງໃດໜຶ່ງກຳລັງຜະເຊີນກັບເຮົາ, ພວກເຮົາຕ້ອງບໍ່ປ່ອຍໃຫ້ມັນໄປ. ທຸກສິ່ງທີ່ເກີດຂຶ້ນຄວນຖືກເບິ່ງວ່າເປັນການທົດສອບທີ່ພຣະເຈົ້າໄດ້ທົດສອບພວກເຮົາ. ເຈົ້າຄິດແນວໃດກ່ຽວກັບວິທີການເບິ່ງສິ່ງຕ່າງໆແບບນີ້? ຖ້າເຈົ້າມີທ່າທີແບບນີ້, ແລ້ວມັນກໍຢືນຢັນໃຫ້ເຫັນເຖິງຂໍ້ແທ້ຈິງໜຶ່ງຂໍ້: ໃນສ່ວນເລິກໆ, ເຈົ້າຢຳເກງພຣະເຈົ້າ ແລະ ເຕັມໃຈທີ່ຈະຫຼີກເວັ້ນຄວາມຊົ່ວຮ້າຍ. ຖ້າເຈົ້າມີຄວາມປາຖະໜານີ້ເພື່ອເຮັດໃຫ້ພຣະເຈົ້າພໍໃຈ, ແລ້ວສິ່ງທີ່ເຈົ້ານໍາໃຊ້ເຂົ້າໃນການປະຕິບັດກໍຈະບໍ່ຢູ່ຫ່າງຈາກການບັນລຸມາດຕະຖານແຫ່ງການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍເລີຍ.

ມີຄົນເຊື່ອສະເໝີວ່າ ເລື່ອງຕ່າງໆທີ່ຜູ້ຄົນບໍ່ໃຫ້ຄວາມສົນໃຈ ແລະ ບໍ່ມັກກ່າວເຖິງແມ່ນເລື່ອງເລັກນ້ອຍທີ່ບໍ່ມີຫຍັງກ່ຽວຂ້ອງກັບການນໍາຄວາມຈິງເຂົ້າສູ່ການປະຕິບັດເລີຍ. ເມື່ອພົບກັບບັນຫາດັ່ງກ່າວ, ຜູ້ຄົນເຫຼົ່ານີ້ບໍ່ໄດ້ຄິດຫຍັງຫຼາຍກ່ຽວກັບສິ່ງນີ້ ແລະ ໃນທີ່ສຸດ ພວກເຂົາກໍປ່ອຍໃຫ້ມັນຜ່ານໄປ. ເຖິງຢ່າງໃດກໍຕາມ, ໃນຂໍ້ແທ້ຈິງແລ້ວ ເລື່ອງນີ້ແມ່ນບົດຮຽນທີ່ເຈົ້າຄວນສຶກສາ, ເປັນບົດຮຽນກ່ຽວກັບວິທີຢຳເກງພຣະເຈົ້າ ແລະ ວິທີຫຼີກເວັ້ນຄວາມຊົ່ວຮ້າຍ. ຍິ່ງໄປກວ່ານັ້ນ, ສິ່ງທີ່ເຈົ້າຄວນໃສ່ໃຈຫຼາຍຂຶ້ນກໍຄືການຮູ້ຈັກວ່າພຣະເຈົ້າກຳລັງເຮັດຫຍັງເມື່ອເລື່ອງນີ້ເກີດຂຶ້ນກັບເຈົ້າ. ພຣະເຈົ້າຢູ່ຄຽງຂ້າງເຈົ້າ, ສັງເກດຄຳເວົ້າ ແລະ ການກະທຳທຸກຢ່າງຂອງເຈົ້າ ແລະ ເຝົ້າເບິ່ງທຸກສິ່ງທີ່ເຈົ້າເຮັດ ແລະ ການປ່ຽນແປງຕ່າງໆທີ່ເກີດຂຶ້ນໃນຄວາມຄິດຂອງເຈົ້າ, ນີ້ແມ່ນພາລະກິດຂອງພຣະເຈົ້າ. ບາງຄົນຖາມວ່າ “ຖ້າສິ່ງນັ້ນເປັນຄວາມຈິງ, ແລ້ວເປັນຫຍັງຂ້ານ້ອຍຈຶ່ງບໍ່ຮູ້ສຶກເຖິງສິ່ງນັ້ນ?” ເຈົ້າບໍ່ໄດ້ຮູ້ສຶກເຖິງມັນກໍຍ້ອນເຈົ້າບໍ່ໄດ້ຍຶດໝັ້ນໃນຫົນທາງຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍໃຫ້ເປັນຫົນທາງຫຼັກຂອງເຈົ້າ; ສະນັ້ນ ເຈົ້າຈຶ່ງບໍ່ສາມາດຮູ້ສຶກເຖິງພາລະກິດລີ້ລັບນີ້ທີ່ພຣະເຈົ້າປະຕິບັດໃນຜູ້ຄົນ ເຊິ່ງໄດ້ສະແດງອອກໃນຕົວມັນເອງອີງຕາມຄວາມຄິດ ແລະ ການກະທຳຕ່າງໆຂອງຜູ້ຄົນ. ເຈົ້າຊ່າງເປັນຄົນຂາດສະຕິຫຼາຍ! ແມ່ນຫຍັງຄືເລື່ອງໃຫຍ່? ແມ່ນຫຍັງຄືເລື່ອງເລັກນ້ອຍ? ເລື່ອງຕ່າງໆທີ່ກ່ຽວຂ້ອງກັບການຍ່າງໃນຫົນທາງຂອງພຣະເຈົ້າບໍ່ໄດ້ຖືກແຍກອອກລະຫວ່າງເລື່ອງໃຫຍ່ ຫຼື ເລື່ອງເລັກນ້ອຍ, ແຕ່ພວກເຈົ້າສາມາດຍອມຮັບສິ່ງນັ້ນໄດ້ບໍ? (ພວກເຮົາສາມາດຍອມຮັບມັນໄດ້). ເມື່ອເວົ້າເຖິງເລື່ອງຕ່າງໆໃນແຕ່ລະມື້, ມີບາງເລື່ອງທີ່ຜູ້ຄົນເຫັນວ່າເປັນເລື່ອງໃຫຍ່ ແລະ ສຳຄັນ ແລະ ມີເລື່ອງອື່ນທີ່ຖືກເບິ່ງວ່າເປັນເລື່ອງເລັກນ້ອຍ. ຜູ້ຄົນມັກເບິ່ງເລື່ອງໃຫຍ່ໆເຫຼົ່ານີ້ວ່າເປັນເລື່ອງທີ່ສຳຄັນຫຼາຍ ແລະ ພວກເຂົາຄິດວ່າເລື່ອງເຫຼົ່ານີ້ຖືກສົ່ງມາໂດຍພຣະເຈົ້າ. ເຖິງຢ່າງໃດກໍຕາມ, ໃນຂະນະທີ່ເລື່ອງໃຫຍ່ເຫຼົ່ານີ້ເກີດຂຶ້ນ, ເນື່ອງຈາກວຸດທິພາວະທີ່ບໍ່ເປັນຜູ້ໃຫຍ່ຂອງຜູ້ຄົນ ແລະ ຍ້ອນຄວາມສາມາດທີ່ຕໍ່າຂອງພວກເຂົາ, ຜູ້ຄົນມັກບໍ່ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ, ບໍ່ສາມາດຮັບເອົາການເປີດເຜີຍໃດໆເລີຍ ແລະ ບໍ່ສາມາດຮັບເອົາຄວາມຮູ້ຕົວຈິງທີ່ມີຄຸນຄ່າ. ສໍາລັບກ່ຽວກັບເລື່ອງເລັກນ້ອຍ, ເລື່ອງເຫຼົ່ານີ້ແມ່ນຖືກເບິ່ງຂ້າມໂດຍຜູ້ຄົນ ແລະ ຖືກປ່ອຍໃຫ້ຜ່ານໄປເທື່ອລະເລັກເທື່ອລະໜ້ອຍ. ເມື່ອເປັນດັ່ງນັ້ນ, ຜູ້ຄົນຈຶ່ງສູນເສຍໂອກາດຖືກກວດສອບຢູ່ຕໍ່ໜ້າພຣະເຈົ້າ ແລະ ຖືກທົດສອບໂດຍພຣະອົງ. ມັນໝາຍຄວາມວ່າແນວໃດ ຖ້າເຈົ້າເບິ່ງຂ້າມຜູ້ຄົນ, ເຫດການ ແລະ ວັດຖຸຕ່າງໆ ແລະ ສະຖານະການທີ່ພຣະເຈົ້າໄດ້ຈັດແຈງໄວ້ໃຫ້ກັບເຈົ້າຢູ່ສະເໝີ? ມັນໝາຍຄວາມວ່າ ໃນແຕ່ລະມື້ ແລະ ແມ່ນແຕ່ໃນແຕ່ລະຊ່ວງເວລາ, ເຈົ້າກຳລັງປະຕິເສດການທີ່ພຣະເຈົ້າເຮັດໃຫ້ເຈົ້າສົມບູນຢ່າງຕໍ່ເນື່ອງ ພ້ອມທັງຄວາມເປັນຜູ້ນໍາຂອງພຣະອົງ. ເມື່ອໃດກໍຕາມທີ່ພຣະເຈົ້າໄດ້ຈັດກຽມສະຖານະການໃຫ້ກັບເຈົ້າ, ພຣະອົງກຳລັງເຝົ້າເບິ່ງຢ່າງລັບໆ, ຫຼຽວເບິ່ງຫົວໃຈຂອງເຈົ້າ, ສັງເກດເບິ່ງຄວາມຄິດ ແລະ ການພິຈາລະນາຢ່າງຮອບຄອບຂອງເຈົ້າ, ເຝົ້າເບິ່ງວິທີທີ່ເຈົ້າຄິດ ແລະ ລໍຖ້າເບິ່ງວິທີທີ່ເຈົ້າຈະກະທຳ. ຖ້າເຈົ້າເປັນຄົນທີ່ປະໝາດ, ຄົນທີ່ບໍ່ເຄີຍຈິງຈັງກ່ຽວກັບຫົນທາງຂອງພຣະເຈົ້າ, ພຣະທຳຂອງພຣະອົງ ຫຼື ຄວາມຈິງ, ແລ້ວເຈົ້າກໍຈະບໍ່ໃສ່ໃຈ ຫຼື ໃຫ້ຄວາມສົນໃຈກັບສິ່ງທີ່ພຣະເຈົ້າປາຖະໜາເຮັດໃຫ້ສຳເລັດ ຫຼື ເງື່ອນໄຂທີ່ພຣະອົງຄາດຫວັງໃຫ້ເຈົ້າບັນລຸ ເມື່ອພຣະອົງໄດ້ຈັດແຈງສະພາບແວດລ້ອມໃດໜຶ່ງໃຫ້ກັບເຈົ້າ. ເຈົ້າຈະບໍ່ຮູ້ວ່າຜູ້ຄົນ, ເຫດການ ແລະ ສິ່ງຂອງທີ່ເຈົ້າຜະເຊີນນັ້ນກ່ຽວຂ້ອງຫຍັງກັບຄວາມຈິງ ຫຼື ຄວາມປະສົງຂອງພຣະເຈົ້າ. ຫຼັງຈາກທີ່ເຈົ້າໄດ້ຜະເຊີນສະຖານະການ ແລະ ການທົດລອງແບບນີ້ຊໍ້າແລ້ວຊໍ້າອີກ ໂດຍທີ່ພຣະເຈົ້າບໍ່ເຫັນຜົນຫຍັງໃນຕົວເຈົ້າ, ພຣະອົງຈະດຳເນີນຕໍ່ໄປໄດ້ແນວໃດ? ຫຼັງຈາກທີ່ໄດ້ຜະເຊີນກັບການທົດລອງນີ້ຊໍ້າແລ້ວຊໍ້າອີກ, ເຈົ້າບໍ່ໄດ້ສັນລະເສີນພຣະເຈົ້າໃນຫົວໃຈຂອງເຈົ້າ ຫຼື ເຈົ້າບໍ່ໄດ້ເຫັນສະຖານະການແທ້ຈິງທີ່ພຣະເຈົ້າໄດ້ຈັດກຽມໃຫ້ກັບເຈົ້າ ນັ້ນກໍຄື: ການທົດລອງ ແລະ ການທົດສອບຈາກພຣະເຈົ້າ. ກົງກັນຂ້າມ, ເຈົ້າໄດ້ປະຕິເສດໂອກາດທີ່ພຣະເຈົ້າໄດ້ປະທານໃຫ້ກັບເຈົ້າເທື່ອລະຢ່າງ, ປ່ອຍໃຫ້ພວກມັນໄຫຼຜ່ານໄປຄັ້ງແລ້ວຄັ້ງເລົ່າ. ນີ້ບໍ່ແມ່ນຄວາມບໍ່ເຊື່ອຟັງທີ່ສຸດທີ່ຜູ້ຄົນສະແດງອອກມາບໍ? (ມັນແມ່ນ). ພຣະເຈົ້າຈະຮູ້ສຶກເຈັບປວດຍ້ອນສິ່ງນີ້ບໍ? (ພຣະອົງຈະຮູ້ສຶກ). ພຣະເຈົ້າຈະບໍ່ຮູ້ສຶກເຈັບປວດ! ການໄດ້ຍິນເຮົາເວົ້າສິ່ງດັ່ງກ່າວໄດ້ເຮັດໃຫ້ພວກເຈົ້າຕື່ນຕົກໃຈອີກຄັ້ງ. ເຈົ້າອາດກຳລັງຄິດວ່າ: “ບໍ່ແມ່ນເຄີຍໄດ້ເວົ້າຜ່ານມາບໍວ່າ ພຣະເຈົ້າຮູ້ສຶກເຈັບປວດຢູ່ສະເໝີ? ສະນັ້ນ ພຣະເຈົ້າຈະບໍ່ຮູ້ສຶກເຈັບປວດໄດ້ບໍ? ແລ້ວເມື່ອໃດພຣະອົງຈຶ່ງຈະຮູ້ສຶກເຈັບປວດ?” ສະຫຼຸບກໍຄື ພຣະເຈົ້າຈະບໍ່ຮູ້ສຶກເຈັບປວດໃນສະຖານະການແບບນີ້. ແລ້ວແມ່ນຫຍັງຄືທ່າທີຂອງພຣະເຈົ້າຕໍ່ພຶດຕິກຳທີ່ໄດ້ອະທິບາຍມາຂ້າງເທິງ? ເມື່ອຜູ້ຄົນປະຕິເສດການທົດລອງ ແລະ ການທົດສອບທີ່ພຣະເຈົ້າໄດ້ສົ່ງມາໃຫ້ກັບພວກເຂົາ ແລະ ເມື່ອພວກເຂົາຫຼົບໜີຈາກສິ່ງເຫຼົ່ານັ້ນ, ພຣະເຈົ້າກໍມີພຽງແຕ່ທັດສະນະຄະຕິດຽວກັບຜູ້ຄົນດັ່ງກ່າວ. ແລ້ວທັດສະນະຄະຕິນັ້ນແມ່ນຫຍັງ? ພຣະເຈົ້າປະຕິເສດຄົນປະເພດນີ້ ຈາກສ່ວນເລິກຂອງຫົວໃຈຂອງພຣະອົງ. ມີຄວາມໝາຍສອງດ້ານສຳລັບຄຳວ່າ “ປະຕິເສດ”. ເຮົາຄວນອະທິບາຍມັນແນວໃດຈາກມຸມມອງຂອງເຮົາ? ເລິກໆແລ້ວ, ຄຳວ່າ “ປະຕິເສດ” ມີຄວາມໝາຍວ່າ ການລັງກຽດ ແລະ ກຽດຊັງ. ແລ້ວຄວາມໝາຍອີກດ້ານໜຶ່ງເດ? ຄວາມໝາຍອີກດ້ານໜຶ່ງກໍຄືການຍອມສະຫຼະບາງສິ່ງ. ພວກເຈົ້າທຸກຄົນຮູ້ວ່າ “ຍອມສະຫຼະ” ໝາຍເຖິງຫຍັງ ແມ່ນບໍ? ເວົ້າໂດຍສັງເຂບກໍຄື: “ປະຕິເສດ” ແມ່ນຄຳເວົ້າທີ່ສື່ເຖິງປະຕິກິລິຍາ ແລະ ທ່າທີທີ່ຮ້າຍແຮງທີ່ສຸດຂອງພຣະເຈົ້າຕໍ່ຜູ້ຄົນທີ່ປະພຶດໃນລັກສະນະດັ່ງກ່າວ; ມັນແມ່ນຄວາມກຽດຊັງ ແລະ ຄວາມເບື່ອໜ່າຍທີ່ສຸດຕໍ່ພວກເຂົາ ແລະ ໃນທີ່ສຸດກໍສົ່ງຜົນໃຫ້ເກີດມີການຕັດສິນໃຈປະຖິ້ມພວກເຂົາ. ນີ້ແມ່ນການຕັດສິນໃຈສຸດທ້າຍຂອງພຣະເຈົ້າຕໍ່ບຸກຄົນທີ່ບໍ່ເຄີຍຍ່າງໃນຫົນທາງຂອງພຣະເຈົ້າ ແລະ ຜູ້ທີ່ບໍ່ເຄີຍຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ. ບັດນີ້ ພວກເຈົ້າທຸກຄົນສາມາດເຫັນຄວາມສຳຄັນຂອງສິ່ງຕ່າງໆທີ່ເຮົາໄດ້ກ່າວເຖິງກ່ອນໜ້ານີ້ບໍ?

ບັດນີ້ ພວກເຈົ້າໄດ້ເຂົ້າໃຈເຖິງວິທີການທີ່ພຣະເຈົ້າໃຊ້ເພື່ອກຳນົດຜົນຕາມມາຂອງຜູ້ຄົນແລ້ວບໍ? (ພຣະອົງຈັດກຽມສະຖານະການທີ່ແຕກຕ່າງກັນໃນແຕ່ລະມື້). “ພຣະອົງຈັດກຽມສະຖານະການທີ່ແຕກຕ່າງກັນໃນແຕ່ລະມື້” ສິ່ງເຫຼົ່ານີ້ແມ່ນສິ່ງທີ່ຜູ້ຄົນສາມາດຮູ້ສຶກ ແລະ ສຳຜັດ. ແລ້ວແມ່ນຫຍັງຄືແຮງຈູງໃຈຂອງພຣະເຈົ້າເພື່ອເຮັດສິ່ງນີ້? ເຈດຕະນາຂອງພຣະອົງແມ່ນເພື່ອມອບການທົດລອງຫຼາກຫຼາຍຮູບແບບໃຫ້ກັບແຕ່ລະຄົນໃນເວລາທີ່ແຕກຕ່າງກັນ ແລະ ໃນສະຖານທີ່ໆແຕກຕ່າງກັນ. ຜູ້ຄົນແບບໃດຈຶ່ງຈະຖືກທົດສອບໃນລະຫວ່າງການທົດລອງ? ການທົດລອງກຳນົດວ່າ ເຈົ້າເປັນຄົນປະເພດທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍໃນທຸກບັນຫາທີ່ເຈົ້າໄດ້ຜະເຊີນ, ໄດ້ຍິນ, ໄດ້ເຫັນ ແລະ ໄດ້ປະສົບເປັນການສ່ວນຕົວ ຫຼື ບໍ່. ທຸກຄົນຈະຜະເຊີນກັບການທົດລອງແບບນີ້, ຍ້ອນພຣະເຈົ້າຍຸຕິທຳຕໍ່ທຸກຄົນ. ພວກເຈົ້າບາງຄົນເວົ້າວ່າ “ຂ້ານ້ອຍເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ, ແລ້ວເປັນຫຍັງຂ້ານ້ອຍຈຶ່ງບໍ່ພົບກັບການທົດລອງໃດໆເລີຍ?” ເຈົ້າເຊື່ອວ່າເຈົ້າຍັງບໍ່ໄດ້ຜະເຊີນກັບການທົດລອງໃດໆ ນັ້ນກໍຍ້ອນເມື່ອເວລາທີ່ພຣະເຈົ້າໄດ້ຈັດກຽມສະຖານະການໃຫ້ກັບເຈົ້າ, ເຈົ້າບໍ່ຍອມຮັບເອົາພວກມັນຢ່າງຈິງຈັງ ແລະ ບໍ່ຕ້ອງການຍ່າງໃນຫົນທາງຂອງພຣະເຈົ້າ. ສະນັ້ນ ເຈົ້າຈຶ່ງບໍ່ຮູ້ສຶກເຖິງການທົດລອງຂອງພຣະເຈົ້າເລີຍ. ບາງຄົນເວົ້າວ່າ “ຂ້ານ້ອຍໄດ້ຜະເຊີນກັບການທົດລອງສອງສາມຢ່າງ, ແຕ່ຂ້ານ້ອຍບໍ່ຮູ້ວິທີປະຕິບັດຢ່າງຖືກຕ້ອງ. ເຖິງແມ່ນເມື່ອຂ້ານ້ອຍໄດ້ປະຕິບັດ, ຂ້ານ້ອຍກໍຍັງບໍ່ຮູ້ວ່າ ຂ້ານ້ອຍໄດ້ຍຶດໝັ້ນໃນລະຫວ່າງການທົດລອງຂອງພຣະເຈົ້າ ຫຼື ບໍ່”. ຜູ້ຄົນທີ່ຢູ່ໃນສະພາວະປະເພດນີ້ບໍ່ໄດ້ຢູ່ໃນຄົນກຸ່ມໜ້ອຍຢ່າງແນ່ນອນ. ແລ້ວແມ່ນຫຍັງຄືມາດຕະຖານທີ່ພຣະເຈົ້າໃຊ້ເພື່ອວັດແທກຜູ້ຄົນ? ມັນກໍເປັນຄືກັບດັ່ງທີ່ເຮົາໄດ້ກ່າວໄວ້ຊ່ວງເວລາກ່ອນໜ້ານີ້: ນັ້ນກໍຄື ເຈົ້າຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍໃນທຸກສິ່ງທີ່ເຈົ້າເຮັດ, ຄິດ ແລະ ສະແດງອອກ ຫຼື ບໍ່. ນີ້ແມ່ນວິທີທີ່ຈະກຳນົດວ່າ ເຈົ້າແມ່ນຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ ຫຼື ບໍ່. ແນວຄິດນີ້ງ່າຍ ຫຼື ບໍ່? ມັນງ່າຍພໍສໍາລັບການເວົ້າ, ແຕ່ມັນງ່າຍທີ່ຈະນໍາເຂົ້າສູ່ການປະຕິບັດຕົວຈິງບໍ? (ມັນບໍ່ໄດ້ງ່າຍແບບນັ້ນ). ເປັນຫຍັງມັນຈຶ່ງບໍ່ງ່າຍແບບນັ້ນ? (ຍ້ອນຜູ້ຄົນບໍ່ຮູ້ຈັກພຣະເຈົ້າ ແລະ ພວກເຂົາບໍ່ຮູ້ຈັກວິທີທີ່ພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນ, ສະນັ້ນ ເມື່ອພວກເຂົາຜະເຊີນກັບເລື່ອງຕ່າງໆ, ພວກເຂົາກໍບໍ່ຮູ້ຈັກວິທີທີ່ຈະສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາຂອງພວກເຂົາ. ພວກເຂົາຕ້ອງຜ່ານຫຼາກຫຼາຍການທົດລອງ, ການຫຼໍ່ຫຼອມ, ການຂ້ຽນຕີ ແລະ ການພິພາກສາກ່ອນທີ່ພວກເຂົາຈະສາມາດມີຄວາມເປັນຈິງໃນການຢຳເກງພຣະເຈົ້າ). ພວກເຈົ້າອາດເວົ້າແບບນັ້ນ, ແຕ່ສໍາລັບພວກເຈົ້າແລ້ວ, ການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍເບິ່ງຄືກັບວ່າ ສາມາດເຮັດໄດ້ຢ່າງງ່າຍດາຍໃນຕອນນີ້. ເປັນຫຍັງເຮົາຈຶ່ງເວົ້າສິ່ງນີ້? ນັ້ນກໍຍ້ອນວ່າ ພວກເຈົ້າໄດ້ຟັງການເທດສະໜາຢ່າງຫຼວງຫຼາຍ ແລະ ໄດ້ຮັບເອົາການຫົດນໍ້າຈຳນວນຫຼວງຫຼາຍຈາກຄວາມເປັນຈິງແຫ່ງຄວາມຈິງ; ສິ່ງນີ້ເຮັດໃຫ້ພວກເຈົ້າເຂົ້າໃຈວິທີການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍດ້ານທິດສະດີ ແລະ ດ້ານສະຕິປັນຍາ. ສຳລັບວິທີການນໍາຄວາມຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນຄວາມຊົ່ວຮ້າຍເຂົ້າສູ່ການປະຕິບັດຢ່າງແທ້ຈິງນັ້ນ, ຄວາມຮູ້ນີ້ລ້ວນແລ້ວແຕ່ເປັນປະໂຫຍດຫຼາຍ ແລະ ເຮັດໃຫ້ພວກເຈົ້າຮູ້ສຶກຄືກັບວ່າສິ່ງດັ່ງກ່າວສາມາດບັນລຸໄດ້ຢ່າງງ່າຍດາຍເຊັ່ນກັນ. ແລ້ວເປັນຫຍັງຜູ້ຄົນຈຶ່ງບໍ່ສາມາດບັນລຸມັນໄດ້ຢ່າງແທ້ຈິງຈັກເທື່ອ? ນີ້ກໍຍ້ອນວ່າແກ່ນແທ້ຂອງທຳມະຊາດມະນຸດບໍ່ຢຳເກງພຣະເຈົ້າ ແລະ ມະນຸດກໍມັກຄວາມຊົ່ວຮ້າຍ. ນີ້ຄືເຫດຜົນທີ່ແທ້ຈິງ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ວິທີການຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ຜົນທີ່ພາລະກິດຂອງພຣະອົງຈະບັນລຸ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ